ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-05 17:39:45    
ເມືອງ​ນານ​ໜີງ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ມິດໆເພ່ືອ​ຈັດ​ງານ​ມະຫາ​ກຳ​ຈີນ​ອາ​ຊຽນ(ສຽງ)

cri

                      

"​ຮອດ​ມື້​ຈັດ​ງານ​ມະຫາ​ກຳ​ຈີນ​ອາ​ຊຽນ​​ຍັງ​ມີ 90 ມື້" ຢູ່​​ເຊ່ິງໜ້າ​ກັບ​ສະໜາມຫຼວງຊົນ​ເຜົ່າ​ເມືອງ​ນານ​ໝີ​ງ, ມີ​​ໂມງ​​ໃຫຍ່ທ່ີ​ນັບ​​ເວລາ​ຄືນຫຼັງໜ່ວຍ​ໜ່ຶງ, ​ໄດ້​ບອກ​ຜູ່​ສັນຈອນໄປໆ​ມາໆ​ຢູ່​ທຸກ​ເວລາ​ວ່າ, ງານ​ມະຫາ​ກຳ​ຈີນ​ອາ​ຊຽນຈະ​ຈັດ​ຂຶ້ນ​ໄວໆ. ​ເພ່ືອ​ຕ້ອນຮັບ​ງານ​ມະຫາ​ກຳ​ຄັ້ງນີ້, ​ເມືອງ​ນານ​ໜີງ​ພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ມິດໆ.

ຢູ່​ໜ້າ​ໂມງ​​ໃຫຍ່​ແມ່ນ​ຖະໜົນ​ຂົນ​ເຜົ່າ​ທ່ີ​ມີ​ທາງ​ລົດ 8 ສາຍ. ຄົນ​ທ້ອງ​ຖ່ິນ​ນີ້​ເວົ້າວ່າ, ກ່ອນ​ນີ້ບໍ່​ເທົ່າ​ໃດ​ປີ, ​ເສັ້ນທາງ​ເສັ້ນ​ນີ້​ຍັງ​ສາມາດ​​ໃຫ້​ຄົນ​ຍ່າງ​ພັກຜ່ອນ​ຝອນອາລົມ​ຢູ່​ນີ້ຫຼັງຈາກ​ກິນ​ເຂົ້າ​ແລ້ວ, ​ສະພາບ​ແວດ​ລ້ອມ​ມິດ​ອ່ິມ​ຊ່ິມ​ທ່ີ​ສຸດ, ​ແຕ່​ມາປະຈຸ​ບັນ​​ຍວດ​ຍານພາຫະ​ນະແລ່ນ​ສົນ​ສວານກັນ​ເປັນ​ສາຍ​ຍືດໆ. ​​ຕັ້ງ​ແຕ່ຄຸ້ມໃໝ່ລາງ​ດົງ ທ່ີ​ຕັ້ງຂອງສູນ​ກອງ​ປະຊຸມ​ແລະວາງສະ​ແດງ​ສາກົນ​ນານ​ໜີງ​​ເລ່ີ​ມ ສ້າງສາ​ພັດທະນາ​ມາ​ນີ້, ບົນ​ເສັ້ນທາງ​ໄປ​ຫາ​ຄຸ້ມ​ໃໝ່​ນີ້​ໄດ້​ນັບ​ມື້​ນັບຄັບຄາ​ໜາ​ແໜ້ນ​ຂຶ້ນ. ຢູ່​ແຖວ​ກອງປະຊຸມ​ແລະວາງສະ​ແດງ​ສາກົນ​ລາງ​ດົງ, ປີ​ໜ່ຶງ​ກ່ອນຍັງ​​​ເຮື້ອ​ຮ້ອງ​ຢູ່, ​ແຕ່​ປະຈຸ​ບັນ, ​ໄດ້​ມີ​ຕຶກ​ສູງ​ຕັ້ງຊ້ອງ​ຊ້ອງກ້າ, ​ໂຄງການ​ໃໝ່​ຈຳນວນ​ໜ່ຶງ​ພວມ​ເລັ່ງລັດ​ສ້າງສາຢູ່.

1  2