ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-20 11:28:53    
ນັກວິທະຍາສາດ​ຈີນ​​ແລະເຢຍລະ​ມັນ​ໄດ້ຄົ້ນ​ພົບ​ບໍ່​ແຮ່​ນ້ຳກ້າມ​ທ່ີເປັນ​ວັດຖຸ​ເຊື້ອ​ໄຟ​ໃຫຍ່​ກວ່າ​ຫມູ່​ໃນ​ທ່ົວ​ໂລກ​ຢູ່​ພື້ນທະ​ເລ ພາກ​ເຫນືອ​ຂອງ​ທະ​ເລ​ນານ​ໄຫ(ສຽງ)

cri

ໃນ​ກາງ​ເດືອນ​ກໍລະກົດ​ປີ​ນີ້,​ນັກວິທະຍາສາດ​ຈີນ​​ແລະເຢຍລະ​ມັນ​ໄດ້ຄົ້ນ​ພົບ​ບໍ່​ແຮ່​ນ້ຳກ້າມ​ທ່ີເປັນ​ວັດຖຸ​ເຊື້ອ​ໄຟ​ໃຫຍ່​ກວ່າ​ຫມູ່​ໃນ​ທ່ົວ​ໂລກ​ຢູ່​ພື້ນທະ​ເລ ພາກ​ເຫນືອ​ຂອງ​ທະ​ເລ​ນານ​ໄຫ.

ນ້ຳກ້າມວັດຖຸ​ເຊື້ອ​ໄຟ​ແມ່ນ​ວັດຖຸ​ປະສົມ​ຂອງອາຍ​​ແກັສທຳ​ມະ​ຊາດ​ແລະ​ນ້ຳ​ທ່ີຢູ່​​ທະ​ເລ​​ເລິກ,(ກໍ່​ເອີ້ນ​​ເປັນ​ວັດຖຸ​ປະສົມ​ຂອງອາຍ​ແກັສທຳ​ມະ​ຊາດ​ເມ​ຕານ​ແລະ​ນ້ຳ),​ເປັນ​ພະລັງງານ​ໃຫມ່​ຊະນິດ​ຫນ່ຶງທ່ີ​ມີ​ກຳລັງ​ບົ່ມ​ຊ້ອນ​ໃນ​ການ​ຄົ້ນຄວ້າ​ພັດທະນາ,ສາມາດ​ໃຊ້​ແທນ​ພະລັງງານ​​ດັ້ງ​ເດີມ​ທ່ີ​ນັບ​ມື້​ນັບຫຼຸດ​ຫນ້ອຍ​ລົງ​ເຊ່ັນ:ຖ່ານ​ຫີນ​ນ້ຳມັນ​ເຊື້ອ​ໄຟ​ອາຍ​ແກັສທຳ​ມະ​ຊາດ​ເປັນ​ຕົ້ນ,ຜູ່​ຊ່ຽວຊານ​ກ່າວ​ວ່າ,ຖ້າ​ຂຸດ​​ເອົາແຮ່​ທາດຢ່າງ​ສຳ​ເລັດ​ຜົນ​ໄດ້,​ສາມາດ​ແກ້​ໄຂ​ບັນຫາ​ຄວາມ​ຕ້ອງການ​ພະລັງງານ​​ໃນຮ້ອຍ​ກວ່າ​ປີ​ຂອງ​ຈີນ​ໃນ​ຂັ້ນ​ພື້ນຖານ.


