ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-20 11:01:01    
ການ​ກິນ​ໄຂ່​ໄກ່​ທຸກ​ມື້​ບໍ່​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ຜູ່​ຍິງ(ສຽງ)

cri

ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຫລາຍໆຄົນ,​ໄຂ່​​ໄກ່​ແມ່ນ​ອາຫານ​ທ່ີ​ຂາດ​ບໍ່​ໄດ້,​ແຕ່​ເວົ້າສຳ​ລັບ​ຜູ່​ຍິງ​ຈຳນວນ​ບໍ່​ໜ້ອຍ​ແລ້ວ,ການ​ກິນ​ໄຂ່​ໄກ່​ທຸກ​ມື້​ພັດ​ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ, ຈົນກະທັ້ງອາດ​ຈະ​ມີ​ຜົນ​ຮ້າຍ​ເຖິງ​ແກ່​ຊີວິດ.ຕາມ​ຂ່າວສານ​ຣອຍ​ເຕີ​ລາຍ​ງານ​ໃນ​ວັນ​ທີ 28 ກໍລະກົດ,​ເມ່ືອ​ໄດ້ຄົ້ນ​ຄ້ວາ​ເປັນ​ເວລາ 14 ປີ​ແລ້ວ​,ຜູ່​ຊ່ຽວຊານ​ງວດ​ໜ່ຶງ​ປະກົດ​ເຫັນ​ວ່າ,ຍ້ອນ​ຢູ່​ໃນ​ມອນໄຂ່ມີ​ໂຄ​ເລັສ​​ເຕຣອນຫລາຍ,ບໍ່​ມີ​ຜົນ​ດີ​ຕໍ່ສຸຂະພາບ,ຜູ່​ຍິງ​ທ່ີ​ກິນ​ໄຂ່​ໄກ່​ຫລາຍ​ກວ່າ​ໜ່ຶງ​ໜ່ວຍ​ທຸກ​ມື້​ອາດ​ຈະ​ມີ​ອາຍຸ​ສັ້ນກວ່າ​ຜູ່​ຍິງ​ທ່ີ​​ກິນ​ໄຂ່​ໄກ່​ໜ່ຶງ​ຫາ​ສອງ​ໜ່ວຍຕໍ່​ອາທິດ.


​ຜ່ານ​ພຶ​ດຕິ​ກຳ,ໜ່ວຍ​ຄົ້ນຄ້ວາປະກົດ​ເຫັນ​ວ່າ,​ໃນ​ເລືອດ​ຂອງ​ຜູ່​ຍິງ​ທ່ີ​ກິນ​ໄຂ່​ໄກ່​ມື້​ລະ​ໜ່ຶງ​ໜ່ວຍ​ນັ້ນ,ປະລິມານ​ໂຄ​ເລັສ​​ເຕຣອນສູງ​ກວ່າ​ຜູ່​ຍິງ​ທ່ີ​ບໍ່​ສູ້​ກິນ​ໄຂ່​ໄກ່ນັ້ນຕັ້ງ 3 ​ເທ່ົາ,ອັດຕາ​ການ​ຕາຍ​ຂອງ​ພວກ​ເຂົາ​ເຈົ້າສູງ​ກວ່າ​ຜູ່​ທ່ີ​ກິ​ນ​ໄຂ່​ໄກ່​ອາທິດ​ໜ່ຶງ​ຫາ​ສອງ​ໜ່ວຍ​ນັ້ນ 22%,ສ່ວນອັດຕາ​ການ​ຕາຍ​ຂອງ​ຜູ່​ຍິງ​ທ່ີ​ກິນ​ໄຂ່​ໄກ່​ຫລາຍ​ກວ່າ​ມື້​ລະ​ສອງ​ໜ່ວຍນັ້ນຍ່ິງ​ສູງ​ກວ່າ.ນັກປາດທັງຫລາຍ​ຊີ້​ອອກ​ວ່າ,ຜູ່​ຍິງ​ທ່ີ​ກິນ​ໄຂ່​ໄກ່​ເປັນ​ປະຈຳ​ນັ້ນມັກ​ເປັນ​ລົມ ​ເສັ້ນ​ເລືອດ​ແດງ​ແຂງ​ແລະ​ໂຣກ​ເສັ້ນ​ເລືອດ​ຫົວ​ໃຈ​ແລະ​ເສັ້ນ​ເລືອດ​ສະໝອງ.ສ່ວນ​ພະຍາດ​ເຫົ່ຼານີ້​ລ້ວນ​ແຕ່​ອາດ​ຈະ​ພາ​ໃຫ້​ຜູ່​ຍິງ​ຕາຍ​ຢ່າງ​ກະທັນຫັນ,ອັດຕາ​ດັ່ງກ່າວ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ອາຍຸ ນ້ຳໜັກ​ແລະ​ປັດ​ໄຈ​ອ່ືນໆ​ຂອງ​ຜູ່​ຍິງ​ເຫ່ົຼານີ້.


