ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-11 16:58:52    
ວົງ​ການ​ງິ້ວ​ປັກ​ກິ່ງ​ຕັ້ງ​ໜ້າ​ຄົ້ນ​ຄວ້າ​ການ​ສືບ​ທອດ​ແລະ​ພັດ​ທະ​ນາ​ງິ້ວ​ປັກ​ກິ່ງ(ສຽງ)

cri

                       

ເພື່ອນຜູ່ຟັງ,ຄຽງ​ຄູ່​ກັບການ​ພັດທະນາຂອງ​ເສດຖະກິດ​ແລະ​ຂະ​ບວນການຫັນ​ເປັນ​ທັນ​ສະ​ໄໝ​ເລັ່ງ​ໄວ​ເຂົ້າ,ວົງ​ການງິ້ວຂອງ​ຈີນ​ປະ​ເຊີນ​ບັນຫາ​ໜຶ່ງ​ໂດຍ​ທົ່ວ​ໄປ,ນັ້ນກໍ​ຄື,​ຈະ​ເຮັດ​ໃຫ້ສິ ລະ​ປະ​ງິ້ວ​ດັ້ງ​ເດີມ​​ໄດ້ຮັບ​ການອະນຸລັກ ສືບ​ທອດ​ແລະ​​ເສີມ​ຂະຫຍາຍ​ແນວ​ໃດ.​ງິ້ວປັກ​ກ່ິງ ​ເຊ່ິງ​ເປັນ​ງິ້ວ​ແຫ່ງ​ຊາດ​ຈີນ​ໄດ້​ນຳ​ໜ້າຢ່ວງ​ບາດ​ກ້າວ​ທີ່​ປະຕິ​ຮູບ​ແລະ​ບຸກ​ເບີກຄົ້ນຄ້ວາ​ໃນ​ດ້ານ​ນີ້.ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ອັນ​ລະອຽດ.

ງິ້ວປັກ​ກິ່ງ​ປະສານ​ກັບ​ດົນຕີ​ຊິ​ມ​ໂຟນີເລື່ອງ《ທ່ານ​ເມ​ລັນ​ຟ່າງ》ໄດ້​ສະ​ແດງ​ຢູ່​ປັກ​ກິ່ງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.​ເລື່ອງ​ນີ້​​ໄດ້​ເອົາດົນຕີ​ຊິມ​ໂຟນີກັບ​ງິ້ວປັກ​ກິ່ງ​ດັ້ງ​ເດີມ​ເຊື່ອມ​ໂຍງ​ເຂົ້າກັນ​ເປັນ​ຄັ້ງທຳ​ອິດ,ມ່ວນ​ອອກ​ຊອນ​ດັ່ງ​ກະວີ,​​​ໄດ້ສ່ອງ​ແສງ​​ໃຫ້​ເຫັນບຸກຄະ​ລິກ​ແລະ​ຄຸນ​ລັກ​ສະ​ນະ​ໃນ​ສັກ​ສີຂອງ​ທ່ານ​ເມ​ລັນ​ຟ່າງ ມະຫາອາຈານ​ງິ້ວປັກ​ກິ່ງ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ໃນ​ໂລກ,​ອັນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາ​ກຜູ່​ຊົມທັງຫຼາຍ.