ເມ່ືອ​​ເວົ້າ​ເຖິງ​ພະລັງງານ,ຄົນ​ສ່ວນ​ຫຼາຍອາດ​ຈະ​ຄິດ​ເຖິງແປວ​​ໄຟ​ທ່ີ​ໄຫມ​້ຂຶ້ນ​ວູ່ໆ,ບໍ່​ອາດ​ພົວພັນ​ກັບນ້ຳກ້າມທ່ີ​ເຢັນຫຼາຍ​,ນ້ຳກ້າມ​ຈະ​​ໄຫມ້​ໄດ້​​ແນວ​ໃດ? ​ເວົ້າ​ທ່ົວ​ໄປແລ້ວ,​ໄຟ​ກັບ​ນ້ຳ​​ແມ່ນ​ເຊ່ືອມ​ໂຍງ​ເຂົ້າກັນ​ບໍ່​ໄດ້,​ແຕ່​ວ່າ​ນ້ຳກ້າມ​ທ່ີ​ເປັນ​ວັດຖຸ​ເຊື້ອ​ໄຟ​​ແມ່ນ​ມີ​​ແທ້? ມັນ​​ແມ່ນພະລັງງານ​ໃນ​ອະນາຄົດ​ທ່ີ​ຮູບ​ນອກ​ຄື​​ຫິມະ​ທ່ີ​ສວຍ​ງາມ,ຖ້າ​ຈູດ​ໄຟ​ກໍ່​ໄຫມ້​ໄດ້,ທັງ​ສະອາດ​ທັງ​ອະນຸລັກ​ສ່ິງ​ແວດ​ລ້​ອມ​,ມັນ​ມີ​ຊ່ື​ອີກ​ວ່າ ວັດຖຸ​ປະສົມ​ຂອງອາຍ​ແກັສທຳ​ມະ​ຊາດ​ແລະ​ນ້ຳ.


ວັດຖຸ​ປະສົມ​ຂອງຳ​ອາຍ​ແກ​ັສທຳ​ມະ​ຊາດ​ແລະ​ນ້ຳ​ແມ່ນ​ວັດຖຸ​ທາດກ້ອນ​ຊະນິດ​ຫນ່ຶງ​ທ່ີ​ປະກອບ​ດ້ວຍ​ໂມ​ເລ​ກຸນ​ຂອງອາຍ​ແກັສທຳ​ມະ​ຊາດ​​ແລະນ້ຳໃຕ້​ເງ່ືອນ​ໄຂ​ຄວາມດັນ​ສູງ​ແລະ​ອຸນຫະ​ພຸມ​ຕ່ຳ,ຮູບ​ນອກ​ຄ້າຍຄື​ກັນ​ກັບ​ຫິມະ,ຄັນ​ຈຸດ​ໄຟ​ກໍ່ເຫມືອນດ່ັງ​ເຫຼົ້າ​ເກົ້າສິບ​​ໄຫມ້​ໄດ​້,ຈ່ຶງຖືກ​ເອີ້ນ​ເປັນນ້ຳກ້າມ​ທ່ີ​ເປັນ​ວັດຖຸ​ເຊື້ອ​ໄຟ. ນີ້ແມ່ນ​ພະລັງງານ​ປະ​ເພດ​ໃຫມ່​ທ່ີ​ມີສັນຍະ​ລັກ​ຫຼາຍຕ່າງ​ກັນ​ກັບ​ອາຍ​ແກັມ​ທຳມະ​ດາ​ທ່ີ​ໄດ້​ຄົ້ນ​ພົບ​ໃນ​ 30 ປີ​ທ່ີ​ຜ່ານ​ມາ,ມັນ​ແຈກຢາຍ​ຢ່າງ​ກວ້າງ​ຂວາງ​ຕາມ​ທຳ​ມະ​ຊາດ,​ນ້ຳກ້າມຊະນິດ​ນີ້ີ້​ອາດ​ຈະ​ມີ​​ຢູ່​ໄຫຼ່​ທະວີບພື້ນ​ທະ​ເລ​ທ່ີ​ເລິກ​ແຕ່​ສູນ​ຮອດ 1500 ​ແມັດ​ຢູ່​ດິນ​ກ້າມ​ຫມົດ​ປີ​ທ່ີຢູ​່ຂົວ​ໂລກ​ເຫນືອ​,​ໃນ​ໂລກ​ນີ້ມີ 79 ປະ​ເທດ​ແລະ​​ເຂດແຄ້ວ​ນໄດ້​ຄົ້ນ​ພົບ​ບໍ່​ແຮວັດຖຸ​ປະສົມ​ຂອງອາຍ​ແກັສທຳ​ມະ​ຊາດ​ແລະ​ນ້ຳ.


