|
|
(GMT+08:00)
2004-08-10 18:46:28
|
|
ເຜ່ົາຕົ້ງ
cri
ເມື່ອ10ກວ່າປີກ່ອນ,ໃນບຸນສິນລະປະກຳສາກົນທີ່ຈັດຂຶ້ນຢູ່ປາລີ,ຜູ່ສາວເຜ່ົາຕົ້ງແຂວງກຸ້ຍໂຈວປະເທດຈີນກໍແມ່ນອາໄສແບບວິທີຮ້ອງເພງທີ່ມີເອກະລັກພິເສດ,ທຳນອງສຽງອັນອ່ອນຊອນແລະສຽງເພງທີ່ຕ່າງຫມູ່ຂອງເພງເຜ່ົາຕົ້ງດ່ັງກ່າວໄດ້ດູດດຶງເອົາຜູ່ຊົມຢູ່ປາລີ,ຄົນທັງຫຼາຍພາກັນຖືເພງດ່ັງກ່າວເປັນສ່ິງອັດສະຈັນຂອງດົນຕີພື້ນເມືອງໃນໂລກ.
ຫວ່າງບໍ່ດົນນີ້,ນັກຂ່າວວິທະຍຸພວກເຮົາໄດ້ໄປສຳພາດຮອງສະດາຈານຢາງຈູ້ຮຸ້ຍ ອາຈານເຜ່ົາຕົ້ງຂອງມະຫາວິທະຍາໄລຊົນເຜ່ົາສູນກາງປະລິນຍາເອກເພດຍິງຜູ່ທຳອິດຂອງເຜ່ົາຕົ້ງ,ຕາມທ່ານນາງຢາງຈູ້ຮຸ້ຍສະເຫນີໃຫ້ຮູ້ວ່າ,ເຜ່ົາຕົ້ງແມ່ນມີການພົວພັນສືບເນື່ອງກັນມາໃນປະຫວັດສາດກັບບັນດາເຜ່ົາສ່ວນຫນ້ອຍເປັນຕົ້ນແມ່ນເຜ່ົາຈ້ວງ ເຜ່ົາສຸຍແລະເຜ່ົາໄທຢູ່ພາກຫໍລະດີຂອງຈີນ,ຕົ້ນຕໍແມ່ນຢາຍກັນຢູ່ເຂດແດນຕໍ່ແດນລະຫວ່າງແຂວງກຸ້ຍໂຈວ,ແຂວງຫູນານແລະເຂດກວາງຊີພາກຫໍລະດີຂອງຈີນ,ມີປະຊາກອນປະມານ 2 ລ້ານ 5 ແສນຄົນ,ນາງເອງແມ່ນມາຈາກເມືອງຢົງຈຽງແຂວງກຸ້ຍໂຈວໃນເຂດດ່ັງກ່າວ,ເມືອງຢົງຈຽງກໍແມ່ນຫນ່ຶງໃນຈຳນວນ 15 ເມືອງທີ່ມີຊົນເຜ່ົາຕົ້ງຕັ້ງພູມລຳເນົາຈຸ້ມກັນຢູ່.
ນາງເວົ້າຕໍ່ນັກຂ່າວວ່າ,ອີງຕາມຄວາມແຕກຕ່າງກັນດ້ານພາສາ,ເຜ່ົາຕົ້ງໄດ້ແບ່ງອອກເປັນຕົ້ງໃຕ້ແລະຕົ້ງເຫນືອ,ແຕ່ບູຮານມາ,ເຜ່ົາຕົ້ງບໍ່ມີຕົວຫນັງສືຂອງຕົນ,ຈ່ິງໄດ້ໃຊ້ຫນັງສືຮ້ານໂດຍຕະຫຼອດ,ມວນຊົນເຜ່ົາຕົ້ງແມ່ນມັກອ່ານຫນັງສືຮ້ານຕາມສຽງເຜ່ົາຕົ້ງມາສະແດງແນວຄຶດຈິດໃຈຂອງຕົນ.
ທ່ານນາງຢາງຈູ້ຮຸ້ຍ ເຮັດວຽກຄົ້ນຄວ້າແລະສິດສອນພາສາເຜ່ົາຕົ້ງເຫັນວ່າ,ກໍຍ້ອນບໍ່ມີຫນັງສືປະຈຳເຜ່ົາຂອງຕົນ,ສະນັ້ນ,ການຂັບລຳຈ່ິງກາຍເປັນແບບວິທີສຳຄັນແນວຫນ່ຶງສຳລັບສືບທອດປະຫວັດສາດແລະວັດທະນະທຳຂອງເຜ່ົາຕົ້ງ,ນາງເວົ້າວ່າ,ເພາະວ່າເຜ່ົາພວກເຮົາບໍ່ມີຕົວຫນັງສືຂອງຕົນ,ການສືບທອດວັດທະນະທຳຈ່ິງອີງໃສ່ແບບວິທີການຂັບລຳ,ການເລ່ົານິທານແລະການເຄື່ອນໄຫວໃນຍາມບຸນແລະພິທີລ້ຽງໃນຍາມປົກກະຕິ,ມີຫຼາຍກອນຂັບປະຈຳເຜ່ົາທີ່ບໍ່ມີຕົວຫນັງສືກໍຮ້ອງມ່ວນທີ່ສຸດ,ນີ້ແມ່ນມີການກ່ຽວພັນກັບການບໍ່ມີຕົວຫນັງສືປະຈຳເຜ່ົາຂອງຕົນ.
