ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-12 08:53:18    
ທ່ານ​ເອບສ໌​ເຕັນ ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ເຊື້ອສາຍ​ຕ່າງປະ​ເທດ

cri

ຢູ່​ຈີນ​ມີ​ກຸ່ມ​ຄົນ​ພິ​ເສດ​ກຸ່ມ​ໜຶ່ງ,ພວກ​ເຂົາ​ເຈົ້າ​ຈາກ​ປະ​ເທດ​ທີ່​ຕ່າງ​ກັນ,ພ້ອມ​ກັນ​ກັບ​ປະຊາ​ຊົນ​ຈີນ​ເຂົ້າ​ຮ່ອມ​ການ​ປະຕິວັດ​ແລະ​ກາ​ນສ້າງສາ​ຂອງ​ຈີນ.ພວກ​ເຂົາ​ເຈົ້າ​ມີ​ຄວາມ​ຮັກ​​ແພງ​ຢ່າງ​ເລິກ​ເຊິ່ງຕໍ່​ຈີນ,ມີ​ບາງ​ຄົນ​ດຳລົງ​ຊີວິດ​ຢູ່​ຈີນ​ເປັນ​​ເວລາ​ຍາວ​ນານ,ຍັງ​ໄດ້​ເຂົ້າ​ຮ່ອມ​ສັນຊາດ​ຈີນ,ຈົນ​ກະທັ້ງກາຍເປັນສະ​ມາ​ຊິກ​ຂອງ​ພັກ​ກອມ​ມູນິດ​ຈີນ.​

ທ່ານ​ເອບສ​ເຕັນ ​ເກີດ​ຢູ່​​ໂປ​​ໂລ​ຍ​​ເມື່ອ​ເດືອນ​​ເມສາ​ປີ 1915,​ໃນ​ຄາວ​ອາ​ຍຸ 2 ປີ​ປາຍກໍ່​ຍ້າຍ​ມາ​ຢູ່​ຈີນ​ນຳ​ພໍ່​ແມ່.ຈາກ​ນັ້ນ​ທ່ານ​ເຕີບ​ໃຫຍ່​ຢູ່​ຈີນ​ແລະ​ເຂົ້າ​ຮ່ວມວຽກ​ງານ​ຖະ​​ແຫຼ​ງຂ່າວ​ໃນ​ຊຸມ​ປີ 30 ສັດຕະວັດ​ທີ 20,​ແຈ້ງ​ຂ່າ​ວກ່ຽວ​ກັບ​ສະພາ​ບການ​ປະຕິ​ວັດ​ແລະ​ສັງ​ຄັມຂອງ​ຈີນ​ຕໍ່​ຕ່າງປະ​ເທດ.​ເວລາ​ນັ້ນ​ຈີນ​ພວມ​ຢູ່​ໃນ​ໄລ​ຍະ​ພາຍ​ໃຕ້​ການ​ປົກຄອງ​ຜະ​ເດັດ​ການ​ຂອງພັກ​ກົກ​ມີນຕັງ​ແລະ​ຖືກ​ມະຫາ​ອຳນາດ​ຕ່າງປະ​ເທດ​ຮຸກ​ຮານ,ສົງ​ຄາມ​ພາຍ​ໃນ​ປະ​ເທດ​ເກີດ​ຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ,ຊີວິດ​ການ​ເປັນຢູ່​ຂອງ​ປະ​ຊາ​ຊົນທຸກ​ຍາກ​ລຳ​ບາກ,ສຽງ​ຮຽກຮ້ອງ​ຕໍ່ຕ້ານ​ການ​ຮຸາຮານ​ຂອງ​ສັດຕູ​ຕ່າງ​ປະ​ເທດ, ສ້າງ​ຕັ້ງ​ປະ​ເທດ​ທີ່​ມີ​ອິດ​ສະລະ​ພາບ​ແລະ​ປະຊາທິປະ​​ໄຕ​ນັ້ນ​ດັງ​ຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ.​

