ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-05 13:51:46    
ໂສກ​ນາດຕະກຳ​ມູນິ​ດ​ໃນ​ປະຫວັດ​ງານ​ກິລາ​ໂອ​ລິ​ມປິກ

cri
ໃນ​ງານ​ກິລາ​ໂອ​ລິ​ມປິກ​ມູນິດ​ປີ 1972 ​ໄດ້​ເກີດ​ເຫດການ​ກໍ່​ການ​ຮ້າຍ​ການ​ເມືອງ​ອັນ​ຮ້າຍ​ແຮງ​ທ່ີ​ນັກ​ກິລາ​ອິສລະ​ແອນ 9 ຄົນ​ຖືກ​ພວກ​ກໍ່​ການ​ຮ້າຍ​ລອບ​ສັງຫານ,​ເຊິ່ງຖືກ​ຖື​ເປັນ​ໂສກ​ນາດຕະກຳ​ມູນິດ

​ເວລາ 4 ​ໂມງຕອນ​ຮຸ່ງ​ເຊົ້າວັນ​ທີ 5 ກັນຍາ​ປີ 1972, ສະມາຊິກ​ອົງການ​ເດືອນ​ກັນຍາ​ມືດ ​ເຊິ່ງ​ເປັນ​ອົງການ​ກໍ່​ການ​ຮ້າຍ​ຂອງ​ປາ​ເລັດສຕີນ​ໄດ້​ຂ້າມ​ກຳ​ແພງ​ບ້ານ​ນັກ​ກິລາໂອ​​ລິມປິກ,​ແລ້ວ​ສົມທົບ​ກັບ​ຜູ່​ກໍ່​ການ​ຮ້າຍ​ສອງ​ຄົນ​ທ່ີ​​ເຮັດ​ວຽກ​ຢູ່​ໃນ​ບ້ານກິລາ,​ ແລ້ວ​ຈີ້​ຕົວ​ນັກ​ກິລາ​ອິສລະ​ແອນ 11 ຄົນ​ດ້ວຍ​ອາວຸດ.​ເມື່ອ​ຕຳຫລວດ​ມູນິດ​ຮັບ​ການ​ລາຍ​ງານ​​ແລ້ວ, ກໍ​ເລີຍ​ປິດ​ລ້ອມ​ບ່ອນ​ເກີດ​ເຫດ​​ໃນ​ທັນທີ. ​ຜູ່ການຮ້າຍ​ທວງ​ໃຫ້​ປ່ອຍ​ຕົວ​ຊາວ​ປາ​ເລັດສຕີນ 34 ຄົນ​ທ່ີ​ຖືກ​ອິສລະ​ແອນ​ຂັງ​ຕົວ​ແລະ​ຜູ່​ກໍ່​ການ​ຮ້າຍ​ສອງ​ຄົນ​ທ່ີ​ຖືກ​ກັກ​ຕົວ​ຢູ່​ເຢຍລະ​ມັນ​ສະຫະພັນ.​ໃນ​ເວລາ​ເຈລະຈາ​ກັນ, ນາຍ​ຫມໍ​ອິສລະ​ແອນ​ສອງ​ຄົນ​ທ່ີ​ຖືກ​ຈີ້​ຕົວ​ລັກ​ຫນີ​ໄປ. ຍ້ອນ​ການ​ເຈລະຈາ​ບໍ່​ໄດ້ຜົນ​ຫຍັງ, ​ຕຳຫລວດ​ເຢຍລະ​ມັນ​ຕົກລົງ​ກອບ​ກູ້​ເອົາ​ຕົວ​ປະກັນ​ດ້ວຍ​​ອາວຸດ.​ ໃນ​ເວລາ​ຜູ່​ກໍ່​ການ​ຮ້າຍ​ກຽມ​ຂຶ້ນ​ຍົນນັ້ນ, ຕຳຫລວດ​ເຢຍລະ​ມັນ​ກໍ່ຍິງ​ປືນ​ໃສ່​ຢ່າງ​ກະທັນຫັນ.​ ໃນ​ການ​ຍິງ​ປື່ນ​ໃສ່​ກັນ,​ເຖິງ​ວ່າ​ຜູ່​ກໍ່​ການ​ຮ້າຍ​ຖືກ​ຍິງຕາຍ, ​ພວກ​ເຂົາ​ເຈົ້າກໍ​ໄດ້​ຂ້າຕົວ​ປະກັນ​ຕາຍ​ໝົົດທຸກ​ຄົນ, ນີ້​ກໍ​ແມ່ນ​​ໂສກ​ນາດຕະກຳ​ມູນິດ​ທ່ີ​ສະ​ເທືອ​ນ​ໂລກ.

ພາຍຫລັງ​ໂສກ​ນາດຕະກຳ​ດັ່ງກ່າວ​ເກີດ​ຂຶ້ນ​ແລ້ວ, ຄະນະ​ການ​ກີລາອິສລະ​ແອນ​ກັບ​ຄືນ​ປະ​ເທດ​ກ່ອນ​ເວລາ​ກຳນົດ​ຍ້ອນ​ມູນ​ເຫດ​ຄວາມ​ປອດ​ໄພ.ວັນ​ທີ 6 ກັນຍາ, ງານ​ກິລາ​ໂອ​ລິ​ມປິກ​ກໍ່​ເຊົາ​ແຂ່ງຂັນ​ມື້ຫນຶ່ງ.ຢູ່​ສະຫນາມ​ແຂ່ງຂັນ​ຕົ້ນຕໍ​ໄດ້​ປ່ອຍ​ເພງ​ເສົ້າສະຫລົດ​ໃຈ,​ທຸງ​ຫ້າ​ຮ່ວງ​ກໍ່​ຊັກ​ລົງ​ເຄິ່ງ​ເສົາ,ນັກ​ກິລາ​ແລະ​ຄູ​ຝຶກ​ທຸກ​ຖ້ວນ​ຫນ້າ​ໄວ້​ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ່​ປະສົບ​ເຄາະ​ຮ້າຍ.​ໂສກ​ນາດຕະກຳ​ມູນິດ​ກາຍ​ເປັນ​ເງົາ​ມືດ​ລັດທິ​ກໍ່​ການ​ຮ້າຍ​ປົກ​ຫຸ້ມ​​​ງານ​ໂອ​ລິ​ມປິກ, ກໍ່​ເຮັດ​ໃຫ້​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ຄັ້ງຕໍ່​ໄປລ້ວນ​ແຕ່​ຖື​ບັນຫາ​ຄວາມ​ປອດ​ໄພ​ເປັນ​ບັນຫາ​ສຳຄັນ​ອັນ​ດັບ​ຫນຶ່ງ.