ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-25 10:44:45    
​ແຕ່​ທ່ານ​ເລີຍ​ເຟິ່ງ​ຮອດ​ທ່ານ​ຢາງ​ລີ້​ເຫວ--​ຊາວ​ໜຸ່ມ​ຈີນ​ທີ່​ຄົນ​ທັງ​ຫຼາຍ​ນິ​ຍົມ​ບູ​ຊາ​ໃນ​ຍຸກ​ຕ່າງ​ກັນ​ຂອງ​ຈີນ​(ພາບ) (ສຽງ)

cri

​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ສັບປະດາ​ວັດທະນະທຳ​ຊາວ​ໜຸ່ມຈີນ​ຄັ້ງປະຖົມມະ​ເລີກ​ອັດ​ລົງ​ຢູ່​ເມືອງ​ເຊິ່ນ​ເຈີ້ນ​ຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ.ການ​ເຄື່ອນ​ໄຫວ "​ປະ​ກວດຊາວ​ໜຸ່ມ​​ທີ່​ຂ້ອຍ​ນິຍົມ​ບູ​ຊາ"​ແມ່ນ​ລາຍການ​ອັນ​ສຳຄັນ​ຂອງ​ສັບປະດາ​ວັດທະນະທຳ​ຄັ້ງນີ້.ຕາມ​ສະຖິຕິ,​ມີ​ປະມານ12​ລ້ານ​ຄົນ​ໄດ້​ກົດ​ແວບ​ໄຊ້ສົນ​ໃຈ​ນຳ​ການ​ປະ​ກວດ.

ວັນ​ທີ15​ຕຸລາ​ປີ2003,ຍານ​ອະວະກາດ​ເຊິ​ນ​ໂຈ່​ວ​ເລກ5​ຖືກ​ຍິງ​ສົ່ງຂຶ້ນສູ່​ອະວະກາດ,ຄົນຈີນ​ໄດ້​ຍິນ​ສຽງ​ຖາມ​ສະບາຍດີ​ດ້ວຍ​ພາສາ​ຈີນ​ທີ່​ສົ່ງຈາກ​ອະວະກາດເປັນຄັ້ງທຳ​ອິດ, ​ແຕ່​ນັ້ນ​ມາ,​ທ່ານຢາງ​ລີ້​ເຫວ ນັກ​ບິນ​ອະວະກາດ​ຈີນ​ກໍມີ​ຊື່​ສຽງ​ດົ່ງ​ດັງຂຶ້ນ.​ເດືອນ​ສິງ​ຫາ​ປີ​2004,​ໃນ​ການ​ປະ​ກວດ​ "ຊາວ​ໜຸ່ມ​ທີ່​ຂ້ອຍ​ນິຍົມ​ບູຊາ"ທີ່​ຈັດ​ຂຶ້ນ​ໂດຍຄະນະກຳມະການ​ຈັດຕັ້ງສັບ​ປະ​ດາ​ວັດທະນະທຳ​ຊາວ​ໜຸ່ມ​ຈີນ​ຄັ້ງປະຖົມມະ​ເລີກ,ທ່ານ​ຢາງ​ລີ້​ເຫວ​ຖືກຄັດ​ເລືອກ​​ເປັນ​ຊາວ​ໜຸ່ມທີ່​ຖືກ​ຊາວ​ໜຸ່ມ​ເຍົາວະ​ຊົນ​ຈີນ​ນິຍົມ​ບູຊາ​ຫຼາຍກວ່າ​ໝູ່.ທ່ານຢາ​ວມີ​ງ ດາ​ລາ​ບານບ້ວງ ທ່ານ​ຕີ່​ງ​ເຫຼ ຜູ່​ລິ​ເລີ່​ມສ້າງ​ແວບ​ໄຊ້ ນາງ​ອູ​ສຽວ​ລີ້ ​ໂຄສົກ​ໂທລະ​ພາບ​ຮົງ​ກົງ​ຈີນແລະ​ນາງ​ເຕິ້ງຢາຜິ​ງ ດາ​ລາ​ປິ່ງ​ປ່ອງ​ຈີນຕ່າງ​ໄດ້​ເປັນ​ທີ​່ສອງ​ຫາ​ທີ່​ຫ້າຕາມ​ລຳດັບ​ໃນ​ການ​ປະ​ກວດ​​ເທື່ອ​ນີ້.