ຕາມ​ທ່ານ​ສາດສະດາຈານ​ຮວາ​ຢົງ​​ຊຽງ ນັກວິ​ສະ​ວະ​ກອນ​ໃຫຍ່​ຂອງພະ​ແນ​ກ​ສຳ​ຫຼວດທໍລະນີ​ມະຫາ​ສະຫມຸ​ດ​ເມືອງ​ກວາງ​ໂຈ​ວຈີນ​ແນະນຳ​ວ່າ,​ແຕ່​ປີ 1999​ເປັນ​ຕົ້ນ​​ມາ,ຈີນ​​ໄດ້​ເລ່ີ​ມສຳ​ຫຼວດ​ແລະ​ປະ​ເມີ​ນຊັບພະຍາກອນ​ວັດຖຸ​ປະສົມ​ຂອງອາຍ​ແກັສທຳ​ມະ​ຊາດ​ແລະ​ນ້ຳ​ຢູ່​ທະ​ເລ​ນານ​ໄຫ,​ເດືອນ​ມີນາ​ປີ​ນີ້,ພະ​ແນ​ກ​ສຳ​ຫຼວດທໍລະນີ​ມະຫາ​ສະຫມຸດເມືອງ​ກວາງ​ໂຈ​ວ​ກັລສະ​ຖາ​ບັນ​ຄົ້ນຄວ້າວິທະຍາ​ສາດ​ມະຫາ​ສະຫມຸດ​ຂອງ​ມະຫາວິທະຍາ​ໄລ​ກີຣ໌ເຢຍລະ​ມັນ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື,ກຳນົດ​ວ່າ ສອງ​ຝ່າຍ​ຈະຄົ້ນຄວ້າ​ວັດຖຸ​ປະສົມ​ຂອງ​ອາຍ​ແກ​ັສທຳ​ມະ​ຊາດ​ແລະ​ນ້ຳ​ຢູ່​ທະ​ເລ​ນານ​​​ໄຫ​ເປັນ​ເວລາ​ຫນ່ຶງ​ປີ.


ເດືອນ​ກໍລະກົດ​ປີ​ນ,ນັກ​ທໍລະນີ​ສາດ​ຈີນ​ແລະ​ເຢຍລະ​ມັນ 26 ຄົນ​ທ່ີ​ຂ່ີ​ເຮືອ​ເລກ​ຕາ​ເວັນ​ຂອງ​ເຢຍລະ​ມັນ​,ຫຼັງ​ຈາກພວກ​ເຂົາ​ເຈົ້າ​ໄດ້​ທັດສະນະ​ສຶກສາ​  42 ​ມື້​ແລ້ວ,​ໃນ​ທ່ີ​ສຸດ,​ໄດ້​ຄົ້ນ​ພົບມີ​ສາງ​​ສະ​ສົມ​ນ້ຳກ້າມ​ທີ່​ເປັນ​ວັດຖຸ​ເຊື້​ອ​ໄຟຢູ່​ທະ​ເລ​ນານ​ໄຫ​ຂອງ​ຈີນ,​ເນື້ອ​ທ່ີ​ລວມມີ​ເກືອບ 430 ກິ​ໂລ​ແມັດ​ຕາ,ນີ້​ແມ່ນສາງສະ​ສົມ​ນ້ຳກ້າມ​ທ່ີ​ເປັນ​ວັດຖຸ​ເຊື້ອ​ໄຟ​ໃຫຍ່​ທ່ີກວ່າ​ຫມ​່​ູ​​ໃນ​ໂລກ​ເຊ່ິງໄດ້​ຄົ້ນ​ພົບປະຈຸ​ບັນ,​ເມ່ືອ​ສັງ​ເກດ​ຈາກ​ຜົນສຳ​ຫຼວດຢ່ັງ​ແທກ​ໃນ​ເບື້ອງ​ຕົ້ນ​ໃນ​ສະ​ເພາະ​ຫນ້າ​ເຫັນ​ວ່າ,ພຽງ​ແຕ່ປະລິມານ​ນ້ຳກ້າມ​ທ່ີ​ເປັນ​ວັດຖຸ​ເຊື້ອ​ໄຟທ່ີຢູ່​ພາກ​ເຫນືອ​ທະ​ເລ​ນານ​ໄຫຈີນ​ກໍ່​ມີ​ປະມານເຄ່ິງຫນ່ຶງຂອງ​ຍອດ​ປະລິມານ​ນ້ຳມັນ​ເຊື້ອ​ໄຟ​​ເທິ​ງບົກ​ຂອງ​ຈີນ


