ເກຼັກບູຮານແມ່ນລາຊະອານາຈັກເທບນິຍາຍ. ເທບນິຍາຍທີ່ຈັບໃຈຄົນ, ແລະພື້ນສືບທີ່ປະເທດອັດສະຈັນໄດ້ເພີ່ມສີສັນເລິກລັບໃຫ້ແກ່ຕົ້ນກຳເນີດຂອງງານໂອລິມປິກ.ພື້ນສືບກ່ຽວກັບການເປັນມາຂອງງານໂອລິມປິກບູຮານມີຫຼາຍເລື່ອງ, ທ່ີສືບເລົ່າກັນມາຫຼາຍກວ່າໝູ່ມີຢູ່ສອງປະເພດ, ຄື, ໜຶ່ງແມ່ນເວົ້າວ່າງານໂອລິມປິກບູຮານແມ່ນການແຂ່ງຂັນກິລາທີ່ຈັດຂຶ້ນເປັນປະຈຳເພື່ອບູຊາພະເຈົ້າເຈິສ, ການເລົ່າລືອີກໜຶ່ງແມ່ນວ່າ, ງານກິລາໂອລີມປິກມີສ່ວນພົວພັນກັບທ່ານແອກກວິນ ເທບພະບຸດຂອງພະເຈົ້າເຈິສ, ຍ້ອນແອກກວິນມີກຳລັງແຮງຢ່າງມະຫາສານໂດຍບໍ່ມີໃຜທຽບເທ່ົາຈ່ຶງໄດ້ຊື່ເປັນພະເຈົ້າຕີຕັງ. ແອກກວິນໄດ້ສຳເລັດໜ້າທີ່ທີ່ຄົນທຳມະດາບໍ່ສາມາດເຮັດໄດ້, ຄື, ໃຊ້ເວລາບໍ່ຮອດເຄ່ິງມື້ກໍໄດ້ປັດກວາດຄອກງົວຂອງເຈົ້າຊີວິດທ່ີກອງເຕັມໄປແຕ່ຂີ້ງົວໃຫ້ສະອາດ, ແຕ່ເຈົ້າຊີວິດບໍ່ຢາກເຮັດຕາມຄຳໝັ້ນສັນຍາທ່ີຕ້ອງເອົາງົວໃຫ້ເພ່ິນ 300 ໂຕ, ອັນໄດ້້ເຮັດໃຫ້ແອກກວິນໂມໂຫທ່ີສຸດ, ຈ່ຶງໄລ່ເຈົ້າຊີວິດໜີ. ເພ່ືອສະຫຼອງໄຊຊະນະ, ເພ່ິນໄດ້ຈັດງານກິລາຢູ່ໂອລິມເປຍ.
ແຕ່ນິທານກ່ຽວກັບການເປັນມາຂອງງານກິລາໂອລິມປິກບູຮານທ່ີເລົ່າລືກັນຫຼາຍກວ່າໝູ່ພັດແມ່ນນິທານເລ່ືອງເປໂລປຸສເອົາເມຍ. ເຈົ້າຊີວິດອີລິສໃນສະໄໝເກຼັກບູຮານຢາກເລືອກເອົາພະສາມີທ່ີມີຄວາມຮູ້ສູງທັງເກັ່ງກ້າສາມາດໃນດ້ານລົບເລວໃຫ້ເຈົ້ງຍິງ, ແລ້ວໄດ້ປະກາດວ່າ, ຖ້າຜູ່ໃດຢາກມາຂໍເປັນເຂີຍຜູ່ຕ້ອງແຂງລົດກັບເຈົ້າຊີວິດກ່ອນ. ໃນການແຂ່ງຂັນ, ມີຊາວໜຸ່ມ 13 ຄົນເສຍຊີວິດຢູ່ໃຕ້ຫອກຍາວຂອງເຈົ້າຊີວິດ, ສ່ວນຊາວໜຸ່ມຜູ່ທີ 14 ພັດພໍດີແມ່ນເປໂລປຸສ ຫຼານຂອງພະເຈົ້າເຈີສແລະກໍແມ່ນສາຍໃຈຂອງເຈົ້າຍິງ. ຍ້ອນໄດ້ມີກຳລັງໃຈຈາກຄວາມຮັກ, ທ້າວເປໂລປຸສໄດ້ຕໍ່ສູ້ກັບເຈົ້າຊີວິດຢ່າງກ້າຫານ, ໃນທ່ີສຸດໄດເອົາຊະນະດ້ວຍຄວາມສະຫຼາດຫຼັກແຫຼມ. ເພ່ືອສະຫຼອງໄຊຊະນະດັ່ງກ່າວ, ທ້າວເປໂລປຸສກັບເຈົ້າຍິງໄດ້ຈັດພິທີແຕ່ງງານຢ່າງໃຫຍ່ໂຕມະໂຫລານຢູ່ໜ້າຫໍພະເຈົ້າເຈີສທ່ີໂອລິມ ເປຍ. ໃນພິທີແຕ່ງງານໄດ້ຈັດໃຫ້ມີການແຂ່ງຂັນຕ່າງໆ ຄື, ລົດລົບແລະມວຍປ້ຳເປັນຕົ້ນ. ນີ້ກໍ່ແມ່ນງານກິລາໂອລິມປີກບູຮານປະຖົມປະຖານທ່ີສຸດ, ຕາມເລ່ົາລືກັນວ່າ, ທ້າວເປໂລປຸສກໍແມ່ນຜູ່ເລ່ີມຈັດງານກິລິໂອລິມປິກບູຮານ.
