ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-28 18:56:38    
ວິ​ກິດ​ການ​ການ​ເມືອງ​ຂອງ​ປາ​ເລັສ​ຕິນ​ຜ່ອນ​ຄາຍ​ລົງ​ຊົ່ວ​ຄາວ

cri

ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ,ວັນ​ທີ27​ກໍລະກົດ,ທ່ານ​ຄູ​ໄລ ນາຍົກ​ລັດຖ​ະ​ມົນຕີ​ລັດຖະ​ບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ກ່າວ​ວ່າ​ຍິນດີ​ຖອນ​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງທີ່​ທີ່​ທ່ານ​ຍື່ນ​ໃນ10​ມື້ກ່ອນ,​ແລ້ວ​ດຳລົງ​ຕຳ​ແໜ່​ງນາ​ຍົກລັດ​ຖະມົນຕີຕໍ່​,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ວິ​ກິດ​ການ​ການ​ເມືອງ​ຊັ້ນນຳ​ປາ​ເລັສ​ຕິນ​ໄດ້​ຜ່ອນ​ຄາຍ​ລົງ​ຊົ່ວຄາວ​ແລ້ວ.

ວັນ​ທີ17​ກໍລະກົດ​ນີ້,ທ່ານ​ຄູ​​ໄລອ້າງວ່າ​ທ່ານຄວບ​ຄຸມ​ສະພາບ​ວຸ້ນວາຍຢູ່​ແຖບ​ກາຊາບໍ່​ໄດ້​,ເລີຍຍື່ນ​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ​ໃຫ້​ທ່ານ​ອາລາ​ຟັດ,​ແຕ່​ຖືກ​ທ່ານ​ອາລາ​ຟັດ​ປະຕິ​ເສດ.ທ່ານ​ຄູ​ໄລ​ກ່າວ​ອີກວ່າ​ຍຶດໝັ້ນ​ຫຼັກ​ໝັ້ນ​ລາ​ອອກ​ຈາກ​ຕຳ​ແໜ່​ງ.​ແຕ່​ຢູ່​ໃຕ້ການ​​ໄກ່​ເກ່ຍ​ຂອງ​ເຈົ້າ​ໜ້າ​ທີ່​ປະ​ເລັສຕິນ,ວັນ​ທີ27​ກໍລະກົດ,ທ່ານ​ຄູ​ໄລ​ໄປ​ພົບ​ປະ​ກັບ​ທ່ານ​ອາລາ​ຟັດ​ຢູ່​ທຳນຽບປະທາ​ນາ​ທິບໍດີ​ທີ່ລາມາ​ລາ,​​ໃນ​ທີ່​ສຸດ​ໄດ້​ຍິນ​ດີ​ຖອນ​​ໃບ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ​​ຄືນ.

ເຈົ້າ​ໜ້າ​ທີ່ປາ​ເລັສຕິນ​ເຜີຍ​ໃຫ້​ຮູ້​ວ່າ,ທ່ານ​ອາລາ​ຟັດ​ແລະ​ທ່ານ​ຄູ​​ໄລ​ໄດ້​ປະ​ນິປະນອມ​ໃນ​ສາມ​ບັນຫາ​ດັ່ງ​ລຸ່ມ​ນີ້:

ໜຶ່ງ,​ໃຫ້​ທ່ານ​ຄູ​ໄລ​ມີສິດ​​ສ່ວນ​ໜຶ່ງ​ຄວບ​ຄຸມກອງ​ທະ​ຫານ​ຮັກສາ​ຄວາມ​ປອດ​ໄພ.ຕາມ​ລັດ​ຖະ​ດຳລັດ​ຂອງ​ທ່ານ​ອາລາ​ຟັດ,ກອງ​ທະ​ຫານ​ຮັກສາ​ຄວາມ​ປອດ​ໄພ​ປາ​ເລັສຕິນ​ໄດ້​ຖືກ​ປັບປຸງ​ເປັນ​ສາມ​ພາກ​ສ່ວນ,ທ່ານ​ອາລາ​ຟັດ​​ເຫັນ​ດີ​ມອບ​ສິດ​ຄວບ​ຄຸມ​ກຳລັງ​ຮັກສາ​ຄວາ​ມ​ປອດ​ໄພ​ພາຍ​ໃນ​ຂອງປະ​​ເລັສຕິນ​ໃຫ້​ທ່ານ​ຄູ​ໄລ,​ໃນ​ນັ້ນ,​ລວມ​ທັງ​ກອງ​ຕຳ​ຫຼວດ​ແລະ​ກອງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ.​ແຕ່​ກຳລັງ​ຮັກ​ສາ​ຄວາມ​ປອດ​ໄພ​ຕົ້ນຕໍ​ຂອງ​ປາ​ເລັສ​ຕິນ​ຄືກ​ອງຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ແລະ​ກອງ​ທະຫານ​ຂ່າວ​ກອງ​ຍັງ​​ຄົງ​ແມ່ນ​ຄະນະ​ກຳ​ມະ​ການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ທີ່​ນຳ​ໂດຍ​ທ່ານ​ອາລາ​ຟັດ​ນັ້ນ​ເປັນ​ຜູ່​ຄຸ້ມ​ຄອງ.