ແຕ່​ວ່າ,ສະພາບ​ສຸຂະ​ພາບ​ຂອງ​ຜູ່​ຍິງ​ທ່ີ​ບໍ່ກິນ​ໄຂ່​ໄກ່​ທຸກ​ມື້​ກໍ່​ດີກ​ວ່າ​ຜູ່​ຍິງ​ທ່ີ​ກິນ​ໄຂ່​ໄກ່​ທຸກ​ມື້ນັ້ນຫລາຍ​ເທ່ົາ​ໃດ.ຜ່ານ​ການ​ສຳ​ຫລວດ​ເຫັນ​ວ່າ,ຜູ່​ຍິງ​ທ່ີ​ບໍ່​ສູ້​ກິນ​ໄຂ່​ໄກ່ນັ້ນມັກ​​ແງ້ນ​ຢາສູບ,ສ່ວນ​ສູບຢາ​ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ​ຂອງ​ຮ່າງກາຍ​ຄົນ​ເຮົາ​ຫລາຍທ່ີ​ສຸດ. ພ້ອມ​ກັນນັ້ນ,ໜ່ວຍ​ສຳ​ຫລວດ​ຍັງ​ປະກົດ​ເຫັນ​ວ່າ,ຜູ່​ຊາຍ​ກິນ​ໄຂ່​ໄກ່​ຫລາຍແລະ​ກິນ​ເລື້ອຍໆ​ພັດ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ອັດຕາ​ການ​ຕາຍ.


ຄວາມ​ຜິດພາດ​ບາງ​ຢ່າງ​ໃນ​ການ​ກິນ​ໄຂ່​ໄກ່


ຄວາມ​ເຫັນ​ຜິດພາດ​ອັນ​ທີໜ່ຶງ​ແມ່ນ ​ໄຂ່​ໄກ່​ເປືອກ​ແດງ​ດີກ​ວ່າ​ໄຂ່​ໄກ່​ເປືອກ​ຂາວ
ຫລາຍໆ​ຄົນ​ຊື້​ໄຂ່​ໄກ່​ມັກ​ເລືອກ​ເອົາ​ແຕ່​ໄຂ່​ໄກ່​ເປືອ​ກ​ແດງ,​ເຫັນ​ວ່າ​ໄຂ່​ໄກ່​ເປືອກ​ແດງ​ມີ​ຄຸນຄ່າ​ທາດ​ບຳລູງຫລາຍ.ທ່ີ​ແທ້​ບໍ່​ແມ່ນ​ຈັ່ງຊັ້ນ,ສີ​ຂອງ​ເປ​ື​ອກ​ໄຂ່​ຕົ້ນຕໍ​ແມ່ນ​ຊີ້​ຂາດ​ຢູ່​ນຳ​ວັດຖຸ"ທ່ີ​ປະກອບ​ເປັນ​ເປ​ືອກ",ສ່ວນ​ວັດຖຸ​ຊະນິດ​ນີ້​ບໍ່​ມີ​ທາດ​ບຳລຸງ.ການ​ວິ​ເຄາະ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໄຂ່​ໄກ່​ມີ​ທາດ​ບຳລຸງ​ຫລາຍຫຼື​ບໍ່ນັ້ນ ຂໍ​ກະ​ແຈ​ແມ່ນ​ຊີ້ຂາດ​ຢູ່​ນຳ​ອົງ​ປະກອບ​ທາດ​ບຳລຸງ​ຂອງ​ອາຫານ.