ໃນ​​​ໄລຍະ​ນີ້,ພັກ​ກອມ​ມູນິດ​ຈີນ​ທີ່​ສ້າງຕັ້ງ​ຂຶ້ນ​ໃນ​ຕົ້ນ​ຊຸມ​ປີ​ທີ່ 20 ສັດຕະວັດ​ທີ 20 ​ໄດ້ຄ່ອຍໆ​ເຕີບ​​ໂຕ​ຂຶ້ນ,ກາຍ​ເປັນ​ພັກ​ການ​ເມືອງ​ກ້າວໜ້າ​ທີ່​ຕາງ​ໜ້າ​ຜົນ​ປະ​ໂຫຍ​ດຂອງ​ປະ​ຊາ​ຊາດຈີນ.ປີ 1944, ​ໃນ​ນາມ​ເປັນ​ນັກ​ຂ່າວຂອງ​ນິວຢອກ​ແທມສ໌​ແລະ​ວາລະສານ​ແທມສ໌ຂອງ​ອາ​​ເມ​ສິກາ,ທ່ານ​ເອບສ​ເຕັນ​ໄດ້​ເຂົ້າຮ່ວມຄະນະ​ຢ້ຽມຢາມ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ,​ໄດ້​ຢ້ຽມຢາ​ມ​​ແຢ໋ນອ່ານ​ແຂວງ​ສານ​​ໄປ​ເຊິ່ງ​ເປັນທີ່​ຕັ້ງ​ສຳ​ນັກ​ງານ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໃນ​ຄາວ​ນັ້ນ.ທ່ານ​ຍັງ​ລົງ​ໄປ​ຮອດ​ເຂດ​ຕໍ່​ແດນ​ລະຫວ່າງ​ແຂ​ວງສ້ານຊີ​ແຂວງ​ກ່ານ​ຊູ້​ແລະ​​​ເຂດ​ໜິງ​ເຊ້ຍ​ເຊິ່ງ​ເປັນທີ່​ໝັ້ນ​ຕໍ່ຕ້ານ​ຍີ່​ປຸ່ນຢູ່​ແນວ​ຫຼັງ​ສັດຕູ​ທີ່​ນຳ​ໂດຍ​ພັກ​ກອມ​ມູນິດ​ຈີນ​ໃນ​ຄາວ​ນັ້ນ,​ແຈ້ງຂ່າວ​ກ່ຽວ​ກັບ​ສະພາບ​ການ​ຕໍ່​ສູ້​ຂອງ​ພັກ​ກອມ​ມູນິດ​ຈີນ​ນຳພາ​ປະຊາ​ຊົນ​ເຂດ​ປົດ​ປ່ອຍ​ຕໍ່​ຕ້ານ​ຍີ່​ປຸ່ນຜູ່​ຮຸກ​ຮານ​ຢ່າງພິລະ​ອາດ​ຫານນັ້ນຕໍ່​ທົ່ວ​​ໂລກ.ບົດ​ຄວາມ​ຫຼາຍ​ສິບ​ບົດ​ທີ່​ທ່ານ​ຂຽນ​ນັ້ນ​ໄດ້​ພິມ​ຈຳໜ່າຍ​ຢູ່​ໜັງສືພິມ​ວາລະສານ​ຂອງ​ອາ​​ເມ​ລິ​ກາ,ອັງ​ກິດ,ອິນ​ເດຍ​ແລະ​ອົສຕຼາລີ​ເປັນຕົ້ນ​ຢ່າງ​ເປັນລຳ​ດັບ.​ເມື່ອ​ຫວນ​ຄືນ​ເຖິງ​ປະ​ຫວັດ​ສາດ​ຕອນ​ນີ້,ທ່ານ​ເອບສ​ເຕັນ​ເວົ້າ​ດ້ວຍ​ຄວາມ​ກະ​ຕຸ້ນ​ໃຈ​ວ່າ:

"ໃນ​ຄາວ​ນັ້ນ,​ເຂດ​ຕໍ່​ແດນ​ລະຫວ່າງ​ສານ​ຊີ່,ການ​ຊູ້,ນິງ​ເຊ້ຍ​ໄດ້​​ເປັນ​ຕົວ​ແທນ​​ໃຫ້​ແກ່ພາບ​ພົດ​ຂອງ​ປະ​ເທດຈີນ​ໃໝ່​ຢ່າງ​ສິ້ນ​​ເຊິງ,ມັນ​ຕ່າງ​ກັບ​ເຂດ​ທີ່​ພັກ​ກົກມິນ​ຕັງ​ປົກ ຄອງ​ນັ້ນ​ຢ່າງ​ສິ້ນ​ເຊິ​ງ.ຢູ່​​ແຫ່ງ​ນີ້​ມີ​ບັນຍາກາດ​​ເສ​ລີ​ພາບ,ປະ​ຊາ​ຊົນ​ເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕົນ​ເອງ.ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ,ຕົນ​ເອງ​ຈະ​ເອົາ​ຊະນະ​ສົງຄາມ​ຕ່ໍ​ຕ້ານ​ຍີ່​ປຸ່ນ​ໄດ້​​ໃນ​ທີ່​ສຸດ​,​ແລະ​ສ້າງ​ປະ​ເທດ​ຈີນ​​ໃໝ່."