ທ່ີຈິງແລ້ວ, ການຕັ້ງຕົ້ນຂອງງານກິລາໂອລິມປິກແມ່ນມີການພົວພັນຢ່າງສະໜິດແໜ້ນກັບສະພາບສັງຄົມຂອງເກຼັກບູຮານ. ກ່ອນຄ.ສ.ສະຕະວັດທີ 9 ຫາທີ 8, ສັງຄົມເຄືອຍາດຂອງເກຼັກໄດ້ສະຫຼາຍຕົວເທ່ືອລະກ້າວ, ສັງຄົມຂ້າທາດລະບອບນະຄອນລັດໄດ້ຈໍ່ຕົວຂຶ້ນເປັນກ້າວໆ, ໄດ້ສ້າງຕັ້ງນະຄອນລັດ 200 ກວ່າແຫ່ງ. ນະຄອນລັດເຫຼົ່ານີ້ຕ່າງປົກຄອງຕົນເອງ, ບໍ່ມີເຈົ້າຊີວິດເປັນເອກະພາບ, ລະຫວ່າງນະຄອນລັດກໍເກີດສົງຄາມຢູ່ບໍ່ຢຸດບໍ່ເຊົາ. ເພ່ືອເລວເສິກ, ລັດຕ່າງໆໄດ້ເຝິກຊ້ອມທະຫານຢ່າງຕັ້ງໜ້າ. ໃນລັດສະປາກເຕິ, ເດັກນ້ອຍແຕ່ອາຍຸ 7 ປີລັດກໍຮັບໄປລ້ຽງໂລດ, ເຝິກກິລາແລະການທະຫານ, ຜ່ານຊີວິດການຢູ່ທະຫານມາແຕ່ນ້ອຍ. ສົງຄາມຕ້ອງການນັກລົບ, ນັກລົບຕ້ອງມີຮ່າງກາຍແຂງແຮງ, ສ່ວນກິລາກໍແມ່ນວິທີອັນບັງເກີດຜົນບຳລຸງສ້າງໃຫ້ນັກລົບສູ້ລົບເກັ່ງ. ສົງຄາມໄດ້ຊຸກຍູ້ໃຫ້ເກຼັກຫຼິ້ນກິລາທ່ົວໄປ, ລາຍການການແຂ່ງຂັນຂອງງານກິລາໂອລິມປິກບູຮານກໍຈ່ຶງມີຮ່ອງຮອຍການທະຫານຢ່າງເດັ່ນຊັດ. ການເຮັດສົງຄາມເລື້ອຍໆໄດ້ເຮັດໃຫ້ປະຊາຊົນຮູ້ສຶກເບ່ືອໜ່າຍທ່ີສຸດ, ຈ່ຶງປາຖະໜາຢາກມີສະພາບເວດລ້ອມອັນສັນຕິຜ່ານຊີວິດອັນສະຫງົບສຸກ. ຕໍ່ມາ, ເຈົ້າສະປາກເຕີກັບເຈົ້າອີລິສໄດ້ເຊັນສົນທີສັນຍາເດືອນຢຸດລົບອັນສັກສິດ. ສະນັ້ນ, ການເຝິກວິຊາການທະຫານແລະກິລາແຂ່ງຂັນເພ່ືອເລືອກເອົາທະຫານ, ຈ່ຶງໄດ້ຄ່ອຍໆກາຍເປັນງານກິລາສັນຕິພາບແລະມິດຕະພາບໃນສະໄໝຕໍ່ມາ.
|