ຄວາມ​ເຫັນ​ຜິດພາດ​ອັນ​ທີສອງ​ແມ່ນ​ໄຂ່​ໄກ່ຕົ້ມຍ່ິງ​ດົນ​ຍິ່ງ​ດີ
​ໄຂ່​ໄກ່ຕົ້ມດົນ​ໂພດ,ທາດ​ເຫັຼກ​ໃນມອນ​ໄຂ່​ກັບ​ທາດ​ກຳມະຖັນ​ໃນ​ໄຂ​່ຂາວຈະ​ເກີດ​ເປັນ​ວັດຖຸ​ຊະນິດ​ໜ່ຶງ​ທ່ີ​ລະລາຍ​ຍາກ,​ແລະ​ດູດ​ຮັບ​ຍາກ.ຜູ່​ຊ່ຽວຊານ​ດ້ານ​ທາດ ບຳລຸງ​ເຫັນ​ວ່າ,​ໄຂ່​ໄກ່​ຄວນ​ຕົ້​ມ​ໃນ​ນ້ຳຟົດ 5 ຮອດ 7 ນາທີ​ແມ່ນ​ດີ.​ໄຂ່​ໄກ່​ຈືນ​ສຸກ​​ໂພດ,ຂອບ​ຂອງ​ມັນ​ຈະ​ຖືກ​ຈືນ​ຈົນ​ໄໝ້,ທາດ​ໂປຼຕິນ​ໃນ​ໄຂ່​ຂາວ​ຈະ​ປ່ຽນ​ເປັນ​ທາດ​ອາ​ມີ​ໂນ​ໂມ​ເລ​ກຸນ​ຕ່ຳ,​ໃຕ້​ອຸນຫະພູມ​ສູງ,ອາ​ມີ​ໂນ​ຊະນິດ​ນີ້​ສາມາດ​ກາຍ​ເປັນວັດຖຸ​ເຄມີ​ທ່ີ​ມີ​ພິດ.


ຄວາມ​ເຫັນ​ຜິດພາດ​ອັນ​ທີສາມ​ແມ່ນ "​ໄຂ່​ໄກ່​ສັບ​ພະຄຸນ"ດີກ​ວ່າ​ໄຂ່​ໄກ່​ທຳ​ມະ​ດາ
ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ວິ​ທະຍາ​ສາດ​ເຕັກນິກ,​"ໄຂ່​ໄກ່​ສັບພະ​ຄຸນ"ທ່ີ​ມີ​ທາດ​ສັງກະສີ ທາດ​ອີ​ອົດ ທາດ​ເຊ​ເລ​ນິອົມ​ແລະ​ທາດ​​ແຄນ​ຊຽມຫລາຍ​ນັ້ນ​ໄດ້​ກຳ​ເນີ​ດ​ເກີດ​ຂຶ້ນ.ທ່ີ​ແທ້,ບໍ່​ແມ່ນ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ເໝາະ​ກັບ​ການ​ກິນ"​ໄຂ່​ໄກ່​ສັບພະ​ຄຸນ"ດອກ.​ເພາະວ່າ​ບໍ່​ແມ່ນ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ຂາດ​ທາດ​ບຳລຸງ​ທ່ີ​ມີ​ຢູ່​ໃນ​"ໄຂ່​ໄກ່ສັບພະ​ຄຸນ"​ເຫ່ົຼານີ້.ສະນັ້ນ,​ໃນ​ເວລາ​ເລືອກ"​ໄຂ່​ໄກ່​ສັບພະ​ຄຸນ"ນັ້ນ,ຜູ່​ບໍລິ​ໂພ​ກຄວນ​ເລືອກ​ຢ່າງ​ມີ​ເປົ້າ​ຫມາຍ,ຂາດ​ອັນ​ໃດ​ກໍ່​ກິນ​ອັນ​ນັ້ນ​