ຢູູ່​ເມືອງ​ແຢ໋ນອ່ານ​ທ່ານ​ເອບສ​ເຕັນ​ຍັງ​ໄດ້​ສຳພາດ​ຜູ່​ນຳຂອງ​ພັກກ​ອມມູນິດ​ຈີນ​ເຊັ່ນ​ທ່ານ​ໝາ​ວ​ເຈ​ີຕົ່ງ,ທ່ານ​ຈູ່​ເຕີ໋​ແລະ​ທ່ານ​ເຈົ໋າ​ເອີ່​ນຫຼາຍ​ເປັນ​ຢູ່​ໃນ​ຖ້ຳ.ທ່ານ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜູ່​ນຳ​ພັກ​ກອມ​ມູນິດ​າຈີນ​ໃນ​ຄາວນັ້ນ,​ເຫັນ​ວ່າ​ພວກ​ເພິ່ນ​ໝູ່​ຄະນະ​ນຳ​ທີ່​ເຫັນ​ກວ້າງ​ມອງ​ໄກ,ຍ່ອມ​ຈະ​ໄດ້​ຮັບ​​ໄຊ​ຊະນະ​ຂອງ​ການ​ປະຕິ​ບັດ.


(ທ່ານເວີ່ນເຈ່ຍປາວ ນາຍົກລັດຖະມົນຕີຈີນໄປຢາມທ່ານເອບສ໌ເຕັນ)


ຫຼັງ​ຈາກ​ສົງຄາມ​ຕໍ່ຕ້ານ​ຍີ່​ປຸ່ນ​ໄດ້​ຮັບ​ໄຊ​ຊະນະ​​ແລ້ວ,ທ່ານ​ເອບສ​ເຕັນ​ໄດ້​ກັບ​ຄືນ​​​ເມືອອາ​ເມ​ລິ​ກາ​ຍ້ອນວຽກ​ງານ.​ແຕ່​ທ່ານ​ບໍ່​ໄດ້​ເຊົາ​​ເອົາ​ໃຈ​​ໃສ່​ນຳ​ການ​ປະຕິບັດ​ແລະ​ການສ້າງສາ​ຂອງ​ຈີນ​ຈັກ​ເທື່ອ.​ໃນ​ປີ​ທີ​ສາມ​ແຕ່​ສະ​ຖາປະນາ​ປະ​ເທດ​ຈີນ​ໃໝ່,​ໂດຍ​ຕອບ​ສະໜອງ​ຄຳ​​ເຊີນ​ຂອງ​ທ່ານ​ນາງຊຸ້ງ​ຊິ້ງຫຼິງ​ຮອງ​ປະທານ​ປະ​ເທດ​ຈີນ​ໃນ​ຄາວ​ນັ້ນ,ທ່ານ​ເອບສ​ເຕັນ​ກັບ​ພັນ​ລະ​ຍາ​ໄດ້​ຈາກ​ອາ​​ເມ​ລິ​ກາ​ກັບ​ຄືນ​ມາ​ຈີນ,​ເຂົ້າ​ຮ່ວມ​ການ​ສ້າງວາ​ລະ​ສານ​ຕໍ່​ຕ່າງ​ປະ​ເທດ​ຄື​ການ​ສ້າງສາ​ປະ​ເທດ​ຈີນ,ປະ​ຈຸ​ບັນ​ຊື່ວ່າ"ປະ​ເທດ​ຈີນ​ວັນ​ນີ້",ກາຍ​ເປັນ​ຜູ່​ເລີ່​ມສ້າງ​ພາລະກິດ​ໂຄສະນາ​ຕໍ່​ຕ່າງປະ​ເທດ​ຂອງ​ປະ​ເທດ​ຈີນ​ໃໝ່.​

