|
|
 |
| (GMT+08:00)
2004-08-03 16:11:42
|
 |
|
ກະວ່າຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນໃນປີນີ້ຈະລື່ນກາຍພັນຕື້ໂດລາສະຫະລັດ
cri
ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ:ວັນທີ 30 ກໍລະກົດ ຢູ່ທີ່ປັກກິ່ງ ທ່ານຢູກວາງໂຈວ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ,ຍອດມູນຄ່າການຄ້າກັບຕ່າງປະທດຂອງຈີນໃນປີ 2004 ກະວ່າຈະລື່ນກາຍ 1000 ຕື້ໂດລາສະຫະລັດ. ຖ້າຄາດໝາຍດັ່ງກ່າວບັນລຸຜົນເປັນຈິງໄດ້,ຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນໃນປີນີ້ຈະໄດ້ເພີ່ມຂຶ້ນດ້ວຍສອງຫົວໜ່ວຍຕົວເລກຂຶ້ນໄປໃນສາມປີຢ່າງລຽນຕິດ.
ໃນ 6 ເດືອນຕົ້ນປີນີ້ ການຄ້າກັບຕ່າງປະເທດແລະການຮ່ວມມືທາງເສດຖະກິດລະຫວ່າງຊາດຂອງຈີນໄດ້ຮັກສາທ່ວງທ່າຂະຫຍາຍຕົວເປັນຢ່າງດີ,ຍອດມູນຄ່າຂາເຂົ້າຂາອອກໃນ 6 ເດືອນຕົ້ນປີນີ້ໄດ້ບັນລຸ 520 ກວ່າຕື້ໂດລາສະຫະລັດ,ເພີ່ມຂຶ້ນຫຼາຍກວ່າເວລາດຽວກັນຂອງປີກາຍນີ້ເກືອບ 40%; ພ້ອມກັນນັ້ນ,ຂະ ໜາດທຶນຕ່າງປະເທດທີ່ຈີນຮັບເອົານັ້ນໄດ້ເປີດກວ້າງຕໍ່ມາ,ໃນ 6 ເດືອນຕົ້ນປີນີ້ ໄດ້ນຳໃຊ້ທຶນຕ່າງປະເທດໃນຕົວຈິງລື່ນກາຍ 30 ຕື້ໂດລາສະຫະລັດ,ອົງປະກອບລົງທຶນຂອງນັກທຸລະກິດຕ່າງປະເທດດີຂຶ້ນຕື່ມອີກ,ທຶນຕ່າງປະເທດທີ່ຂົງເຂດເຕັກນິກສູງໃໝ່ຮັບເອົານັ້ນເພີ່ມຂຶ້ນຢ່າງຫຼວງຫຼາຍ.
ບົນພື້ນຖານຜົນງານອັນດີງາມທີ່ຈີນໄດ້ຮັບໃນຂົງເຂດການຄ້າກັບຕ່າງປະເທດໃນ 6 ເດືອນຕົ້ນປີນີ້ ໃນງານຊຸມນຸມນັກຂ່າວທີ່ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນຈັດຂຶ້ນໃນວັນທີ 30 ກໍລະກົດ ທ່ານຢູກວາງໂຈວ ຮອງລັດຖະມົນຕີກະຊວງການຄ້າຈີນໄດ້ທຳການຄາດຄະເນຢ່າງເຫັນໄປໃນແງ່ດີຕໍ່ມູນຄ່າການ ຄ້າ ກັບຕ່າງ ປະເທດ ໃນໝົດປີນີ້ ແລະ ສະພາບ ນຳໃຊ້ທຶນ ຕ່າງ ປະເທດ ຂອງຈີນ:
"ອີງຕາມທ່ວງທາຂະຫຍາຍຕົວຂອງສະຖານະການເສດຖະກິດຢູ່ພາຍໃນແລະຕ່າງປະເທດໃນສະເພາະໜ້າ,ກະຊວງການຄ້າຈີນຄາດໃນເບື້ອງຕົ້ນວ່າ:ຍອດມູນຄ່າການຄ້າກັບຕ່າງປະເທດຂອງຈີນໃນປີນີ້ຈະເພີ່ມຂຶ້ນຫຼາຍກວ່າປີກາຍນີ້ກວ່າ 20%,ຄືລື່ນກາຍ 1000 ຕື້ໂດລາສະຫະລັດ;ການນຳໃຊ້ທຶນຕ່າງປະເທດໃນຕົວຈິງຈະຮັກສາໃຫ້ມີຂະໜາດ 50 ຕື້ໂດລາສະຫະລັດຂຶ້ນໄປ,ຍອດມູນຄ່າທີ່ວິສາຫະກິດຈີນໄປລົງທຶນຢູ່ນອກແດນມີຫວັງລື່ນກາຍ 2 ຕື້ໂດລາສະຫະລັດ."
