ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-07-29 14:07:13    
ການບິນອະວະກາດຈີນໄດ້ບ່ົມເພາະແນວປູກເຂົ້ານານ້ຳໃຫມ່7 ຊະນິດຢ່າງສຳເລັດຜົນ(ສຽງ)

cri

                    

ອະວະກາດ​ອັນກວ້າງໃຫຍ່ໄພສານພວມກາຍ​ເປັນ​ທ່ີ​ຫມັ້ນ​ບ່ົມເພາະແນວປູກ​ເຂົ້ານາ​ນ້ຳຂອງ​ນັກວິທະຍາສາດ​ຈີນ.ຫວ່າງ​ມໍ່ໆ​ນີ້​,ທ່ານ​ເຊ້ຍ​ຮວາອານ ປະທານ​ສະ​ພາ​ບັນ​ດິດວິທະຍາສາດກະສິກຳ​ແຂວງ​ຟູ​ຈ້ຽນ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ,ນັບ​ມາ​ຮອດ​ປະຈຸ​ບັນ,ຢູ່​ຈີນ​ໄດ້​ມີ​ແນວ​ພັນ​ເຂົ້າ​ນາ​ນ້ຳ​ໃຫມ່​7 ຊະນິດທ່ີ​ການບິນ​ອະວະກາດຈີນ​ບ່ົມ​ເພາະຢູ່​ເທິງ​ອະວະກາດໄດ້​ຜ່ານການກວດ​ສອບຈາກ​ຂັ້ນແຂວງ​ແນວ​ປູກທ່ີ​​ໃສ່​ຊ່ືວ່າ​ອະວະກາດ​ດີ​ພິ​ເສດ​ເລກ​ຫນ່ຶງ​ແລະ​ອະວະກາດ​ດີ​ທ່ີ 2 ​ເລກ​ຫນ່ຶງ​ໄດ້​ນຳ​ໄປ​ປູກ​ທົດ​ລອງ​ໃນ​ທ່ົວ​ປະ​ເທດ​ແລ້ວ​ໃນ​ປີ​ນີ້,​ໄດ້​ເຜີຍ​ແຜ່​ໃນ​ເນື້ອ​ທ່ີ​ລ້ວນ​ກວ່າ​​ໄຮ່​ຈີນ​ປະ​ມານ 6 ຫມ່ຶນ​ເຮັກຕາ


ຈີນ​​​ແມ່ນ​ປະ​ເທດ​ດຽວ​​ໃນ​ໂລກທ່ີ​​ໃຊ້​ເຕັກນິກການບິນ​ອະວະກາດ​ມາບ່ົມ​ເພາະແນວ​ປູກ​.ການ​ນຳ​ໃຊ້​ເຕັກນິກ​ການບິນ​ອະວະກາດ​ນຳ​ເອົາແນວປູກພືດ​ພັນ​ຕ່າງໆ​ຂຶ້ນ​ໄປ​ເທິງ ອະວະກາດ,​ໃຫ້​ມັນ​ຮັບ​ບົດບາດ​ສັງ​ລວມຫຼາຍ​ປັດ​ໄຈ​ທ່ີ່ີມີ​ແຕ່​ຢູ່​ເທິງ​ອະວະກາດ ​ເຊັ່ນ:ການແຜ່​ລັງສີຈັກກະວານ ​ຈຸນລະແຮງຖ່ວງ​​ແລະ​ທ່ົງແມ່​ເຫຼັກ​ອ່ອນ​ເປັນ​ຕົ້ນ​ສາມາດ​ເຮັດ​ໃຫ້​​ແຊນ​ແນວ​ປູກມີ​ການປ່ຽນພັນ​ອັນ​ມີ​ປະ​ໂຫຍ​ດ​ເຊ່ິງຢູ່​ຫນ້າດິນ​ຈະ​ເຮັດ​​ໄດ້​ຍາກ​ທ່ີ​ສຸດ,ສະ​ນັ້ນ​ໄດ້​ຫຍໍ້​ເວລາບົ່ມ​ເພາະ​ແນວ​ປູກ​ຢູ່​ຫນ້າດິນ​ໃຫ​້ສັ້ນ​ເຂົ້າ,ຍົກ​ປະສິດທິພາບ​ບົ່ມ​ເພາະ​ແນວ​ປູກ​ໃຫ້​ສູງ​ຂຶ້ນ.ການ​ຄົ້ນຄວ້າ​ບ່ົມ​ເພາະແນວປູກຢູ່​ເທິງ​ອະວະກາດ​ຂອງ​ຈີນ​ໄດ້​ເລ່ີ​ມດຳ​ເນີນ​ເມ່ືອ​ປີ 1987,ປະຈຸ​ບັນ,​ແນວ​ປູກ​ປ່ຽນ​ພັນຢູ່ອະວະກາດ​ໄດ້ດີ​ກວ່າ​ຫມູ່​ແມ່ນ​ເຂົ້ານາ​ນ້ຳ.ຢູ່​ແຂວງ​ຈຽງ​ຊີ ​​ເຂດ​ກວາງຊີ ​ແຂວງ​ເຈີ​ຈຽງ​ແລະ​ແຂວງ​ຟູ​ຈ້ຽນລ້ວນ​ແຕ່​ມີ​ແນວ​ເຂົ້ານາ​ນ້ຳທຳ​ມະ​ດາ​ຫຼືປະສົມພັນຊະນິດ​ໃຫມ່ທ່ີ​ບ່ົມເພາະຢູ່​ອະວະກາດໄດ້ຜ່ານການກວດ​ສອບຈາກ​ຂັ້ນ​ແຂວງ​ແລະ​ເຜີຍແຜ່​ປູກ ຝ​​ໃນ​ເນື້ອ​ທ່ີ​ກວ້າງ.