ໃນ​ນາມ​ເປ​ັນຜູ່​ລິ​ເລີ່​ມສ້າງ​ຜູ່​ຮັບຜິ​ດຊອບ​ຕົ້ນຕໍ​ຂອງ​ວາລະສານ​ດັ່ງກ່າວ,ທ່ານ​ເອບສ​ເຕັນ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ຢ່າງ​ກ້າຫານ​​ໃນ​ດ້ານ​ບຳລຸງ​ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມ​າ​ດ,ການ​ກຳ​ນົດ​ແລະ​ປະຕິບັດ​ທິດ​ທາງ​ບັນ​ນາ​ທິການ​ເປັນ​ຕົ້ນ.​ໃຕ້​ຄວາ​ມພະຍາຍາມ​ຂອງ​ທ່ານ,ວາລະສານ​ສະບັບ​ນີ້​ໄດ້​ສະ​ເໜີ​ສະພາບ​ການ​ສ້າງສາ​ສັງ​ຄົມ​ນິຍົມ​ທີ່​ປະ​ເທດ​ຈີນ​ໃໝ່​ພວ​ມດຳ​ເນີນ​ຢູ່​ນັ້ນ​ໃຫ້​ຜູ່​ອ່ານ​ຕ່າງປະ​ເທດ​ຊາບ​ດ້ວຍ​ການ​​ແຈ້ງ​ຂ່າວ​ຢ່າງ​ພາວະ​ວິ​ໄສ​ແລະ​ລະອຽດ,ກາຍ​ເປັນ​ຂົວ​ສະພາບ​ອັນ​ສຳຄັນ​ສຳລັບ​ຜູ່​ອ່ານ​ຕ່າງປະ​ເທດ​ຊອກ​ຮູ້​ປະ​ເທດ​ຈີນ​ຢ່າງຮອບດ້ານ.

ທ່ານ​ເອບສ​ເຕັນ​ຍັງ​ໄດ້​ໄປ​ສຳພາດ​ແລະ​ຂຽນ​ບົດ​ເອົາ​ເອງ.ຍ້ອນ​ມີ​ກຳ​ລັງ​​ເກດ​ທີ່​ແຫຼມ​ຄົມ​ນັກ​ຂ່າວ,ບວກ​ກັບ​ທ່ານ​ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ສົມ​ຄວນ​ຕໍ່​ປະ​ຫວັດ​ສາດ​ແລະ​ວັດທະນະ​ທຳຂອງ​ຈີນ,ການ​ແຈ້ງ​ຂ່າວ​ຂອງ​ທ່ານ​ມັກ​ມີ​ຄວາມ​ເລິກ​ເຊິ່ງ,ການ​ວິ​ເຄາະ​ແລະ​ການ​ຄາດ​ຄະ​​ເນ​ລ້ວນ​ແຕ່​ຂ້ອນ​ຂ້າງ​ແຂງ​ແຮງ,ອັນ​​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບຫຼາຍ​ຈາກ​ຜູ່​ອ່ານ​ຕ່າງປະ​ເທດ.ທ່ານ​ເອບສ​ເຕັນ​ເຫັນ​ວ່າ,​ເພື່ອນ​ຕ່າ​ງປະ​ເທດ​ຮູ້​ຈັກ​ປະ​ເທດ​ຈີນ​ໃໝ່ໜ້ອຍ​ທີ່​ສຸດ,ບາ​ງຄົນ​ຍັງ​ຫຼົງ​ເຊື່ອ​ເລື່ອງ​ຈີງ​ທີ່​ຖືກ​ການ​ແຈ້ງ​ຂ່າວ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ບິດ​ເບືອນ​ແລ້ວ​ນັ້ນ,ຄວາມ​ຈິງ​ແລ້ວ,ປະ​ເທດ​ຈີນ​ທີ່​ແທ້​ຈິງ​ແມ່ນ​ເປັນ​ແນວ​​ໃດ,ພວກ​ເຂົາ​ເຈົ້າ​ພັດບໍ່​ຮູ້.ສະ​ນັ້ນ,ທ່ານ​ມັກ​ແຈ້ງຂ່າວ​ກ່ຽວກັບປະ​ເທດ​ຈີນ​ທີ່​ເພື່ອນ​ຕ່າງ​ປະ​ເທດ​​ເຫັນ​ກັບ​ຕາ​ນັ້ນ​ຢ່າງ​ກົງ​​ໄປ​ກົງ​ມາ.