ເພື່ອຮັບປະກັນໃຫ້ບັນລຸເປົ້າໝາຍທີ່ຄາດໄວ້ລ່ວງໜ້າ,ທ່ານຢູກວາງໂຈວ ຮອງລັດຖະມົນຕີກະຊວງການຄ້າຈີນກ່າວວ່າ,ໃນ 6 ເດືອນທ້າຍປີນີ້ ຈີນຈະເປີດກວ້າງການໄຂປະຕູສູ່ພາຍນອກຢ່າງໝັ້ນທ່ຽງ,ຕັ້ງໜ້າປະຕິບັດຄຳໝັ້ນສັນຍາໃນເວລາເຂົ້າເປັນສະມາຊິກອົງການການຄ້າໂລກ,ຕັ້ງໜ້າເຂົ້າຮ່ວມການເຈລະຈາການຄ້າຫຼາຍຝ່າຍຮອບໃໝ່; ພ້ອມກັນນັ້ນ ຈີນຈະບູລະນະນະໂຍບາຍນຳໃຊ້ທຶນຕ່າງປະເທດແລະເຮັດໃຫ້ມັນໜັກແໜ້ນຕື່ມອີກ,ຮັກສາການຮັບເອົາທຶນຕ່າງປະເທດເພີ່ມຂຶ້ນຢ່າງໝັ້ນທ່ຽງ.
ພ້ອມກັນນັ້ນ,ທ່ານຢູກວາງໂຈວຊີ້ອອກວ່າ,ປະຈຸບັນ ການຄ້າກັບຕ່າງປະເທດຂອງຈີນຍັງຄົງປະເຊີນບາງບັນຫາ. ຕົວຢ່າງຄື,ບັນຫາການສະໜອງພະລັງງານຝືດເຄືອງ,ຄວາມສາມາດຂົນສົ່ງບໍ່ພຽງພໍທີ່ມີຢູ່ພາຍໃນປະເທດຈີນນັ້ນຍັງບໍ່ທັນໄດ້ຜ່ອນຄາຍລົງໃນດ້ານກົກຮາກ,ແລ້ວໄດ້ຍົກຕົ້ນທຶນການຜະລິດແລະທຸລະກິດຂອງວິສາຫະກິດຂາອອກຂອງຈີນໃຫ້ສູງຂຶ້ນ. ນອກນີ້ ການອາລັກຂາການຄ້າທີ່ແນໃສ່ຈີນໄດ້ເກີດຂຶ້ນເລື້ອຍໆ,ພາໃຫ້ວິສາຫະກິດຈີນມີຖານະບໍ່ທ່ຽງທຳໃນການແກ່ງແຍ່ງໃນຕະຫຼາດສາກົນ.
ໂດຍແນໃສ່ສະພາບທີ່ຈີນຖືກການສຳຫຼວດຕ້ານການຂາຍເລ,ທ່ານຢູກວາງ ໂຈວກ່າວວ່າ,
"ພວກເຮົາຄັດຄ້ານບາງປະເທດແລະເຂດແຄວ້ນໃຊ້ມາດຕະການອາລັກຂາ ການຄ້າທົ່ວທີບ,ນີ້ແມ່ນການກະທຳດູໝິ່ນ,ເວົ້າສຳລັບວິສາຫະກິດຈີນແລ້ວແມ່ນບໍ່ທ່ຽງທຳ. ພວກເຮົາຫວັງໃຫ້ມີສະພາບແວດລ້ອມແກ່ງແຍ່ງທີ່ເປີດເຜີຍ,ຍຸດຕິທຳແລະທ່ຽງທຳ,ຄັດຄ້ານການດູໝິ່ນ. ສະນັ້ນ ດ້ານໜຶ່ງ ພວກເຮົາຈະຕັ້ງໜ້າສົ່ງເສີມວິສາຫະກິດສັບຊ້ອນອົງປະກອບອຸດສາຫະກຳແລະອົງປະກອບຜະລິດຕະພັນ,ເພື່ອຍົກກຳລັງແກ່ງແຍ່ງຂອງພວກເຮົາໃຫ້ສູງຂຶ້ນ; ພ້ອມກັນນັ້ນ ພວກເຮົາຈະເຮັດວຽກການຄ້າທ່ຽງທຳຢ່າງບັງເກີດຜົນ,ຕັ້ງໜ້າຮັບມືກັບການຂັດສີກັນທາງການຄ້າ,ປົກປັກຮັກສາຜົນປະໂຫຍດທາງເສດຖະກິດຂອງປະເທດພວກເຮົາ."
ທ່ານກ່າວເນັ້ນວ່າ,ໃນໄລຍະມໍ່ໆມານີ້,ໄດ້ມີ 9 ປະເທດເຊັ່ນນູແວນຊີລັງແລະອາຟຼິກາໃຕ້ເປັນຕົ້ນປະກາດເປັນທາງການວ່າ,ຮັບຮອງຖານະເສດຖະກິດຕະຫຼາດ ສົມບູນຂອງຈີນ.ເຈົ້າໜ້າທີ່ຜູ່ນີ້ຊຸກຍູ້ໃຫ້ປະເທດທີ່ກ່ຽວຂ້ອງຈົ່ງຮັບຮອງຖານະເສດຖະກິດຕະຫຼາດ ສົມບູນ ຂອງຈີນໂດຍໄວ,ເພື່ອຊຸກຍູ້ການພົວພັນເສດຖະກິດການຄ້າລະຫວ່າງສອງຝ່າຍໃຫ້ຂະຫຍາຍຕົວຕື່ມອີກ.
|
|
|