ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-05 21:59:27    
ຈີນ​ພະຍາ​ຍາມ​ສ້າງ​ມະ​ຫາ​ວິ​ທະ​ຍາ​ໄລຊັ້ນ​ເອກ​ໃນ​ໂລກ

cri

ວັນ​ທີ 4 ສິງຫາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ເວທີ​ປາ​ໄສອະທິການ​ບໍດີມະຫາວິທະຍາ​ໄລ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ຄັ້ງທີ 2 ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ລະດັບ​ສ້າງ​ໂຮງຮຽນ​ຊັ້ນ​ສູງ​ຂອງ​ຈີນ​ໄດ້​​ຍົກ​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ.​ເພື່ອ​ສ້າງ​ມະຫາ​ວິທະຍາ​ໄລ​ອັນ​ດັບ​ໜຶ່ງ​​ໃນ​ໂລກງວດ​ໜຶ່ງ​ໂດຍ​ໄວ,ຈີນ​ຈະ​ຮຽນ​ເອົາ​ຈຸດ​ດີ​ຂອງ​ປະ​ເທດຕ່າງໆ​,ຮັບ​​ເອົາ​ແລະ​ຖອດ​ຖອນ​ບົດຮຽນທີ່​ສຳ​ເລັດ​ຜົນ​ຂອງມະຫາວິທະຍາ​ໄລ​ຕ່າງປະ​ເທດ​ໂດຍ​ທົ່ວ​ໄປ.

​ໃນ​ຫຼາຍ​ປີ​ມາ​ນີ້,ການ​ສຶກສາ​ຊັ້ນ​ສູງ​ຂອງ​ຈີນ​ໄດ້​ພັດທະນາ​​ແບບກ້າວ​ກະ​ໂດດ​ຂັ້ນ.ປະຈຸ​ບັນ,ຈີນ​ມີ​ການ​ສຶກສາ​ຊັ້ນ​ສູງ​ຂະໜາດ​ໃຫຍ່​ກວ່າ​ໝູ່​​ໃນໂລກ,ມີ​ມະຫາວິທະຍາ​ໄລ 2000 ກວ່າ​ຫຼັງ,ຈຳນວນນັກ​ສຶກສາ​ໃນ​ໂຮງ​ຮຽນລື່ນ​ກາຍ 25 ລ້ານ​ຄົນ.​ໃນ​ຂະນະ​ທີ່​ເປີດ​ກວ້າງ​ຂະໜາດ​ຮັບ​​ເອົາ​ນັກ​ສຶກສາ​ແລະຕອບ​ສະໜອງ​ຄວາມ​ຕ້ອງການຂອງ​ສາທາລະນະ​ຊົນ​ໃນ​ການ​ຮັບການ​ສຶກສາ​ຊັ້ນ​ສູງ,ມະຫາວິທະຍາ​ໄລ​ຂອງ​ຈີນກໍ​ພວມ​ພະຍາຍາມ​ຍົກ​ລະດັບ​ຂອງໂຮງຮຽນ​ໃຫ້​ສູງ​ຂຶ້ນ,​​ເພື່ອສ້າງ​ມະຫາວິທະຍາ​ໄລຊັ້ນ​ເອກ​ໃນ​ໂລກ.

ມະຫາວິທະຍາ​ໄລ​ປັກ​ກິ່ງ​ແມ່ນ​ມະຫາວິທະຍາ​ໄລ​​ທີ່​ມີ​ຊື່​ສຽງ​ຂອງ​ຈີນ.ທ່ານໝີ​ນ​ເວີຍ​ຟ່າງ ຮອງ​ອະທິການ​ບໍດີມະຫາວິທະຍາ​ໄລ​ດັ່ງກ່າວ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ອະທິການບໍດີ​ມະຫາວິທະຍາ​ໄລຂອງ​ຈີນ​ແລະ​ຕ່າງປະ​ເທດ​ຄັ້ງທີ 2 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ສິງຫາ,​ໃນ​ເວລາ​ທ່ານ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ,ທ່ານ​ເວົ້າ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ມະຫາວິທະຍາ​ໄລ​ປັກ​ກິ່ງ​ນຳ​ໃຊ້​ການ​ລົງທຶນ​ຂອງ​ລັດຖະບານ,ອອກ​ແຮງ​ປົວ​ແປງ​ເງື່ອນ​ໄຂ​ສ້າງ​ໂຮງຮຽນ​ຄື​ເຄື່ອງປະກອບ​ຄົ້ນຄວ້າ​ວິທະຍາສາດ​ເປັນ​ຕົ້ນ​ໃຫ້​ດີ​ຂຶ້ນ,ພ້ອມ​ກັນນັ້ນ,​ໃນ​ດ້ານ​ການ​ກໍ່ສ້າງ​ຂະ​ແໜງວິຊາ,​ກໍໄດ້​​ທົດ​ລອງ​ຢ່າງ​ກ້າຫານ,​ຢ່ວງ​ບາດກ້າວເພື່ອ​ສ້າງ​ມະຫາວິທະຍາ​​ໄລ​ຊັ້ນ​ເອກ​ໃນ​ໂລກ.

