ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-12 14:52:30    
ນ້ຳຢອດ​ໃສ່​ຫີນ​ກໍຍັງ​ຊອດ​ໄດ້​(ສຽງ)

cri

                     

ໃນ​ສະ​ໄໝ​ລາຊະວົງຊ້ົງຂອງ​ຈີນ​,​ມີ​ເຈົ້າ​ເມືອງ​ຜູ່​ໜ່ຶງ​​ເຫັນ​​ເສນາ​ຜູ່​ໜ່ຶງ​ທ່ີ​ຮັກສາຄັງ​ເງິນ​ຈັບ​ເອົາ​ເງິນ​ຫຼຽນ​ໜ່ຶງ​​ໃສ່​ຖົງເສື້ອ​ຕົນ​ເອງ​ແລ້ວ​ຍ່າງ​ໜີ, ຈ່ຶງ​ເອີ້ນ​ເອົາ​ເສນາ​ຜູ່​ນັ້ນມາ​ສອບ​ຖາມ, ​ເສນາ​ທ່ີ​ຮັກສາ​ຄັງ​ເງິນ​ຮັບ​ຮູ້​ວ່າ​ເງິນ​​ຫຼຽນນັ້ນ​​ແມ່ນ​ເອົາຈາກ​ຄັງ​ເງິນ,​ແຕ່​ເຂົາ​ຖື​ວ່າຫຼຽນດຽວ​ທໍ່​ບໍ່​ມີ​ຫຍັງ.​ເຈົ້າ​ເມືອງ​ຕິ​ຕຽນ​ເຂົາ​,​ເຂົາ​ຍັງ​ບໍ່​ຍອມ​ຮັບ.​ເຈົ້າ​ເມືອງ​ກ່າວ​ວ່າ,​ມື້​ໜ່ຶງ​ລັກ​ຫຼຽນ​ໜ່ຶງ,​ຄື​ວ່າ​ບໍ່​ທໍ່​ໃດ,​ແຕ່​ຖ້າ​ລັກ​1000​ມື້​ກໍ​1000​ຫຼຽນ;​ເສັ້ນ​ເຊືອກ​ເບິ່ງ​ຄື​ວ່າບໍ່​​ແຫຼມ​ບໍ່​ຄົມ, ​ແຕ່​​ເຖ​ືອ​ໄປ​ເຖືອ​ມາ ​ດົນ​ແລ້ວ​ກໍ​ສາມາດ​ເລ່ືອຍ​ທ່ອນ​ໄມ້​​ໃຫ້ຂາດ​ໄດ້;​ນ້ຳ​ຢອດ​ລົງ​ໃສ່​ກ້ອນ​ຫີນ,​ເບ່ິງ​ຄື​ວ່າ​ບໍ່​​ແຮງ​, ​ແຕ່​ເວລາ​ດົນ​ແລ້ວ​ມັນ​ສາມາດ​​​ເຈາະ​ກ້ອນ​ຫີນ​​ໃຫ້​ຊອດເປັນ​ຮູ​ໄດ້.​ພາຍ​ຫຼັງ​ມາ​ຄົນ​ທັງ​ຫຼາຍ​ຈ່ຶງໄດ້​ຖືຄຳ​ທ່ີ​ວ່າ "ນ້ຳ​ຢອດ​ໃສ່​ຫີນ​ກໍຍັງ​ຊອດ​ໄດ້ ​" ​ເປັນ​ຄຳ​ສຸ​ພາ​ສິດ​ຄຳ​ໜ່ຶງ,​ໝາຍ​ຄວາມ​ວ່າ​ນ້ຳ​ຢອດ​ລົງ​​ໃສ່​ຫີນ​ຢູ່​ບໍ່​ເຊົາ,​ສາ​ມາດ​​ເຈາະ​ກ້ອນ​ຫີນ​​​ໃຫ້​ຊອດ​ເປັນ​ຮູ​ໄດ້.

​ແມ່ນ​ແທ້, ຄຳ​ເວົ້າຂອງ​ເຈົ້າ​ເມືອງ​ຜູ່​ນີ້​ມີ​ເຫດຜົນ​ທ່ີ​ສຸດ,​ເຖິງ​ວ່າ​ນີ້​ແມ່ນ​ເລ່ືອງ​ເກີດ​ຂຶ້ນ​ໃນ​ສະ​ໄໝ​ບູຮານ​ຂອງ​ຈີນ​ກໍ​ຕາມ,​ແຕ່​ຈົນ​ຮອດ​ຊູ່ມື້​ນີ້​ກໍຍັງ​ຄົງ​ມີ​ຄວາມ​ໝາຍ​ທ່ີ​ສອນ​ໃຫ້ຄົນ​ຮູ້​ເຫດ​ຮູ້​ຜ​ົນ.​ນິທານ​ເລ່ືອງ​ນີ້​ອຸປະມາ​​ເຖິງ​ວ່າ​​ກຳລັງ​ອ່ອນ​ນ້ອຍ,​ແຕ່​ທະ​ແນມ​ມີ​ໃຈ​ມາ​ນະ,​ຍຶດ​ໝັ້ນ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​​ແລ້ວ​ກໍ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ.​ເພື່ອນ​ທັງ​ຫຼາຍ,​ເມ່ືອ​ທ່ານ​ເຮັດ​ວຽກ​ໃດ​ໜ່ຶງ,​ຖ້າ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ,​ຄຶດ​ວ່າ​ນິທານ​ສຸ​ພາ​ສິດ​ເລ່ືອງ​ນີ້​ຄົງ​ຈະ​ຊ່ອຍ​ໃຫ້​ທ່ານ​ເຂົ້າ​ໃຈ​ເຫດຜົນ​ດ່ັງ​ທ່ີ​ກ່າວ​ມາ,​ທະ​ແນມ​​ແຕ່​ທ່ານ​ຍຶດ​ໝັ້ນ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ,​ທ່ານ​ກໍ​ຄົງ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ແນ່ນອນ.​ທ່ີ​ຈິງ​ແລ້ວ,​ລາວ​ກໍ​ມີ​ຄຳ​ສຸພາສິດ​ຄ້າຍຄື​ກັນ​ນີ້ ​ເຊ່ັນ: ​ເກົ້າ​ອົດ​ເກົ້າ​ເຍື້ອນ ຫາກ​ຊິ​ໄດ້​ທ່ອນ​ຄຳ,​ສູ້​ຊົນ​ໝ້ົນ​ທຸກ ສຸກ​ຕາມ​ທ່ີ​ຫຼັງ.​ເມ່ືອ​ສັງ​ເກດ​ຈາກ​ຄຳ​ສຸ​ພາ​ສິດ​ຂອງ​ຈີນ​ແລະ​ລາວ​ແລ້ວ​ເຫັນ​ວ່າ,​ວັດ​ທະ​ນະ​ທຳ​ຂອງ​ສອງ​ປະ​ເທດ​ພວກ​ເຮົາ​ມີ​ການ​ພົວ​ພັນ​ຢ່າງ​ສະ​ໜິດ​ແໜ້ນ,​ພວກ​ເຮົາ​ຈ່ົງ​ຖອດ​ຖອນ​ສ່ິງ​ທ່ີ​ມີ​ຜົນ​ປະ​ໂຫຍດ​ຈາກ​ວັດ​ທະ​ນະ​ທຳ​ອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ເຫຼ່ົານີ້​ຢ່າງ​ບໍ່​ຢຸດ​ຢັ້ງ,​ທຳ​ຄວາມ​ພະ​ຍາ​ຍາມ​ພັດທະນາ​ປະ​ເທດ​ຂອງພວກ​ເຮົາ.