|
|
(GMT+08:00)
2004-08-17 19:55:55
|
|
ເຜົ່າຕິເບດ
cri
ທຸກໆບ່ອນທ່ີມີຊົນເຜົ່າຕິເບດຢູ່ນັ້ນ,ທ່ານກໍ່ຈະໄດ້ຍິນສຽງເພງອັນໄພເລາະເຜາະຫູແລະເຫັນເຂົາເຈົ້າຟ້ອນເຢາະຟ້ອນຢ່ອງເປັນຕາອອນຊອນ,ເຜົ່າຕີເບດແມ່ນເຜົ່າສ່ວນໜ້ອຍທ່ີມັກຟ້ອນລຳທຳເພງ,ມີປະຊາກອນເດືອບ4ລ້ານ6ແສນຄົນ,ໃນນັ້ນມີປະມານ2ລ້ານ1ແສນຄົນແມ່ນຕັ້ງພຸມລຳເນົາຢູ່ເຂດຕິເບດປົກຄອງຕົນເອງ,ນອກນັ້ນແມ່ນຢູ່ຕາມແຂວງແລະເຂດປົກຄອງຕົນເອງອື່ນໆເຊັ່ນຊິນຫ້າຍ,ເຊສວນ,ຢຸນນານແລະການຊູ.
ເຜົ່າຕິເບດມີພາສາແລະໜັງສືຂອງຕົນເອງ,ໜັງສືຕິເບດແມ່ນປະດິດສ້າງເມື່ອຕົ້ນສັດຕະວັດທີ7,ເປັນຕົວໜັງສືທ່ີມີພະຍັນຊະນະແລະສະຫຼະພ້ອງກັນ,ຂຽນແຕ່ຊ້າຍໄປຫາຂວາ,ເຊິ່ງໃຊ້ກັນໂດຍທົ່ວໄປໃນທຸກທ້ອງຖິ່ນທ່ີມີເຜົ່າຕິເບດ.
ເຜົ່າຕິເບດຖືສາສະໜາພຸດນິກາຍຕິເບດ,ໂດຍແມ່ນສາສະໜາພຸດທ່ີຮັບມາຈາກຕ່າງປະເທດຜະສົມກັບສາສະໜາເດີມຂອງເຜົ່າຕິເບດແລ້ວມີການຂະຫຍາຍຕົວໃໝ່.ສາສະໜາພຸດນິກາຍຕິເບດແມ່ນມີຈຸດພິເສດຂອງຕົນເອງ,ເຊັ່ນລະບອບກັບຊາດມາເກີດເປັນພະເຖສະ,ຫຼັງຈາກພະເຖສະໝົດບຸນໄປແລ້ວ.ກໍຕ້ອງເລືອກເອົາກຸມມານຜູ້ໜຶ່ງທ່ີເຫັນວ່າແມ່ນພະເຖສະອົງກ່ອນທ່ີໝົດບຸນໄປແລ້ວນັ້ນກັບຊາດມາເກີດ,ແລ້ວກາຍເປັນພະເຖສະອົງກັບຊາດ,ພະດາໄລລາມະແລະພະປານຊານເງີເອີເຕີນີແມ່ນພະເຖສະໃຫຍ່ທັງສອງຂອງເຜົ່າຕີເບດ,ກຸມມານທ່ີກັບຊາດມາເປັນພະເຖສະທັງສອງນີ້ລ້ວນແຕ່ໄດ້ຮັບອະນຸມັດຈາກລັດຖະບານສູນກາງ,ດຽວນີ້,ພະປານຊານເງິເອີເຕີນີແມ່ນໄດ້ສືບສັນຕະຕິມາຮອດຮຸ່ນທີ 11 ,ພະດາໄລລະມະແມ່ນໄດ້ສືບສັນຕະຕິມາຮອດຮຸ່ນທີ 14 .ທຳມະວັດຖຸທ່ີຊາວພຸດເຜົ່າຕີເບດໃຊ້ໃນພິທີອະທິຖານນັ້ນກໍຕ່າງໜຸ່ມຫຼາຍ,ເພິ່ນເອີ້ນວ່າບັ້ງທຳ.ຮູບຄືກັນກັບບັ້ງ,ທາງກາງມີອັກສຳລັບເຮັດໃພ້ບັ້ງມິ່ນ,ຢູ່ໃນບັ້ງເພິ່ນໃສ່ເຈ້ຍພິມທຳມະຄຳພີ,ບັນດາຊາວພຸດຖືວ່າໝູນບັ້ງນັ້ນຮອບໜຶ່ງກໍໝາຍຄວາມວ່າໄດ້ອ່ານໝົດທຳມະຄຳພີຮອບໜຶ່ງ.ຖ້າໝູນບັ້ງທຳຕໍ່ໄປເລື້ອຍໆກໍຈະເຮັດໃຫ້ຕົນເອງມີຄຸນມະທຳຫຼາຍແລະຈະເປັນຄົນຮູ້ຜູ້ດີໃນຊາດໜ້າ.