ສອງ, ທ່ານ​ຄູ​ໄລ​ຈະ​ມີ​ສິດ​ອຳນາດ​ຂອງນາ​ຍົກລັດ​ຖະ​ມົນຕີທີ່​ຄວນມີ​ຕາມ​ການ​ກຳນົດ​ຂອງ​ກົດ​ໝາຍ​ພື້ນຖານ.​ໃນ​ນັ້ນ​ລວມ​ທັງ​ການ​ປັບປຸງ​ຄະນະ​ລັດຖະບານ.

ສາມ,ທ່ານ​ອາລາ​ຟັດ​ເຫັນ​ດີ​ສັ່ງ​ໃຫ້​ອະທິ​​ໄອ​ຍະ​ການ​ປາ​ເລັສຕິດ​ດຳ​ເນີນ​ການ​ສຳ​ຫຼວດ​ເຈົ້າ​ໜ້າ​ທີ່​ຜູ່​ຖືກ​ສົງ​ໄສ​ສ້ໍ​ລາດ​ບັງ​ຫຼວງ.

ບຸກຄົນ​ວິ​ເຄາະ​ເຫັນ​ວ່າ,ທ່ານ​ອາລາ​ຟັດ​ກັບ​ທ່ານ​ຄູ​ໄລ​ປະ​ນິປະນອມ​ກັນ​ແມ່ນ​ສອງ​ທ່ານ​ໄດ້​ຖືກ​ກຳລັງ​ໜີບຢູ່​ພາຍ​ໃນ​ແລະ​ພາຍ​ນອກ.

ກ່ອນ​ອື່ນ​ກຳລັງ​ໜີບ​ແມ່ນ​ມາ​ຈາກພາຍ​ໃນ​ປາ​ເລັສຕິນ.​ພາຍຫຼັງ​ສະຖາ​ນະ​ການ​ແຖບ​ກາຊາ​ປະກົດ​ມີ​ຄວາມ​ວຸ້ນວາຍ​ແລະ​ທ່ານ​ຄູ​ໄລ​ຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ17​ລະ​ກົດ​ແລ້ວ,​ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຝ່າຍ​ຕ່າງ​ໆ​ຢູ່​ພາຍ​ໃນ​ປາ​ເລັສ​ຕິນກໍ​​ພົ້ນ​ເດັ່ນ​ຂຶ້ນ.​ໂດຍ​ສະ​ເພາະ​​ແມ່ນ​ອາລົມ​ຈິດ​ທີ່​ບໍ່ພໍ​ໃຈ​ຕໍ່​ທ່ານ​ອາລາ​ຟັດ​ໄດ້​ລະ​ບາຍ​ອອກ​ຢ່າງ​ໄວວາ.​ແຕ່​ວ່າ,ຢູ່​ໃຕ້​ສະ​ຖານະ​ການ​ເຄັ່ງ​ຕຶງ​ຂອງ​ຕາ​ເວັນ​ອອກ​ກາງ​ໃນ​ປະຈຸ​ບັນ,ຊາວ​ປາ​ເລັສ​ຕິນ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ບໍ່​ຢາກປະ​ກົດ​ມີ​ສະພາບ​ການ​ຕໍ່​ສູ້​ກັນ​ຢູ່ພາຍ​ໃນ​ປະ​ເທດ.ທັງ​ນີ້​ໄດ້​ຊຸກຍູ້​ໃຫ້​ທ່ານ​ອາລາ​ຟັດ​ແລະ​ທ່ານ​ຄູ​ໄລ​ພິຈາລະນາ​ເຖິງ​ພາກ​ສ່ວນ​ລວມ,​ເປັນ​ເພື່ອນ​ດີ​ຄື​ເກົ່າອີກ.

