ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-11 14:28:29    
ເຮືອ​ເຫາະ​ຟີ​ໂວ​ສ໌ ຜູ່​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ກິ​ລາ​ໂອ​ລິມ​ປິກ(ພາບ)

cri

 

ຕາມ​ຂ່າວCRI:ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ແມ່ນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງຫນຶ່ງ​ທ່ີ​ປະ​ເຊີນ​ກັບ​ຫນ້າ​ທ່ີ​ຕ້ານ​ການ​ກໍ່​ການ​ຮ້າຍ​ອັນກຫນ່ວງ​ກວ່າ​ທຸກ​ຄັ້ງ.ຂ່່າວ​ແຈ້ງວ່າ, ລັດຖະບານ​ເກຼັກ​ໄດ້​ລົງທຶນ​ເກືອບ 1 ຕື້ 500 ລ້ານ​ໂດ​ລາສະຫະລັດ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ.​ເມື່ອ​ສົມ​ທຽບ​ກັນ​ແລ້ວ, ງານ​ກິລາ​ໂອ​ລິ​ມປິກ​ປີ 1996 ພຽງ​ແຕ່​ໄດ້​ລົງທຶນ 96 ລ້ານ​ໂດ​ລາ​ສະຫະລັດ​ເຂົ້າ​ໃນ​ດ້ານ​ຮັກສາ​ຄວາມ​ປອດ​ໄພ, ສ່ວນ​ງານ​ກິລາ​ໂອ​ລິ​ມປິກປີ 2000 ໄດ້​ລົງທຶນ​ເກືອບ 120 ລ້ານ​ໂດ​ລາ​ສະຫະລັດ.
​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ, ມາດຕະການ​ຕ້ານ​ການ​ກໍ່​ການ​ຮ້າຍ​ໄດ້​ຈາກ​ຫນ້າດິນ​ຂຶ້ນ​ສູ່​ເທິງ​ອາກາດ. ​ເຮືອບິນ​ຫມາກ​ບິນ​ແລະ​ຍົນ​ເຮ​ລິ​ກົບ​ລາດຕະ​ເວນ​ຢູ່​ເທິງ​ອາກາດ​ອາ​ແຕນທຸກ​ມື້, ສິ່ງ​ທ່ີ​ປະຈັກ​ຕາ​ຄົນ​ກວ່າ​ຫມູ່​ນັ້ນກໍ່​ແມ່ນ​ເຮືອ​ເຫາະ​ສອງ​ລຳ​ທ່ີ​ຕຸ້ຍ​ອຸ້ຍ​ລຸ້ຍ.
​ເຮືອ​ເຫາະ​ສອງ​ລຳ​ນີ້​ແມ່ນ​ຜູ່​ປ້ອງ​ກັນອາກາດ​ທ່ີລັດຖະບານ​ເກຼັກ​ເຊົາ​ຈາກບໍລິສັດ​ສວິສ,​ແລະ​​ໄດ້​ໃສ່​ຊື່​ຟີ​ໂວ​ສ໌ ​ເຊິ່ງ​ເປັນ​ຊື່​ຂອງ​ໂຕ​ນຳ​ໂຊກ​ໂຕ​ຫນຶ່ງ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງນີ້,ມັນ​ສາມາດ​ເຮັດ​ວຽກ​ໃນ​ກາງຄືນ.



ເມື່ອ​ທຽບກັບ​ລົດ​ເກັ໋ງຢູ່​​ເບື້ອງ​ຊ້າຍ, ທ່ານ​ກໍ່​ອາດ​ຈະ​ຮູ້​​ແລ້ວ​ວ່າ​ເຮືອ​ເຫາະ​ໃຫຍ່​​ແທ້​ໃຫຍ່​ວ່າ



​ເຮືອ​ເຫາະ​ພວມ​ບິນ​ຜ່ານ​ສະຫນາມກິລາ​ຕົ້ນຕໍ​ຂອງ​ງານ​ກິລາ​ໂອ​ລິ​ມ ປິກ.ຂອບ​ເຂດ​ລາດຕະ​ເວນ​ຂອງ​ເຮືອ​ເຫາະ​ລຳ​ນີ້​ແມ່ນ​ຢູ່​​ເທິງອາກາດ​​ສູນ​ການ​ກິລາ​ໂອ​ລິ​ມປິກ


1  2