ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-10 17:41:12    
ເລ່ືອງ​​ໃນ​ອະດີດ

cri

ທ່ີ​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ຊົມ​ເຊີ​ຍທ່ານ​ຮັບ​ຟັງ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ.

ທ່ານ​ຜູ່​ຟັງ​ທ່ີ​​ໂຄລົບ, ບໍ່​ຮູ້​ວ່າ​ທ່ານ​ກໍ​ເຄີຍ​ມີ​ຄວາມ​ຮູ້ສຶກ​ແນວ​ນີ້​ບໍ່, ຄື​ເມ່ືອ​ທ່ານ​ໄດ້​ຟັງ​ເພງ​ເກ່ົາ​ເພງ​ໜ່ຶງ, ຫຼືວ່າ​ໄດ້​ຟັງ​ທຳນອງ​ເພງ​ທ່ີ​ຄຸ້ມ​ຫູ​ເພງ​ໜ່ຶງ, ອາດ​ຈະ​ເຮ​ັດ​ໃຫ້​ທ່ານ​ຫວນ​ຄຶດ​ເລ່ືອງ​ລາວ​ໃນ​ອະດີດ ໝູ່​ເພ່ືອນ​ໃນ​ເມ່ືອ​ກ່ອນ ຫຼືວ່າ​ເລ່ືອງ​ເກ່ົາ​ເລ່ືອງຫຼັງ ​ເລ່ືອງ​ເປັນຕາ​ຫົວ​ຂອງ​ຕົນ​​ໃນ​ຍາມ​ຍັງ​ນ້ອຍ, ຫຼືວ່າ​ຍັງ​ມີ​ເລ່ືອງ​ອື່ນໆ​ອີກ. ​ແມ່ນ​ແທ້, ​ເພງ​ເກ່ົາ​ມີ​ສະ​ເໜ​ແທ້. ວັນ​ທີ 31 ທັນວາ​ປີ 2002, ​ເມ່ືອ​ສຽງ​ເພງ​ຂອງ​ທ່ານ​ໂລ​ຕາ​ໂຢວ ນັກ​ຮ້ອງ​ຈີນ​ທ່ີ​ມີ​ຊ່ື​ສຽງ​ໃນ​ຊຸມ​ປີ 80 ສະຕະວັດ​ທ່ີ 20 ດັງ​ຂຶ້ນ​ໃນ​ຫໍ​ກິລາ​ຂອງ​ນະຄອນ​ປັກ​ກ່ິງ​ນັ້ນ, ​ເຖິງ​ວ່າ​ອາກາດ​ໜາວ​ພິລຶກ, ​ແຕ່​ຄົນ​​ນັບ​ເປັນ​ພັນ​ເປັນ​ໝ່ືນ​ໄດ້​ລຸຫຼ່ັງ​ເຂົ້າຫໍ​ກິລາ, ​ເພ່ືອ​ໄປ​ຟັງ​ເພງ​ເກ່ົາ​ທ່ີ​ຕົນ​ເອງ​ມັກ. ຕໍ່​ໄປ ພວກ​ເຮົາ​ຈ່ົງ​ມາ​ຟັງ​ເພງ​ເກົ່າ​ທ່ີ​ຄຸ້ມຫູ​ນຳ​ກັນ.

ຈົນ​ຮອດ​​ໃກ້​ຊິນ​ອນ​ແລ້ວ​ຈ່ຶງຣູ້ວ່າ ການບ້ານ​ໄດ້​ເຮັດ​ແຕ່​ໜ້ອຍ​ດຽວ, ຈົນ​ຮອດ​ຈະ​ເສັງ​ແລ້ວ, ຈ່ຶງ​ຮູ້​ວ່າ​ໜັງສື​ທ່ີ​ຕ້ອງ​ຮຽນ​ນັ້ນຍັງ​ບໍ່​ທັນ​ຮຽນ​ເທ່ືອ. ອາຈານ​ເຄີຍ​ເວົ້າວ່າ, ​ເວລາ​ເປັນ​ເງິນ​ເປັນ​ຄຳ, ​ເງິນ​ຄຳ​ແມ່ນ​ຊື້​ເອົາ​ເວລາ​ບໍ່​ໄດ້​ດອກ. ​ເວລາ​ຜ່ານ​ໄປ​ແຕ່​ລະ​ມື້​ແຕ່ລະ​ປີ, ຕົນ​ເອງ​ກໍ​ເຕີບ​ໃຫຍ່​ຂຶ້ນ​ໂດຍ​ບໍ່​ຮູ້ສຶກ​ຕົວ.