ເສື້ອຍ່າມຕິເບດແມ່ນເຄື່ອງນຸ່ງທ່ີຊາວເຜົ່າຕີເບດໃຜກໍຕ້ອງມີ.ເຂົາເຈົ້າເອົາເນື້ອຜ້າຂົນສັດ,ຜ້າໄໝແລະແຜ່ນແພມາຕັດຫຍິບເປັນເສື້ອ,ບາງຄົນເອົາໜັງສັດທ່ີມີຂົນມາຫຍິບກໍ່ມີ,ເສື້ອຍ່າມຕິເບດສ່ວນຫຼາຍແມ່ນຍາວທ່ີສຸດ,ແລ້ວຈ້ອນຂຶ້ນມາຄຽນແອວແລະຄຽນທ້ອງ,ເຮັດໃຫ້ມັນເປັນຄືຖົງບັກໃຫຍ່ສຳລັບໃສ່ເຄື່ອງຂອງກໍໄດ້ແລະເຈ່ຍເດັກນ້ອຍກໍໄດ້,ໃນຍາມອາກາດຮ້ອນຫຼືອອກແຮງງານ,ເຂົາເຈົ້າກໍຈະແກ້ແຂນເສື້ອອອກທັງສອງເບື້ອງມາຄຽນແອວໄວ້ຢ່າງສະດວກທ່ີສຸດ.ຄັນຮອດຍາມນອນກາງຄືນ,ກໍຈະແກ້ສອງແຂນອອກ,ແລ້ວເອົາເສື້ອຍ່າມມາປູນອນເຄິ່ງໜຶ່ງ,ກໍຮູ້ສຶກອົບອຸ່ນດີ.ແຂນເສື້ອຍ່າມຕິເບດແມ່ນຍາວສົມຄວນ,ໃນຍາມປັກກະຕິ,ກໍຈ້ອນຂຶ້ນ,ໃນຍາມຊຸມນຸມກັນມ່ວນຊື່ນກໍປ່ອຍແຂນສົງເພື່ອຟ້ອນເຢາະຟ້ອນຢ່ອງ.ດຽວນີ້,ການນຸ່ງຖືຂອງຊາວເຜົ່າຕິເບດຢູ່ຕົວເມືອງແມ່ນບໍ່ຕ່າງຫຍັງກັບເຜົ່າຫ້ານແລ້ວ,ມີແຕ່ໃນຍາມບຸນສິນກິນທາບທ່ີນ້ັນພວກເຂົາເຈົ້າຈິ່ງນຸ່ງເສື້ອຕິເບດ.
