ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-24 17:07:14    
ທ່ານ​ເຕິ້ງ​ສຽວ​ຜິ​ງ​ນຳພາ​ຈີນ​ເດີນ​​ເຂົ້າ​ສູ່​ສັງຄົມ​ພໍ​ຢູ່​ພໍ​ກິນ​ແລະ​ມີ​ສ່ວນ​​ເຫລືອ

cri

ຜູ່​ນຳ​ຕ່າງປະ​ເທດ​ຜູ່​ຫນື່ງຕີ​ລາຄາ​ວ່າ,ທ່ານ​ເຕິ້ງ​ສຽວ​ຜິ​ງ​ແມ່ນ​ຜູ່​ຍິ່ງ​ໃຫຍ່​ທ່ີ​ສຳນຶກ​ກຶກ​ກອງ​ບັນຫາ​ຈາກ​ຄວາມ​ສູງ​ອີກ​ຕ່າງຫາກ.

ຄວາມ​ສູງ​ນີ້​ແມ່ນ​ຄວາມ​ສູງ​ແຫ່ງ​ປະຫວັດສາດ,​ແລະກໍ່​ແມ່ນຄວາມ​ສູງ​​ຂອງ​ທ່ົວ​ໂລກ.ຜູ່​ນຳ​ທາງ​ຂອງຈີນ​ທ່ີ​ນຳ​ຫນ້າ​ທາງີ​ແນວ​ຄິດ​​ຜູ່​ນີ້​ໄດ້​ມອງເຫັນ​ອະນາຄົດ​ຂອງ​ຈີນ​ກ່ອນ​ຜູ່​ອື່ນ,​ທ່ານ​ໄດ້​ຖືສັງຄົມ​ພໍ​ຢູ່​ພໍ​ກິນ​ແລະ​ມີ​ສ່ວນ​ເຫລືອ​ເປັນ​ຫລັກ​ຫມາຍ​ທາງ​ອັນ​ຫນຶ່ງ​ຂອງ​ການຍົກ​ລະດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ສູງ​ຂຶ້ນ,​ທ່ານໄດ້​ປູ​ທາງ​ແຫ່ງ​ການ​ປະຕິ​ຮູບ​​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢູ່​ລະຫວ່າງ​ປະຊາຊົນ​ຈີນ​ກັບ​ຫລັກ​ຫມາຍ​ທາງ​ດ່ັງກ່າວ​ທ່ີ​​ເບິ່ງ​ໃນ​ຄາວ​ນັ້ນຍັງ​ແມ່ນ​ເປົ້າຫມາຍ​ກວງ​ໄກ​ທ່ີ​ຢື້​ບໍ່​ໄດ້​ບາຍ​ບໍ່​ເຖິງ.

​ເມື່ອ 26 ປີ​ກ່ອນ, ຊາວນາ 18 ຄົນ​ຂອງ​ບ້ານ​ສຽວ​ກາງ​ເມືອງ​ເຟິງຢາງ​ແຂວງ​ອານ​ຮຸຍ​ໄດ້​ສ່ຽງ​ໄພ​ແປະ​ໂປ້​ມື​ໃສ່​ສັນຍາມອບ​ເຫມົາການ​ຜະລິດ​ຮອດ​ຄອບຄົວ,ປີ​ລຸມ​ມາ,ລາຍ​ໄດ້​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງຊາວນາ​ໃນ​ບ້ານ​ສຽວ​ກາງ​ໄດ້​​ເພີ່ມ​ຂຶ້ນຈາກ 22 ຢວນ​ຮອດ 400 ກວ່າ​ຢວນ.

ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ຊອບ​ນຳ​ວິທີ​ມອບ​ເຫມົາ​ການ​ຜະລິດ​ຮອດ​ຄອບຄົວ​ຢ່າງ​ເປີດ​ເຜີຍ, ອັນ​ໄດ້​ເປີດ​ສາກ​ແ່ຫງການ​ປະຕິ​ຮູບ​​ໂຄງ​ປະກອບເສດຖະກິດ​ຊົນນະບົດ.
​ມື້ຫນຶ່ງ​ໃນ​ປີ 1982 ຢູ່​ຕະຫລາດ​ແຫ່ງ​ຫນຶ່ງ​​ໃນ​ນະຄອນ​ຊຽງ​ໄຮ້, ທ້າວ​ຈ່ຽງອານ​ຢູ ຜູ່​ຂາຍ​ຫນໍ່​ໄມ້​​ເມື່ອ​ໄດ້​ຍິນ​ຄົນ​ເວົ້າສຳນຽງ​ເຊ​ສວນ​ກໍ່​ເງີຍ​ຫນ້າ​ເບິ່ງ,ລາວ​ຕື່ນ​ເຕັ້ນຈົນ​ຮ້ອງ​ຂຶ້ນ​ວ່າ:ລຸງ​ເຕິ້ງ.

