ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-09 17:53:09    
ຮູບ​ເງົາ​ໄທ​ເລື່ອງGARUDAຈະນຳ​ອອກ​ສາ​ຍຢູ່​ໃນ​ເຂດ​ໃນ​ຈີນ

cri
ຮູບ​ເງົາ​ໄທ​ເລື່ອງGARUDAຈະນຳ​ອອກ​ສາ​ຍຢູ່​ເຂ​ດ​ໃນ​ຈີ​ນພ້ອມ​ກັນ​ກັບ​​​ໄທໃນ​ວັນ​ທີ່ 5 ​ສິງ​ຫາ,ນີ້​​ແມ່ນ​ຮູ​ບ​ເງົາ​ໄທ​ເລື່ອງ​ທຳ​ອິດ​ທີ່​ຈີນ​ນຳ​ເຂົ້າ​ເປັນທາງ​ການ.ຮູບ​ເງົາ​​ວິທະຍາສາ​ດ​​ເພີ້ຝັນ​ເລ​ື່ອງນີ​້​​ສິ້ນ​ເປືອງ​ຄ່າ​ຖ່າຍ​ທຳ​ເຖິງ20,000,000ຢວນ.ບັນ​ລະ​ຍາຍ​​ເລື່ອງດ​ອກ​ເຕີປີ​ແອ​ກນັກ​ບູຮານນະ​ຄະດີ​ວິທະ​ຍາພົບ​ສັດປ​ະຫລາດ GARUDA​ ສັດ​ໃຫຍ່​ທີ່​ສືບ​ເລົ່າ​ກັນ​ໃນ​ນິທານ​ປະ​ລຳ​ປະ​ລາ​​​ຂອງໄທ​ໃນ​ການຜະ​ຈົນ​ໄພ​​ເທື່ອໜຶ່ງ,ຫລັງ​ຈາກນັ້ນ,ດອກ​ເຕີ​​​ປີ​ແອກ​ກໍຫາ​ຍສາບ​ສູນ​ໄປ​ຢ່າງປະຫລາດ.ນາງLINA,ລູກ​ຊອດ​ຝະລັ່ງ_​ໄທ​,ທີ່​ມີ​ຮູບ​ໂສມ​ສວຍ​ງາມ​ແມ່ນ​ລູກ​ສາວ​ຂອງດອກ​ເຕີປີ​ແອກ,ນາງກໍ່​ແມ່ນນັກ​ບູຮານ​ນະ​ຄະດີຜູ້​ດີ​ເດັ່ນຜູ້​ນຶ່ງ.​ນາງ​ໄດ້​ທຳຄວາມພະຍາຍາມ​ເພື່ອ​ຊອກ​ຈັບ​ສັດ​ປະ​ຫລາດ, ກອບ​ກູ້​ດອກ​ເຕີປີ​ແອກ​ເຊັ່ນ​ດຽວ​ກັນ​ກັບ JANE​ ພັນຕີ​ທະຫານ​ບົກກອງ​ທະຫານ​ພິເສດ​ກະຊວງ​ມະ​ຫາດ​ໄທ​ທີ່ມີ​ໜ້າ​ທີ່​ຊອກ​ຈັບ​ສັດ​ປະຫລາດ​​ປ້ອງ​ກັນ​​ໄທ​ເມືອງ,​ເລີ່​ມຕົ້ນ​ພວກ​ເຂົາ​​ມີ​ຄວາມ​ຂັດ​ຂີນ​ກັນ​ຍ້ອນ​ສັນ​ຊາດ​ ເຊື້ອສາຍ​ແລະ​ຄວາມ​ເຊື່ອ​ຖື​ສາສະໜາ.​ແຕ່​ເມື່ອ​ໄດ້​ຕິດ​ຕໍ່​ພົວພັນ,​ໄປ​ມາ​ຫາ​ສູ່​ກັນ​ເລື້ອຍໆແລ້ວ.​ເຂ​ົາ​ເຈົ້າ​ທັງສອງ​ກໍ່​ເລີ່​ມ​ເຂົ້າ​ໃຈ​ກັນ​​​ເຫັນ​ໃຈ​ກັນແລະ​ມີ​ພິດ​ສະຫວາດ​ຕໍ່ກັນ.ຍ້ອນ​ວ່າ​​ລັດຖະບານ​​ແລະ​ກອງທັບ​​ເຂົ້າກ່ຽວຂ້ອງ,ການ​ສຳຫລວາດບູຮານ​ນະຄະດີວິທະຍາສາດ​ບັ້ນ​ນີ້​ຍິ່ງ​ປະ​ກົດ​ວ່າ​ສັບ​ສົນ​ລະ​ອິດ​ລະ​ອ້ຽວ.

GARUDA​ ແມ່ນ​ສັດ​ວິ​ເສດທີ່​ມີ​ປີກ,ປ້ອງ​ກັນ​ຊັບ​ໃນ​ດິນ​ໂດຍ​ສະ​ເພາະ.​ໃນ​ຮູບ​ເງົາ​ກ່ຽວ​ກັບ​ສັດ​ປະ​ຫລາດຕ່າງປະ​ເທດ,ມັກມີ​ພາບສັດປ​ະຫລາດທຳລາຍ​ຕົວ​ເມືອງ​,ສັດ​ປະຫລາດGARUDAກໍ່​​ແຜງ​ລິດ​ແຜງ​ເດດ​ເຊັ່ນ​ດຽວ​ກັນ,​ຕົວເມືອງທີ່ມັນ​ທຳລາຍກໍ່​ແມ່ນ​ບາງກອກ.​ໃນຮູບ​ເງົາ​​ເລຶ່ອງນີ້​​ໄດ້ນຳ​ໃຊ​້​​ເຕັກນິກວິ​ທະຍາ​ສາດ​ຫລາຍ,ທັງ​ປະສານ​ກັບນິທານພື້ນສືບ​ຂອງ​ໄທ,​​ໂດຍ​ສະ​ເພາະ​ແມ່ນ​ໄດ້​ໃຊ້​ກຳ​ລັງ​ຄົນ​​ແລະ​ກຳລັງ​ວັດຖຸ​ຢ່າ​ງຫລວງຫລາຍໃນ​ການ​ສ້າງ​ຟີ​ມ​ເລື່ອງນີ້,ສາມາດ​ທຽບ​ກັບ​ຮູບ​ເງົາ​ວິທະຍາສາດ​ເພີ້​ຝັນ​ເລ​ື່ອງ​ສັດ​ປະ​ຫລາດ​​ໂກສະ​ລາ​​ໄດ້,ບາງ​ຕອນ​ໃນເລື້ອງນີ້​ຄ້າ​ຍຄື ​ເລື່ອງ​ຮູ​ບ​ເງົາເຈມສ໌ບອນ 007 ຂອງ​ໂຮ​ລິ​ວຸດ, ຂາຍ​ດີ​ຍອ້ນ​ໃນ​ເລື່ອງ​ມີ​ພະເອກຜູ້​ເກັ່ງ​​ແລະ​ຜູ່ສາວທ່ີສວຍ,ຈໍ​ກວ້າງສະຖານ​ທີ່​​ກວ້າງໃຫຍ່​,​ເນື້ອ​ເລື່ອງ​ກ່ຽວ​ກັບ​ທົ່ວໂລກ​,ສ່ອງ​​ແສງການ​ຖ່າຍ​ທຳ​ຂອງ​ຮູບ​ເງົາ​​ໄທ​ ຮຽນ​ແບບ HOLLYWOOD.