ຕອນບ່າຍວັນທີ 17 ສິງຫານີ້, ຢູ່ຫ້ອງປະຊຸມຄະນະຊາວໜຸ່ມກອມມູນິດຂອງມະຫາວິທະຍາໄລປັກກ່ິງ, ງານສົນທະນາພິເສດເທ່ືອໜ່ຶງໄດ້ເຮັດໃຫ້ນັກສຶກສາທັງຫຼາຍ ຫວນຄຶດເຖິງສະພາບໃນ 20 ປີກ່ອນທ່ີກະຕຸ້ນໃຈທ່ີສຸດ.
ພວກເຮົາຂຽນໜັງສື "ສະບາຍດີລູງສຽວຜິວ" ໃສ່ເຈ້ຍສີຂຽວ ແລ້ວຕິດໃສ່ຜ້າພຼາສຕິກທ່ີປູຕຽງ. ເມ່ືອຂຽນຮຽບຮ້ອຍແລ້ວ, ພວກເຮົາມ້ວນປ້າຍນີ້ຢ່າງລະມັດລະວັງ, ທັງມັດດ້ວຍເຊືອກສີຢູ່ຂ້າງນອກ, ຢູ່ເທິງປ້າຍປະດັບດ້ວຍດອກເຈ້ຍ, ເບ່ິງແລ້ວຄືຊໍ່ດອກໄມ້ທັງໃຫຍ່ທັງສູງ. ພວກເຣົາຊອກເອົາໄມ້ສອງຖ່ອນມາໃຊ້ເປັນຄັນຊູປ້າຍ…
ທ່ານຈາງຈືແລະທ່ານໂກຈຽນເວິຍແມ່ນນັກສຶກສາພະແນກຊີວະສາດຫ້ອງປີ 1981 ຂອງມະຫາວິທະຍາໄລາປັກກ່ິງ, ໃນເວລາແຫ່ຂະບວນສະຫຼອງວັນຊາດປີ 1984, ພວກເຂົາເຈົ້າໄດ້ຈັດວາງແລະເຂົ້າຮ່ວມການເຮັດປ້າຍທ່ີຂຽນວ່າສະບາຍດີລູງສຽວຜິງ, ເວລາແຫ່ຂະບວນສະຫຼອງວັນຊາດ ຍັງໄດ້ຊູປ້າຍດ່ັງກ່າວອອກມາຢ່າງກະທັນຫັນ. ໂດຍຢູ່ຕໍ່ໜ້ານັກສຶກສາຮຸ້ນຫຼັງທ່ີອາຍຸໜ້ອຍກວ່າເຂົາເຈົ້າເກືອບ 20 ປີ, ສອງຄົນໄດ້ຫວນຄຶດປະສົບການໃນ 20 ປີກ່ອນທ່ີບໍ່ລືມຈົນເທ່ົາໃດໆທ່ີເຕັມໄປດ້ວຍຄວາມກະຕືລືລົ້ນ.
"ເມ່ືອແຫ່ຂະບວນແລ້ວກັບຄືນມະຫາວິທະຍາໄລປັກກ່ິງ, ພວກເຮົາຍັງເປັນຫ່ວງໝົດມື້ທ່ີຊູປ້າຍອອກມາໂດຍບໍ່ໄດ້ຮັບການອະນຸຍາດກ່ອນ, ພາຍຫຼັງມາເມ່ືອໜັງສືພິມໄດ້ລາຍງານຂ່າວຍ້ອງຍໍເລ່ືອງນີ້ແລ້ວ ຈ່ຶງໄວ້ວາງໃຈໄດ້. ທ່ານຈາງຈືດຽວນີ້ເປັນປະທານຄະນະບໍລິຫານຂອງບໍລິສັດຜະລິດຢຸກຢາແຫ່ງໜ່ຶງຂອງປັກກ່ິງ ທ່ານເວົ້າວ່າ: "ເມ່ືອ 20 ປີກ່ອນ, ນັກສຶກສາພວກເຮົາໄດ້ສ່ົງຄຳຢ້ື້ຢາມຖາມຂ່າວວ່າ "ສະບາຍດີລູງສຽວຜິງ" ແມ່ນສ່ົງອອກຈາກໃນຕົວຂອງພວກເຮົາເອງ, ແມ່ນເພ່ືອຂອບອົກຂອບໃຈນຳພັກແລະລັດທ່ີໄດ້ໃຫ້ຊາວໜຸ່ມພວກເຮົາມີໂອກາດຮຽນໜັງສື ຮັບການສຶກສາຢູ່ມະຫາວິທະຍາໄລ; ໃນມື້ນ້ີຫຼັງ 20 ປີ, ພວກເຮົາເວົ້າອີກເທ່ືອໜ່ຶງວ່າ "ສະບາຍດີລູງສຽວຜິງ" ແມ່ນເພ່ືອຄິດຮອດຄິດເຖິງແລະໂຄລົບນັບຖືບູລຸດຜູ່ຍ່ິງໃຫຍ່ໃນປະຫວັດສາດຜູ່ນີ້ຢ່າງສຸດອົກສຸດໃຈ."
