ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-13 23:28:53    
"ແຜນການ​ດາວ​ທຽມ​ສອງ​ໜ່ວຍ"​ຈະ​ເຂົ້າ​ສູ່​ໄລຍະ​ຢັ່ງ​ແທກ​ຕົວ​ຈິງ​ຢ່າງຮອບ​ດ້ານ

cri

ວັນ​ທີ11​ສິງ​ຫາ,ຢູ່​ປັກກິ່ງ,ທ່ານ​ຊຸນ​​ໄລຢ້ຽນ ຫົວໜ້າ​ກົມ​ການບິນ​ອະວະກາດແຫ່ງ​ຊາດຈີນ​ເວົ້າ​ຕໍ່​ສື່​ມວນ​ຊົນ​ວ່າ,ປະຈຸ​ບັນ,ດາວ​ທຽມ​ສຳ​ຫຼວດ​ຢ່ັງ​ແທກ​ເລກ​2​ໃນ​ແຜ​ນການສຳ​ຫຼວດຢັ່ງ​ແທກ​ອະວະກາດ​ໜ່ວຍ​ໂລກ​ດ້ວຍ​ດາວ​ທຽມ​ສອງ​ໜ່ວຍຂອງ​ຈີນ​ທີ່​ຍິງ​ສ່ົງ​ຂຶ້ນ​ສູ່​ອະວະກາດ​ໃນ​ທ້າຍ​ເດືອນ​ກໍລະກົດ​​ນັ້ນ​ໄດ້​ເຂົ້າ​ສູ່​ໄລຍະ​ຢັ່ງ​ແທກ​ຕາມ​ໂຄຈອນ​ແລ້ວ.ປະມານອີກເດືອນ​ປາຍ,ດາວ​ທຽມ​ດ່ັງກ່າວ​ຈະ​ເລີ່​ມໄດ້​ຂໍ້​ມູນ​ຢັ່ງ​ແທກ.​ເມື່ອ​ຮອດ​ເວລາ​ນັ້ນ,ດາວ​ທຽວ​ໜ່ວຍ​ນີ້​ຈະ​ພ້ອມ​ກັບ​ດາວ​ທຽມ​ສຳ​ຫຼວດ​ຢັ່ງ​ແທກ​ເລກ1​ທີ່​ຍິງ​ສ່ົງ​ຂຶ້ນໃນ​ທ້າຍ​ປີ​ກາຍ​ນີ້​ແລະ​ດາວ​ທຽ​ມ4ໜ່ວຍ​ທ່ີ​ກົມ​ອະວະກາດ​ເອີ​ລົບ​ຍິງ​ສົ່ງ​​ຂຶ້ນ​ນັ້ນ​ກາຍ​ເປັນ​ກາ​ນສຳ​ຫຼວດຢັ່ງ​ແທກ​ແບບ3​ມິ​ຕິ​ຈາກ6​ຈຸດຕໍ່​ສິ່ງ​ແວດ​ລ້ອມ​ອະວະກາດ​ໜ່ວຍ​ໂລກ​ທີ່​ມະນຸດ​ດຳ​ເນີນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ.ທັງ​ນີ້​ຈະ​ເຮັດ​ໃຫ້​ມະນຸດ​ເພີ່ມ​ຄວາມ​ຮັບ​ຮູ້​ຕໍ່​ສິ່ງ​ແວດ​ລ້ອມ​ອະວະກາດ​ໜ່ວຍ​ໂລກ​ຕື່ມ​ອີກ​ຢ່າງ​ຫຼວງ​ຫຼາຍ.