ທ່ານ​ນາງ​ວາງ​ຢູ້​ເຈິ່ນ ຫົວໜ້າຄະນະງິ້ວປັກ​ກິ່ງ​ຂອງ​ປັກ​ກິ່ງ​ກ່າວ​ວ່າ,​ເອົາດົນຕີ​ຊິ​ມ​ໂຟນີ​​ເຂົ້າ​ໃນງິ້ວປັກ​ກິ່ງ,​ແມ່ນ​ການ​ບຸກ​ເບີກ​ຄົ້ນຄ້ວາແລະ​ຫົວຄິດປະດິດ​ສ້າງ​ອັນ​ໜຶ່ງ​ຂອງ​ງິ້ວປັກ​ກິ່ງ.​ເພິ່ນ​ເວົ້າວ່າ: "​ເວົ້າສຳລັບ​ສິລະ​ປະ​ງິ້ວປັກ​ກິ່ງ​ແລ້ວ,ມັນ​ຄວນ​ກ້າວ​ໄປ​​ໜ້າ​ພ້ອມ​ກັບ​ຍຸກ​ສະ​ໄໝ. ຄະນະງິ້ວປັກ​ກິ່ງ​ຂອງ​ປັກ​ກິ່ງ​ພວກ​ເຮົາ​ພິລາ​ລະນາ​ຈຶ່ງເຮັດ​ແນວ​ໃດ​ຈຶ່ງເຮັດ​ໃຫ້​ງິ້ວປັກ​ກິ່ງ​ ເຊິ່ງ​ເປັນສິລະ​ປະດັ້ງ​ເດີມ​ອັນ​ເກົ່າ​ແກ່​ສາມາດ​​ໄປ​ທັນ​ຈັງຫວະຍຸກ​ປະຈຸ​ບັນ.ນີ້​ແມ່ນ​ຫົວ​ຂໍ້​ອັນ​ສຳຄັນ​ທີ່​ຜູ່​​ເຮັດ​ວຽກ​ງິ້ວປັກ​ກິ່ງ​ພວມ​ບຸກ​ເບີກ​ຄົ້ນຄວ້າ.ງິ້ວປັກ​ກິ່ງ​ຄວນຕັ້ງໜ້າ​ສືບ​ທອດ​ກັນ​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ,ກໍ່​ຄວນ​ມີ​ຫົວຄິດ​ປະດິດ​ສ້າງຢ່າງ​ບໍ່​ຢຸດ​ຢັ້ງ​ເຊັ່ນ​ດຽວ​ກັນ,​ເພາະ​ວ່າ,​ຫົວ​ຄິດ​ປະ​ດິດ​ສ້າງຈຶ່ງແມ່ນ​ວິນ​ຍານ​​ແຫ່ງ​ຄວາມ​ກ້າວໜ້າ​ຂອງປະຊາ​ຊາດ​ຈີນ.​ສະ​ນັ້ນ,​ການ​ສືບ​ທອດ​ກັບ​ການ​ອອກຫົວ​ຄິດປະດິດ​ສ້າ​ງ​ຄວນ​ຕ່າງ​ຊ່ອຍ​ຊູ​ກັນ."

ງິ້ວປັກ​ກິ່ງ​ແມ່ນ​ງິ້ວຊະນິດ​ໜຶ່ງທີ່​ມີ​ຜົນ​ສະທ້ອນ​ແຮງ​ກວ່າ​ໝູ່​ແລະ​ມີ​ສີສັນ​ພິ​ເສດ​ເດັ່ນ​ກວ່າ​ໝູ່​ໃນ​ບັນດາ​ງິ້ວຂອງ​ຈີນ,ນັບ​ມາ​ຮອດ​ປະຈຸ​ບັນ​ມັນ​ໄດ້​ມີ​ປະຫວັດ​ມາ200ກ​ວ່າ​ປີ​ແລ້ວ.​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ຈໍ່​ຕົວ​ຂຶ້ນ​ແລະ​ຂະຫຍາຍຕົວ,ງິ້ວປັກ​ກິ່ງ​ໄດ້​ດຶງ​ດູດ​ສິ່ງ​ຍອດ​ຢ້ຽມ​ຂອງ​ສິລະ​ປະ​ປະ​ເພດ​ອື່ນໆ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເຜີຍ​ແຜ່​ຢູ່​ທົ່ວ​ປະ​ເທດ,ສະນັ້ນຈຶ່ງ​ຖືກ​ເອີ້ນ​ເປັນ​ງິ້ວ​ແຫ່ງ​ຊາດ​ຈີນ.​ຊູ່​ມື້​ນີ້,ສິລະ​ປະ​ງິ້ວດັ້ງ​ເດີມ​ຂອງ​ຈີນ​ປະ​ເຊີນ​ກັບ​ບັນຫາ​ທີ່​ມີຜູ່​ຊົມ​ໜ້ອຍ,​ແລະ​ຂາດຜູ່​ສະ​ແດງ​ລຸ້ນສືບ​ທອດ,ງິ້ວປັກ​ກິ່ງ​ກໍ​ປະສົບສິ່ງ​ທາ​ທ້າຍ​ອັນ​ຂ້ຽວຂາດ​ຄື​ກັນ.

