ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-25 16:54:00    
ຜູ່​ມີ​ມານະ​ຈິດ​ຈະ​ໄດ້​ຮັບຜົນສຳ​ເລັດ​(ສຽງ)​

cri Author: lm

ນິທານເລ່ືອງ​ນີ້​ເກີດ​ຂຶ້ນຢູ່​ຈີນ​ສະ​ໄໝ​ບູຮານ ຄື ຄ.ສ.ປີ 28. ​ໃນ​ສະ​ໄໝ​ນັ້ນ​ແມ່ນ​ຮ້ອງ​ເຕ້​ລິວ​ຊິ້ວ​ເປັນ​ຜູ່​ປົກຄອງ​ບ້ານ​ເມືອງ, ມີນາ​ຍພົນ​ຜູ່​ໜ່ຶງ​ຊ່ືວ່າ​ເກິ​ງ​ປໍ​ຈາວ ​ແມ່ນ​ນາຍທະຫານ​ສຳຄັນຜູ່​ໜ່ຶງ​ຂອງ​ຮ້ອງ​ເຕ້ລິວ​ຊິ​້ວ​ໃນ​ການ​ຕີ​ເອົາ​ບ້ານ​ເມືອງ​ຄອງ​ລາຊະ​ບັນລັງ. ​​​ແຕ່​ເດີມ ເກິ​ງ​ປໍ​ຈາວ​ແມ່ນປັນຍາ​ຊົນ​ຜູ່​ໜ່ຶງ, ພາຍຫຼັງມາ​ຍ້ອນໄດ້​ເຫັນ​ພວກທະຫານ​ຝຶກ​ແອບ​​ເລື້ອຍໆ ຮູ້ສຶກ​ວ່າສະຫງ່າ​​ແທ້ໆ, ​ເລີຍມີ​ຄວາມ​ສົນ​ໃຈ​ນຳ​ວິຊາການ​ທະຫານ. ພາຍຫຼັງມາ ​ເກິ​ງ​ປໍ​ຈາວ​ໄດ້​ອອກ​ຫົວຄິດ​ໃຫ້​ຮ້ອງ​ເຕ້​ລິວ​ຊິ້ວ, ​ເຮັດ​ໃຫ້ຮ້ອງ​ເຕ້ລິວ​ຊິ້ວ​ເອົາຊະນະສັດຕູ​ຫຼາຍຄັ້ງ.

ມີ​ເທ່ືອ​ໜ່ຶງ, ຮ້ອງ​ເຕ້​ລິວ​ຊິ້ວ​​ແຕ່ງໃຫ້​ເກິ​ງ​ປໍ​ຈາວ​ນຳພາ​ທະຫານ​ໄປ​ບຸກ​ໂຈມ​ຕີກອງ​ທະຫານ​ຈາງ​ປູ້.​ຈາງ​ປູ້​ຄຶດ​ວ່າຕົນ​ເອງ​ມີ​ກຳລັງ​ທະຫານ​ເຂັ້ມ​ແຂງ,​ຈ່ຶງ​ມິ່ນ​​ປະໝາດ​ເກິ​ງ​ປໍ​ຈາວ.​ຈາງ​ປູ້​ຈັດ​ວາງ​​ທະຫານ​​ໄວ້ຫຼາຍ​ແຫ່ງສູ້​ລົບກັບ​ເກິ​ງ​ປໍ​ຈາວ​. ​ກອງ​ທະຫານ​ຂອງເກິ​ງ​ປໍ​ຈາວ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງ​ຕໍ່​ເນ່ືອງ​ກັນ,​ສ່ວນ​ກອງ​ທະ​ຫານ​ຈາງ​ປູ້​ພັດ​ພ່າຍ​ແພ້​ປັບ​ໜີ.​ຫຼັງ​ຈາກ​ຈາງ​ປູ​້​ເສຍ​ໄຊ​ແລ້ວ,​ຕໍ່​ມາ​ເຂົາກໍ​​ເຕົ້າ​ໂຮມ​ກຳລັງ​ທະຫານ​ເປັນ​ຈຳນວນຫຼວງຫຼາຍຫວັງ​ຈະ​ກັບ​ຕ່າວ​ຄືນມາ​ສູ້​ກັບ​ເກິ​ງ​ປໍ​ຈາວ​ອີກ. ລູກ​ນ້ອງ​ເກິ​ງ​ປໍ​ຈາວ​ເຫັນ​ວ່າ​ກຳລັງ​ທະຫານ​ຂອງ​ສັດ​ຕູ​ຫຼາຍກວ່າ​ຝ່າຍຕົນ​ຫຼາຍ​, ​ເລີຍ​ສະ​ເໜີ​ໃຫ້​ເກິ​ງ​ປໍ​ຈາວ​ລໍຖ້າ​ທະຫານ​ກອງໜູນມາ​ແລ້ວ​ຈ່ຶງ​ສູ້​ກັບ​ຈາງ​ປູ້ຂັ້ນ​ແຕກ​ຫັກ, ​ເກິ​ງ​ປໍ​ຈາວ​ເວ້ົາວ່າ: ຮ້ອງ​ເຕ້ມໍ່ຈະ​ສະ​ເດັດມາ​ເຖິງ​ແລ້ວ,​ພວກ​ເຮົາ​ຄວນ​ຂ້າ​ງົວ​ຄົວ​ຊິ້ນກຽມ​ເຫຼົ້າ​ໄວ້ຮັບ​ຕ້ອນ​ຮ້ອງ​ເຕ້ຢ່າງ​ຄຶກຄື້ນຈ່ຶງ​ຄ່ອຍ​ແມ່ນ, ຈະ​ປະ​​ສັດຕູ​ທ່ີ​ຍັງ​ບໍ່​ຖືກ​ດັບ​ສູນໄວ້​ໃຫ້​ຮ້ອງ​ເຕ້​ແນວ​ໃດ? ບັດ​ນັ້ນ ​ເກິ​ງ​ປໍ​ຈາວ​ເລີຍ​ນຳພາ​ກອງ​ທະຫານ​ສູ້​ລົບຕົບ​ຕີ​ກັບ​ສັດຕູ​ຢ່າງ​ດຸ​ເດືອດ​ມື້​ໜ່ຶງ​ເຕັມໆ, ​ໃນ​ທ່ີ​ສຸດ​ໄດ້​​ຜາບ​ແພ້ຈາງ​ປູ້.

