![]( /mmsource/images/2004/04/21/laba.gif)
ທ່ີນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທ່ີໂຄລົບ, ຊົມເຊີຍທ່ານເຂົ້າສູ່ລາຍການນັດພົບໃນວັນອາທິດ. ໃນລາຍການພາກນີ້ ຂ້າພະເຈົ້າຂໍສະເໜີທ່ານລຽວຊາງຢົງ ນັກຮ້ອງສຽງກາງທ່ີມີຊ່ືສຽງຂອງຈີນພ້ອມດ້ວຍເພງຈີນແລະເພງຕ່າງປະເທດທ່ີທ່ານຂັບຮ້ອງ
ທ່ານຜູ່ຟັງທ່ີໂຄລົບທ່ີພວມຟັງຢູ່ນີ້ແມ່ນເພງ "ອົວເຮີອົວເຕີຈູກົວະ" ແປວ່າ "ຂ້ອຍກັບປະເທດຊາດຂອງຂ້ອຍ" ຂັບຮ້ອງໂດຍທ່ານລຽວຊາງຢົງ. ສຽງເພງທ່ີປ່ຽມລົ້ນໄປດ້ວຍຄວາມກະຕືລືລົ້ນຂອງທ່ານລຽວຊາງຢົງໄດ້ສະແດງອອກເຖິງການພົວພັນອັນສະໜິດແໜ້ນທ່ີເພ່ີງພາອາໄສກັນລະຫວ່າງປະຊາຊົນຈີນກັບປະເທດຊາດ.
ທ່ານລຽວຊາງຢົງເກີດຢູ່ບ້ານພູດອຍແຫ່ງໜ່ຶງທ່ີຢູ່ສອກຫຼີກໃນແຂວງເຊສວນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ. ທ່ານເລ່ີມເອົາໃຈໃສ່ນຳດົນຕແມ່ນຢູ່ທ່ົວນາຊົນນະບົດ, ໃນຄາວນັ້ນ ໃນບ້ານມີໂທລະໂຄ່ງອັນໜ່ຶງ, ປ່ອຍດົນຕີປະເພດຕ່າງໆເລ້ືອຍໆ, ມີເພງພື້ນເມືອງ ແລະກໍມີດົນຕີຝ່າຍຕາເວັນຕົກ. ໃນນັ້ນຈັບໃຈທ່ານລຽວຊາງຢົງທ່ີສຸດແມ່ນສຽງເພງຂອງນັກຮ້ອງຊາຍສຽງສູງຜູ່ໜ່ຶງ.
ປີ 1988, ທ່ານລຽວຊາງຢົງທ່ີປາຖະໜາຢ່າງແຮງກ້າຢາກຮຽນດົນຕີ, ໄດ້ຈາກບ້ານເກີດເມືອງນອນ, ໄປຮຽນດົນຕີຢູ່ສະຖາບັນດົນຕີຊຽງໄຮ້ຈີນ, ສະຖາບັນດົນຕີຊຽງໄຮ້ແມ່ນໂຮງຮຽນດົນຕີຊັ້ນສູງຂອງຈີນທ່ີສ້າງຕັ້ງຂຶ້ນກ່ອນໝູ່. ຢູ່ສະຖາບັນດ່ັງກ່າວ, ທ່ານລຽວຊາງຢົງໄດ້ຮຽນຄວາມຮູ້ແລະແລະຄຸນສົມບັດພ້ອມດ້ວຍບຸກຄະລິກທຸກຢ່າງທ່ີນັກຮ້ອງຜູ່ດີເລີດຕ້ອງມີ. ຕໍ່ໄປເຊີນຟັງເພງ "ຄວາມຮັກຂອງແມ່" ຂັບຮ້ອງໂດຍທ່ານລຽວຊາງຢົງ. ເພງນີ້ມີທຳນອງໄພເລາະເພາະຫູ, ສະແດງອອກເຖິງຄວາມຮູ້ບຸນຄຸນຂອງແມ່ຜູ່ບັງເກີດເກົ້າ.