ເພື່ອ​​ເຮັດໃຫ້​ງິ້ວປັກ​ກິ່ງມີ​ຄວາມ​​ມີ​ຊີວິດ​ຊີວາ​ຢູ່​ເທິງ​ເວທີ​ສະ​ແດງ, ບຸກຄົນ​ວົງ​ການ​ງິ້ວປັກ​ກິ່ງ​ໄດ້​ບຸກ​ເບີກ​ຄົ້ນຄວ້າ​ຢ່າງ​ບໍ່​ລົດ​ລະ.ກ່ອນ​ອື່ນ,ການ​​ແຕ່ງ​ບົດ​ງິ້ວປັກ​ກິ່ງ​​ມີ​ເນື້ອ​ໃນ​ອຸດົມສົມບູນ ກວ່າ​ເກົ່າ,ສອງ​​ສະ​ແດງ​ຢູ່​ວິທີ​ການ​ປະດັບ​ເອ້​ເວທີີ,ວາດ​ຟ້ອນ ​ແສງ​ໄຟ ​ທຳນອງຮ້ອງ ການ​ຂະ​ຫຍາຍ​ສຽງແລະ​ຈັງຫວະ​ການສະ​ແດງ​ລ້ວນ​ແຕ່​ໄດ້​ຕື່ມ​ແຖມ​ປັດ​ໄຈ​ອັນ​ໃໝ່​ອ່ຽມ​ຫຼາຍ​ຢ່າງ,​ເຮັດ​ໃຫ້​ງິ້ວປັກ​ກິ່ງ​ມີ​ລັກສະນະ​ຍຸກ​ສະ​ໄຫມ​ອັນ​​ເຂັ້ມຂຸ້ນ,ຍິ່ງ​ທັນ​ສະ​ໄຫມ​ແລະ​​​ແຟ​ເຊິ​ນກວ່າ​ເກົ່າ.

ວົງ​ການ​ງິ້ວປັກ​ກິ່ງ​ຍັງ​ໄດ້​ທັບ​ມ້າງຮີດຄອງຂອງວົງ​ການ​ງິ້ວປັກ​ກິ່ງ​ທີ່​​ໄດ້​ສືບ​ກັນມາ​ຮ້ອຍ​ປີ,​​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຂ້າມ​ທ້ອງ​ຖິ່ນ​ແລະຂ້າມ​​ຄະນະການສະ​ແດງ. ຕົວຢ່າງ​ຄືງິ້ວປັກ​ກິ່ງ​ປະສານ​ກັບ​ດົນຕີ​ຊິ​ມ​ໂຟນີຂະຫນາດ​ໃຫຍ່​ເລື່ອງ​《​ທ່ານ​ເມ​ລັນ​ຟ່າງ》ທ່ີ​ຄະນະ​ງິ້ວປັກ​ກິ່ງ​​ເປັນ​ຜູ່​ຈັດຕົ້ນຕໍ​ນັ້ນກໍ່​ໄດ້​ໂຮມ​ສູນ​ຜູ່​ເກັ່ງກວ່າ​ໝູ່ໃນ​ວົງ​ການ​ງິ້ວປັກ​ກິ່ງຂອງ​ຈີນ,ນັກສະ​ແດງ​ຕົ້ນຕໍ​ໃຜ​ໆ​ກໍ​​ແມ່ນ​ດາລາ​ງິ້ວທ່ີ​ມີ​ຊື່​ສຽງ.

