ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-05 14:06:38    
ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ໃດ​ມີ​ຫລຽນ​ຄຳ

cri
ງານ​ກິລາ​ໂອ​ລິ​ມປິກ​ສະ​ໄຫມ​ໃຫມ່​ຈັດ​ຮອດ​ຄັ້ງທີ 3 ຈ່ຶງ​ມີຫຼຽນຄຳ.

ຍ້ອນ​ວ່າ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ສະ​ໄຫມ​​ໃຫ​ມ່ຄັ້ງປະຖົມມະ​ເລີກ, ຊາວ​ເກຼັກ ຜູ່​ຈັດ​ງານ​ຮູ້ສຶກ​ວ່າ​ທອງຄຳ​ຫຍາ​ບຊ້າ,ຄວາມ​ຫມາຍ​ຂອງ​ມັນ​ບໍ່​ສອດຄ່ອງ​ກັບ​ນ້ຳ​ໃຈ​ກິລາ​ໂອ​ລິ​ມປິກ​ບູຮານ,ສະນັ້ນພຽງ​ແຕ່​ໄດ້​ມອບ​ຫລຽນ​ໃຫ້​ນັກ​ກິລາ​ທ່ີ​​ເປັນ​ຜູ່ຊະນະ​ເລີດ​ແລະ​ຮອງ​ຊະນະ​ເລີດ,​ແຊມ​ປຽນ​ແມ່ນ​ໄດ້​ຫລຽນ​ເງິນ​ແລະ​ຜູ່​​ເປັນ​ທີ​ສອງ​ໄດ້​ຫລຽນ​ທອງ.​ເມື່ອ​ຮອດ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງທີ​ສາມ​ທ່ີ​ຈັດ​ຂຶ້ນ​ໃນ​ປີ 1904,​ ໂດຍ​ພິຈາລະນາ​ຈາກ​ຮີດ​ທົ່ວ​ໄປ,ຈິ່ງ​ມອບ​ຫລຽນ​ຄຳ​ໃຫ້​ຜູ່​​​ເປັນຊະນະ​ເລ​ີດ​ເປັນຄັ້ງທຳ​ອິດ.ຫລຽນ​ຄຳ​ງານ​ກິລາ​ໂອ​ລິ​ມປິກ​ຫລຽນ​ທຳ​ອິດ​ມີ​ເສັ້ນຜ່າ​ກາງ​ 30 ຊັງ​ຕີ​ແມັດ,​ ​ມີ​ໂຕຫນັງສີຂຽນ​ວ່າ:ງານ​ມະຫະກຳ​ໂລກ--​ແຊງ​ລູອິສອາ​ເມ​ລິ​ກາ, ຢູ່​ອີກດ້ານ​ໜ່ຶງ​ແມ່ນ​ຮູບ​​​ອະນຸສາວະລີເທບ​ທິດາ​ເສລີພາບ​ແລະ​ງ່າ​ໄມ້​ຫມາກສົ້ມ​ໂມ.ຈົນ​ຮອດ​ງານ​ກິລາ​​ໂອ​ລິ​ມປິກ​ຄັ້ງທີ 9 ທ່ີ​ຈັດ​ຂຶ້ນ​ປີ 1928 ຮູບ​ການ​ແລະ​ຂະຫນາດ​ຂອງ​ຫລຽນ​ຈິ່ງ​ຖືກ​ກຳນົດ​ເປັນ​ເອກະ​ພາບ​ກັນ,​ແລະຖືກ​ນຳ​ໃຊ້​ຈົນ​ຮອດ​ປະຈຸ​ບັນ.​