ຖ້າທ່ານຫາກໄດ້ໄປເປັນແຂກຢູ່ເຮືອນຊາວເຜົ່າຕິເບດ,ຊາວເຜົ່າຕິເບດຜູ້ຈູບຈ້າວກໍຈະຍົກຈອກນຳ້ຊາເນີຍທ່ີຫອມອຸ່ຍຫຸ່ຍມາຕ້ອນຮັບທ່ານ,ແຂກດື່ມຫຼາຍທໍ່ໃດ,ເຈົ້າພາບກໍ່ແຮ່ງດີໃຈ.ນຳ້ຊາເນີຍແມ່ນເຄື່ອງດື່ມແນວໜຶ່ງຂອງຊາວເຜົ່າຕິເບດເຂົາເຈົ້າແມ່ນເອົານຳ້ຊາກັບເກືອທ່ີຕົ້ມໃສ່ກັນແລ້ວມາປົນກັບເນີຍທີຂ້ຽວອອກຈາກນຳ້ນົມງົວ,ເອົາໄປຄົນໃສ່ກັນຢູ່ໃນບັ້ງທ່ີເຮັດພິເສດເພື່ອເຮັດໃຫ້ນຳ້ກັບເນີຍເຊື່ອມເຂົ້າກັນ,ນຳ້ຊາເນີຍບໍ່ພຽງແຕ່ສາມາດບຳລຸງຮ່າງກາຍ,ປ້ອງກັນບໍ່ໃຫ້ສົບແຕກ,ເຮັດໃຫ້ສົດຊື່ນແລະແກ້ຄໍແຫ້ງເຮັດໃຫ້ຄົນມີແຮງທໍ່ນັ້ນ,ຫາກຍັງສາມາດເຮັດໃຫ້ຄົນມີກະລໍລີຫຼາຍ.ຄັນກິນແລ້ວກໍຈະຕ້ານໜາວແລະແກ້ຫິວໄດ້,ມັນແມ່ນເຄື່ອງດື່ມແນວດີທ່ີສຸດຢູ່ເຂດໜາວຈັດ.ນອກຈາກນຳ້ຊາເນີຍເຄື່ອງດື່ມຂອງຊາວເຜົ່າຕີເບດຍັງມີເຫຼົ້າຊິງໂກເຊິ່ງເປັນເຂົ້າເບຼແນວໜ່ຶງອີກ.
ຊາວເຜົ່າຕິເບດກໍມີມື້ບຸນປະເພນີຂອງຕົນເອງ,ຕົ້ນຕໍແມ່ນປີໃໝ່ທາງຈັນທະຄະຕີຂອງຕິເບດແລະບຸນປາຖະໜາເກັບກ່ຽວໄດ້ຜົນຫຼາຍ,ແຕ່ລະປີເມື່ອຮອດເດືອນ 12 ທາງຈັນທະຄະຕີຂອງຕິເບດເຊິ່ງກົງກັນເດືອນ 1 ແລະເດືອນ 2 ສາກົນ,ຊາວເຜົ່າຕິເບດກໍຕ້ອງຫຼິ້ນບຸນນີ້ຢ່າງຄຶກຄື້ນຕາມປະເພນີ,ໃນມື້ທຳອິດຂອງປີໄໝ່ຕິເບດ,ແມ່ຍິງແຕ່ລະຄອບຄົວຈະຕ້ອງໄປເປ້ "ນ້ຳໂຊກນ້ຳໄຊ" ຕາມແມ່ນ້ຳລຳທານກັບມາໃສ່ອຸໃສ່ໂອ່ງໄວ້,ຄົນໝົດຄອບຄົວນຸ່ງເສື້ອໃໝ່,ແກວ່ງຂຶ້ນເພື່ອໃຫ້ຜີກິນກ່ອນ,ແລ້ວຈຶ່ງຢຸບມາປາກເຈົ້າຂອງເປັນລຳດັບເພື່ອສະແດງສິລິມົງຄຸນ.ນອກນັ້ນ,ຄົນໃນຄອບຄົວຍັງຕ້ອງອວຍພອນໃຫ້ກັນເພື່ອມີໂຊກດີໄຊງາມຕ່າງໆ,ຍົກຈອກເຫຼົ້າຊິງໂກດຶ່ມເພື່ອອວຍພອນກັນ,ໃນມື້ນັ້ນໂດຍທົ່ວໄປແລ້ວແມ່ນອັດປະຕູໄວ້,ແລ້ວມ່ອນຊື່ນນຳກັນຢູ່ເຮືອນໃຜເຮືອນລາວ,ບໍ່ໄປຢາມຍາດມິດ,ແລະບໍ່ປັດກວາດເຮືອນຊານແລະບໍ່ເວົ້າຄຳບໍ່ຈົບບໍ່ງາມ.ຮອດມື້ລຸນມາ, ພວກຍາດມິດກໍຈະຂຶ້ນເຮືອນມາອວຍພອນປິໃໝ່,ຍິງຊາຍນ້ອຍໃຫຍ່ຜູູ້ໃດກໍນຸ່ງເສື້ອໃໝ່ໃນຍາມມື້ບຸນ, ອອກໄປເບິ່ງລິເກຕິເບດແລະໄປຟ້ອນລຳທຳເພງໃນຍາມບຸນ.ຄົນທັງຫຼາຍຍັງໄປຮ່ອມການເຄື່ອນໄຫວຕ່າງໆເຊັ່ນແກວ່ງໝາກຄ່ອນ,ດຶງເຊືອກ,ຊ່ວງມ້າແລະຍິງທະນູເປັນຕົ້ນ.
