ທ່ີນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທ່ີໂຄລົບ, ຊົມເຊີຍທ່ານເຂົ້າສູ່ລາຍການນັດພົບໃນວັນອາທິດ. ວັນທີ 22 ສິງຫາແມ່ນວັນລະລຶກວັນຄ້າຍວັນເກີດຂອງທ່ານເຕິ້ງສຽວຜິງ ຜູ່ນຳແຫ່ງລັດຈີນທ່ີລ່ວງລັບໄປແລ້ວຄົບຮອບ 100 ປີ. ໃນລາຍການພາກນີ້ ຂ້າພະເຈົ້າໄດ້ຈັດເອົາເພງລະລຶກທ່ານເຕິ້ງສຽວຜິງປະມວນໜ່ຶງມາສູ່ທ່ານຟັງ, ເພງເຫຼ່ົານີ້ໄດ້ສະແດງຄວາມຄຶດຮອດຄຶດເຖິງຂອງປະຊາຊົນຈີນທ່ີມີຕໍ່ທ່ານເຕິ້ງສຽວຜິງ ບູລຸດຜູ່ຍ່ິງໃຫຍ່ແຫ່ງຍຸກສະໄໝ.
ທ່ີທ່ານພວມຟັງຢູ່ນີ້ແມ່ນເພງ "ຊ້າງສິຊຸນທຽນເຕີກູ້ຊື້" ແປວ່າ "ຮ້ອງເພງເລ່ືອງລະດູບານໃໝ່". ເພງ "ເລ່ືອງລະດູບານໃໝ່" ແມ່ນເພງໜ່ຶງທ່ີນິຍົມກັນທ່ົວໄປຢູ່ຈີນໃນຊຸມປີ 90 ສະຕະວັດທ່ີແລ້ວ. ເພງນີ້ໄດ້ບັນທຶກການປ່ຽນແປງອັນໃຫຍ່ຫຼວງແຕ່ທ່ານເຕິ້ງສຽວຜິງນຳພາປະຊາຊົນຈີນດຳເນີນການປະຕິຮູບໄຂປະຕູສູ່ພາຍນອກມານີ້, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນແລະຄວາມຮັກແພງຢ່າງລົ້ນເຫຼືອຂອງປະຊາຊົນຈີນທ່ີມີຕໍ່ທ່ານເຕິ້ງສຽວຜິງ. ເພງທ່ີຊ່ືວ່າ "ຮ້ອງເພງເລ່ືອງລະດູບານໃໝ່" ກໍໄດ້ສະແດງຄວາມຄຶດຮອດຄຶດເຖິງທ່ານຈົນເຫຼືອພັນລະນາ.
ທ່ານເຕິ້ງສຽວຜິງເກີດຢູ່ເມືອງກວາງອານແຂວງເຊສວນ ທາງພາກຕາເວັນຕົກສຽງໃຕ້ຂອງຈີນເມ່ືອປີ 1904. ເວລາອາຍຸ 16 ປີ ທ່ານໄດ້ໄປຮຽນຢູ່ຝຣ່ັງ ແລະເຂົ້າຮ່ວມພັກກອມມູນິດຈີນຢູ່ຝຣ່ັງ, ເລ່ີມບາກບ່ັນສູ້ຊົນເພ່ືອການປະຕິວັດຂອງຈີນຕະຫຼອດຊີວິດ. ໃນສະໄໝສົງຄາມ, ທ່ານແມ່ນນາຍພົນທ່ີມີຄຸນງາມຄວາມດີພົ້ນເດ່ັນ. ພາຍຫຼັງໄດ້ສະຖາປະນາປະເທດຈີນໃໝ່ແລ້ວ, ທ່ານໄດ້ດຳລົງຕຳແໜ່ງສຳຄັນຕ່າງໆໃນລັດຖະບານສູນກາງ. ຫຼັງຈາກປີ 1978, ດ້ວຍຄວາມປີຊາສາມາດອັນລ້ຳເລີດ ທ່ານເຕິ້ງສຽວຜິງໄດ້ຕົກລົງໃຫ້ຈີນເດີນຕາມເສັ້ນທາງປະຕິຮູບໄຂປະຕູສູ່ພາຍນອກ ພັດທະນາເສດຖະກິດ, ເຮັດໃຫ້ລະດັບຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນຢ່າງຫຼວງຫຼາຍ.
ທ່ານເຕິ້ງສຽວຜິງຮັກເດັກນ້ອຍທ່ີສຸດ, ທ່ານເຫັນວ່າເດັກນ້ອຍແມ່ນຄວາມຫວັງໃນອະນາຄົດ. ພວກເດັກນ້ອຍທັງຫຼາຍກໍຮັກລຸງຜູ່ເມດຕາຜູ່ນີ້ທ່ີສຸດ, ໃນໃຈຂອງພວກເຂົາເຈົ້າ ລຸງແມ່ນແບບຢ່າງໃນຊີວິດຂອງພວກເຂົາເຈົ້າ. ເພງ "ສຽວຜິງແຢແຢໂຈວໂກ້ເຕີລູ" ແປວ່າ "ທາງທ່ີລຸງສຽວຜິງເດີນຜ່ານມາ", ໄດ້ສະແດງໃຫ້ເຫັນພວກຫຼານນ້ອຍໂຄລົບນັບຖືລຸງເຕິ້ງສຽວຜິງທ່ີສຸດ.