ແຜນການ​ດາວ​ທຽມ​ສອງ​ໜ່ວຍ​ແມ່ນ​ນັກ​ວິທະຍາສາດ​ຈີນ​ສະ​ເໜີ​ອອກ​ມາ​​ເມື່ອປີ1997.​​ເມື່ອ​ແຜນການ​ດ່ັງກ່າວ​ໄດ້​ສະ​ເໜີ​ອອກມາ​​ແລ້ວ​ເຮັດ​ໃຫ້​ກົມ​ອະວະກາດ​ເອີ​ລົບ​ເກີດ​ມີ​ຄວາມສົນ​ໃຈ​ຫຼາຍ.ປີ2001,ກົມ​ການບິນ​ອະວະກາດ​ແຫ່ງ​ຊາດ​ຈີນ​​ແລະ​ກົມ​ອະວະກາດ​ເອີ​ລົບ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ແຜນການ​ດາວ​ທຽມ​ສອງ​ໜ່ວຍ.ຕາມ​ສັນຍາ​ດ່ັງກ່າວ,ຈີນ​ຈະ​ຄົ້ນຄວ້າ​ຜະລິດ​ແລະ​ຍິງ​ສ່ົງ​ດາວ​ທຽມ​ສອງ​ໜ່ວຍ​ເອົາ​ເອງ,ສ່ວນ​ກົມ​ອະວະກາດ​ເອີ​ລົບ​ຈະ​ສະໜອງ​ເຄື່ອງ​ປະກອບ​ສຳ​ຫຼວດຢັ່ງ​ແທກ​ສ່ວນ​ໜຶ່ງ.ດາວ​ທຽມ​ສອງ​ໜ່ວຍ​ນີ້​ຈະ​ພ້ອມ​ກັບ​ດາວ​ທຽມ4​ໜ່ວຍ​ທີ່​ກົມ​ອະວະ​ກາດ​ເອີ​ລົບ​ຍິງ​ສ່ົງ​ຂຶ້ນແລ້ວ​ນັ້ນ​ດຳ​ເນີນ​ການສຳ​ຫຼວດ​ຢັ່ງ​ແທກ​ປະສົມ​ຕໍ່​ສິ່ງ​ແວດ​ລ້ອມ​ອະວະກາດ​ໜ່ວຍ​ໂລກ.ສອງ​ຝ່າຍ​ຊົມ​ໃຊ້ຂໍ້​ມູນ​ຢັ່ງ​ແທກນຳ​ກັນ.

ທ້າຍ​ປີ2003,ຈີນ​ໄດ້​ຍິງ​ສົ່ງ​ດາວ​ທຽມສຳ​ຫຼວດ​ຢ່ັງ​ແທກ​ເລກ1​ເຂົ້າ​ສູ່​ໂຄຈອນ​ທີ່​ກຳນົດໄວ້​ລ່ວງ​ໜ້າ,ວັນ​ທີ25​ກໍລະກົດ​ປີ​ນີ້,ດາວ​ທຽມ​ຢັ່ງ​ແທກ​ເລກ​2​ຖືກ​ຍິງ​ສົ່ງຂຶ້ນ​ສູ່​ອະວະກາດ​ຢ່າງ​ສະດວກ.ປະຈຸ​ບັນ​ໄດ້​ເຂົ້າ​ສູ່​ໄລຍະ​ຢັ່ງ​ແທກ​ທົດ​ລອງ​ຕາມໂຄຈອນ.ທ່ານ​ສືຈ້ຽ​ນ​ຄຸຍ ຫົວໜ້າ​ສູນ​ຂໍ້​ມູນ​ວິທ​ະຍາ​ສາດ​ແຜນການ​ດາວ​ທຽມ​ສອງ​ໜ່ວຍ​ສະ​ເໜີ​ໃຫ້​ຮູ້​ວ່າ:"​ເມື່ອ​ຍິງ​ສົ່ງດາວ​ທຽມ​ຂຶ້ນ​ສູ່​ອະວະກາດ​ຢ່າງ​ສຳ​ເລັດ​ຜົນແລ້ວ,ກ່ອນ​ອື່ນ​ຕ້ອງທົດ​ລອງ​ຢັ່ງ​ແທກ​​ຕາມ​ໂຄຈອນ,ຈະ​ກິນ​ເວລາ​ປະມານສອງ​ເດືອນ,​ເມື່ອທົດ​ລອງ​ຢັ່ງ​ແທກຕາມໂຄຈອນ​ແລ້ວໆ,​ເຄື່ອງ​ຢັ່ງ​ແທກ​ຢູ່​​ດາວ​ທຽມ​ສຳ​ຫຼວດຢັ່ງ​​ແທກ​ເລກ​ສອງ​ຈະ​ຮັບຂໍ້​ມູນ​ຢັ່ງ​ແທກ​ຢ່າງ​ເປັນ​ທາງ​ການ."

ຕາມ​ໄດຊາບ,ປະຈຸ​ບັນ,​ເຄື​່ອງຢັ່ງ​ແທກ8​ເຄື່ອງ​ໃນດາວ​ທຽມ​ສຳ​ຫຼວດຢັ່ງ​ແທກ​ເລກ1​ໄດ້​ເລີ່​ມ​ເຮັດ​ວຽກ​ໝົດ​ແລ້ວ,​ແລະ​ໄດ້​ຮັບ​ຂໍ້​ມູນ​ຢັ່ງ​ແທກ​ຈຳນວນ​ຫຼວງ​ຫຼາຍ,ພະນັກງານ​ຄົ້ນຄວ້າ​ວິທ​ະຍາ​ສາດ​ພວມ​ວິ​ເຄາະ​ຂໍ້​ມູນ​ເຫຼົ່າ​ນີ້,​ແລະ​ໄດປະກົດ​ເຫັນ​ປະກົດ​ການ​ອະວະກາດ​ຈຳນວນ​ໜຶ່ງທີ່​ໜ້າ​ສົນ​ໃຈ​ທີ່​ສຸດ.