​ເມື່ອ​ທ່ານ​ເຕິ້ງ​ສຽວຜິ​ງສຳ​ຫລວດ​ຕະຫລາດ​ແລ້ວ, ພວກ​ພໍ່ຄ້າ​ແມ່​ຂາຍ​ເອກະ​ຊົນ​ໃນ​ຕະຫລາດ​ໄດ້​ລວມກັນ,ພວກ​ເຂົາ​ເຈົ້າ​ໄດ້​ວິ​ເຄາະ​ສອງ​ບັນຫາ​ຄື ຫນຶ່ງ ​ເປັນ​ຫຍັງ​ທ່ານ​ເຕິ້ງ​ສຽວ​ຜິ​ງຈິ່ງ​ມາ​ເບິ່ງ​ຕະຫລາດ, ທ່ານ​ໄດ້​ນຳ​ເອົາ​ຫຍັງ​ມາ​ໃຫ້​ພວກ​ເຣົາ?ທ້າວ​ຈ່ຽງອານ​ຢູ​ເວົ້າວ່າ:ດຽວ​ນີ້ ພໍ່ຄ້າ​ແມ່​ຂາຍ​ສ່ວນ​ບຸກຄົນ​ພວກ​ເຣົາກໍ່​ເງີຍ​ຫົວ​ຂຶ້ນ​ນຳ​ເພິ່ນ​ໄດ້​ແລ້ວ,ພວກ​ເຣົາຟື້ນ​ຕົວ​ໄດ້​ແລ້ວ, ນະ​ໂຍບາຍ​ບໍ່​ປ່ຽນ​ແປງ​ແລ້ວ.

​ໃນ​ສະ​ໄຫມ​ມະຫາ​ປະຕິວັດ​ວັດທະນະທຳ​ໃນ​ເວລາ​ທ່ານ​ເຕິ້ງ​ສຽວ​ຜິ​ງຍ່າງ​ໄປ​ຕາມ​ທາງ​ຂີ້ຕົມ​ໃນ​ເມືອງ​ສິນ​ຈ້ຽນ​ແຂວງ​ຈ່ຽງສີ​ຊູ່​ມື້​ເພື່ອ​​ໄປ​ເຮັດ​ວຽກ​ຊ່ງຄີມ​ແປງ​ຈັກ​ຢູ່​ໂຮງງານ​ທ່ີ​ໄກ​ຈາກ​ເມືອງ​ຫລັກ​ເຄິ່ງນັ້ນ,ທ່ານ​ກໍ່​ກຶກກອງ​ອະນາຄົດ​ຂອງ​ຈີນ​ໄປ​ຕະຫລອດ​ທາງ.​ໃນ​ເວລາ​ນັ້ນ, ​ເສດຖະກິດ​ແຫ່ງ​ຊາດ​ຈີນ​ເກືອບ​ຈະ​ໄປ​ຮອດ​ທາງ​ສຸດ​ສ້ວຍ​ແລ້ວ.ກໍ່​ຍ້ອນ​ເປັນ​ຫ່ວງ​ນຳ​ຄວາມ​ປັ່ນ​ປ່ວນ​ແລະ​ຄວາມທຸກ​ຈົນ​ຂອງ​ປະ​ເທດ​ຊາດ, ຜູ່​ເຖົ້າທ່ີ​ມີ​ສາຍຕາ​ພັດທະນາ​ທ່ີ​ສຸດ​ຜູ່​ນີ້​ຍິ່ງ​ໄດ້​ເນັ້ນຫນັກ​ເຖິງ​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ.​ໃນ​ຊຸມນຸມ​ບົດ​ປະພັນ​ເລືອກ​ເຟັ້ນຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ເຫລັ້ມທີ​ສາມ, ລວມມີ 383 ຫນ້າ​ໄດ້​ກ່າວ​ເຖິງ​ຄຳ​ທ່ີ​ວ່າ​ພັດທະນາ 558 ​ເທື່ອ.

