ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-18 09:19:04    
ນອນ​ກອງ​ຟືນ ຊິ​ມລົດ​ບີ

cri

​ໃນ​ສະ​ໄໝ​ຍຸດທະ​ຈັກ​ຊຸນ​ຊິວບູຮານ​ຂອງ​ຈີນ, ​ເຈົ້າຊີວິດ​ເມືອງ​ອູ​ຍົກທັບ​ໄປ​ບຸກ​ໂຈມ​ຕີິ​ເມືອງ​ແຢ--​ຕັ້ງຢູ່ແຂວງ​ເຈີ​ຈຽງ​ຂອງ​ຈີນ​ປະຈຸ​ບັນ, ຖືກ​ນາຍທະຫານ​ເມືອງ​ອູ​​ເອົາ​ດາບຟັນ​ໃສ່​ຂາ, ພາຍຫຼັງມາ​​ໄດ້​ເສຍ​ຊີວິດ​ຍ້ອນ​ບາດ​ເຈັບ​ສາຫັດ. ​ເຈົ້າຟ້າ​ຊາຍ​ຂອງ​​ເຈົ້າຊີວິດ​ເມືອງ​ອູ​ຊ່ືວ່າ​ຟູ​ໄຊ​ໄດ້​ສືບ​ລາດ​ຊະ​ສົມບັດ​ຂອງ​ພໍ່, ຈາກ​ນັ້ນມາ​ສາມ​ປີ, ​ເພ່ືອ​ແກ້​ແຄ້ນ​​ຕາງພ່ໍ, ຟູ​ໄຊ​ໄດ້​ຍົກທັບ​ໄປ​​ຕີ​​ເມືອງ​ແຢ, ພວກ​ເຂົາ​ເຈົ້າ​ໄດ້​ປິດ​ລ້ອມ​ລາຊະທານີ​ເມືອງ​ແຢ, ​ເມ່ືອ​ໄດ້ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດ​ແລະ​ໃນ​ທ່ີ​ສຸດ​ເມືອງ​ອູ​ໄດ້​ເອົາ​ຊະນະ​ເມືອງ​​ແຢ. ​ໂກວ​ຈ້ຽນ ​ເຈົ້າຊີວິດ​​ເມືອງ​ແຢຈຳ​ເປັນ​ຕ້ອງ​ຍອມ​ຈຳນົນ ກາຍ​ເປັນ​ຊະ​ເລີຍ​ເສິກ​ຂອງ​​ເມືອງ​ອູ. ຟູ​ໄຊ​ໄດ້​ຄຸມ​ຕົວ​ເຈົ້າໂກວຈ້ຽນມາ​ເມືອງ​ອູ, ​ໃຫ້​ຢູ່​ເຮືອນ​ນ້ອຍໆ​ທ່ີ​ຢູ່​ຂ້າງ​ສຸສານ​ອະດີດ​ເຈົ້າຊີວິດ​ເມືອງອູ ພະບິດາຂອງ​ຟູ​ໄຊ, ​ໃຫ້​ເຝົ້າສຸສານ​ທັງ​ລ້ຽງ​ມ້າ​ໄປ​ນຳ.

