ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-04 14:08:44    
​ບ່ອນ​ນີ້​ບໍ່​ມີ​ເງິນ​300​ຕຳ​ລຶງ​(ສຽງ)

cri Author: zs

                    

​​ແຕ່​ກີ້ແຕ່​ກ່ອນ,ມີ​ຄົນຜູ່​ໜຶ່ງ​ໄດ້​​ເງິນ300​ຕຳ​ລຶງ,ຈຶ່ງ​ດີ​ອົກດີ​ໃຈຈົນ​ຫາ​ອັນ​ປຽບ​ບໍ່​ໄດ້.​ແຕ່​ຍ້ອນ​ວ່າ​​ເຂົາບໍ່​​ເຄີຍ​ມີເງິນ​ຫຼາຍປານ​ນີ້​ຈັກ​ເທື່ອ,ຈຶ່ງບໍ່​ຮູ້​ວ່າຈະ​​ເອົາ​ເງິນ​ກ້ອນ​ນີ້​ເຊື່ອງ​​ໄວ່​ໃສຈ່ຶງ​ຈະ ວາງ​ໃຈ​ໄດ້.ເອົາໄວ້ໃນລີ້ນຊັກ,ຮູ້ສຶກ​ບໍ່​ປອດ​ໄພ;​​​ເອົາ​ໄວ້ໃນຫີບ,ໃສ່ກະແຈໄວ້,ກ​​ໍ​ບໍ່​ຮັບ​ປະ​ກັນ;​ເ​ອົາໄວ້ກ້ອງໝອນນອນ​ເຕັງ,ກໍຍັງບໍ່​ແຈບ​ໃຈ.ຄຶດໄປຄຶດມາ,​ໃນ​ທີ່​ສຸດ​ຈຶ່ງ​ຄຶດ​ໄດ້ວິ​ທີ​ໜຶ່ງ​ທີ່​ເຂົາ​ເຫັນ​ວ່າ​ແມ່ນວິທີ່ທີ່ດີທີ່​ສຸດ.ໃນຕອນກາງຄືນມື້ນັ້ນ,​ເຂົາ​ໄດ້​ຂຸດ​ຂຸມ​ຂຸມ​ໜຶ່ງຢູ່ເດີ່ນຫຼັງ​ບ້ານຂອງຕົນ,ແລ້ວເອົາເງິນຝັງໄວ້ໃນຂຸມ,ຖົມໃຫ້ດີໆ.​ແລ້ວ​ຂຽນ​ໂຕ​ໜັງ​ສື​ໃສ່​ເທິງ​ຝາ​ເຮືອນ​ວ່າ:ບ່ອນນີ້ບໍ່ມີ​ເງິນ​300​ຕຳ​ລຶງ.​ເ​ມື່ອ​ຂຽນ​ແລ້ວໆ,​ເຂົາ​ກໍ​ຄຶດ​ວ່າ,​ບັດ​ນີ້​ຮອບ​ຄອບ​ແລ້ວ​ບໍ່​​ເປັນ​ຫຍັງ​ແລ້ວ,​ຈຶ່ງ​ກັບ​​ຄືນ​ເມືອ​ເຮືອນ,​ນອນ​ຫຼັບຢ່າງ​ແຈບ​ໃຈ.