​ແມ່ນ​ແທ້, ​ເວລາ​ເປັນ​ສ່ິງ​ລ້ຳຄ່າ​ທ່ີ​ສຸດ, ສົມ​ພໍ​ຜູ່​ໄປ​ຊື້​ປີ້​ຊົມ​ງານ​ດົນຕີ​ເທ່ືອ​ນີ້​ຈ່ຶງ​ຕ້ອງ​ເຂົ້າ​ແຖວຢ່າງ​ຍືດຍາວ. ​ເມ່ືອ​ໄດ້​ຟັງ​ເພງ​ມ່ວນໆ, ​ໂດຍ​ສະ​ເພາະ​ແມ່ນ​ເມ່ືອ​ໄດ້​ຟັງ​ເພງ​ເກ່ົາ​ທ່ີ​ຈັບ​ໃຈນັ້ນ, ມີຫຼາຍຄົນ​ໄດ້​ເປີດ​ໂທລະສັບ​ມື​ຖື​ຂອງ​ຕົນ​ໄວ​້ຕະຫຼອດຈົນ​ສຸດ​ເພງ, ຄື​ຊິ​ແມ່ນ​ໂທ​ຫາ​ໝູ່​ທ່ີ​ບໍ່​ໄດ້​ມາ​ຟັງ, ພ້ອມ​ກັນ​ຫວນ​ຄຶດ​ລືກ​ງາມ​ຍາມ​ດີ​ຂອງ​ພວກ​ເຂົາ​ເຈົ້າທ່ີ​ຜ່ານ​ມາ.

​ແມ່ນ​ແທ້ ກະ​ແສ​ເວລາ​ຜ່ານ​ໄປ​ໂດຍ​ບໍ່​ມີ​ວັນ​ກັບ​ຕ່າວ, ​ແຕ່​ວ່າ ຄວາມ​ຮັກ​ຄວາມ​ແພງ​ຂອງ​ພວກ​ເຮົາ​ພັດ​ໝັນຄົງ​ຂະໜົງ​ແກ່ນ​ຍິ່ງໆ​ຂຶ້ນຕາມ​ກາລະ​ເວລາ​ທ່ີ​ຜ່ານ​ໄປ. ຕໍ່​ໄປ​ເຊີນ​ທ່ານ​ຟັງ​ເພງ​"ແຢະລ້ຽງ​ໄຕ້​ປຽວ​ໂວະ​ເຕີ​ຊິນ" ​ແປ​ວ່າ "ດວງ​ຈັນ​ສ່ອງ​ແສງ​ຈິດ​ໃຈ​ຂອງ​ຂ້າ", ພວກ​ເຮົາ​ຈ່ົງ​ຫວນ​ຄືນ​ຄວາມ​ຮັກ​ໃນ​ອະດີດ​ນຳ​ກັນ.

ນ້ອງ​ຖາມ​ວ່າ ອ້າຍ​ຮັກ​ນ້ອງຫຼາຍປານ​ໃດ, ອ້າຍ​ຮັກ​ນ້ອງຫຼາຍປານ​ໃດ, ​ໃຫ້​ນ້ອງ​ເບ່ິງ​ເອງ ​ໃຫ້​ນ້ອງ​ຄຶດ​ເອງ ດວງ​ຈັນກໍ​ແມ່ນ​ດວງ​ໃຈ​ຂອງ​ອ້າຍ. ຈູບ​ເບົາໆ​ເທ່ືອ​ດຽວ ອ້າຍ​ກໍ​ແສນ​ປື້​ມ​ໃຈ​ແລ້ວ, ຄວາມ​ຮັກ​ນັ້ນ​ເຮັດ​ໃຫ້​ອ້າຍ​ບໍ່​ລືມ​ຈົນ​ຮອດ​ດຽວ​ນີ້.

​ເພງ​ນີ້ ຂ້າພະ​ເຈົ້າຄຶດ​ວ່າທ່ານ​ທັງຫຼາຍອາດ​ຈະ​ເຄີຍ​ໄດ້​ຟັງ​ມາ​ກ່ອນ​ແລ້ວ, ຕັ້​ງ​ແຕ່​ຊຸມ​ປີ 80 ສະຕະວັດ​ທ່ີ​ແລ້ວ​ພຸ້ນ, ​ເພງ​ນີ້​ກໍ​ໄດ້​ນິຍົມ​ກັນຫຼາຍ, ຢູ່​ຈີນ​ແມ່ນ​ເກືອບ​ຮູ້​ກັນ​ໝົດ​ສູ່​ຄົນ, ​ເພາະວ່າ​ມັນ​ເຮັດ​ໃຫ້​ພວກ​ເຮົາ​ຫວນ​ຄຶດ​ເລ່ືອງ​ໃນ​ອະດີດ, ອາ​ໄລ​ທາ​ຊີວິດ​ອັນ​ດີງາມ​ໃນ​ເມ່ືອ​ກ່ອນ.

​ເພງ ສາມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ຍາດ​ຕິພ່ີ​ນ້ອງ, ສາມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ຄູ່​ຮັກ, ທັງ​ຍັງ​ສາມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ໝູ່​ເພ່ືອນ. ​ເພ່ືອ​ຮັກ​​ເພ່ືອນ​ແພງ, ຈະ​ເຮ​ັດ​ໃຫ້​ເຮົາ​ບໍ່​ລືມ​ຕະຫຼອດຊີວິດ, ​ເພ່ືອນ​ຮັກ​ເພ່ືອນ​ແພງ​ຈະ​ຊ່ອຍ​ເຮົາ​ຜ່ານ​ຜ່າ​ຄວາມທຸກ​ຍາກ​ລຳບາກ, ນຳ​ເອົາ​ຊີວິດ​ອັນ​ຜາ​ສຸກ​ມາ​ໃຫ້​ເຮົາ.