ການປ່ຽນ​ທິດ​ສ້າງ​ໂຮງ​ຮຽນ,​ເປີດ​ກວ້າງ​ຂອບ​ເຂດຂະ​ແໜງ​ວິຊາ​ຂອງ​ມະຫາວິທະຍາ​ໄລ,​ເຮັດ​ໃຫ້​​ໂຮງຮຽນມີ​ຊ່ອງຫວ່າງ​ພັດທະນາກວ້າງຂວາງກວ່າ​ເກົ່ານັ້ນ,​ແມ່ນ​ວິທີ​ທີ່​ມະຫາວິທະຍາ​ໄລ​ຈຳນວນ​ໜຶ່ງ​ຂອງ​ຈີນ​ໃຊ້​ທົ່ວ​​ໄປ​ໃນຫຼາຍ​ປີ​ມາ​ນີ້.ຕົວຢ່າງ​ຄືມະຫາວິທະຍາ​ໄລ​ທີ່​​ແຕ່​ເດີມ​ມີ​ຂະ​​ແໜງວິຊາ​ອ່າວໜ້ອຍ​​​ເຊັ່ນມະຫາວິທະຍາ​ໄລ​ສ້າງ​ຄູ​ແລະ​ມະຫາວິທະຍາ​ໄລ​ກະສິກຳ​ຈຳນວນ​ໜຶ່ງ​ເປັນ​ຕົ້ນ,ນອກຈາກຮັກສາ​ທ່າ​ແຮງ​ດັ້ງ​ເດີມ​ຂອງ​ຕົນ​ແລ້ວ,ກໍຍິ່ງ​ເອົາ​ໃຈ​ໃສ່​ນຳ​ການ​ພັດທະນາ​ຢ່າງຮອບດ້ານ.

ທ່ານ​ຈົ່ງ​ປີງ​ລີນ ອະທິການ​ບໍດີ​ມະຫາວິທະຍາ​ໄລ​ສ້າງ​ຄູ​ປັກ​ກິ່ງທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ທີ່​ຈັດ​ຂຶ້ນ​​ໃນ​ວັນ​ທີ 4 ສິງຫາ​ສະ​ເໜີ​ໃຫ້​ຮູ້​ວ່າ,ປະຈຸ​ບັນ,ທິດ​ພັດທະນາ​ຂອງ​ມະຫາວິທະຍາ​ໄລ​ດັ່ງກ່າວ​ໄດ້​ມີ​ການ​ສັບ​ຊ້ອນ​ຂ້ອນ​ຂ້າງ​ຫຼາຍ.ທ່ານ​ເວົ້າ​ວ່າ:

"ພວກ​ເຮົາ​​ໄດ້ອີງຕາມ​ທ່ວງທ່າ​ພັດທະນາ​ຂອງ​ເສດຖະກິດ​ສັງຄົມ​ຈີນ,ກຳນົດ​ຖານະ​ແລະ​ເປົ້າໝາຍ​ພັດທະນາ​ໃໝ່​ຂອງ​ມະຫາວິທະຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ​ຄືນ​ໃໝ່,ຈາກ​ມະຫາວິທະຍາ​ໄລ​ສ້າງ​ຄູ​ຫັນ​ເປັນມະຫາວິທະຍາ​ໄລຄົ້ນຄວ້າສັບພະ​ວິຊາ."