​​ໃນ​ຍຸກ​​ໃໝ່ນີ້,ການ​ບຳລຸງ​ສ້າງ​ຜູ່​ຊົມ​ແລະ​​ຜູ່​ສືບ​ທອດ​ງິ້ວປັກ​ກິ່ງ​ແມ່ນ​ຈຸດ​ໜັກ​ທ່ີ​ວົງ​ການ​ງິ້ວ ປັກ​ກິ່ງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ.ຕົວຢ່າງ​ຄື ​ຄະນະ​ງິ້ວປັກ​ກິ່ງ​ແຂວງ​ເຫີ​ໄປ​ໄດ້​ປະດິດຄິດ​ແຕ່ງ ງິ້ວປັກ​ກິ່ງ​ເດັກ​​ເລື່ອງ《ຫ່ານຟ້າ​ປ່າ》​ເຊິ່ງຖືນິທານ​ເດັກ​ຂອງ​ທ່ານ​​ອັນ​​ແດກ​ເຊິ​ນ​ເປັນ​ພື້ນ​ຖານ​ແລະ​ຖື​​ພວກ​ຫຼານນ້ອຍ​ເປັນກຸ່ມຜູ່​ຊົມ​.ຄະນະ​ງິ້ວປັກ​ກິ່ງຄະນະ​​ອື່ນໆ​ກໍ່​ຕັ້ງ​ໜ້າ​ຈັດ​ການ​ຕະ​ເວນສະ​ແດງ​ຢູ່​ແຫ່ງ​ຕ່າງໆ​ທ່ົວ​ປະ​ເທດຈີນ.ຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ຄະນະ​ງິ້ວປັກ​ກິ່ງ​ຈີນ​ໄດ້​ຈັດ​ວາງ​ນັກສະ​ແດງຜູ່​ເກັ່ງ​ຈຳນວນຫຼວງຫຼາຍ​ໄປສະ​ແດງ​ງິ້ວປັກ​ກິ່ງ​ດັ້ງ​ເດີມ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ,ຈັດ​ກອງ​ປະຊຸມທີ​ປາ​​ໄສ​ງິ້ວປັກ​ກິ່ງ​ສຳລັບ​ນັກ​ສຶກສາ​ມະ​ຫາ​ວິ​ທະ​ຍາ​ໄລ,​ເພື່ອ​ດຶງ​ດູດ​ນັກ​ສຶກ​ສາ​​ໃຫ້ສົນ​ໃຈ​ນຳ​ງິ້ວປັກ​ກິ່ງ,ຮູ້ຈັກນັກງິ້ວປັກ​ກິ່ງຫຼາຍກວ່າ​ເກົ່າ.ທ່ານ​ຢູຄຸຍ​ຈື້ ຫົວ​ຫນ້າ​​ສາ​ຂາ​ທີ​ສອງ​ຂອງຄະນະ​ງິ້ວປັກ​ກິ່ງ​ຈີນ​ເວົ້າວ່າ:"ສິລະປະ​ຖ້າ​ຢາກ​ມີ​ການ​ຂະ​ຫຍາຍ​ຕົວ,​ສືບ​ທອດ​ກັນ​ໄປ,​ການ​ບຳ​ລຸງ​ສ້າງ​ຜູ່​ສະ​ແດງ​ລຸ້ນສືບທອດແມ່ນ​ສຳຄັນ​ທ່ີ​ສຸດ,​ບໍ່​ພຽງ​ແຕ່​ທໍ່​ນັ້ນ,ການ​ບຳ ລຸງ​ສ້າງ​ຜູ່​ຊົມ​ລຸ້ນສືບ​ທອດກໍ​ຍິ່ງ​ສຳຄັນ.​ຈະ​ໄປ​ໂຄສະນາ​ແນວ​ໃດ,ຈະ​ໄປ​ເຜີຍ​ແຜ່​ແນວ​ໃດ, ຈະໄປ​ເປີດ​ກວ້າງ​ຜົນ​ສະທ້ອນ​ຂອງ​ງິ້ວປັກ​ກິ່ງ​ໃນ​ໝູ່ຊາວ​ໜຸ່ມ​ຍິງ​ຊາຍ​ແນວ​ໃດ,​ນີ້​ແຫຼະ​ກໍ​ແມ່ນ​ວຽກ​ງານ​ຂອງ​ນັກສະ​ແດງ​ງິ້ວປັກ​ກິ່ງ​ລຸ້ນພວກ​​ເຮົາ​ຄວນ​ເຮັດ."