​ເມ່ືອ​ເຄີຍ​ຮັກ​ແມ້, ຈ່ິງ​ຮູ້​ງ່ວມ​ເຫງົາ, ຈ່ິງ​ຮູ້​ຫວນ​ຄຶດ, ຄ່ຳ​ໃດ​ກໍ​ຕ້ອງ​ຝັນ, ຄ່ຳ​ໃດ​ກໍ​ຝັນ​ເຫັນ​ເຈົ້າ. ​ເປັນ​ເພ່ືອນ​ກັນ​ເດີນ​ຮ່ວມ​ທາງ​ຕະຫຼອດຊີວິດ, ​ເປັນ​ເພ່ືອນ​ກັນ ບໍ່​ເຄີຍ​ມີ​ຄວາມ​ງ່ວມ​ເຫ​ງົາ. ​ເຖິງ​ວ່າ​ດຽວ​ນີ້, ​ເຮົາ​ໄດ້​ຈາກ​ກັນ​ແລ້ວ, ​ແຕ່​ຄວາມ​ຮັກ​ຍັງ​ຝັງ​ເລິກ​ໃນ​ໃຈ​ຂອງ​​ເຮົາ.

ຄວາມ​ຮັກ​ທ່ີ​ເປັນ​ໜ້າ​ທະນຸ​ຖະໜອມ​ທ່ີ​ສຸດ​ນັ້ນ​ແມ່ນ​ຄວາມ​ຮັກ​ຂອງ​ແມ່. ​ເພາະວ່າ​ແມ່​ໄດ້​ໃຫ້​ຊີວິດ​ແກ່​ພວກ​ເຮົາ, ​ແລະ​ແມ່​ໄດ້​ລ້ຽງ​ດູ​ພວກ​ເຮົາ​ໃຫ້​ເຕີບ​ໃຫຍ່. ບຸນຄຸນ​ຂອງ​ແມ່​ຕອບ​ແທນ​ບໍ່​ໝົດ​ເປັນ​ຈັກ​ເທ່ືອ​ໃນ​ຕະຫຼອດຊີວິດ. ຕໍ່​ໄປ​ພວກ​ເຮົາ​ຂໍ​ໃຫ້​ສຽງ​ເພງ​ນຳ​ເອົາ​ອວຍ​ພອນ​​ໄປ​ໃຫ້​ແມ່ ຜູ່​ແສນ​ຮັກ​ຂອງ​ພວກ​ເຮົາ.

​ໂອ ​ແມ່​ເອີຍ ​ແມ່ພາຍ​ໃຕ້​ແສງ​ທຽນ, ລູກ​ຈະຕອບ​ບຸນ​ແທນ​ຄຸນ​ຂອງ​ແມ່. ​ໂອ ​ແມ່​ເອີຍ, ​ແມ່​ພາຍ​ໃຕ້​ແສງ​ທຽນ, ​ເປັນ​ຫຍັງ​ແມ່​ຈ່ຶງຫຼັງກ່ອມ​ບໍ່​ສະຫງ່າ​ຄື​ແຕ່​ກ່ອນ, ຂໍ​ໃຫ້​ແມ່​ເຊ່ືອ​ວ່າ ລູກ​ຈະ​ຍ່າງ​ໄປ​ກັບ​ແມ່​ຕະຫຼອດຊີວິດ.

ທ່ານ​ຜູ່​ຟັງ​ທ່ີ​ໂຄລົບ, ​ເພງ​ເກ່ົາ​ທ່ີ​ຈັບ​ໃຈ, ທຳນອງ​ທ່ີ​ໄພ​ເລາະ ມັກ​ພາ​ໃຫ້​ເຮົາ​ຄຶດ​ເຖິງ​ອະດີດຕະການ, ຄຶດ​ວ່າ​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ມື້​ນີ້ ຄົງ​ໄດ້​ນຳ​ເອົາ​ຄວາມ​ຊົງ​ຈຳ​ອັນ​ດີງາມ​ມາ​ໃຫ້​ທ່ານ, ​ເວລາ​ປ່ຽນ​ໄປ, ​ແຕ່​ສຽງ​ເພງ​ບໍ່​ປ່ຽນ, ຄວາມ​ຮັກ​ແທ້​ກໍ​ບໍ່​ປ່ຽນ, ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ​ຂອງ​ພວກ​ເຮົາ​ກໍ​ບໍ່​ປ່ຽນ​ແປງ. ຂອບ​ໃຈ​ທ່ານ​ທ່ີ​ຮັບ​ຟັງ, ຫວັງ​ວ່າ​ຄົງ​ຈະ​ໄດ້​ພົບ​ກັບ​ທ່ານ​ອີກ​ໃນ​ອາທິດ​ໜ້າ, ສະບາຍດີ.