ສອງ,​​ກຳລັງ​ໜີບ​ແມ່ນ​ມາ​ຈາກ​ປະຊາ​ຄົມ​ໂລກ.​ວິກິດ​ການຢູ່​ພາຍ​ໃນ​ປາ​ເລັສຕິນ​ທີ່​ປະກົດ​ຕົວ​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ພາ​ໃຫ້​ຊາວ​ໂລກ​ມີ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງ​ຂວາງ.​ປະ​ຊາ​ຄົມ​ໂລກ​ກໍ​ສວຍ​ໂອກາດ​ນີ້​​ໃຊ້​ກຳລັງ​ໜີບ​ຕໍ່​ທ່ານ​ອາລາ​ຟັດ.​ຫວັງ​​ໃຫ້​ທ່ານ​ປ່ອຍ​ສິດ.

ພາຍຫຼັງການ​ພົບ​ປະ​​ໃນ​ວັນ​ທີ27​ກໍລະກົດສິ້ນ​ສຸດ​ລົງ​ແລ້ວ,ທ່ານ​ອາລາຟັດ​ແລະ​ທ່ານ​ຄູ​ໄລ​ໄດ້​ຈັບ​ມື​ກັນ​ຍ່າງ​ອອກ​ຈາກ​​ທຳນຽບ.ທ່ານ​ຄູ​​ໄລ​ກ່າວ​ວ່າ,ທ່ານ​ເອງ​ບໍ່​ມີ​ເຈດ​ຈຳນົງ​​ທ້າ​ທາຍ​ກັບ​ທ່ານ​ອາລາ​ຟັດ,​ແລະ​ຈະ​ປະສານ​ງານ​ແລະ​ຮ່ວມ​ມື​ກັບ​ທ່ານ​ອາລາ​ຟັດ,ພ້ອມ​ກັນ​ກອບ​ກູ້​ພາ​ລະກິດ​ແຫ່ງ​ຊາດ​ປາ​ເລັສຕິນ.ທ່ານ​ອາລາ​ຟັດ​​ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ນຳ​ທ່ານ​ຄູ​ໄລ ​​ເພື່ອນ​ມິດ​ຂອງ​ທ່ານ​ທີ່ເຫັນ​ດີ​ຖອນ​​ໃບຮ້ອງ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ.

ນັບ​ມາ​ຮອດ​ປະຈຸ​ບັນ,​ວິ​ກິດ​ການ​ຮອບ​ໜຶ່ງ​ທີ່​ມີ​ຂຶ້ນ​ຢູ່​ລະ​ຫວ່າງ​ຜູ່​ນຳ​ປາ​ເລັສຕິນ​ໄດ້​ລະງັບ​ຊົ່ວຄາວ​ແລ້ວ.ສະ​ພາບ​ວຸ້ນວາຍ​ຢູ່​ແຖ​ບກາ​ຊາ​ກໍ​ໄດ້​ຖືກ​ຄວບ​ຄຸມ​​​ໄວ້ໂດຍ​ພື້ນຖານ​.ທ່ານ​ອາລາ​ຟັດ​ໄດ້​ຜ່ານ​ຜ່າ​ວິ​ກິດ​ການ​ທີ່​ຮ້າຍ​ແຮງ​ກວ່າ​ໝູ່​ແຕ່​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ສ້າງ​ຕັ້ງຂຶ້ນ​ເມື່ອ​ປີ1994​ມາ​ນີ້.​ແຕ່​ວ່າ,ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ,​ຕໍ່​ໄປ,ທ່ານ​ອາລາ​ຟັດ​ຈະ​ສາ​ມາດ​ໄວ້​ວາງ​ໃຈ​​ໄດ້,​ກົງ​ກັນ​ຂ້າມ,ວິ​ກິດ​ການ​ເທື່ອ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ແລະ​ອິດ​ທິພົນ​ຂອງ​ທ່ານ​ອາລາ​ຟັດ​​ພວມ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ອັນ​ຂ້ຽວຂາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.ທ່ານ​ອາລາ​ຟັດ​ມີ​ແຕ່​ປັບ​ປຸງ​ນະ​ໂຍບາຍ​ຢ່າງ​ທັນ​ການ,​ໃຊ້​ການ​ເຄື່ອນ​ໄຫວ​ຊຸກ​ຍູ້​ການ​ປະຕິ​ຮູບ​ຢ່າງ​ຕິດ​ແທດ​ຕົວ​ຈິງ​ທໍ່​ນັ້ນ,ຈິ່ງ​ສາມາດ​ກຳຈັດ​ແຫຼ່ງ​ກຳ​ເນີ​ດ​ວິ​ກິດ​ການ​ຈາກ​ກົກ​ຮາກ​ນັ້ນໄດ້.