ປີ 1999ຫນ່ວຍງານຫົວ​ຂໍ້​ຄົ້ນຄວ້າທ່ີ​ນຳ​ໂດຍ​ທ່ານ​​ເຊ້ຍ​ຮວາອານ​ໄດ້​​ໃຊ້​ເຕັກນິກ​ການບິ​ນະວະ​ກາດບ່ົມເພາະແນວປູກອະວະກາດ ລະບົບ​ຟື້ນ​ຟູ​​ເລກ​ຫນ່ຶງ​ສຳ​ເລັດ,​ແລ້ວ​ປະສົມ​ເປັນ​ແນວ​ປູກ 2 ຊະນິດ​ເຊັ່ນ:ອະວະກາດດີພິເສດ​ເລກຫນ່ຶງແລະອະວະກາດດີທີສອງ​ເລກຫນ່ຶງ ,ປີ 2003 ​ໄດ້​ປູກ​ພັນ​ເຂົ້າ​ອະວະກາດ​ດີ​ທີ 2 ​ເລກ​ຫນ່ຶງ​ໃນ​ເນື້ອ​ທ່ີ 100​ໄຮ່​ຈີນ​ແຕ່ລະ​ໄຮ່​ຈີນ​ເກັບ​ກ່ຽວ​ໄດ້815.4 ກິໂລ .ຕົວ​ເລກ​ຄາດ​ຫມາຍຕົ້ນຕໍ​ຂອງ​​​ແນວ​ປູກ​ຊະນິດ​ອະວະກາດ​ດີ​ພິ​ເສດເລກ​ຫນ່ຶງແລະອະວະກາດ ດີທີສອງເລກຫນ່ຶງຕ່າງໄດ້ບັນລຸ​ເຖິງມາດຖານ​ຊັ້ນ​ສອງ​ຫຼຊັ້ນ​ຫນ່ຶງ.


ປະຈຸ​ບັນ,ການ​ບ່ົມເພາະແນວ​ປູກ​ເຂົ້ານາ​ນ້ຳ​ທາງການບິນ​ອະວະກາດ​​ໄດ້​ຖືກ​ຈັດ​​​ເຂົ້າໃນ​ແຜນການ​​ໄຮ​ເຕັກ​ຈຸດ​ຫນັກ​ຂອງ​ລັດ​ແລ້ວ,ປີ 2004,ຫນ່ວຍ​ງານຫົວ​ຂໍ້​ຄົ້ນຄວ້າ ຂອງ​ທ່ານ​ເຊ້ຍຮວາ​ອານ​ຍັງ​ຈະ​ຍິງສ່ົງພັນ​ເຂົ້ານາ​ນ້ຳ​ຊະນິດ ໃຫມ່ຂຶ້ນ ສູ່ອະວະກາດ,ທ່ານ​​ເຊ້ຍ​ຮວາ​ອານ​​ເວົ້າ​ວ່າ,ການ​ປ່ຽນ​ພັນ​ເຂົ້ານາ​ນ້ຳຢູ່​ເທິງ​ອະວະກາດ​ມີ​ທ່າ​ແຮງ​ໃນ​ດ້ານ​ບົ່ົມ​ເພາະ​ແນວ​ປູກ​ທ່ີ​ຕ້ານ​ພະຍາດ ປ່ຽນ​ແປງ​ເມັດ​ເຂົ້າ ປັບປຸງ​ຄຸນ​ນະພາ​ບ​ແລະ​ບ່ົມ​ເພາະ​ພັນ​ເຂົ້າທ່ີ​ສຸກ​ໄວ​ເກັບ​ກ່ຽວ​ໄດ້​ຫຼາຍ​ເປັນ​ຕົ້ນ,ປະຈຸ​ບັນ​ຕ້ອງ​ຄົ້ນ ຄວ້າວິທີ​ປ່ຽນ​ພັນ​ໃຫ້​ດີກ​ວ່າ​ເກົ່າ,ສ້າງ​ລະບົບ​ເຕັກນິກ​ບ່ົມ​ເພາະ​ແນວ​ປູກ​ເຂົ້ານາ​ນ້ຳທາງ​ອະວະກາດ,ສະຫຼຸບ​ເຕັກນິກ​ຕ່າງໆ,ຍົກ​ປະສິດທິພາບ​ບ່ົມ​​ເພາະ​ໃຫ້​ສູງ​ຂຶ້ນ​.
.