ທ່ານໂກຈຽນເວິຍດຽວນີ້ເປັນບັນນາທິການໃຫຍ່ຂອງວາລະສານ "ຮວ້າສື", ໃນງານສົນທະນາ, ທ່ານໄດ້ຫວນຄຶດເຖິງເລ່ືອງເກ່ົາອີກເລ່ືອງໜ່ຶງ. ພາຍຫຼັງຮົງກົງກັບຄືນສູ່ປະເທດຊາດແລ້ວ, ທ່ານເຄີຍໄປຮົງກົງ. ຢູ່ສະໜາມຫຼວງຈືຈິງທ່ີມີຊ່ືສຽງ, ເມ່ືອໄດ້ເຫັນທຸງຫ້າດາວທ່ີປິວສະບັດຢູ່, ທ່ານໂກຈຽນເວິຍຕຶ້ນຕັນໃຈຕຶ້ນຕັນໃຈຂຶ້ນ: "ໃນຄາວນັ້ນ ຂ້າພະເຈົ້າໄດ້ຄິດເຖິງທ່ານເຕິ້ງສຽວຜິງໃນທັນທີ, ເມ່ືອຫຼົບຄືນມາເບ່ິງ ປະເທດເຮົາປະຕິຮູບໄຂປະຕູສູ່ພາຍນອກມາເປັນເວລາ 20 ກວ່າ, ປະຊາຊົນຮ່ັງມີຂຶ້ນແລ້ວ, ປະເທດຊາດກໍນັບມື້ນັບເຂັ້ມແຂງຂຶ້ນ, ທັງໝົດເຫຼ່ົານີ້ລ້ວນແຕ່ແຍກອອກຈາກຄວາມຄຶດເລິກຄຶດໄກຂອງນາຍຊ່າງໃຫຍ່ອອກແບບການປະຕິຮູບໄຂປະຕູສູ່ພາຍນອກຜູ່ນີ້ບໍ່ໄດ້, ພວກເຮົາທຸກເຊ່ັນຄົນຄວນຈາລຶກຄວາມອຸທິດທາງປະຫວັດສາດຂອງທ່ານທ່ີມີຕໍ່ການພັດທະນາຂອງປະເທດຊາດ."
ນັກສຶກສາມະຫາວິທະຍາໄລປັກກ່ິງທ່ີຍັງໜຸ່ມຟັງການສະເໜີຂອງພວກທ່ານຢ່າງຕັ້ງອົກຕັ້ງໃຈ, ພວກເຂົາເຈົ້າບາງຄົນຂຽນໄວ້ໃສ່ປື້ມຢ່າງຈິງຈັງ, ບາງຄົນຖາມຂ້ໍປີກຍ່ອຍນຳພວກທ່ານດ້ວຍຄວາມປະຫຼາດໃຈ, ຍັງມີບາງຄົນຖືກ້ອງຖ່າຍເອົາຮູບຖ່າຍອີກຕໍ່ໜ່ຶງ. ເຂົາເຈົ້າລົມກັນຢ່າງຟົດຟື້ນ, ສຽງຕົບມືແລະສຽງຫົວດັງຂຶ້ນເລື້ອຍໆ.
ທ້າວລີພິງຢວນ ນັກສຶກສາວິຊາຫຼັກອາຍຸ 22 ປີ ລາວເບ່ິງຮູບຖ່າຍເກ່ົາ, ໃນສາຍຕາຂອງລາວປ່ຽມລົ້ນໄປດ້ວຍຄວາມກະຕືລືລົ້ນ. ລາວເວົ້າວ່າ: "ເຖິງວ່າພວກເຮົາບໍ່ມີປະສົບການໃນປະຫວັດສາດຕອນນີ້ກໍ່ຕາມ, ແຕ່ກໍຮູ້ຢ່າງຄັກແນ່ວ່າແມ່ນການປະຕິຮູບໄຂປະຕູສູ່ພາຍນອກໃຫ້ປະຊາຊົນຈີນຮ່ັງມີຂຶ້ນ, ແມ່ນທິດສະດີເຕິ້ງສຽວຜິງນຳພາພັກລັດເຣົາໄດ້ຮັບໄຊຊະນະຄັ້ງແລ້ວຄັ້ງອີກ. ດ່ືມນ້ຳບໍ່ລືມຜູ່ຂຸດສ້າງ, ຊາວໜຸ່ມພວກເຮົາຈະສືບຕໍ່ເດີນໄປຕາມເສັ້ນທາງສັງຄົມນິຍົມທ່ີມີສີສັນພິເສດຂອງຈີນເຊ່ິງແມ່ນນັກປະຕິວັດຜູ່ໂອວຸໂສຄືທ່ານເຕິ້ງສຽວຜິງເປັນຕົ້ນສ້າງຂຶ້ນຢ່າງແນ່ນອນ, ພະຍາຍາມຮ່ຳຮຽນ, ຕັ້ງໜ້າສ້າງສາປະເທດຊາດ, ອຸທິດສະຕິປັນຍາແລະກຳລັງວັງຊາຂອງຕົນເຂົ້າໃນການສ້າງສາສັງຄົມພໍຢູ່ພໍກິນແລະຍັງມີສ່ວນເຫຼືອຢ່າງຮອບດ້ານ.
|