ບຸກຄົນ​ພາຍ​ໃນ​ວົງ​ການ​ວິ​ຊາ​ສະ​ເພາະ​ຊີ້​ອອກ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,ຄວາມ​ຂັດ​ແຍ່ງ​ລະຫວ່າງ​ການສະ​ຫນອງກັບ​ຄວາມ​ຕ້ອງການ​ພະລັງງານ​ພາຍ​ໃນ​ປະ​ເທດ​ຈີນນັບ​ມື້​ນັບ​ພົ້ນ​ເດ່ັນ,ວັດຖຸ​ເຊື້ອ​ໄຟຊາກ​ຫິນ​​ດັ້ງ​ເດີມ​ບໍ່​ສາມາດຕອບ​ສະຫນອງຄວາມ​ຕ້ອງການ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ແລະ​​ອະນຸລັກ​ສ່ິງ​ແວດ​ລ້ອມ.ພຽງແຕ່​ໃນ​ປີ2002,ກໍ່​ນຳ​ເຂົ້າ​ນ້ຳມັນເຊື້ອ​ໄຟ​ແລະ​ນ້ຳມັນ​ສຳ​ເລັດ​ຮູບເກືອບຮ້ອຍ​ລ້ານໂຕນ,ຮອດ​ປີ 2010,ຈະຂາດ​ນ້ຳມັນ​ເຊື້ອ​ໄຟ​ 120 ລ້ານ​ໂຕນ.ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ​ຢ່າງ​ວ່ອງ​ໄລ,ຄວາມ​ຕ້ອງການ​ພະລັງງານ​ຂອງຈີນ​ໃນ​ຕໍ່​ໄປ​ພາຍ​ຫນ້າ​ຍັງຈະ​​ເພ່ີມ​ຂຶ້ນ​ຢ່າງ​ໄວ​ພະລັນ,ລະດັບ​ອາ​ໄສ​ນ້ຳມັນ​ເຊື້ອ​ໄຟ​ແລະ​ຊັບພະຍາກອນ​ອາຍ​ແກັສທຳ​ມະ​ຊາດ​ຂອງ​ຕ່າງປະ​ເທດ​ຈະ​ເພ່ີມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ການ​ເຮັດ​ແນວ​ໃດ​ຮັບປະກັນ​ຄວາມ​ປອດ​ໄພຂອງ​ພະລັງງານ​ພາຍ​ໃນ​ປະ​ເທດ​ແລະຮັບປະກັນກາ​ນສະຫນອງ​ພະລັງງານ​​ໃຫ້,ມັນມີ​ການ​ພົວພັນ​ໂດຍ​ກົງ​ກັບ​ການພັດທະນາເສດ​ຖະກິດ​ແລະ​ສັງຄົມ​ຂອງຈີນ ແບບ​ຍືນ​ຍົງ,​ແລະມີ​ຄວາມ​ຫມາຍ​ສຳຄັນ​ທາງຍຸດ​ທະ​ສາດ​,ສ່ວນການ​ຄົ້ນ​ພົບ​ຊັບພະຍາກອນ​ນ້ຳກ້າມ​ທ່ີ​ເປັນ​ວັດຖຸ​ເຊື້ອ​ໄຟ​ຢູ່​່​ທະ​ເລມໍ່​ຂອງ​ຈີນ​ນັ້ນ​ຈະ​ອຳນວຍ​​​ແລວ ຄວາມຄຶດ​​ດີ​​ໃຫ້​ແກ່​ການ​ແກ້​ໄຂ​ບັນຫາພະລັງງານ