​ທ່ານເຫຼ​ເຟິ່ງ,​ແມ່ນຜູ່​ໜຶ່ງ​ທີ່​ຄົນ​ຈີນ​ຮູ້​ກັນ​ໂດຍ​ທົ່ວ​ໄປ​ຄື​ກັນ​ກັບທ່ານຢາງ​ລີ້​ເຫວ.​ໃນ​ຊຸມ​ປີ60​ສະຕະວັດ​ແລ້ວ​ນີ້,​ນ້ຳ​ໃຈຂອງ​ເພິ່ນ​ທີ່​ "ປະກອບສ່ວນ​ຂອງ​ຕົນ​ຢ່າງ​ບໍ່​​ເຫັນ​ແກ່​ຕົວ​​​​"ແລະ​ຄຳ​ປະຕິຍານສູ້​ຊົນຂອງ​ເພິ່ນ​ທີ່​ວ່າ "ທຸ່ມ​ຊີວິດທີ່​ມີ​ການ​ຈຳກັດຂອງ​ຕົນ​​ເຂົ້າ​ໃນ​ການ​ຮັບ​ໃຊ້ປະ ຊາຊົນ​ຢ່າງ​ບໍ່ມີ​ການ​ຈຳກັດ"​ໄດ້​ລະດົມ​ໃຈ​​ຊາວ​ໜຸ່ມ​ຈີນ​​​ເປັນ​ລ້ານ​ເປັນ​ໂກດ​ເຂົ້າຮ່ວມ​ການ​ສ້າງສາ​ປະ​ເທດ​ຊາດ,​ບົນ​ດິນ​ແດນ​ຈີນ​ໄດ້​ເປີດ​ຂະ​ບວນ "ຮຳ່ຮຽນນຳທ່ານ​ເຫຼ​ເຟິ່ງ"​.

ນາງ​ຫຼີຊູ້​ເຊຍ​ແມ່ນ​ຄູ​ສອນ​ຂອງ​ໂຮງຮຽນ​ມັດ​ຖະຍົມ​​ແຫ່ງໜຶ່ງຂອງ​ແຂວງ​ຈ່ຽງຊູ່,ປີ​ນີ້ນາງ​ມີ ອາຍຸ40ປາຍ​ປີ​ປີ,​ໃນ​​​ຍາມ​​ໄວໜຸ່ມ​ກໍ​ແມ່ນ "​​ແຟນດາລາ"​ຜູ່​ໜຶ່ງ.​ໃນ​ຄາວ​ນັ້ນ,ນາງ​ຫຼີຊູ້​ເຊຍ​ມັກ​ນາງ​ວາງ​ຟ່າງ ຕົວ​​ເອກໃນ​ຟີມ​​ເລື່ອງ​《ລູກຫຼານວີລະ​ຊົນ》ທີ່​ສຸດ,​​ເພິ່ນໄດ້​ຕັດ​ຜົມ​ຍາວ​ທີ່​ໄດ້​ຈົ່ງ​ໄວ້ເປັນ​ເວລາ​ຍາວ​ນານ​ນັ້ນ​ໃຫ້​ສັ້ນ​ແລ້ວ​ມັດ​ເປຍ​ສັ້ນສອງ​ສາຍ,​ເພື່ອ​ເປັນ​ຊົມ​ຜົມ​ຂອງ​ນາງ​ວາງ​ຟ່າງ.

​ເພິ່ນ​ເວົ້າວ່າ:"​ໃນ​ຄາວ​ນັ້ນ,ລະດັບການ​ສ້າງສາ​​ປະ​ເທດ​ຊາດ​​ໃນ​ດ້ານ​ຕ່າງໆຍັງ​ຂ້ອນ​ຂ້າງ​ຕຳ່.​ໃນ​​ໄລຍະ​ປະສົບ​ຄວາມ​ຫຍຸ້ງຍາກ,ທ່ານ​ເຫຼ​ເຟິ່ງທີ່​ຍອມ​ປະກອບ​ສ່ວນ​ຂອງ​ຕົນ​ເຂົ້າ​ໃນ​ການ​ສ້າງສາພັດທະນາ​ປະ​ເທດ​ຊາດ​ຢ່າງ​ບໍ່​ເຫັນ​ແກ່​ຕົວກໍ​ໄດ້​ກາຍ​ເປັນຊາວ​ໜຸ່ມ​ທີ່​ຄົນ​ທັງ ຫຼາຍ​ນິຍົມ​ບູຊາ​ກັນ.ທຳ​ມະ​ດາ​ແລ້ວ​ວ່າ,ວີ​ລະຊົນ​ສູ້​ລົບ​ ​ເໝືອນນາງ​ວາງ​ຟ່າງ​ກໍ​​ໄດ້ຮັບ​ຄວາມ​ໂຄລົບ​ນັບຖື​ເຊັ່ນ​ດຽວ​ກັນ."

