ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-05 09:56:54    
ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ໃດ​ເກີດ​ການ​ເຄ່ືອນ​ໄຫວ​ຕ້ານ​ການ​ຈຳ​ແນ​ກ​ເຊື້ອ​ຊາດ​ເປັນຄັ້ງທຳ​ອິດ

cri

​ໃນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 21 ທ່ີ​ຈັດ​ຂຶ້ນຢູ່​ມົງ​ເຕຼອານ​ແຫ່ງ​ກາ​ນາ​ດາ​ເມ່ືອ​ປີ 1976, ​ໄດ້​ເກີດ​ການ​ເຄ່ືອນ​ໄຫວ​ຕ້ານ​ການຈຳ​ແນ​ກ​ເຊື້ອ​ຊາດ​ທ່ີ​ມີ​ຂະຫຍາຍ​ໃຫຍ່​ກວ່າ​ໝູ່​ໃນ​ປະຫວັດ 100 ປີຂອງ​ງານ​ກິລາ​ໂອ​ລິ​ມປິກ.

​ໃນ​ງານ​ໂອ​ລິ​ມປິກ​ຄັ້ງທີ 21, ​ເມືອງ​ມົງ​ເຕຼອານ​ແລະຄະນະ​ກຳມະການ​​ໂອ​ລິ​ມປິກ​ກາ​ນາ​ດາ ປະ​ເທດ​ເຈົ້າພາບ​ໄດ້​ເບ່ິງ​ຂ້າມ​ຄຳ​ສ່ັງ​ເກືອດ​ຫ້າມ​ຂອງ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ, ​ໄດ້​ເຊື້ອ​ເຊີນ​ນູ​ແວນ​ເຊ​ລັງ​ທ່ີ​ມີ​ການ​ພົວພັນ​ແລກ​ປ່ຽນ​ແລະ​ຮ່ວມ​ມືດ້ານ​ການ​ກິລາກັບອຳນາດ​ການ​ປົກຄອງ​ທ່ີຈຳ​ແນ​ກ​ເຊື້ອ​ຊາດ​ຂອງອາ​ຝຼິກກາ​ໃຕ້​ມາເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ. ເມ່ືອ​ປີ 1970, ຄະ​ນະ​ກຳມະການ​ໂອ​ລິ​ມປິກ​ສາກົນກໍໄດ້​ຜ່ານ​ມະຕິ​ຂັບ​ໄລ່​ອາ​ຝຼິກກາ​ໃຕ້​​ອອກ​ຈາກ​ການ​ກິລາ​ໂອ​ລິ​ມປິກ​ຍ້ອນ​ເຂົາປະຕິບັດ​ນະ​ໂຍບາຍ​ຈຳ​ແນ​ກ​ເຊື້ອ​ຊາດ. ການ​ເຊື້ອ​ເຊີນ​ຂອງປະ​ເທດ​ເຈົ້າພາບ​​ໄດ້​ພາ​ໃຫ້​ອົງການ​​ເອກະ​ພາບ​ອາ​ຝຼິກກາ​ແລະ​ປະ​ເທດ​ສະມາຊິກ​ຂອງ​ອົງການ​ດ່ັງກ່າວ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ໃນ​ທັນທີ. ມີ 30 ກວ່າ​ປະ​ເທດ​ອາ​ຝຼິກກາ​ພ້ອມ​ອີຣັກ​ແລະ​ກຸຍ​ຢານຖອນ​ອອກ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ຕາມໆ​ກັນຍ້ອນ. ອັນ​ໄດ້​ພາ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ມົງ​ເຕຼອານ​ຖືກ​ກະທົບກະ​ເທືອ​ນຢ່າງ​ໜັກໜ່ວງ, ​ແລະກໍ​​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ກ້າຫານ​ຂອງ​ປະ​ເທດ​ອາ​ຝຼິກກາ​ທ່ີ​ຈະ​ເລີ​ນ​ໃໝ່​​ໃນ​ການຄັດຄ້ານ​ການຈຳ​ແນ​ກ​ເຊື້ອ​ຊາດ ຍາດ​ແຍ່ງ​ຄວາມ​ເປັນ​ເອກະລາດ​ແລະ​ສັນຕິພາບ.