​ເພື່ອ​ຍົກ​ຄຸນ​ນະພາ​ບມະຫາວິທະຍາ​ໄລ​ໃຫ້​ສູງ​ຂຶ້ນ,ມະຫາວິທະຍາ​ໄລ​ຕ່າງໆ​ຂອງ​ຈີນ​ຍັງ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ຍົກ​ຄຸນ​ທາດ​ຂອງ​ອາຈານ​ໃຫ້​ສູງ​ຂຶ້ນ.ມາດ​ຕະການຂອງພວກ​ເຂົາ​ເຈົ້າ​ກໍ​ຄື:ອຳນວຍ​ໂອກາດ​ຮຽນ​ຕໍ່​ໃຫ້​ອາຈານຜູ້​ໜຸ່ມນ້ອຍ​ໄດ້​ໄປ​ຮຽນ​ບຳລຸງ;ຫ້າ​ງຫາ​ເງິນ​ທຶນ​ໃຫ້​ຄູອາຈານ​ດຳ​ເນີນ​ການ​ຄົ້ນຄວ້າວິທະຍາສາດລະດັບ​ສູງ,ຍົກ​ລະດັບ​ແລະ​ຄວາມ​ສາມາດ​ຄົ້ນຄວ້າ​ວິທະຍາສາດ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ສູງ​ຂຶ້ນ;​ໃຊ້​ມາດ​ຕະການ​ຕ່າງໆ​,​ເຊີນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ດີ​ເລີດ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ເຂົ້າ​ມາ​ຢ່າງ​ກວ້າງ​ຂວາງ.

​ເຖິງ​ວ່າ​ມະຫາ​ວິທະຍາ​ໄລ​ຕ່າງ​ໆ​ໄດ້​ທຳ​ຄວາມ​ພະຍາຍາມ,ລະດັບ​ກວມ​ລວມຂອງ​ການ​ສຶກສາ​ຊັ້ນ​ສູງ​ຂອງ​ຈີນກໍ​ໄດ້​ຍົກສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງກໍ​ຕາມ,​ແຕ່​ໃນ​ດ້ານ​ລະດັບການ​ຄຸ້ມ​ຄອງ​​ແລະ​ຄວາມ​ສາມາດ​ປະດິດ​ສ້າງ​ວິທະຍາສາດ​​ເຕັກນິກ,​ເມື່ອ​ທຽບກັບ​ມະຫາວິທະຍາ​ໄລ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ແລ້ວ,ມະຫາວິທະຍາ​ໄລ​ຂອງ​ຈີນຍັງບໍ່​ສາມາດ​ທຽບ​ເທົ່າ.​ເພື່ອ​ຖອດ​ຖອນ​ເອົາ​ບົດຮຽນກ້າວໜ້າ​ຂອງ​ມະຫາວິທະຍາ​ໄລ​ຕ່າງປະ​ເທດ,ຫວ່າງ​ກ່ອນ​ນີ້​ສອງ​ປີ,ກະຊວງ​ສຶກສາ​ທິການ​ຂອງ​ຈີນ​ໄດ້​ຈັດ​ເວທີ​ປາ​ໄສອະທິການບໍດີ​ມະຫາວິທະຍາ​ໄລຂອງ​ຈີນ​ແລະ​ຕ່າງປະ​ເທດຄັ້ງ​ປະຖົມມະ​ເລີກ.​ເທິງເວທີ​ປາ​ໄສອະທິການ​ບໍດີມະຫາວິທະຍາ​ໄລ​ຂອງ​ຈີນ​​ແລະ​ຕ່າງປະ​ເທດ​ຄັ້ງ​ທີ​ສອງທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ສິງຫາ,ທ່ານ​ນາງ​ເສີນ​ຈື້ລີ້ ທີ່​ປຶກສາ​ແຫ່ງ​ລັດ​ຈີນ ອະດີດ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ​​ຈີນ​ຊີ້​ອອກ​ວ່າ:

"ຈຸດປະສົງ​ຂອງ​ພວກ​ເຮົາ​ແມ່ນ​ຜ່ານຈາກການ​ແລກປ່ຽນ​ລະຫວ່າງ​ຊາດ​ຢ່າງ​ກວ້າງຂວາງ,ຮຽນ​ເອົາ​ຈຸດ​ດີ​ຈາກປະ​ເທດ​ອື່ນ,ຮັບ​ເອົາ​ແລະ​ຖອດ​ຖອນ​ບົດຮຽນ​ສຳ​ເລັດ​ຜົນ​ຂອງ​ມະຫາວິທະຍາ​ໄລ​ຕ່າງປະ​ເທດ​ຢ່າງ​ກ້າຫານ,ຍົກ​ລະດັບ​ການ​ສຶກສາ​ແລະ​ຄຸນ​ນະພາ​ບອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ມະຫາວິທະຍາ​ໄລ​ຂອງ​ຈີນ​ໃຫ້​ສູງ​ຂຶ້ນ,ສ້າງ​ມະຫາວິທະຍາ​ໄລງວດ​ໜຶ່ງ​ທີ່​ລະ​ດັບຊັ້ນ​ເອກໃນ​ໂລກ​."