ຕໍ່ມາ​​ບໍ່​ເທ່ົາ​ໃດ​ມື້, ຮ້ອງ​ເຕ້ລິງ​ຊິ້ວ​ໄດ້​ສະ​ເດັດມາ​ຢາມ​ນາຍ​ແລະ​ພົນທະຫານ​ທ່ີ​ໄດ້ຮັບໄຊຊະ​ນະ , ຮ້ອງ​ເຕ້ລິວ​ຊິ້ວ​ໄດ້​ຍ້ອງຍໍ​ສໍລະ​ເສີນ​ເກິ​ງ​ປໍ​ຈາວ​​ຢູ່​ຕໍ່ໜ້າ​ເສນາ​ອາມາດ​ຢ່າງ​ໃຫຍ່​ແລະ​ຊົງ​ຕັດວ່າ: "ນີ້​ແຫຼະນໍ​ເພ່ິນ​ວ່າຜູ່​ມີ​ມານະ​ຈິດຍ່ອມຈະ​ໄດ້​ຮັບ​ຜົນສຳ​ເລັດ". ​ຊ່ິງກໍ​ກົງ​ກັບ​ຄວາມ​ລາວ​ທ່ີ​ວ່າ: "ຄວາມ​ພະຍາຍາມ​ຢູ່​ໃສ, ຄວາມ​ສຳ​ເລັດ​ຜົນ​ຢູ່​ຫັ້ນ, ຫຼືຄຳ​ພັງ​ເພີຍລາວ​ທ່ີ​ວ່າ, ​ເກົ້າອົດ​ເກົ້າ​ເຍື້ອນ ຫາກ​ຈະ​ໄດ້​ທ່ອນ​ຄຳ.

ຊູ່​ມື້​ນີ້, ພວກ​ເຮົາ​ກໍ​ມັກໃຊ້​ຄຳ​ສຸພາສິດ​ນີ້​ມາ​ລະດົມ​ໃຈ​ຕົນ​ເອງ​ເລື້ອຍໆ, ກ່ອນ​ອື່ນ​ຕ້ອງ​ມີ​ອຸດົມ​ຄະຕິ​ອັນ​ຖືກຕ້ອງ, ພ້ອມ​ນັ້ນຍັງ​ຕ້ອງ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່ຕົນ​ເອງ​ເພ່ືອ​​ເຮັດ​ໃຫ້​ອຸດົມ​ການ​ປະກົດ​ຜົນ​ເປັນ​ຈິງ, ​ແລະ​ຍັງ​ຕ້ອງ​ເຮັດ​ແທ້​ທຳ​ຈິງ ພະຍາຍາມ​ຢ່າງ​ບໍ່​ລົດ​ລະ, ​ເມ່ືອ​​ເຮັດຈ່ັງຊັ​້ນ​ແລ້ວ, ພວກ​ເຮົາ​ຍ່ອມ​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ທ່ີ​ສຸດ. ທ່ານວ່າ​​ແມ່ນ​ບໍ?