ອາດເວົ້າໄດ້ວ່າ,ຢູ່ບ້ານເຜ່ົາຕົ້ງບ້ານໃດກໍໄດ້ຍິນແຕ່ສຽງຂັບສຽງລຳ,ໃນປະຫວັດສາດທີ່ບັນທຶກໄວ້ມີຂັບເລ່ົາເລື່ອງ,ເວລາຕ້ອນຮັບແຂກມີຂັບລັດທາງ,ເວລາສອນເດັກນ້ອຍກໍມີຂັບສອນລູກແລະຍັງມີຂັບລຳຕ່າງໆທີ່ເຫມາະສົມກັບສະຖານທີ່ຕ່າງກັນເຊ່ັນ:ຂັບໄວ້ອາໄລ,ຂັບແຕ່ງດອງ,ຂັບອອກແຮງງານ ຂັບຮີດຄອງປະເພນີ,ຂັບກິນເຫຼົ້າແລະອື່ນໆ,ຈາກສຽງຂັບສຽງລຳເຫຼ່ົານີ້ຈະເຮັດໃຫ້ຜູ່ເກີດໃຫຍ່ລຸນຂອງຊົນເຜ່ົາຕົນຮູ້ຈັກຄວາມເປັນມາຂອງບັນພະບູລຸດ,ແລະຮູ້ຈັກວັດທະນະທຳປະເພນີຂອງເຜ່ົາຕົນ,ພໍ່ຄູສອນຂັບລຳທີ່ໄດ້ຮັບຄວາມໂຄລົບນັບຖືຢູ່ທ້ອງຖ່ິນ,ຜູ່ບ່າວຜູ່ສາວໃນບ້ານໃຜກໍມັກຮຽນຂັບລຳນຳເພ່ີນ.
ຜູ່ບ່າວຜູ່ສາວເຜ່ົາຕົ້ງທີ່ພວມສ້າງຄວາມຮັກນຳກັນກໍແຍກອອກຈາກການຂັບລຳບໍ່ໄດ້,ນີ້ກໍ່ແມ່ນແບບວິທີແນວຫນ່ຶງຂອງການຄົບຫາສະມາຄົມແລະສະແດງຄວາມມັກຮັກກັນ,ທ່ານນາງຢາງຈູ້ຮຸ້ຍເວົ້າວ່າ,ຢູ່ບ້ານເກີດຂອງນາງກໍມີຮີດແນວຫນ່ຶງ,ຜູ່ແສ້ຜູ່ສາວຄັນໃຫຍ່ຂຶ້ນແລ້ວກໍຕ້ອງໄປໂຮມກັນຢູ່ໃນເຮືອນແມ່ຫມ້າຍຫຼືເຮືອນກວ້າງຂວາງຂອງຫມູ່ຢູ່ໃນບ້ານ,ຄ່ຳມາ,ພວກຜູ່ສາວກໍພາກັນແສ່ວດອກໄມ້,ເຮັດພື້ນເກີບແລະເຂັນຝ້າຍ,ກໍມັກມີຜູ່ບ່າວຫຼາຍຄົນພາກັນມາຂັບຕໍ່ແຍກັບພວກຜູ່ສາວ,ໃນເວລາຂັບຕໍ່ແຍນັ້ນ,ຖ້າຜູ່ສາວຜູ່ໃດຜູ່ນ່ຶງມັກອ້າຍບ່າວຜູ່ໃດຜູ່ຫນ່ຶງ,ກໍຈະມອບພື້ນເກີບແສ່ວດອກໄມ້ທີ່ຕົນແສ່ວນັ້ນໃຫ້ອ້າຍບ່າວຜູ່ນັ້ນເພື່ອສະແດງຄວາມຮັກມັກ.