ພາຍຫຼັງຮຽນຈົບຈາກສະຖາບັນດົນຕີຊຽງໄຮ້ເມ່ືອປີ 1995, ທ່ານລຽວຊາງຢົງອາໄສວິຊາຮ້ອງເພງອັນຊຳນານຍອດຢ້ຽມຂອງຕົນໄດ້ຮັບລາງວັນສາກົນຫຼາຍເທ່ືອ. ປີ 1996, ທ່ານລຽວຊາງຢົງໄດ້ເຂົ້າຮ່ວມ "ງານປະກວດເພງສາກົນຕູລຸສຄັ້ງທີ 41" ທ່ີຈັດຂຶ້ນຢູ່ຝຣ່ັງ, ທ່ານໄດ້ຮັບລາງວັນທີໜ່ຶງ. ຖັດມາ ທ່ານລຽວຊາງຢົງໄດ້ເຂົ້າຮ່ວມ "ງານປະກວດໂອເປລາລະດັບໂລກໂດມີງໂກ" ແລະ "ງານປະກວດເພງສາກົນລາຊີນີໂຊຍາ" ນອກແວ, ທ່ານກໍໄດ້ຮັບລາງວັນທີໜ່ຶງທັງສອງເທ່ືອ, ອັນເປັນເລ່ືອງມະຫັດສະຈັນທ່ີຊິງໄດ້ລາງວັນທີໜ່ຶງສາມເທ່ືອຕໍ່ເນ່ືອງກັນໃນງານປະກວດດົນຕີສາກົນຊັ້ນຍອດຢ້ຽມ. ທ່ານລຽວຊາງຢົງອາໄສຄວາມພະຍາຍາມຂອງຕົນ, ກ້າວຂຶ້ນສູ່ເວທີດົນຕີສາກົນເທ່ືອລະກ້າວ.
ທ່ີທ່ານພວມຟັງຢູ່ນີ້ແມ່ນໂອເປລາ ຕອນ"ຜືນແຜນດິນແລະມະຫາສະມຸດໂປຼເວນຊາ" ທ່ີຄັດຈາກໂອເປລາເລ່ືອງ "ລາຕຼາເວຍຕາ" ຂັບຮ້ອງໂດຍທ່ານລຽວຊາງຢົງ.
ໃນຫຼາຍປີມານີ້, ທ່ານລຽວຊາງຢົງໄດ້ໄປສະແດງຢູ່ຫຼາຍປະເທດໃນໂລກ, ທ່ານເຄີຍຮ່ວມມືກັບສິລະປິນແລະຄະນະດົນຕີທ່ີມີຊ່ືສຽງໃນໂລກຈັດງານສະແດງຢູ່ຫຼາຍປະເທດຄື ອາເມລິກາ ຝຣ່ັງ ອົສຕຼາລີແລະອັງກິດເປັນຕົ້ນ. ໂດຍສະເພາະແມ່ນໃນປີ 2000, ທ່ານໄດ້ຮ່ວມມືກັບທ່ານມະຫາອາຈານໂດມິງໂກສະແດງໂອເປລາເລ່ືອງ "ນັກກະວີ" ຂອງທ່ານເວີໂດວຢູ່ສູນເກເນດີອາເມລິກາແລະໄດ້ຮັບຜົນສຳເລັດຢ່າງສະຫງ່າລາສີ. ໜັງສືພິມທ້ອງຖ່ິນໄດ້ແຈ້ງຂ່າວງານສະແດງເທ່ືອນີ້ເປັນພິເສດວ່າ: ຢູ່ບ່ອນທ່ີນັກຮ້ອງຜູ່ດີເລີດໃນໂລກໂຮມສູນຢູ່ແຫ່ງນີ້, ດາລາປະຈັກຕາກວ່າໝູ່ແມ່ນທ່ານລຽວຊາງຢົງທ່ີມາຈາກຈີນ.
ເນ່ືອງຈາກການສະແດງທ່ີດີເລີດຂອງທ່ານລຽວຊາງຢົງ, ປີ 2002, ຄະນະດົນຕີ ຊິມໂຟນີໂອເປລານິວຢອກແລະຫໍດົນຕີຄາເນກີໄດ້ເບີກ "ລາງວັນສິລະປິນຜູ່ດີເລີດ" ໃຫ້ທ່ານ, ແລະໄດ້ຈັດງານຮ້ອງດ່ຽວໃຫ້ທ່ານໂດຍສະເພາະຢູ່ຫໍດົນຕີຄາເນກີ.
ທ່ານຜູ່ຟັງທ່ີໂຄລົບ ໃນຕອນມ້ວນທ້າຍລາຍການພາກນີ້, ເຊີນຟັງເພງ "ຟ້າວຫຼີກທາງໃຫ້ຜູ່ຂຸ້ນວຽກ" ທ່ີຄັດເລືອກຈາກໂອເປລາ "ຊ່າງຕັດຜົມຂອງຊີວີເລຍ" ທ່ີແຕ່ງໂດຍທ່ານໂລຊີນີ.
ທ່ານຟັງທ່ີໂຄລົບ, ລາຍການນັດພົບໃນວັນອາທິດພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ຂອບໃຈທ່ີທ່ານຮັບຟັງ, ພົບກັນໃໝ່ໃນອາທິດໜ້າ, ສະບາຍດີ.
|