ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-25 11:29:22    
ປະຊາຊົນ​ຮັກ​ເພິ່ນ

cri
ວັນ​ທີ 1 ສິງຫາ​ປີ 2004,​ເຫມືອນ​ກັບ​ມື້​ປົກກະຕິ,ລຸງພ່ານ​ຊັ້ງ​ເມິງ ທ່ີ​ອາຍຸ 90 ປີ​ຢູ່​ເມືອງ​ປາຍ​​ເຊີ​ເຂດ​ກວາງຊີ​ລຸກ​ແຕ່​ເຊົ້າ,​ເລື່ອງ​ທຳ​ອິດ​ທ່ີ​ເພິ່ນ​ຕ້ອງ​ເຮັດ​ກໍ່​ແມ່ນ​ຈຸດ​ທູບ​ດອກ​ຫນຶ່ງ,​ແລ້ວ​ຍ່າງ​ສັ່ນໆ​ເຊັນໆ​ໄປ​ສຽບ​ໃສ່​ໂຖ​ທ່ີ​ຕັ້ງຢູ່​ຕໍ່ຫນ້າ​ປ້າຍ​ບູຊາ​ທ່ານ​ເຕິ້ງ​ສຽວ​ຜິ​ງ ການ​ເມືອງ​ກອງທັບ​ທ່ີ​ຕັ້ງຢູ່​ໃນ​ເຮືອນ​ຂອງ​ລຸງ,​ແລ້ວ​ໂຄ້ງ​ຄຳນັບ​ສາມ​ເທື່ອ.

ຕັ້ງ​ແຕ່​ທ່ານ​ເຕິ້ງ​ສຽວ​ຜິ​ງລ່ວງ​ລັບ​ໄປ, ລຸງ​ພ່ານ​ຊັ້ນ​ເມິງ​ທ່ີ​​ໄປ​​ໃສ​ມາ​ໃສກໍ່ຕ້ອງ​ມີ​ຄົນ​​ໂຊມນັ້ນກໍ່​ຕ້ອງຈຸດ​ທູບ​ໄວ້ອາ​ໄລ​ຫາ​ເພິ່ນ​ແຕ່​ວັນ​ອອກ​ໃຫມ່​ຫນຶ່ງ​ຄຳ່​ຮອດ 15 ຄຳ່​ທຸກ​ເດືອນບໍ່​ມີ​ວັນ​ເວັ້ນ​ໂດຍ​ຕະຫລອດ.

ລຸງ​ພ່ານ​ຊັ້ງ​ເມິງ​ຈື່​ໄດ້ຢ່າງ​ຈະ​ແຈ້ງວ່າ, ມື້ຫນຶ່ງ​ໃນ​ປີ 1929,ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ກິນ​ເຂົ້າປຽກ​ແປ້ງ​ສາລີ​ທ່ີ​ປົນ​ແປ້ງ​ມັນຕົ້ນຫລາຍ​ຖ້ວຍ​ຢູ່​ເຮືອນ​ເພິ່ນ,ທ່ານ​ຮູ້ສຶກ​ບໍ່​ເຫມາະ​ບໍ່​ຄວນ​ທ່ີ​ສຸດ​ໃຫ້ການ​ເມືອງ​ກອງທັບ​ກິນ​ແຕ່​ເຂົ້າປຽກ​ແປ້ງ​ສາລີ.

​ແຕ່​ລະ​ມື້ ລຸງ​ກໍ່​ຕ້ອງ​ນັ່ງ​ແຍງ​ເບິ່ງ​ຮູບ​ແຕ້ມຂອງ​ທ່ານ​​ເຕິ້ງ​ສຽວ​ຜິ​ງການ​ເມືອງ​ກອງທັບທ່ີ​ຫ້ອຍ​ຢູ່​​ເທິງ​ຝາ,ຄື​ວ່າ​ເພິ່ນ​ຍັງ​ຢູ່​ກັບ​ລຸງ,ບາງ​ເທື່ອ​ເບິ່ງ​ຕັ້ງດົນ​ນານ.