ຄຳ​ເວົ້າອັນ​ຄົມ​ຄາຍ​ກ່ຽວ​ກັບ​ການ​ພັດທະນາ​ເຫລົ່າ​ນີ້​ໄດ້​ຫຍໍ້​ເຂົ້າ​ເປັນ​ຄຳ​ເວົ້າຍອດ​ຢ້ຽມ​ຄຳ​ດຽວ​ທ່ີ​ວ່າ: ການ​ພັດທະນາ​ແມ່ນ​ເຫດຜົນ​ເດັດ​ຖານ.ຄຳ​ເວົ້າຄຳ​ນີ້​ໄດ້​ນຳພາ​ການ​ພັດທະນາ​ຂອງ​ຈີນ​ກ້າວ​ຂຶ້ນ​ຂັ້ນ​ໃດ​ຂັ້ນ​ໃຫມ່​ເລື້ອຍໆ.ປີ 1978 GNP ຂອງ​ຈີນ​ໄດ້​ບັນລຸ 362 ຕື້ 400 ລ້ານ​ຢວນ, ປີ 2003 GNP ຂອງ​ຈີນ​ເພີ່ມ​ຂຶ້ນ​ຮອດ 1 ຫມື່ນ 1 ພັນ 669 ຕື້ 400 ລ້ານ​ຢວນ, 20 ກວ່າ​ປີຜ່ານ​ໄປ, ກຳລັງ​ຕົວ​ຈິງ​ຂອງ​ຈີນ​ໃນ​ຊູ່​ມື​້ນີ້​ແມ່ນ 32 ​ເທົ່າວຂອງຄາວ​ນັ້ນ.

ທ່ານ​ເຕິ້ງ​ສຽວຜິ​ງ​ໄດ້​ປ່ຽນ​ແປງ​ປະ​ເທດ​ຈີນ​ແລະ​ກໍ່​ໄດ້​ປ່ຽນ​ແປງ​ໂລກ​ໃນ​ລະດັບ​ໃດ​ຫນຶ່ງ.ທ່ານ​ເຮັດ​ໃຫ້​ຊາວ​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ເຄົາລົບ​ນັບຖື​ຈີນ​ຄືນ​ໃຫມ່.

ທ່ານ​ເຕິ້ງ​ສຽວ​ຜິ​ງ​ເຄີຍ​ເຫັນ​ຕົ້ນມ້​ຊະນິດ​ຫນຶ່ງ​ຊື່ວ່າ:່ຕົ້ນລາບ​ລວຍ,ທ່ານ​ເວົ້າວ່າ, ​ໃຫ້​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ປູກ​ຕົ້ນລາບ​ລວຍ,​ເພື່ອ​ໃຫ້​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ຮ່ັງມີ​ຫມົດ​ທຸກ​ຄົນ.​ໃນ​ປື້​ມບັນທຶກ​ຄວາມ​ເຫັນ​ຂອງ​ຜູ່​ຊົມ 100 ກວ່າ​ເຫລົ້ມທ່ີ​ເຮືອນ​ເກົ່າ​ເມືອງ​ກວາງ​ອານ ບ້ານ​ເກີດ​ຂອງ​ທ່ານ​,ຄວາມ​ບັນທຶກ​ທ່ີ​ຂຽນ​ໄວ້​ຫລາຍ​ກວ່າ​ຫມູ່​ແມ່ນ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່ນະ​ໂຍບາຍ​ໃຫ້​ປະຊາຊົນ​ຮ່ັງມີ​ຂອງ​ທ່ານ​ເຕິ້ງ​ສຽວຜິ​ງ.

​ໂດຍ​ໄດ້​ຮັບ​ຜົນ​ປະ​ໂຫຍດຈາກ​ນະ​ໂຍບາຍ​ໃຫ້​ປະຊາຊົນ​ຮ່ັງມີ, ຜູ່​ຊົມ​ຂອງ​ມະຫາວິທະຍາ​ໄລ​ຈຸ່ງ​ກິ່ງ 3 ຄົນ​​ໄດ້​ຂຽນ​ວ່າ:ພວກ​ເຮົາ​ໄດ້​ຮັບ​ການ​ປົດ​ປ່ອຍ​ບໍ່​ລືມ​ທ່ານ​ມາວ​ເຈີ​ຕົງ, ຮ່ັງມີ​ສີ​ສຸກ​ແມ່ນ​ຍ້ອນ​ທ່ານ​ເຕິ້ງ​ສຽວ​ຜິ​ງ.

ທ່ານ​ລີ​ຈົ່ງ​ເຈ ຜູ່​ຊ່ຽວຊານ​ດ້ານ​ທິດ​ສະ​ດີ​ທ່ີ​ມີ​ຊື່​ສຽງ​ຂອງ​ຈີນ​ເວົ້າວ່າ,ບໍ່​ມີ​ທ່ານ​ປະທານ​ມາວ​ເຈີ​ຕົງ​ກໍ່​ບໍ່​ມີ​ປະ​ເທດ​ຈີນ​ໃຫມ່, ບໍ່​ມີ​ທ່ານ​ເຕິ້ສຽງ​ຜິ​ງກໍ່​ບໍ່​ມີ​ປະ​ເທດ​ຈີນ​ໃນ​ຊູ່​ມື້​ນີ້.