​ດຽວ​ນີ້​ຕ່າງ​ຍຸກ​ຕ່າງ​ສະ​ໄໝ​ແລ້ວ.ຄະນະ​ກຳມະການຈັດຕັ້ງການປະ​ກວດ "ຊາວ​ໜຸ່ມ​ຈີນ​ທີ່​ຂ້ອຍ​ນິຍົມ​ບູຊາ"​​ກໍເຄີຍ​ເຫັນ​ວ່າ,​ຊູ່​ມື້​ນີ້​ທັດສະນະ​ຄ່າ​ນິຍົມ​ມີຫຼາຍຢ່າງ​ຫຼາຍ​ແນວ,ດາລາ​ນັກ ສະ​ແດງ​ນັກ​ຮ້ອງ​​ເພງ​ອາດ​ຈະຖືກຊາວ​ໜຸ່ມ​ຍຸກ​ປະຈຸ​ບັນນິຍົມ​ບູຊາ​ຫຼາຍກວ່າ.

ນາງ​ຫຼີຊູ້​ເຊຍ ກໍ​ເຄີຍ​ເຫັນ​ວ່າ: "​ສິ່ງ​ທີ່​ພວກ​ເຮົາ​ນິຍົມ​ກັນໃນ​ແຕ່​ກ່ອນ,ຊາວ​ໜຸ່ມ​ຍຸກ​ປະ​ຈຸ​ບັນ​ຄື​ຊິ​ບໍ່​ນິຍົມ​ກັນອີກ,​​ເພາະເວລາ​ໄດ້​ຜ່ານ​ໄປ​ດົນແລ້ວ,​ສິ່ງ​ທີ່​ພວກ​ເຂົາ​ເຈົ້າປະສົບໃນ​ຊູ່​ມື້​ນີ້​ຕ່າງ​​ເກົ່າຫຼາຍ​ແລ້ວ."

​​ແຕ່​ວ່າຜົນ​ການ​ປະ​ກວດ​ໄດ້​ຢືນຢັນ​ວ່າ,​ມາດຖານ​ທີ່​ຊາວ​ໜຸ່ມຈີນ​ຍຸກ​ປະຈຸ​ບັນ​ຕີ​ລາຄາ​ບຸກ ຄົນ​ທີ່​ນິຍົມ​ບູຊາ​ນັ້ນ​ແມ່ນ​ຖື​ເອົານ້ຳ​ໃຈ​ເປັນ​ສິ່ງ​ສຳຄັນແມ່ນ​ສຳຄັນ​ກວ່າ​ໂສມ​ໜ້າທາງ​ນອກ​.ບຸກຄົນ​ທີ່ຄັດ​ເລືອກ​ອອກມີ​ນ້ຳ​ໃຈ​ຊາດ​ອັນ​ລ້ຳຄ່າ.ທ້າວ​ຫຼິວ​ເຕິ​ຮວາ​ເປັນດາລາ​ຊື່​ດັງ​ຢູ່​ຈີນ​ແລະ​ຢູ່​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ,​ເພິ່ນຂະຫຍັນ​ໝັ່ນ​ພຽນ ​ມີ​ພູມ​ປັນຍາ​ຫຼາຍດ້ານ ​ເຊັ່ນ​ຮ້ອງ​ເພງ​ມ່ວນ ສະ​ແດງ​ຮູບ​ເງົາ​ແລະ​ລະຄອນ​ໂທລະພາບ​ກໍ​ໜ້າ​ເບິ່ງ,​ເທື່ອ​ນີ້​ເປັນ​ຜູ່​ໄດ້​ຮັບ​ບັດ​ຫຼາຍກວ່າ​ໝູ່​ໃນ​ວົງ​ການ​ບັນ​ເທີ​ງ,​ແຕ່​​ບັດ​ທີ່ທ່ານ​ໄດ້​ຮັບ​ຍັງ​ໜ້ອຍ​ກວ່າ​ທ່ານຢາງ​ລີ້​ເຫວ​ເກືອບ5​ໝື່ນ​ບັດ.

ນາງ​ອານ​ນ້າ​ແມ່ນ​ນັກ​ສຶກສາວິຊາ​ການ​ທະນາຄານ​ຂອງມະ​ຫາ​ວິທະຍາ​ໄລ​ແຫ່ງໜຶ່ງ,ນາງ​​ເປັນ​ສາວງາມ​ທັງ​ນິຍົມ​ສະ​ໄໝ.ນາງ​ໄດ້​ເຂົ້າຮ່ວມ​ການ​ປະ​ກວດ​​ເທື່ອ​ນີ້.​ເມື່ອ​ເວົ້າ​ເຖິງບຸກຄົນ​ທີ່​ນາງ​ນິຍົມ​ບູຊາ,ນາງ​ມີ​ທັດສະນະ​ຂອງ​ຕົນ.