"ຂ້າພະ​ເຈົ້າ​ມັກ​ໄປ​ສຳພາດ​ເພື່ອນ​ຕ່າງປະ​ເທດທີ່​ມາ​ຈີນ​ເທື່ອ​ທຳ​ອິດ,ຖາມ​ພວກ​ເຂົາ​ເຈົ້າວ່າ​ຕີ​ລາຄາ​​ແນວ​​ໃດ​ຕໍ່​ປະ​ເທດ​ຈີນ​ທີ່​ພວກ​ເຂົາ​ເຈົ້າ​ເຫັນ​ກັບຕາ.ພວກ​ເຂົາ​ເຈົ້າ​ມັກ​ເວົ້າ​ວ່າ,ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ເຫັນ​ນັ້ນ​ດີກ​ວ່າ​ສິ່ງ​ທີ່​ຄາດ​ຄຶດ."

ໃນ​ນາມ​ເປ​ັນນັກ​ຂ່າວ,ທ່ານ​ເອບສ​ເຕັນ​ໄດ້​ໄປ​ສຳພາ​ດທົ່ວ​ປະ​ເທດ​ຈີນ,​ໄດ້​ຂຽນ​ບົດ​ແຈ້ງ​ຂ່າວ​ຢ່າງ​ຫຼວງຫຼາຍ.ບົດ​ປະ​ພັນ​ເລ​ື່ອງ"ສົງຄາມ​ຂອງ​ປະ​ຊາ​ຊົນ","ການ​ຫັນ​ປ່ຽນ​ຂອງ​ຕິ​ເບ​ດ"ແລະ"ຊີ​ວະ​ປະ​ຫວັດ​ຂອງ​ທ່ານ​ນາງ​ຊຸ້ງ​ຊິ້ງຫຼິງ"ທີ່​ທ່ານ​ແຕ່ງ​ນັ້ນ​ໄດ້​ສະ​ແດງ​​ໃຫ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ປະ​ຫວັດ​ສາດ​ຈີນ​ດ້ວຍ​ຮູ​ບການ​ບັນ​ທຶກ​ເລື່ອງ​ຈິງ.

ປີ 1957,ທ່ານ​ເອບສ​ເຕັນ​ໄດ້​ເຂົ້າສັນຊາດ​ຈີນ.ຫຼັງຈາກ​ນັ້ນ​ຫຼາຍ​ປີ​ທ່ານ​ໄດ້​ເຂົ້າ​ເປ​ັນສະມາຊິກ​ພັກ​ກອມ​ມູນິດ​ຈີນ.​ໃນ​ນາມ​ເປັນ​ພົນລະ​ເມືອງ​ແລະ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ,ທ່ານ​ໄດ້​ວາງ​ຂໍ້​ສະ​ເໜີ​ຕໍ​່ທິດ​ທາງ​ສະ​ໂຍບາຍ​ຈຳ​ນອນ​ນຶ່ງ​ທີ່​ພັກ​ກອມ​ມູນິດ​ຈີນ​ປະຕິບັດ​ນັ້ນ​ຢ່າງ​ຕັ້ງໜ້າ​ແລະ​​ໄດ້​ປະ​ກອບ​ຄຳ​ເຫັນ​ຂອງ​ຕົນ​ຕໍ່​ບາງ​ບັນ​ຫາ​ຈຸດ​​ເດືອດ​ຂອງ​ສັງ​ຄົມ,ຊຸກ​ຍູ້​ການ​ແກ້​ໄຂບັນ​ຫາ.ຕົວ​ຢ່າ​ງຄື​ຕໍ່​ບັນຫາ​ຈະ​ຄຸ້ມຄອງ​ປະຊາກອນ​ຊົນ​ນະ​ບົດ​ຈີນ​ທີ່​ໄປ​ຫາ​ວຽກ​​ເຮັດ​ຢູ່​ຕົວ​ເມືອງ​ແນວ​ໃດ,​ໃນ​ຂະ​ນະ​ດຳ​ເນີນ​ການ​ສ້າງສາ​ເສດຖະກິດ​ນັ້ນ​ຄວນ​ເອົາ​ໃຈ​ໃສ່​ນຳ​ການ​ກໍ່ສ້າງ​ວັດທະນະທຳເປ​ັນຕົ້ນ,ທ່ານ​ລ້ວນ​ແຕ່​ໄດ້​ສະ​ເໜີ​ວິທີ​ທີ່​ມີ​ລັກສະນະ​ປະຕິບັດ​ໄດ້​ຢ່າງ​ແຂງ​ແຮງ.