​ໂກວ​ຈ້ຽນ ​ເຈົ້າຊີວິດ​​ເມືອງ​ແຢຖືກ​ຢຽດ​ຫຍາມທໍລະມານ​ຈົນ​ເຫຼືອພັນ​ລະນາ, ​ແຕ່​ຍັງເຮັດຕາງຕິ​​ຈົງ​ຮັກ​ພັກດີ​ຕໍ່​ເຈົ້າ​ຟູ​ໄຊ​ທ່ີ​ສຸດ, ສະນັ້ນພາຍຫຼັງມາຈ່ຶງ​​ໄດ້ຖືກ​ປ່ອຍ​ຕົວ​ກັບຄືນ​ເມືອງແຢ. ພາຍຫຼັງ​ໂກວ​ຈ້ຽນກັບ​ຄືນ​​ເມືອງ​ແຢ​ແລ້ວ, ກໍ​ໄດ້​ຕັ້ງມາ​ນະຈິດ​ຈະ​​ແກ້​ແຄ້ນ. ​ໂກວຈ້ຽນທ້ອນ​ໂຮມ​ກຳລັງ​, ໝົກ​ໝົ້ນ​ເຮັດ​ວຽກ. ​ເພ່ືອ​​ເຕືອນ​ສະຕິ​ຕົນ​ເອງ, ​​ໃນ​​ເວລາ​ນອນ​ກາງຄືນ, ​ເຈົ້າຊີວິດ​ໂກວຈ້ຽນບໍ່​ນອນ​ເສ່ືອ, ບໍ່​ຫ່ົມ​ຜ້າ, ​ແຕ່ຫາກ​ນອນຢູ່​ເທິງກອງ​ຟືນ. ຢູ່​​ໃນ​ຫ້ອງ​ຂອງສົມ​ເດັດ, ​ໄດ້​ແຂວນຖົງ​ບີ​​ໃສ່​ຖົງໜ່ຶງ, ກ່ອນ​ກິນ​ເຂົ້າ ກ່ອນນອນ, ​ເຈົ້າຊີວິດ​ໂກວຈ້ຽນ​ກໍ​ຕ້ອງ​​ເລຍ​ຖົງບີ, ຊິ​ມລົດ​ຂົມ​ຂອງ​ມັນ​ເພ່ືອ​ເຕືອນ​ໃຫ້​ຕົນ​ເອງ​ຢ່າ​ລືມຄວາມອັບ​ປະຍົດໃນ​ເວລາ​ເປັນ​ຊະ​ເລີຍ​ເສິກ. ເມ່ືອໄດ້ພັດທະນາການຜະລິດ ສະສົມກຳລັງມາເປັນ ເວລາ 10 ປີ, ແລະສ່ັງສອນຝຶກແອບ​ໄພ່ຟ້າ​ລາສະ​ດອນ​ເປັນ​ເວລາ 10 ປີ​ແລ້ວ, ​ໃນ​ທ່ີ​ສຸດ​ໄດ້​ເຮັດ​ໃຫ້​​ເມືອງ​ອູ​ເຂັ້ມ​ແຂງ​ຂຶ້ນ​. ບັດ​ແລ້ວ ​ເຈົ້າຊີວິດ​ໂກວ​ຈ້ຽນ​ສວຍ​ໂອກາດ​ຕີ​ເອົາ​ເມືອງ​ອູ, ​ເຮັດ​ໃຫ້​​ເມືອງ​ແຢ​ກາຍເປັນ​​ເມືອງໜ່ຶງ​ທ່ີ​ເຂັ້ມ​ແຂງ​ກວ່າ​ໝູ່​ໃນ​ສະ​ໄໝນັ້ນ.

​ນິທານເລ່ືອງ​ນີ້​​​ແມ່ນ​ເລ່ືອງ​ສົມ​ເດັດ​ໂກວ​ຈ້ຽນ ​ເຈົ້າຊີວິດ​ເມືອງ​ແຢທົນ​ທຸກ​ທົນ​ຍາກ, ​ເຕືອນ​ໃຫ້​ຕົນ​ເອງ​ມານະ​ພະຍາຍາມ, ຕັ້ງມານະ​ຈິດແກ້​ແຄ້ນ​ເພ່ືອ​ປະ​ເທດຊາດ​ຂອງ​ຕົນ. ຊູ່​ມື້​ນີ້ ພວກ​ເຮົາ​ຕ້ອງ​ຮຽນ​​ເອົານ້ຳ​ໃຈ​ມານະ​ອົດທົນ​ແບບ​ນີ້, ​ແນ່ນອນ​ແລ້ວ​ບໍ່​ແມ່ນ​ຕ້ອງ​ນອນ​​ເທິງ​ກອງ​ຟືນ​, ​ແລະ​ຊິ​ມບີ​ຂົມອີຫຼີ.