ທ່ີນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທ່ີໂຄລົບ, ຊົນເຊີຍທ່ານເຂົ້າສູ່ລາຍການນັດພົບໃນວັນອາທິດ. ວັນທີ 1 ສິງຫາແມ່ນວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນ. ໃນລາຍການນັດພົບໃນວັນອາທິດພາກນີ້, ຂ້າພະເຈົ້າຈະສະເໜີທ່ານລິວປິນ ນັກຮ້ອງເພງທະຫານບົນເວທີເພງຂອງຈີນ ແລະຈະສະເໜີເພງປະມວນໜ່ຶງທ່ີທ່ານຂັບຮ້ອງ.
ທ່ີພວມຟັງຢູ່ນີ້ແມ່ນເພງ "ຕາງປິງເຕີເຢີນ" ແປວ່າ "ຜູ່ເປັນທະຫານ" ທ່ີຂັບຮ້ອງໂດຍທ່ານລິວປິນ. ສຽງຂອງທ່ານລິວປິນມີກຳລັງເຂັ້ມແຂງຂອງລູກຜູ່ຊາຍ, ສະແດງເຖິງອິດທິພົນ ແລະໂສມໜ້າຈິດໃຈຂອງທະຫານຈີນໃນຍຸກໃໝ່.
ທ່ານລິວປິນແມ່ນນັກສະແດງຊັ້ນເອກລະດັບຊາດ ນັກຮ້ອງທ່ີມີຊ່ືສຽງຂອງຄະນະສິລະປາກອນຈ້ານໂຢວຂອງເຂດທະຫານປັກກ່ິງຈີນ, ທຳອິດທ່ານລິວປິນບໍ່ແມ່ນຮຽນສິລະປະຮ້ອງເພງ, ຫາກແມ່ນຮຽນຂັບງິ້ວປັກກ່ິງ ເຊ່ິງເອີ້ນກັນເປັນສິລະປະແຫ່ງຊາດຂອງຈີນ. ທ່ານຮຳ່ຮຽນຢ່າງດຸໝ່ັນຂະຫຍັນພຽນ, ໃນທ່ີສຸດ ທ່ານກໍໄດ້ຮັບຜົນສຳເລັດໃນການຮ້ອງເພງໃນສູ່ມື້ນີ້.
ປີ 1974, ທ່ານລິວປິນອາຍຸຫາກໍ 14 ປີ, ໄດ້ເສັງເຂົ້າຄະນະງິ້ວປັກກ່ິງເມືອງສາງຊຸນພາກຕາເວັນອອກສຽງເໜືອຂອງຈີນ. ໃນຄາວນັ້ນ ທ່ານລິວປິນໝ່ັນຝຶກໝ່ັນຮຽນທ່ີສຸດ, ຜ່ານໄປ 10 ເດືອນ ທ່ານກໍສາມາດຂຶ້ນສະແດງເທິງເວທີແລ້ວ. ຫຼັງຈາກອີກສອງປີ, ທ່ານລິວປິນເລ່ີມສະແດງເປັນຕົວພະເອກໃນງິ້ວປັກກ່ິງ, ແລະໄດ້ຮັບລາງວັນດີເດ່ັນຫຼາຍເທ່ືອໃນການປະກວດງິ້ວປັກກ່ິງ.
ເມ່ືອປີ 1984, ທ່ານລິວປິນໄດ້ອຳລາຈາກເວທີງິ້ວປັກກ່ິງ, ແລ້ວເສັງເຂົ້າຄະນະສິລະປາກອນຈ້ານໂຢວຂອງເຂດທະຫານປັກກ່ິງ, ເລ່ີມກ້າວຂຶ້ນສູ່ເສັ້ນທາງສິລະປະຮ້ອງເພງ. ພອນສະຫວັນບວກກັບຄວາມດຸໝ່ັນແລະມີສາສະດາຈານທ່ີມີຊ່ືສຽງສິດສອນ, ທ່ານລິວປິນໄດ້ກຳວິຊາຮ້ອງເພງໂດຍໄວ. ພາຍຫຼັງມາ ທ່ານລິວປິນໄດ້ຮັບລາງວັນທີໜ່ຶງໃນຈຸຮ້ອງແບບຊົນເຜົ່າຂອງງານປະກວດເພງຊິງລາງວັນນັກຮ້ອງໜຸ່ມທາງໂທລະພາບຄັ້ງທີ 5. ກາຍເປັນນັກຮ້ອງເພງທະຫານທ່ີມີຊ່ືສຽງບົນເວທີເພງຂອງຈີນ.