ເມ່ືອປີ 1984, ການປະຕິຮູບໄຂປະຕູສູ່ພາຍນອກກ້າວເຂົ້າປີທີ 6, ໃຕ້ການຊີ້ນຳຂອງນະໂຍບາຍເຕິ້ງສຽວຜິງ, ຈີນພວມກ້າວເຂົ້າສູ່ສຸວັນນະຍຸກ, ຢູ່ແຫ່ງໃດກໍຮູ້ສຶກວ່າປະຊາຊົນເບີກບານສຳລານໃຈທ່ົວໄປ. ໃນການແຫ່ຂະບວນສະຫຼອງວັນຊາດໃນປີນັ້ນ, ໃນເວລາຖັນແຖວນັກສຶກສາມະຫາວິທະຍາໄລປັກກ່ິງທ່ີມ່ວນຊື່ນຍ່າງຜ່ານຫໍໄຊທຽນອານເໝີນນັ້ນ, ໃນທັນໃດພວກເຂົາເຈົ້າໄດ້ພືແຜ່ນຄຳຂວັນແຜ່ນໜ່ຶງທ່ີຂຽນວ່າ"ສະບາຍດີທ່ານສຽວຜິງ". ຄຳຂວັນນີ້ລືຊາໄປໃນທ່ົວປະເທດຈີນໃນທັນທີຈົນໃຜໆກໍຮູ້, ເພາະວ່າຄຳຂວັນດ່ັງກ່າວກໍແມ່ນຄວາມເວົ້າທ່ີປະຊາຊົນຢາກເວົ້າ. ກາຍເປັນສັນຍະລັກອັນດີງາມທ່ີສະແດງໃຫ້ເຫັນການພົວພັນອັນສະໜິດສະໜົມແລະສະເໝີພາບກັນລະຫວ່າງປັນຍາຊົນກັບລັດຖະບານ. ຕໍ່ໄປເຊີນຟັງເພງ "ສະບາຍດີທ່ານສຽວຜິງ".
ທ່ານເຕິ້ງສຽວຜິງເປັນຄົນໃຈກວ້າງເໝືອນດ່ັງມະຫາສະໝຸດ, ເພ່ືອໂຮມປະເທດຊາດເຂົ້າເປັນເອກະພາບກັນໂດຍສັນຕິ, ທ່ານໄດ້ສະເໜີໂຄງຄວາມຄິດ "ປະເທດດຽວສອງລະບອບ" ດ້ວຍໃຈກວ້າງຂວາງ, ອັນໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ຮົງກົງແລະມາກາວກັບຄືນສູ່ປະເທດຊາດ.
ທ່ານເຕິ້ງສຽວຜິງເຄີຍກ່າວວ່າ: ຂ້າພະເຈົ້າແມ່ນລູກຂອງປະຊາຊົນຈີນ, ຂ້າພະເຈົ້າຮັກຫອມປະເທດຊາດແລະຮັກແພງປະຊາຊົນຂອງຂ້າພະເຈົ້າ. ປະຊາຊົນຈີນກໍສຸດທ່ີຄຶດຮອດຄຶດເຖິງບູລຸດຜູ່ຍ່ິງໃຫຍ່ທ່ີໄດ້ອຸທິດຕະຫຼອດຊີວິດຂອງເພ່ິນເພ່ືອປະເທດຊາດແລະປະຊາຊົນ. ຕໍ່ໄປເຊີນຟັງເພງ "ຈີຈູນີເຕີເອີນ ຈີຈູນີເຕີສິງ" ແປວ່າ "ຈາລຶກບຸນຄຸນຂອງທ່ານ ບໍ່ລືມຄວາມຮັກຂອງທ່ານ". ເນື້ອເພງມີຢູ່ວ່າ: ດວງຕາຂອງມວນຊົນແຈ່ມແຈ້ງຄືໂຄມໄຟ, ໃຈຂອງມວນຊົນຮູ້ນ້ຳໜັກຄືກັບຕາຊິງ. ຊູ່ມື້ນີ້ພວກເຮົາສ້າງຮ່ັງຄູນມີ, ບໍ່ຄວນລືມບຸນຄຸນຂອງຜູ່ພາທາງ. ໃຜກໍວ່າດຽວນີ້ຊີວິດການເປັນຢູ່ດີແລ້ວ, ນີ້ກໍຍ້ອນທ່ານໄດ້ໄຂປະຕູໄປສູ່ຄວາມຮ່ັງມີໃຫ້ແກ່ຈີນ.
ທ່ານຜູ່ຟັງທ່ີໂຄລົບ, ລາຍການບັນເທີງລະລຶກວັນຄ້າຍວັນເກີດຂອງທ່ານເຕິ້ງສຽວຜິງຄົບຮອບ 100 ປີຂໍສ້ຽງສຸດລົງພຽງທໍ່ນີ້,ພົບກັນໃໝ່ໃນອາທິດໜ້າ, ສະບາຍດີ.
|