ນັກວິທະຍາສາດ​ທະ​ເລ​​ຫຼາຍ​ຄົນ​ສະ​ເຫ​ນີວ່າ,ຕ້ອງ​ເລ່ັງລັດ​ການ​ຄົ້ນຄວ້າ​ທ່ີ​ກ່ຽວຂ້ອງ​ຂອງ​ນ້ຳກ້າມ​ທ່ີ​ເປັນວັດ​ຖຸ​ເຊື້ອ​ໄຟ,ຈີນ​ເອົາສະຖານ​ນີ​ອະວະກາດ​ເປັນ​ແວ່ນ​ແຍງ,ຄືສ້າງ​ສະຖານ​ນີອະວະກາດ​ຢູ່​ໃຕ້​ນ້ຳ,​ໃຫ້​ນັກວິທະຍາສາດ​ຫຼາຍ​ຍ່ິງ​ຂຶ້ນ​ລົງ​ໄປດຳ​ເນີນ​ການ​ຄົ້ນຄວ້າຢູ່​ພື້ນ​ທະ​ເລ.


​ແຕ່​ວ່າ,ຜູ່​ຊ່ຽວຊານ​ກໍ່​ຊີ້​ອອກ​ວ່າ,​​ອາຍເມ​ຕານ​ເປັນ​ວັດຖຸ​ທ່ີ​ບໍ່​ຫມັ້ນ​ທ່ຽງ,ມີ​ປະຕິກິລິຍາ​ໄວ,​ໄລຍະ​ຂຸດ​,ອາຍ​ເມ​ຕານຈະປ່ອຍ​​ອອກ​ໄປ​ສູ່​ຊັ້ນ​ອາກາດ​ຢ່າງ​ຫຼວງ​ຫຼາຍ,ຜົນຮ້າຍ​ຈາກ​ປະກົດ​ການ​​ເຮືອນ​ແກ້ວ​ທ່ີ​​ເກີດ​ຂຶ້ນ​ນັ້ນ​ຈະ​ຫນັກຫນ່ວງກວ່າກາກ​ບອນ​ດີ​ອອກ​ສິດ10 ​ເທົ່າ,​ຈະ​ພາໃຫ້​ອຸນຫະ​ພຸມ​ຫນ່ວຍ​ໂລກ​ສູງ​ຂຶ້ນ​ຢ່າງ​​ໄວວາ,ຈົນ​ກະທັ້ງ​ເຮັດ​ໃຫ້​ນ້ຳ​ທະ​ເລຫັນ​ເປັນ​ກະ​ລໍ,​ເກີດຄຶ້ນ​ຟອງ​ທະ​ເລ​ແລະ​ກະທົບ​ເຖິງ​ຄວາມ​ປອດ​ໄພ​ຂອງ​ເຮືອ​ເປັນ​ຕົ້ນ,ສະ​ນັ້ນ ຖ້າ​ຢາກ​ຂຸດ​ຄວນ​ແກ້​ໄຂບັນຫາ​ເຫຼົ່າ​ນີ້​ຢ່າງ​ລະມັດລະວັງ