ທ່ີທ່ານພວມຟັງຢູ່ນີ້ແມ່ນເພງ "ຄ້າຍທະຫານຟ້າແດດກໍມີຝົນຕົກ" ທ່ີຂັບຮ້ອງໂດຍທ່ານລິວປິນ. ນີ້ແມ່ນເພງສະແດງເຖິງຊີວິດຂອງກອງທະຫານ, ວາດພາບນັກຮົບທັງຫຼາຍຝຶກແອບວິຊາການທະຫານຢ່າງລຳບາກກາກກຳຢູ່ຄ້າຍທະຫານ.
ຕໍ່ໄປເຊີນຟັງເພງ "ຢູ່ບ່ອນທ່ີດອກຄາຍເບ່ັງບານ". ເພງນີ້ໄດ້ສະແດງອອກເຖິງນັກຮົບຍ້ອງຍໍສັນລະເສີນບ້ານເກີດຂອງຕົນ.
ໂດຍດຳລົງຊີວິດຮ້ອງເພງເປັນເວລາ 20 ປີແລ້ວ, ໄດ້ເຮັດໃຫ້ທ່ານລິວປິນມີຂ້ໍຄິດເຫັນອັນດີເດ່ັນເປັນພິເສດໃນດ້ານວິຊາສຽງເພງຊົນຊາດ, ທ່ານເຫັນວ່າ ນັກຮ້ອງທ່ີດີຜູ່ໜ່ຶງ ນອກຈາກຕ້ອງມີສຽງຄໍທ່ີດີທຳມະຊາດແລະຕ້ອງມີວິຊາຂັບຮ້ອງທ່ີຈຳເປັນແລ້ວ, ຍ່ິງສຳຄັນກວ່ານັ້ນແມ່ນຕ້ອງຮູ້ຮ້ອງເພງດ້ວຍຈິດໃຈອາລົມແລະຄວາມກະຕືລືລົ້ນ. ກໍຍ້ອນທ່ານມີຄວາມກະຕືລືລົ້ນ, ສຽງເພງອັນຟົດຟື້ນຂອງທ່ານຈ່ຶງເຮັດໃຫ້ຄົນຮູ້ສຶກມີສະເໜແຫ່ງສິລະປະຢ່າງບໍ່ໍ່ສຸດສ້ຽງ. ຕໍ່ໄປເຊີນຟັງເພງ "ຊຽງອິນຊຽງສິງ" ແປວ່າ "ສຳນຽງບ້ານເກີດແລະຄວາມຮັກບ້ານເກີດ". ສຽງເພງຂອງທ່ານລິວປິນໄດ້ສະແດງອອກເຖິງຄົນທັງຫຼາຍຮັກຫອມປະເທດຊາດຮັກຫອມບ້ານເກີດຢ່າງຈິງໃຈ.
ເພງ "ຈົດໝາຍຂອງນັກຮົບ" ແມ່ນເພງໜ່ຶງທ່ີແຕ່ງໂດຍທ່ານເອງ. ເພງນີ້ໄດ້ສະແດງເຖິງຄວາມຮ້ອນຮົນຂອງນັກຮົບທ່ີເຝົ້າຮັກສາຢູ່ຕາມຊາຍແດນຫວັງໄດ້ຮັບຈົດໝາຍຈາກບ້ານ. ເນື້ອເພງຮ້ອງວ່າ: ເຈົ້າຖາມວ່າຂ້ອຍເຝົ້າຮັກສາຢູ່ປ້ອມຍາມຊາຍແດນທຸກບໍ່, ພັດພາກຈາກບ້ານເກີດມາຢູ່ແດນໄກເຫງົາບໍ່, ຈົດໝາຍຈາກບ້ານມີຄວາມຮັກແພງຫຼາຍປານໃດ, ບັນຫາເຫຼ່ົານີ້ມີແຕ່ພວກເຮົາຜູ່ເປັນທະຫານຈ່ຶງຮູ້.
ທ່ານຜູ່ຟັງທ່ີໂຄລົບ, ລາຍການນັດພົບໃນວັນອາທິດພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ຂອບໃຈທ່ີທ່ານຮັບຟັງ, ພົບກັນໃໝ່ໃນວັນອາທິດໜ້າ,ສະບາຍດີ.
|