ທ່ານ​ຈ່າງ​ຈື້ ນັກ​ສຶກສາ​ມະຫາວິທະຍາ​ໄລ​ປັກ​ກິ່ງ​ທ່ີ​ຊູ​​ແຜ່ນ​ຄຳ​ຂວັນ​ທ່ີ​ວ່າ​ສະບາຍດີ​ທ່ານ​ສຽວຜິ​ງຢູ່​ສະຫນາມ​ຫລວງ​ທຽນອານ​ເມິ​ນ​ໃນ​​ເວລາ​ແຫ່​ຂະ​ບວນປາງ​ກ່ອນ,ປີ​ນີ້​ທ່ານ 41 ​ແລ້ວ, ດຽວ​ນີ້ ​ເພິ່ນ​ແມ່ນຜູ່​ອຳນວຍ​ການ​ຂອງ​ບໍລິສັດ​ການຢາ​ຫລັງ​ຫນຶ່ງ.ທ່ານ​ເວົ້າວ່າ,​ເມື່ອ 20 ປີ​ກ່ອນ ນັກ​ສຶກສາ​ໄດ້​ຖາມ​ສະບາຍດີ​ນຳ​ທ່ານ​ເຕິ້ງ​ສຽວຜິ​ງ​ແມ່ນ​​ເພື່ອສະ​ແດງ​ຄວາມຮູ້​ບຸນຄຸນ​ຕໍ່​ພັກ​ແລະ​ລັດຖະບານ​ທ່ີ​ໄດ້​ໃຫ້​ຊາວ​ຫນຸ່ມ​ມີ​ໂອກາດ​ເຂົ້າຮຽນ​​ມະຫາວິທະຍາ​ໄລ​ຮັບ​ການ​ສຶກສາ;​ຈາກ​ນັ້ນມາ 20 ປີ ຄືໃນ​ຊູ່​ມື້​ນີ້​ີ, ພວກ​ເຮົາ​​ຖາມ​ສະບາຍດີ​ນຳ​ທ່ານ​ເຕິ້ງ​ສຽວຜິ​ງອີກ​ເທື່ອ​ຫນຶ່ງ,ແມ່ນ​ອາ​ໄລ​ຫາແລະ​ຂອບ​ອົກຂອບ​ໃຈ​ນຳ​ບູລຸ​ຜູ່​ຍິ່ງ​ໃຫຍ່​ຜູ່​ນີ້​ດ້ວຍ​ຄວາມ​ຈິງ​ໃຈ,​ປະຊາຊົນ​ຈີນ​ນັບ​ເປັນ​ລ້ານ​ເປັນ​ໂກດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຢ່າງ​ຫລວງຫລາຍ​ຈາກ​ເພິ່ນ,​ແລະ​ຮູ້​ບຸນຄຸນ​ຂອງ​ເພິ່ນ.

​ເດືອນ​ກຸມພາ​ປີ 1984 ຢູ່​ນະຄອນ​ຊຽງ​ໄຮ້ ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ເຫັນ​ນັກຮຽນ​ປະ​ຖົມ​ພວມ​ໃຊ້​ຄອມ​ພິວ​ເຕີ​ແບບ​ງ່າຍໆ,ກໍ່​ເວົ້າວ່າ:ການ​ຝຶກ​ແອບ​ໃຊ້​ຄອບ​ພິວ​ເຕີ​ຕ້ອງ​ສອນ​ມາ​ແຕ່​ນ້ອຍໆ.​ໃນ​ຍາມ​ນັ້ນ ​ໃນ​ຫມູ່​ປະຊາຊົນ​ຈີນ​ບໍ່​ມີ​ຜູ່​ຮູ້​ຄອມ​ພິວ​ເຕີ​ມີ​ຫນ້ອຍ​ທ່ີ​ສຸດ.

ຫລັງ​ຈາກ​ນັ້ນ 10 ປີ, ອິນ​​ເຕີ​ເນັດ​ໄດ້​ຜ່ານຈຸດ​ທົດ​ລອງ​ຂອງ​ກະຊວງ​ໄປສະນີ​ແລະ​ໂທລະ​ຄົມມະນາ​ຄົມເຂົ້າສູ່​ປັກ​ກິ່ງ​ແລະ​ຊຽງ​ໄຮ້​​,ຈຳນວນ​ຜູ່​ໃຊ້​ອິນ​ເຕີ​​ເນັດ​ກໍ່​ເພີ່ມ​ຂື້ນ​ຢ່າງ​ວ່ອງ​ໄວ.
​ຕໍ່​ມາອີກ 10 ປີ,​ເມື່ອ​ຮອດ​ທ້າຍ​ປີ 2003 ຈຳນວນ​ຜູ່​​ເຂົ້າອິນ​ເຕີ​​ເນັດ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ບັນລຸ 78 ລ້ານຄົນ, ຢູ່​ໃນ​ອັນ​ດັບ​ທີ​ສອງ​ໃນ​ໂລກ.​ເດັກ​ຊາຍ​ທ່ີ​​ເຄີຍຫລິ້ນ​ຄອມ​ພິວ​ເຕີ​​ໃຫ້​ທ່ານ​ເຕິ້ງ​ສຽວ​ຜິ​ງ​ເບິ່ງນັ້ນ ດຽວ​ນີ້​​ໄດ້ກາຍ​ເປັນ​ນັກວິທະຍາສາດຊາວ​ຈີນ​ທ່ີມີ​ຊື່​ສຽງ​ໃນ​ໂລກ​ແລ້ວ.