ນາງ​ເວົ້າວ່າ:"ນ້ອງ​ເຫັນ​ວ່າ,ຄວາມ​ໝາຍ​ຂອງບຸກຄົນ​ທີ່​ນິຍົມ​ບູຊາ​ນັ້ນແບ່ງ​ເປັນຄວາມ​ໝາຍ​ຂອບ​ເຂດກວ້າງ​ແລະ​ຄວາມ​ໝາຍຂອບ​ເຂດ​ແຄບ.ດາລາບັນ​ເທີ​ງສາມາດ​ນຳ​ເອົາ​ຄວາມ​ມ່ວນ​ຊ່ື່ນ​ແລະ​ຄວາມ​ສະບາຍ​​ໃຈ​ໃຫ້​ພວກ​ເຮົາ​ໃນ​ດ້ານຈັກຂຸ​ວິນ​ຍານ​ແລະ​ໂສຕະ​ວິນ​ຍານ​,​ແຕ່ດາ​ລາ​ປານ​ນີ້​ພຽງ​ແຕ່​ສອດຄ່ອງ​ກັບຄວາມ​ໝາຍ​​ຂອບ​ເຂດ​ແຄບ.​ເວົ້າ​ສຳ​ລັບ​ພວກ​ນ້ອງ​ແລ​້ວ,​ບຸກຄົນ​ທີ່​ພວກ​ນ້ອງ​ນິຍົມ​ບູຊາ​ຕາມ​ຄວາມ​ໝາຍຂອບ​ເຂດ​ກວ້າງ​ຄວນ​ແມ່ນ​ບຸກ​ຄົນ​ຜູ່​ດີ​ເດັ່ນ​​ໃນ​ຂົງ​ເຂດ​ຕ່າງໆ​ທີ່​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເພື່ອ​ການ​ພັດທະນາ​ຂອງ​ຈີນ​ແລະ​ຍົກ​ອິດ​ທິພົນຂອງ​ຈີນ​ບົນ​ເວທີສາກົນ​ໃຫ້​ສູງ​ຂຶ້ນ."

ທ້າວຊາງ​ເຫຼທີ່​ກຳລັງ​ຮຽນ​ຢູ່​ມະຫາວິທະ​ຍາ​ໄລ​ພາສາ​ຕ່າງປະ​ເທດ​ປັກ​ກິ່ງກໍ​ມີ​ທັດສະນະ​ຄື​ກັນ​ກັບ​ນາງອານ​ນ້າ.​ລາວ​ເວົ້າວ່າ​: "ຜູ່​ທີ່​ຂ້ອຍ​ນິຍົມ​ບູຊາ​ນັ້ນ​ແມ່ນ​ທ່ານຢາງ​ລີ້​ເຫວ,​ເພິ່ນ​ເຮັດ​ໃຫ້​ຊາວ​ຈີນ​ໝົດ​ທຸກ​ຄົນ​ໃນ​ທົ່ວ​ໂລກຮູ້​ສຶກທະ​ນົງ​ຕົວ​ແລະພາກພູມ​ໃຈ.​ນ້ຳ​ໃຈ​ຊາດ​ທີ່​ບາກ​ບັ່ນ​ສູ້​ຊົນ​​ແລະ​ຍາດ​ຊິງ​​ເອົາ​ກຽດ​ສັກ​ສີ​ໃຫ້​ປະ​ເທດ​ຊາດນັ້ນ​ເປັນ​ສິ່ງ​ທີ່ຊາວ​ໜຸ່ມ​ພວກ​ເຮົາ​ຕ້ອງ​ສືບ​ທອດ​ແລະ​ສົ່ງ​ເສີມ."

​ແຕ່​ທ່ານ​ເຫຼ​ເຟິ່ງຮອດ​ທ່ານ​ຢາງ​ລີ້​ເຫວ,ຍຸກ​ສະ​ໄໝ​ໄດ້​ປ່ຽນ​ແປງ​ແລ້ວ,ບຸກຄົນ​ທີ່​ຄົນ​ທັງຫຼາຍ ນິຍົມ​ບູຊາ​ນັ້ນ​ປ່ຽນ​ແປງ.​ແຕ່​ທາດ​ແທ້​ດ້ານນ້ຳ​ໃຈ​ຂອງ​ພວກ​ເຂົາ​ເຈົ້າບໍ່​ໄດ້​ປ່ຽນ​ແປງ​ຈັກ​ເມັດ, ນ້ຳ​ໃຈ​ຮັບຜິດຊອ​ບທ່ີ​ຫາບ​ແບກ​ໜ້າ​ທີ່​​ສ້າງສາ​ປະ​ເທດ​ຊາດໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ຊາວ​ໜຸ່ມ​ຈີນກໍ່​ບໍ່​ໄດ້​ປ່ຽນ​ແປງ​ຈັກ​ເມັດ​ເຊັ່ນ​ດຽວ​ກັນ.