ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-06 14:59:58    
ງານ​ກິລາ​ໂອ​ລິ​ມ​ປິກ​ຄັ້ງ​ທີ່​ໃຊ້​ເວ​ລາ​ຍາວ​ກວ່າ​ໝູ່

cri
ງານ​ກິລາ​ໂອ​ລິ​ມປິກ​ຍຸກ​ປັດຈຸ​ບັນຄັ້ງທີ4​ທີ່​ຈັດ​ຂຶ້ນຢູ່​ລອນ​ດອນ ນະຄອນຫຼວງອັງກິດ​ເມື່ອ​ປີ1908​ແມ່ນ​ງານ​ກິລາ​ໂອ​ລິມປິກ​ຄັ້ງທີ່​ໃຊ້ເວລາຍາວ​ກວ່າ​ໝູ່​ໃນ​ປະຫວັດ​ງານ​ກິລາ​ໂອ​ລິມ ປິກ​ຍຸກ​ປັດຈຸ​ບັນ.

ງານ​ກິລາ​ໂອ​ລິມປິກ​ຄັ້ງນີ້​ຈັດ​ຂຶ້ນ​ແຕ່​ວັນ​ທີ27​ເມສາ​ຮອດ​ວັນ​ທີ31​ຕຸລາ​ປີ1908,ຂ້າມຜ່ານ​ເວລາຍາວ​ປານ​ນີ້​​ເປັນຕາ​ງຶດ​ງໍ້​ທີ່​ສຸດ.ຂະບວນການຈັດງານກິລາໂອລິມປິກຄັ້ງນີ້ກໍ່ມ່ວນ​ຫຼາຍ.ທຳອິດມີສີ່ຕົວເມືອງ ຄືກຸງໂລມ ມີລານ ແບກແລງແລະລອນດອນຮ້ອງຂໍຈັດງານກິ ລາໂອລິມປິກປີ1908,​ໄດ້ຜ່ານການລົງຄະແນນສຽງທາງລັບຂອງຄະນະກຳມະການໂອ ລິມປິກສາກົນ,​ໄດ້​​ເລືອກ​ເອົາກຸງໂລມຂອງອີຕາລີເປັນບ່ອນຈັດງານກິລາໂອລິມປິກຄັ້ງນີ້. ແຕ່ພາຍຫຼັງມາຍ້ອນມີຄວາມຫຍຸ້ງຍາກດ້ານການເງິນ,ກຸງໂລມຈຶ່ງປະກາດປະສິດຈັດຕັ້ງ. ໂດຍຕອບສະໜອງຄຳຮ້ອງຂໍຂອງຄະນະກຳມະການໂອລິມປິກ,ລອນດອນ​ໄດ້​ຮັບຈັດງານ ກິລາໂອລິມປິກຄັ້ງນີ້ຕໍ່,ແລະໄດ້ເຮັດວຽກງານຢ່າງຕັ້ງໜ້າແລະມີປະສິດທິພາບ,ເຮັດໃຫ້ ຈຳນວນຜູ່ເຂົ້າຮ່ວມງານກິລາໂອລິມປິກຄັ້ງນີ້ບັນລຸ​ເຖິງ2035ຄົນເຊິ່ງບໍ່ເຄີຍມີມາກ່ອນ,ລື່ນ ກາຍຍອດຈຳນວນຜູ່ເຂົ້າຮ່ວມງານກິລາໂອລິມປິກສາມຄັ້ງກ່ອນ.ອັງກິດໃນຖານເປັນບ້ານ ເກີດແຫ່ງກິລາກາງ​ແຈ້ງ,ມີບົດຮຽນຂ້ອນຂ້າງຫຼາຍຕໍ່ການຈັດງານກິລາຂະໜາດໃຫຍ່,ເຮັດ ໃຫ້ການແຂ່ງຂັນຂອງງານກິລາໂອລິມ ປິກເລີ່ມເປັນແບບສະບັບເທື່ອລະກ້າວ.ວັນເວ​ລາ​ເປີດ​ງານ​ກິລາໂອລິມປິກຄັ້ງນີ້ຢ່າງ​ເປັນ​ທາງ​ການແມ່ນວັນທີ13ພຶດສະພາ​ປີ1908,​ແຕ່​ທີ່​ຈິງແລ້ວ,ການແຂ່ງຂັນສ່ວນຫຼາຍໄດ້ເລີ່ມຕົ້ນແຕ່ວັນທີ27ເມສາ​ແລ້ວ.

ສະນັ້ນ,ນັບແຕ່ວັນທີ27ເມສາຮອດວັນທີ31ຕຸລາ ມື້ທີ່ງານກິລາໂອລິມປິກຄັ້ງນີ້ອັດລົງ, ງານກິລາໂອລິມປິກຄັ້ງນີ້ລວມໃຊ້ເວລາທັງ​ໝົດຫົກເດືອນປາຍ,ກາຍ​ປ​ເນງານກິລາໂອລິມ ປິກທີ່ໃຊ້ເວລາຍາວກວ່າໝູ່ໃນປະຫວັດສາດ.