ໃນງານລາຕີມ່ວນຊື່ນເນື່ອງໃນໂອກາດບຸນກຸດຈີນຂອງສະຖານີໂທລະພາບສູນກາງຈີນປີນີ້,ກອນຂັບເຜ່ົາຕົ້ງທີ່ສະແດງໂດຍທິມຮ້ອງເພງທ່ົງພຽງກິ່ງແຂວງເຜ່ົາມົ້ງແລະເຜ່ົາຕົ້ງປົກຄອງຕົນເອງຂອງແຂວງກຸ້ຍໂຈວນັ້ນ,ຮ້ອງວ່າ,ນົກກາເວົາຮ້ອງ,ແປວ່າລະດູໃບໄມ້ປ່ົງມາເຖິງ,ຊາວເຜ່ົາຕົ້ງຫມັ້ນເຮັດວຽກໄຮ່ການນາກໍຮອດລະດູໃບໄມ້ປ່ົງກ່ອນ,ນົກກາເວົາຊຸກຍູ້ໃຫ້ຕົກກ້າ,ການອອກແຮງງານຂອງພວກເຮົາ,ຄວາມຮັກຂອງພວກເຮົາລ້ວນແຕ່ຄອງຖ້າຍາມເກັບກ່ຽວໃຫ້ໄດ້ຜົນຫຼາຍໃນລະດູໃບໄມ້ຫຼ່ົນ,ສຽງຂັບສຽງລຳອັນອອນຊອນພາພວກເຮົາໄປຫາໄຮ່ນາຕາກ້າຂອງບ້ານເຜ່ົາຕົ້ງທີ່ສວຍງາມ.
ບ້ານເຜ່ົາຕົ້ງສ່ວນຫຼາຍແມ່ນຕົ້ງຢູ່ຕາມເຂດຝາຍຮ່ອມນ້ຳທີ່ມີທິວທັດສວຍງາມແລະມີແມ່ນ້ຳໄຫຼກ້ຽວ,ຊາວເຜ່ົາຕົ້ງມັກປູກຕົ້ນໄມ້,ຕາມເວົ້າວ່າ,ພໍເດັກນ້ອຍເກີດຈາກທ້ອງແມ່,ພໍ່ແມ່ກໍຈະປູກຕົ້ນໄມ້ທີ່ມີຄວາມຫມາຍເປັນສັນຍາລັກໄວ້ໃຫ້ລູກຂອງຕົນ,ເມື່ອເຂົາເຈົ້າໃຫຍ່ເຕັມກະສຽນແລ້ວ,ຕົ້ນໄມ້ກໍເຕີບໃຫຍ່ຂຶ້ນ,ຕົ້ນໄມ້ເຫຼ່ົານີ້ກໍກາຍເປັນຂອງຂວັນທີ່ພໍ່ແມ່ກຽມໄວ້ໃຫ້ລູກແຕ່ງດອງສ້າງຄອບຄົວ.
ເຮືອນຢູ່ຂອງເຜ່ົາຕົ້ງ,ສ່ວນຫຼາຍແມ່ນເຮືອນຕຶກສອງສາມຊັ້ນແລະບາງຫລັງສ່ີຫ້າຊັ້ນກໍມີ,ໂດຍທ່ົວໄປແລ້ວແມ່ນປຸກຢູ່ຕາມແຄມແມ່ນ້ຳຫຼືຢູ່ຕາມເນີນ,ສ່ວນຫຼາຍເປັນເຮືອນຍົກພື້ນ,ຊັ້ນເທິງໃຫ້ຄົນຢູ່,ຢູ່ກ້ອງລ່າງແມ່ນຄອກສັດຫຼືບ່ອນໄວ້ຟືນໄວ້ຫຍ້າແລະໄວ້ເຄື່ອງ.
ໃນຫຼາຍປີມານີ້,ຊາວເຜ່ົາຕົ້ງແມ່ນອາໄສການປູກຫມາກໂມ,ຫມາກກ້ຽງແລະຕົ້ນໄມ້ສາມສາ,ອອກໄປເຮັດວຽກຂົນສ່ົງແລະໄປຫາວຽກເຮັດຢູ່ທາງນອກ,ຊີວິດການເປັນຢູ່ຈີ່ິງໄດ້ຮັບການຍົກລະດັບໃຫ້ສູງຂຶ້ນຫຼາຍ,ຢູ່ໃນບ້ານບໍ່ພຽງແຕ່ມີໂທລະພາບຢ່າງທ່ົວເຖິງທໍ່ນັ້ນ,ຊາວບ້ານຍັງມີຫມ້ໍຫຸງເຂົ້າໄຟຟ້າ,ອາຍແກັດແລະໂທລະສັບອີກດ້ວຍ,ໃນເວລາຜູ່ສາວເອົາຜົວ,ກໍມີລົດໄຖນາຄັນຫນ່ຶງຕິດໂຕໄປນຳ,ທັງນີ້ກໍບໍ່ແມ່ນເລື່ອງໃຫມ່ຫຍັງອີກແລ້ວ.
|
|
|