ຄວາມ​ເຫັນ​ຜິດພາດ​ອັນ​ທີສ​່ີແມ່ນ ຜູ່​ເຖົ້າຜູ່​ແກ່​ຫ້າມ​ກິນ​ໄຂ່​ໄກ່
ຍ້ອນ​ວ່າ​ໃນ​ໄຂ່​ໄກ່​ມີ​ໂຄ​ເລັສ​​ເຕຣອນອ່າວ​ຫລາຍ,ສະນັ້ນ,ຈ່ິງ​ໄດ້​​​ເຜີຍແຜ່​ກັນ​ຫລາຍ​ສົມຄວນວ່າ,ຜູ່​ເຖົ້າຜູ່​ແກ່​ຫ້າມ​ກິນ​ໄຂ່​ໄກ່.ການ​ທົດ​ລອງ​ດ້ານ​ວິທະຍາສາດ​ໃນ​ຫລາຍ​ປີ​ມາ​ນີ້​​ໄດ​້ຢັ້ງຢືນ​ວ່າ,ຄຳ​ເວົ້າ​​ແບບວ​ນີ້​ບໍ່​ມີ​ເຫດຜົນ.


ຄວາມ​ເຫັນ​ຜິດພາດ​ອັນ​ທີຫ້າ​ແມ່ນເອົາ​ໄຂ່​ໄກ່​ມາ​ເພ່ີມ​ທາດ​ບຳລຸງ​ໃຫ້​ເດັກນ້ອຍ​ທ່ີ​ເປັນ​ໄຂ້​ນັ້ນ​ໄດ້
ໃນ​ໄຂ່​ໄກ່​ມີ​ທາດ​ໂປຼຕິນຢ່າງ​ຫລວງຫລາຍ,ມັນ​ບໍ່ພຽງ​ແຕ່​ຫລຸດ​ອຸນຫະພູມ​ຮ່າງກາຍ​ໄດ້​ເທ່ົາ​ນັ້ນ,ຫາກ​ຍັງ​ເຮັດ​ໃຫ້​ອຸນຫະພູມ​ໃນ​ຮ່າງກາຍ​ເພ່ີມ​ຂຶ້ນ,​ເຮັດ​ໃຫ້ອຸນຫະພູມ​ຮ່າງກາຍ​ຂອງເດັກ​ນ້ອຍສູງ​ຂຶ້ນຍ່ິງ​ຫລາຍ,ບໍ່​ມີ​ຜົນ​ດີ​ຕໍ່​ເດັກນ້ອຍຜູ່​ປ່ວຍ​ຟື້ນ​ຟູ​ສຸຂະພາບ, ສະນັ້ນ,​ໃນ​ເວລາ​ເດັກນ້ອຍ​ເປັນ​ໄຂ້,ຄວນ​ໃຫ້​​ເຂົາ​ເຈົ້າກິນນ້ຳອຸ່ນ​ໃຫ້​ຫລາຍ,​ແລະ​ໃຫ້​ເຂົາ​ເຈົ້າກິນ​ໝາກ​ໄມ້ ຜັກ​ໝ່ີ​ແລະ​ອາຫານ​ທ່ີ​ມີ​ທາດ​ໂປຼຕິນໜ້ອຍ.