ນອກ​ນີ້,ທ່ານ​ຈັງ​ຕັ້ງ​ຫຼັກຈັ້ງ​ຕີນ​ຢູ່​ບົນ​ຜືນ​ແຜ່ນດິນ​ຂອງ​ຈີນ,ສັງ​ເກດ​ການ​ປ່ຽນ​ແປງ​ຈີນ,ທ່ານ​ໄດ້​ແຈ້ງ​ຂ່າວ​ຜົນສຳ​ເລັດ​ຂອງ​ການ​ປະຕິ​ຮູ​ບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ສ້າງສາ​ເສດຖະກິດ​ເປ​ັນ​ເວລາ 20 ກວ່າ​ປີ​ຂອງ​ຈີນ​ໃຫ້​ຊາວ​ຕ່າງປະ​ເທດ​ຊາບ,ປະຈຸ​ບັນ,ວາ​ລະ​ສານ​ການ​ສ້າງສາ​ຂອງ​ປະ​ເທດ​ຈີນ​ປະຈຸບັນ​ຊື່​ປະ​ເທດ​ຈີນ​ວັນ​ນີ້,ທ່ານ​ລິ​ເລີ່​ມສ້າງ​ນັ້ນ​ໄດ້​ມີ​ປະ​ຫວັດ 51 ປີ​​ແລ້ວ,​ໄດ້​ກາຍ​ເປັນ​ນຶ່ງ​ໃນ​ວາລະສານ​ຂອງ​ຈີນ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ຜູ່​ອ່ານ​ຕ່າງປະ​ເທດ.

ທ່ານ​ເອບສ​ເຕັນ​ເຫັນ​ວ່າ,ການ​ປະຕິວັດ​ຂອງ​ຈີນ​​ໄດ້​ປ່ຽນ​ແປງ​ຊົ່ວ​ຊີວິດ​ຂອງ​ທ່ານ,ຊົ່ວ​ຊີ​ວິດ​ຂອງ​ທ່ານ​ກໍ​ໄດ້​ຕິດ​ພັນ​ກັບປະ​ເທດ​ຈີນ​ຢ່າງ​ແໜ້ນ​​ແຟ້ນ,ທ່ານ​ເວົ້າ​ວ່າ.

"ປະ​ເທດ​ຈີນ​ໄດ້​ກາຍເປັນ​ບ້ານ​ຂອງ​ຂ້າພະ​ເຈົ້າ​ແລ້ວ​,​ແລະ​ກາຍ​ເປັນ​ເນື້ອ​​ໃນ​ໃຈກາງ​ຂອງວຽກ​ງານ​ຂ້າພະ​ເຈົ້າ​ແລ້ວ,ສະ​ນັ້ນ,ຂ້າພະ​ເຈົ້າ​ຕົກລົງ​ເຂົ້າ​ສັນ​ຊາດ​ຈີນ​ກໍ່​ແມ່ນ​ເລື່ອງທຳ​ມະ​ດາ.ຕໍ່​ມາ,ຂ້າພະ​ເຈົ້າ​ກໍ່​ໄດ້​ກາຍ​ເປັນ​ພົນລະ​​ເມືອງ​ຈີນ,​ແລະ​ຕົກລົງ​ເຂົ້າຮ່ວມ​ພັກ​ກອມ​ມູນິດ​ຈີນ.ທ່ານ​ເອບສ​ເຕັນ​ເວົ້າ​ວ່າ,ທ່ານ​ແມ່ນ​ສັກ​ຂີ​ພິຍານ​ຂອງ​ປະ​ຫວັດ​ສາດ​ຈີນ​ໃນ​ຫຼາຍສິບ​ປີ​ມາ​ນີ້,ທ່ານ​ຮູ້​ສຶກພາກ​ພູມ​ໃຈໂດຍ​ຕະຫຼອດທີ່​ຕົນ​ເປັນ​ພົນລະ​ເມືອງ​ຜູ່​ນື່ງຂອງ​ຈີນ."