ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-29 14:08:40    
ກິນ​ປາ​ສາມາດປ້ອງ​ກັນໂລກຫົວໃຈ(ສຽງ)

cri

                   

ຄົນ​ທັງຫຼາຍ​ມັກ​ເວົ້າ​ເລື້ອຍໆວ່າ,ກິນ​ປາ​ບໍ່​ພຽງ​ແຕ່​ເຮ​ັດ​ໃຫ້​ຄົນ​ຍ່ິງ​ສະຫຼາດ,ຍັງ ປ້ອງ​ກັນ​ພະ​ຍາດ​ສາຍ​ເລືອດຫົວໃຈ​ໄດ້ອີກ.​ແຕ່​ວ່າ,ການ​ຄົ້ນຄວ້າ​ໃຫມ່​ສຸດ​ຂອງນັກວິທະຍາສາດ​ໄດ້​ປະກົດ​ເຫັນ​ວ່າ,ບໍ່​ແມ່ນວ່າ​ປາ​ຊະນິດ​​ໃດກໍ​ປ້ອງ​ກັນ​ພະ​ຍາດສາຍ​ເລືອດຫົວ​ໃຈ​​ໄດ້,ກິນ​ປາ​ກໍ​ຕ້ອງ​ມີ​ວິທີ


. ຫວ່າງ​ມໍ່​ໆນີ້​, ​ຫນັງມື​ພິມນີວຢອກ​​ແທມສ໌ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​​ວ່າ ພະນັກງານ​ຄົ້ນຄວ້າ​ວິທະ​ຍາສາດ​ຂອງວິທະຍາຄານສາທາລະນະ​ສຸກ​​ມະຫາ ວິທະຍາ​ໄລ​ຮາເວີດ​ໄດ້​ປະກົດ​ເຫັນ​ວ່າ,ປາ​ຈືນມີ​ບົດບາດ​ປ້ອງ​ກັນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ ດ້ອຍກວ່າ​ປາ​ທ່ີ​ແຕ່ງ​ດ້ວຍ​ວິທີຫຼາຍ.ພະນັກງານ​ຄົ້ນຄວ້າ​ໄດ້ຕິດຕາມ​ສຳຫຼວດ​​ 4815 ຄົນ​ທ່່ີອາຍຸີ​ສະເລ່ຍ 72 ປີເປັນ​ເວລາ 12 ປີ​,ຫຼັງ​ຈາກ​ພິຈາລະນາ​ແລະຄົ້ນຄວ້າສັງລວມ​ຕໍ່ປັດ​ໄຈ​ຕ່າງໆ​ເຊັ່ນ:ອົງ​ປະກອບຂອງ​ອາຫານ ອາຍຸ ​ເຊ​ື້ອຊາດ​ແລະ​ນ້ຳຫນັກ​ຮ່າງກາຍຂອງຄົນເຫຼົ່ານີ້ແລ້ວ​ໄດ້ປະກົດ​ເຫັນ​ວ່າ,ຄົນ​ທ່ີ​ກິນປາທູ​ນາ​​ແລະ​ປາ​ຄ້ອດທ່ີ​ປີ້ງ​ເອົາ​ອາທິດ​ລະ​ 4 ​ເທ່ືອນັ້ນມີ​ຄວາມ​ອັນຕະລາຍ​ທ່ີຈະ​​ເປັນ​ພະຍາດຫົວ​​ໃຈ​ສ່ັນ​ພຽງ​ແຕ່1ສ່ວນ 3 ຂອງ​ຜູ່​ທ່ີກິນ​ປາຊະນິດນີ້ເດືອນລະເທ່ືອຫຼືບໍ່ກິນເລີຍ.ສ່ວນຜູ່ທ່ີກິນປາ​ຈືນ​​ແລະ​ແຮມ​ເບີກ​ເກີ​ຊິ້ນ​ປາ, ພັດ​ມີ​ຄວາມ​ອັນຕະລາຍ​ທ່ີ​ຈະ​ເປັນ​ພະຍາດຫົວ​ໃຈ​ສ່ັນ​ຫຼາຍ​ກວ່າ​ຜູ່​ບໍ່​ກິນ​ອາຫານ​ປະ​ເພດ​ນີ້


ພະນັກງານ​ຄົ້ນຄວ້າ​ອະທິບາຍວ່າ,ວິທີ​ປຸງແຕ່ງ​ປາ​ບໍ່​ແມ່ນ​ມູນ​ເຫດ​​ກົກ​ຮາກ​ທ່ີ​ເຮ​ັດ​ໃຫ້​ປາ​ມີ​ຜົນ​ຕ່າງ​ກັນ,ສຳຄັນ​ແມ່ນ​ປາ​ຊະນິດ​ໃດ,ປາທູ​ນາ​ ປາ​​ແຊວ​ມອນ​ແລະ​ປາ​ຄ້ອດ​ເປັນ​ຕົ້ນ​ມີ​​ໄຂມັນ​ທ່ີ​ມີ​ຜົນ​ດີຕໍ່​ສຸຂະພາບຮ່າງກາຍຄົນ,ປາ​ທ່ີ​ມີ​​ໄຂມັນ​ອຸດົມສົມ​ບຸນເຫຼົ່ານີ້​ກໍ​​ເອົາ​ມ​າປິ້ງກິນເລື້​ອຍໆ,ສ່ວນ​ປາ​​ທ່ີ​​​​ເອົາ​ມາ​ຈືນ​ກິນ​ເຫຼົ່າ​ນັ້ນ​ສ່ວນ​ຫຼາຍມີ​ໄຂມັນຫນ້ອຍ,ສະ​ນັ້ນ​ຈ່ຶງ​ໄດ້ຜົນ​ທ່ີຕ່າງ​ກັນ​.