ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-19 16:13:22    
ຮ້ານ​ວາງສະ​ແດງ​​ໃນງານມະຫາ​ກຳຈີນ​ອາ​ຊຽນ​ຄັ້ງປະຖົມ​ລະ​ເລີກ​ບໍ່​ຕອບ​ສະໜອງ​ຄວາມ​ຕ້ອງການ

cri
ງານມະຫາ​ກຳຈີນ​ອາ​ຊຽນ​ຄັ້ງປະຖົມ​ລະ​ເລີກຈະ​ຈັດ​ຂຶ້ນ​ຢູ່​ເມ​ືອງນານໜີງ​ເທດສະບານ​​ເຂດ​ກວາງຊ​ີ​ໃນ​ເດືອນພະຈິກປີ​ນີ້. ງານ​ມະຫາ​ກຳ​ຄັ້ງນີ້ມີ​ລັກສະນະ​ສັງ​ລວມ​ແລະ​ສາກົນ ​ເຊ່ິງ​ມີການ​ຄ້າ​ສິນຄ້າ ການ​ຮ່ວມ​ມື​ລົງທຶນ ການ​ຄ້າ​ບໍລິການ ​ເວທີ​ປາ​ໄສ​ຊັ້ນສູງ​ແລະ​ການ​​ແລກປ່ຽນ​ວັດທະນະ​ທຳ​​, ​ ​ຈັດ​ໂດ​ຍກະຊວງ​ການ​ຄ້າ​ແລະ​ຂະ​ແໜງ​ການ​ຄຸ້ມ​ຄອງ​ເສດຖະກິດ​ການ​ຄ້າ​ຂອງ 10 ປະ​ເທດ​ອາຊຽນ, ງານ​ມະ​ຫຳ​ກຳ​ຈີນ​ອາ​ຊຽນຈະ​​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ຕໍ່​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນກ່ອນ​ປີ 2010.

​ຕາມ​ໄດ້​ຊາບ,​ນັກທຸ​ລະ​ກິດພາຍ​ໃນ​ປະ​ເທດ​ແລະ​ຕ່າງປ​ະ​ເທດ​​ທ່ີ​ຈະ​ເຂົ້າຮ່ວມງານມະຫາ​ກຳຈີນ​ອາ​ຊຽນ​ຄັ້ງປະຖົມ​ລະ​ເລີກ​​​ມີ​ຄວາມ​ຈູບ​ຈ້າວຫ້າວຫັນ​ທ່ີ​ບໍ່​ເຄີຍ​ມີ​ມາແຕ່​ກ່ອນ​, ຮ້ານ​ວາງສະ​ແດງ​​ໃນງານ​ນີ້​ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການບໍ່​ໄດ້. ທ່ານ​ເຈີ້​ນຈຸນ​ຈ້ຽນ ຮອງ​ເລ​ຂາ​ຄະນະ​ເລ​ຂາ​ງານ​ມະຫາ​ກຳ​ຈີນ​ອາ​ຊຽນ ຮ​ອງຫົວໜ້າພະ​ແນ​ກວຽກ​ງານ​ມະຫ​າກຳ​ສາກົນ​ເຂດ​ກວາ​ງຊີ​​​ແລະ​ຮອງ​ເຈົ້າ​ຄອງ​ນະຄອນ​ນານ​ໜີງສະ​ເໜີວ່າ, "ປະ​ຈຸ​ບັນ, ຈຳນວນ​ຮ້ານ​ວາງສະ​ແດງ​ທ່ີນັກທຸລະກິດ​ຮ້ອງ​ຂໍ​ນຳ​ຄະນະ​ເລຂາ​ງານ​ມະ​ຫາ​ກຳ​ຈີນ​ອາ​ຊຽນນັ້ນ​ໄດ້​ບັນລຸ 3300 ​​ຮ້ານ, ລ່ືນແຜນການ​ຕາມ​​ເດ່ີມ 60%. ​ໃນ​ນັ້ນ, ຮ້ານ​ວາງສະ​ແດງ​ທ່ີ​ປະ​ເທດ​ອາ​ຊຽນຮ້ອງຂໍ​ນັ້ນກ​ກວມ 40%. ​ເພ່ືອ​ຜ່ອນຄາຍ​ສະພາບ​ທ່ີ​ຮ້ານ​ວາງສະ​ແດງບໍ່ພຽງພໍ,​​ຂະ​ແໜງ​ກາ​ນທ່ີ​ກ່ຽວຂ້ອງ​​ຈະ​ຄັດເລືອກ​ໂຄງການຄຸນ​ນະພາ​ບ​ດີ​ງວດ​ໜ່ຶງ​ຈາກ​ໂຄງການຫຼວງຫຼາຍ​ເຫຼົ່ານີ້ໂດຍ​ອີງ​ຕາມ​ມາດຖານ​ສາກົນ ວິຊາ​ສະ​ເພາະ​ແລະ​ຕະຫຼາດ​, ​ເພ່ືອຮັບປະກັນ​ງານ​ມະຫາ​ກຳ​ຈີນ​ອາ​ຊຽນຄັ້ງປະຖົມມະ​ເລີກ​ມີ​ລະດັບສູງ​ແລະ​ຜົນ​ສະທອນ​ອັນ​ກວ້າງ​ໃຫຍ່, ​ເຮັດ​ໃຫ້​ງານ​ມະຫາ​ກຳ​ຈີນ​ອາ​ຊຽນມີ​ຊ່ື​ສຽງດົງດັງ."

​ໃນ​ຖານ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ​ງານ​ມະ​ຫາ​ກຳ​ຈີນ​ອາ​ຊຽນ, ນະ​ຄອນນານ​ໜີງ​ພວມ​ເລັ່ງລັດ​ສ້າງສາ​. ປີ 2004, ​ນະ​ຄອນ​ນານ​ໝີ​ງ​ໄດ້​​ລົງທຶນ​ບັນລຸ 12 ຕື້​ຢວນ ສ້າງ​ໂຄງການ​ສ້າງສາ​ຕົວ​ເມືອງ​ປະມານ 200 ​ໂຄງການ. ​ໃນ​ນັ້ນ, ​ໂຄງການ​ພື້ນຖານ​​ໂຄງ​ລ່າງທ່ີ​ບໍ​ລິ​ການ​ານ​ມະ​ຫາ​ກຳ​ຈີນ​ອາ​ຊຽນ​​ໂດ​ຍສະ​​ເພາະ​ນັ້ນລວມ 50 ກວ່າ​ໂຄງການ, ​ເຊ່ິງລວມທັງການ​ສ້າງ​ຮ້ານ​ມາ​ດຖານ​ສາກົນ​ໃໝ່ສ້າງ​ສວນ​ເສດຖະກິດ​ຈີນ​ອາ​ຊຽນ​ແລະ​ຂະຫຍາຍ​ສ້າງ​ສະໜາມ​ບິນ​ສາກົນ​ນານ​ໜີງ​ເປັນ​ຕົ້ນ.

ທ່ານ​ເຈີ້ນ​ຈຸນ​ຈ້ຽນ​ເວົ້າວ່າ, "​ເພ່ືອ​ຍົກ​ສູງ​ຄວາມ​ສາມາດ​ທ່ີ​ຕ້ອນຮັບ​ແຂກ, ​ນະຄອນ​ນານ​ໜິງພວມ​ສ້າງ​ໂຮງ​ແຮມ​ຂັ້ນດາວ​ໃໝ່, ​ແລະ​ດັດ​ສ້າງ​ໂຮງ​ແຮມ​ຂັ້ນດາວ​​ເກົ່າ."

1  2