ທ່ານ​ອູ​ຈີ້ ຜູ່​ບັນຊາ​ການ​ໃຫຍ່​ທັງ​ເປັນ​ນາຍ​ຊ່າງ​ໃຫຍ່​ອອກ​ແບບ​ລະບົບ​​ນຳ​ໃຊ້​ແຜນການ​ດາວ​ທຽມ​ສອງ​ໜ່ວຍ​ຊີ້​ອອກ​ວ່າ,ຂໍ້​ມູນ​ທີ່​ດາວ​ທຽມ​ສຳ​ຫຼວດຢັ່ງ​ແທກ​ເລກ1​ສ່ົງ​ຄືນ​ແລະ​ການ​ເຄື່ອນ​ໄຫວສຳ​ຫຼວດ​ຢັ່ງ​ແທກ​​ໃນອະນາຄົດ​ຂອງ​ດາວ​ທຽມ​ສຳ​ຫຼວດຢັ່ງ​ແທກ​ເລກ2​ມີ​ຄວາມ​ໝາຍ​ສຳຄັນ.ທ່ານ​ກ່າວ​ວ່າ,ຄວາມ​ຮັບ​ຮູ້​ຕໍ່​ອະວະກາດ​ໜ່ວຍ​ໂລກ​ຂອງ​ມະ​ມຸດ​ເຮົາ​ຍັງ​ບໍ່​ເລິກ​ປານ​ໃດ.ທັງ​ບໍ່​ມີ​ວິທີ​ຄາດ​ຄະ​ເນ​ລ່ວງ​ໜ້າ​.ຜ່ານ​​ການ​ຄົ້ນ​ຄວ້າ​ວິ​ທະຍາ​ສາດແລະ​ການ​ວິ​ເຄາະ​ຂໍ້​ມູນ​ຂອງ​ນັກວິທະຍາສາດ​ຈະ​ສະໜອງ​ຄວາມ​ຮູ້​ໃໝ່​ຈຳນວນ​ໜຶ່ງ,ບົນ​ພື້ນຖານ​ຄວາມ​ຮູ້​ໃໝ່​ເຫຼົ່າ​ນີ້,ພວກ​ເຮົາ​ຈະ​ສະໜອງ​ສິ່ງ​ຮັບປະກັນ​ຍິ່ງ​ຫຼາຍ​ກວ່າ​ເກ່ົາ​ໃຫ້​ແກ່​ມະນຸດ​ນຳ​ໃຊ້​ອະ​ວະ​ກາດ​ຕື່ມ​ອີກ.

ແຜນການ​ດາວ​ທຽມ​ສອງ​ໜ່ວຍ​ແມ່ນ​ຈີນ​ຮ່ວມ​ມື​ສະ​ເໝີ​ພາບ​ກັນ​ກັບປະ​ເທດ​ພັດທະນາ​ໃນລະດັບ​ສູງ​ແລະ​ມີ​ລັກສະນະ​ທາດ​ແທ້​​ເປັນ​ຄັ້ງ​ທຳ​ອິດ​ໃນ​ໂຄງການສຳ​ຫຼວດ​ຢັ່ງ​ແທກ​ອະວະກາດ​ອັນ​ກ້າວໜ້າ.ຜູ່​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ຊີ້​ອອກ​ວ່າ,ການ​ຮ່ວມ​ມືດ່ັງກ່າວ​ຈະ​ເຮັດ​ໃຫ້​ນັກວິທະຍາສາດ​ສອງ​ຝ່າຍ​ຈີນ​ເອີ​ລົບ​ສາມາດ​ຊົມ​​ໃຊ້​ຂໍ້​ມູນ​ຢັ່ງ​ແທກ​ທີ​່ກ້າວໜ້າ​ຮອບ​ດ້ານ​ນຳ​ກັນ,​ແລ້ວ​ຊຸກ​ຍູ້​ການພັດທະ​ນາ​ວິທະຍາສາດ​ອະວະກາດ​ສາກົນ​ຢ່າງ​ແຂງ​ແຮງ.