ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-13 16:25:25    
​ເສດຖະກິດ​​ເພີ່ມ​ຂຶ້ນ​ສາມ​ເທົ່າ ຊີວິດ​ການ​ເປັນ​ຢູ່​ປ່ຽນ​​​ແປງ​ຢ່າງ​ຫຼວງ​ຫຼາຍ----ສາມັນ​ຊົນ​ແຂວງ​ກວາງ​ຕົງ​ຄິດ​ຮອດ​ຄິດ​ເຖິງ​ທ່ານ​ເຕິ້ງ​ສຽວ​ຜິ​ງ

cri

ຖ້າໃຊ້​ຄຳ​ສັບ​ໜຶ່ງມາ​ບັນ​ລະ​ຍາຍ​ຄຸນງາມຄວາມດີ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ,ທ່ານ​ຈະ​ເລືອກ​ເອົາ​ຄຳ​ສັບ​ໃດ?ທ່ານ​ວາງ​ເຟິ່ງ ​ທີ່​ອາຍຸ 47 ປີ​​ຂາຍ​ໜັງ​ສື​ພິມ​​ເມືອງ​ກວາງ​ໂຈ​ວລາວຕອບ​ວ່າ:"ສ້າງ​ປະ​ເທດ​ຊາດ​ໃຫ້​ເຂັ້ມ​ແຂງ​ແລະ​ເຮັດ​ໃຫ້​ປະຊາ​ຊົນ​ຮັ່ງມີຂຶ້ນ."

ປີ​ນີ້​ແມ່ນວັນ​ຄ້າຍວັນ​ກຳ​ເນີ​ດຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງຄົບຮອບ 100 ປີ, ພາຍຫຼັງ​ຜູ່ນຳ​ຈີນ​ຜູ່​ນີ້​ໄດ້​ລ່ວງ​ລັບ​ໄປ 8 ປີ​ມາ​ຮອດ​ດຽວ​ນີ້, ການ​ຕີ​ລາຄາ​ຂອງ​ທ່ານ​ວາງ​ເຟິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜົນງານ​ດີ​ເລີດທ່ີ​ສຸດ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ໃນ​ພາບ​ປະ​ທັບ​ໃຈ​ຂອງ​ປະຊາ​ຊົນ​ຈີນ 1 ຕື້ 300 ລ້ານ​ຄົນນັ້ນກໍ​ແມ່ນ​ເຮັດ​ໃຫ້​ຈີນ​ພົ້ນ​ອອກ​ຈາກ​ສະພາບ​ເສດຖະກິດ​ມໍ່​ຈະ​ພັງ​ທະລາຍ,​ ແລະ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​​ເສດຖະກິດ​ເຕີບ​ໂຕ​ດ້ວຍ​ຈັງຫວະ​ໄວ​ທີ່​ຍາວຕັ້ງ 25 ປີ.

ຕົວ​​​ເລກຕ່າງ​ໆ​ເປັນ​ສ່ິງ​ຢັ້ງຢືນ​ທີ່​ດີກ​ວ່າໝູ່:​ເມື່ອ​ປີ 1978,​ໃນ​ເວລາ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ເລີ່​ມຜັນ​ຂະຫຍາຍ​ນະ​ໂຍບາຍ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່ພາຍ​ນອກ, GDP ຂອງ​ຈີນ​ມີ​ແຕ່ 362 ຕື້ 410 ລ້ານ​ຢວນ;​ແຕ່​ເມື່ອ​ມາຮອດ​ປີ 2003, GDP ຂອງ​ຈີນ​ໄດ້ລື່ນ​ກາຍ 11600 ຕື້​ຢວນ,ຍອດ​ບໍລິ​ມາດ​ເສດຖະກິດ​ໄດ້​ກ້າວກະ​ໂດດ​ຂຶ້ນເປັນ​ທີ 6 ​ໃນ​ໂລກ.

ທີ່​ຈິງ​ແລ້ວ,​ເມື່ອ 20 ປີກ່ອນ,ທ່ານ​​ເຕິ້ງ​ສຽວ​ຜິ​ງກໍ​​ໄດ້​ວາງ​ແຜນການທ່ີ​ພັດທະນາ​ຢ່າງ​ວ່ອງ​ໄວ​ແນວ​ນີ້.​ ໃນ​ຄາວ​ນັ້ນ,ທ່ານ​ເຕິ້ງ​ສຽວ​ຜິ​ງ​ເວົ້າ​ວ່າ, ຈີນ​ຕ້ອງ​ເຮັດ​ໃຫ້ GDP ທີ່​ສະ​ເລ່ຍຕາມ​ຫົວ​ຄົນ​ເພີ່ມ​ຂຶ້ນ​ສາມ​ເທົ່າ​ໃນ​ທ້າຍ​ສະຕະວັດ​ທີ 20, ຄື​, 1000 ​ໂດ​ລາ​ສະຫະລັດ, ຕໍ່​ໄປ​ອີກບັນລຸ 4000 ​ໂດ​ລາ​ສະຫະລັດ​ໃນ​ປີ 2050.

ນັກ​ເສດຖະສາດ​​ຈີນ​ເວົ້າວ່າ,​ແຜນການ​ເພີ່ມ​ຂຶ້ນ​ເປັນ​ເທົ່າໆ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ແລະການ​ບັນ​ລະ​ຍາຍ​ອະທິ​ບາຍ​ຢ່າງ​ລະອຽດ​ຂອງ​ກອງ​ປະຊຸມ​​ໃຫຍ່​ຜູ່​ແທນ​ພັກ​ກອມ​ມູນິດ​ຈີນ​ທຸກ​ຄັ້ງ​ທີ່​ຈັດ​ຂຶ້ນ​ຕໍ່​ມາຕໍ່​ແຜນການ​ດ່ັງກ່າວ,​ເຮັດ​ໃຫ້​ຈີນ​ໄດ້​ມີ​ເປົ້າ​ໝາຍ​ພັດທະນາ​​ເສດຖະກິດ​ທີ່​​ແຈ່ມ​​ແຈ້ງ ລະອຽດ​ແລະ​ຄົບ​ຖ້ວນ​, ​ໄດ້​ກຳນົດ​ທິດ​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ການ​ປະຕິ​ຮູບ​​ໂຄງ​ປະກອບ​ເສດຖະກິດ​ແລະ​ການ​ປັບປຸງ​ໂຄງ​ປະກອບ​ການ​ເມືອງ.

1  2