​​ພາຍຫລັງ​ຊາວ​ຈີນ​ສາມາດ​ໃຊ້​ອິນ​ເຕີ​ເນັດຢ່າງ​ຊຳນານ​ແລ້ວ, ພໍດີຮອດ​ວັນ​ຄ້າຍວັນ​ເກີດ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງຄົບຮອບ 100 ປີ,​ຢູ່​ທຸກມຸມ​ແຈ​ໃນ​ທົ່ວ​ໂລກ,​ຜ່ານອິນ​ເຕີ​​ເນັດກໍ່​ຈະໄດ້​ເຫັນ​ຄຳ​ເວົ້າທ່ີ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ອັນເລິກ​ເຊິ່ງວ່າ:ສະບາຍດີ​ທ່ານ​​ສຽວຜິ​ງ.

ຄົນ​ຈີນ​​ຜູ່​ຫນຶ່ງ​ໄດ້​ຂຽນ​​ໃນ​ອິນ​ເຕີ​ເນັດວ່າ:ທ່ານ​ແມ່ນ​ລູກ​ຊາຍ​ຂອງ​ປະຊາຊົນ​ຈີນ, ປະ​ເທດ​ຊາດ​ແລະ​ປະຊາຊົນ​ຂອງ​ທ່ານ​ຮັກ​ແພງ​ທ່ານ​ຢ່າງ​ສຸດເຊິ່ງ.

​​ເວລາ​ນີ້​ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້ລ່ວງ​ລັບ​ໄປ​​ 7 ປີ​ແລ້ວ.

​ໃນ​ທາງ​ຮ່ອມນ້ອຍ​ໆ​ເສັ້ນຫນຶ່ງ​ທ່ີຍາວບໍ່​​ຮອດ 200 ​ແມັດ​ທ່ີ​ຊື່ວ່າ ທາງ​ຮ່ອມມີ​ລຽງ​ຄູ້​​ຢູ່​ປັກ​ກິ່ງ, ​ເບິ່ງ​ໄປ​ແລ້ວ​ກໍ່ບໍ່​ຕ່າງ​ຫຍັງ​ກັບ​ທາງຮ່ອມ​ນ້ອຍ​ໃຫຍ່​ອື່ນໆ​ໃນ​ປັກກິ່ງ,​ແຕ່​ກໍ່​ແມ່ນ​ຢູ່​ແຫ່ງ​ນີ້​ເອງ,ທ່ານ​ເຕິ້ງ​ສຽວ​ຜິ​ງ ບູລຸດຜູ່​ຍິ່ງ​ໃຫຍ່​​ແຫ່ງ​ຍຸກ​ສະ​ໄຫມຂອງ​ຈີນ​​ໄດ້​ຜ່ານ​ຜ່າຊີວິດ​ບັ້ນປາຍ 20 ປີ​ສຸດ​ທ້າຍ​ຂອງ​ເພິ່ນ.

ຈີນ​ຍິ່ງ​ມ່ັງ​ຄັ່ງ​ເຂັ້ມ​ແຂງຂຶ້ນ​ທໍ່​ໃດ, ຄວາມ​ຮັກ​ແພງ​ຂອງ​ປະຊາຊົນ​ຈີນ​ທ່ີ​ມີ​ຕໍ່​ທ່ານ​ເຕິ້ງ​ສຽວ​ຜິ​ງກໍ່ຍິ່ງ​ເລິກ​ເຊິ່ງຈິງ​ໃຈ,​ເພາະວ່າ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າມີ​ຊີວິດ​ອັນ​ດີງາ​ມທ່ີ​ມີ​ກຽດ​ສັກສິແລະ​ມີ​ອະນາຄົດ​​ແຈ້ງ​ສະຫວ່າງ.ປະຊາຊົນ​ຈີນ​ຮັກ​ແພງ​​ເພິ່ນ.