"ບຸນປາຖະໜາເກັບກ່ຽວໃຫ້ໄດ້ຜົນຫຼາຍ"ກໍແມ່ນບຸນຊາວເຜົ່າຕິເບດອວຍພອນລ່ວງໜ້າກ່ອນເພື່ອໃຫ້ເກັບກ່ຽວໄດ້ຜົນຫຼາຍ,ບຸນດັ່ງກ່າວແມ່ນຈັດຂຶ້ນໃນຍາມຜົນລະປູກມໍ່ຈະສຸກເຫຼືອງ,ສະນັ້ນຈຶ່ງບໍ່ເປັນເວລາຄັກແນ່.ໃນຍາມບຸນເຂົາເຈົ້າຈະນຸ່ງເຄື່ອງໃໝ່ຖືທຸງສີນານາຊະນິດ,ຖືກົກຊິງໂກແລະຮວງເຂົ້າບະເລ,ຫາມທາດເກັບກ່ຽວອຸດົມສົມບຸນທີ່ເອົາຜົນລະປູກມາກອງກັນຂຶ້ນ,ຕີຄ້ອງຕີກອງ,ຮ້ອງເພງສະຫຼອງໄຊ,ແຫ່ອ້ອມທົ່ງໄຮ່ທົ່ງນາ.ໃນຍາມບຸນດັ່ງກ່າວ,ນອກຈາກໄປຮ່ວມການເຄື່ອນໄຫວຕ່າງໆເຊັ່ນຊ່ວງມ້າ,ຍິງທະນູແລະຟ້ອນລຳນັ້ນແລ້ວ,ຄົນທັງຫຼາຍຍັງໄປເບິ່ງລິເກຕິເບດ,ຈັດງານລ້ຽງອາຫານຢ່າງໃຫຍ່ໂຕ,ແລະເຊີນຍາດມິດໄປຢາມເຮືອນເພື່ອສະຫຼອງບຸນນຳກັນຢ່າງມ່ວນຊື່ນ"
ຈະແມ່ນເວລາໃດ,ຖ້າທ່ານຫາກມາທ້ອງຖິ່ນຊາວເຜົ່າຕິເບດແລ້ວ,ທ່ານກໍຈະເຫັນຫຼືໄດ້ຮັບຜ້າຮາຕາທີ່ເຂົາເຈົ້າມອບໃຫ້ເຊິ່ງເປັນມາລະຍາດທົ່ວໄປຂອງເຜົ່າຕິເບດ,ຈະແມ່ນເວລາແຕ່ງດອງສະຫຼອງບຸນຕ່າງໆ, ຫຼືໃນເວລາໄປຢາມແລະຢ້ຽມຄຳນັບຜູ້ໃຫຍ່ໄມ້ສູງຫຼືໄປສົ່ງຂ່າວໂຊກຂ່າວໄຊກໍດີ,ເຜົ່າຕິເບດກໍຕ້ອງຈັດພິທີມອບຜ້າຮາຕາທັງນັ້ນ,ຜ້າຮາຕາແມ່ນຫຍິບດ້ວຍຜ້າໄໝຍາວ,ໂດຍທົ່ວໄປແມ່ນສີຂາວ,ເພາະວ່າສີຂາວແມ່ນສີສັນຍາລັກໃຫ້ແກ່ຄວາມປອດໄສແລະໂຊກໄຊ,ຊາວເຜົ່າຕິເບດຜ່ານການມອບຜ້າຮາຕາມາສະແດງຄວາມອວຍພອນດ້ວຍຄວາມບໍລິສຸດໃຈ.
|
|
|