ຢູ່​ຂ້າງ​ເຮືອນ​ຂອງ​ຄົນ​ຜູ່​ນີ້​ມີ​ຊາຍ​ຜູ່​ໜຶ່ງ​ຊື່ວ່າ​ອວງ​ເອີ້,​ເປັນຄົນຂີ້ຄ້ານ​ບໍ່​ເຮັດ​ຫຍັງມີແຕ່ທ່ຽວ ເຕະຝຸ່ນ.​​ຕອນ​ຄຳ່​ມື້ນັ້ນ,ອວງ​ເອີ້ໄດ້​ຍິນ​ສຽງ​ຄົນຂຸດ​ຂຸມຢູ່ຫຼັງບ້ານ​ຂ້າງ​ເຮືອນ​,ຮູ້ສຶກ​ປະຫຼາດ​ໃຈ​ທີ່​ສຸດ.​ເມື່ອ​ຜູ່​ຊາຍ​ຂ້າງ​ເຮືອນກັບ​ເມືອ​ນອນແລ້ວ,ອວງ​ເອີ​້ກໍ​ແລ່ນ​​ໄປ​ຫຼັງບ້ານ​ຂອງ​ຂ້າງ​ເຮືອນ​ທາງ​ລັບໆ​,​​ໃຕ້​ແສງ​​ເດືອນ,​ເຂົາ​ເຫັນ​ຢູ່​ເທິງ​ຝາ​​ເຮືອນມີ​ໜັງສື​ຂຽນວ່າ:ບ່ອນ​ນີ້​ບໍ່​ມີ​ເງິນ 300​ຕຳລຶງ.ອວງ​ເອີ້ເຫັນແລ້ວກໍຄຶດ​ດີ​ໃຈ​ຢູ່​ຜູ່​ດຽວ,ຈຶ່ງ​ໄປ​ຊອກເຄື່ອງມືມາຂຸດເງິນອອກຈາກ ຂຸມ,ແລ້ວຖົມດິນ​​ໃສ່ຂຸມນີ້ຄືນ,ກວາດໃຫ້ພຽງໆ.ບັດ​ແລ້ວ,ເຂົາກໍ​ກັບ​ເມືອ​ເຮືອນ,ດີ​ໃຈ​ເອົາ​ແທ້​ເອົາ​ວ່າ,​ແຕ່​ໃນ​ທັນ​ໃດ​ເຂົາ​ຄຶດ​ວ່າ,ມື້​ອື່ນຖ້າ​ຂ້າງ​ເຮືອນ​ຮູ້​ວ່າ​ເງິນ​ເສຍແລ້ວ,​ເຂົາອາດ​ຈະ​ສົງ​ໄສ​ວ່າ​ຕົນ​ແມ່ນ​ຄົນ​ໄປລັກ​ເອົາ.ຄັນ​ເຂົ້າ​ໄປ​ຟ​້ອງ​ເຈົ້ານາຍຈະ​ເຮັດ​ແນວ​ໃດ,ຕົນ​ກໍ​ຈະ​ຖືກ​ຈັບ​​ເຂົ້າ​​ຄຸກ.​ແຕ່​ຄັນ​ເອົາເງິນ​ຫຼາຍປານ​ນີ້​ສົ່ງຄືນ​ໃຫ້,ຕົນ​ເອງ​ກໍ​​ບໍ່​ຍອມ​.ຄຶດ​ໄປ​ຄຶດ​ມາ,​ເຂົາ​ຄຶດ​ອອກ​ວິທີ​ໜຶ່ງ.​ເລີຍ​ຈັບ​ເອົາ​ສໍ​ຟອຍ​ຂຽນ​ໂຕ​ໜັງສື​ໃສ່​ຂ້າງ​ຄຳ​ທີ່​ວ່າ"ບ່ອນ​ນີ້​ບໍ່​ມີເງິນ300ຕຳ ລຶງ" ​ວ່າ: "ອວງ​ເອີ​້ທີ່ຢູ່​ຂ້າງ​ເຮືອນບໍ່​ໄດ້​ລັກ".

​ພາຍຫຼັງມາ,ຄົນ​ຈີນ​ຈຶ່ງ​ເອົາສອງ​ປະ​ໂຫຍ​ກທີ່​ຂຽນ​​ໄວ້ຢູ່​ເທິງ​ຝາ​ເຮືອນ​ທີ່​ວ່າ"ບ່ອນ​ນີ້​ບໍ່​ມີ​ເງິນ 300​ຕຳລຶງ,ອວງ​ເອີ​້ທີ່ຢູ່​​ຂ້າງ​ເຮືອນບໍ່​ໄດ້​ລັກ"​ເປັນ​ສຸພາສິດ,​ອຸບ​ປະ​ມາຜູ່​ທີ່​ຢາກ​ປິດ​ບັງ​​ເລື່ອງ​ໃດ​ເລື່ອງ​ໜຶ່ງ,​ແຕ່ພັດ​ໃຊ້​ວິ​ທີ​ທີ່​ບໍ່​ເໝາະ​ສົມ,ຈຶ່ງ​ໄດ້ຜົນ​ກົງກັນຂ້າມ,​​​ເຜີ​ຍ​ໃຫ້​ເຫັນ​ເລື່ອງ​ຈິງ​ໄວ​ກວ່າ​ເກົ່າ.