ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-26 11:13:13    
ທ່ານ​ເຕິ້ງ​ສຽວ​ຜິງ​ໃນ​ສາຍຕາ​ຂອງ​ເພິ່ນ​ເອງ:ຂ້າພະ​ເຈົ້າ​ແມ່ນ​ຝ່າຍ​ສະ​ແຫວງ​ຫາ​ສັດ​ຈະ​ທຳ​ຈາກ​ຄວາມ​ເປັນ​ຈິງ

cri

ໃນ​ຖານ​ເປັນ​ຜູ່​ເຖົ້າຜ່​ແກ່​ທ່ີ​ອາຍຸ"100ປີ",ໃນ​ເວລາ​ຍາວ​ນານ​ມາ​ນີ້ ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້ໍ່​ຢູ່​ໃນ​ຄວາມ​ສົນ​ໃຈ​ຂອງ​ປະຊາຊົນ​ຈີນ​ຕະ​ຫລອດ​ຮອດ​ຊາວ​ໂລກ​ຕະ​ຫລອດ​ມາ.ທ່ານ​ເຕິ້ງ​ສຽວ​ຜິ​ງ​ໃນ​ສາຍ​ຕາ​ຂອງ​ປະຊາຊົນ​ຈີນ​ແລະ​ທ່ານ​ເຕິ້ງ​ສຽວຜິ​ງ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ແມ່ນ​ມີ​ຫລາຍ​ສີ​ຫລາຍ​ສັນ.​ແຕ່​ທ່ານ​ເຕິ້ງ​ສຽວ​ຜິ​ງ​ໃນ​ສາຍ​ຕາ​ຂອງ​ທ່ານ​ເອງ​​ເດ?​ແມ່ນ​ເປັນ​ແນວ​ໃດ?ຫມາຍ​ຄວາມ​ວ່າ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ເອງ​ແມ່ນ​ຕີ​ລາຄາ​ຕົນ​ເອງ​ແນ​ວ​ໃດ?

"ຂ້າ​ພະ​ເຈົ້າຄື​ຜູ່ສາວ​ເຜົ່າ​ໄວ​ອູ​ເອີ​ມີ​ເປຍ​ຜົມ​ຫລາຍ, ​​ເອົາ​ມື​ຈັບ​ກໍ່​ຈັບ​ໄດ້​ເຕັມ​ມື."ນີ້​ແມ່ນ​ຄຳ​ເວົ້າຂອງ່ີ​ທ່ານ​ເຕິ້ງ​ສຽວ​ຜິ​ງທ່ີກ່າວ​ໃນ​ການ​ນຳ​ພາ​ການ​ປັບປຸງ​​ເມື່ອ​ປີ 1975.ຄຳ​ເວົ້ານີ້​​ແມ່ນ​ແນບ​ນຽນ​ທ່ີ​ສຸດ,ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຫົວ​ຂວັນ​ຕົນ​ເອງ​​ແບບ​ຈຳ​ໃຈ​ໃນ​ລະດັບ​ໃດ​ຫນຶ່ງ.​ເມື່ອ​ສັງ​ເກດ​ຈາກ​ສາຍຕາ​ອ່ຽງຊ້າຍ​ແລ້ວ​ເຫັນ​ວ່າ"​ເປຍ​ຜົມ​"ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງຫລາຍ​ແທ້,​ແຕ່​ທ່ີ​ຈິງ​ແລ້ວ, ອັນ​ທ່ີ​ວ່າ"​ເປຍ​ຜົມ"​ເຫລ່ົາ​ນີ້​ລ້ວນ​ແຕ່​ຖືກ​ປະ​ຫວັດ​ສາດ​ຢັ້ງ​ຢືນ​ແລ້ວ​ວ່າ​ແມ່ນ​ຖື​ກ​ຕ້ອງ​ແລະ​ມີ​ຫລັກ​ວິ​ທະ​ຍາ​ສາດ.​ເຖິງ​ວ່າ​ຖືກ​ປົດຕຳ​ແຫນ່​ງສາມ​ເທື່ອ​ແລະ​ດຳລົງ​ຕຳ​ແຫນ່ງ​ຄືນ​ໃຫມ່​ສາມ​ເທື່ອ​ກໍ່​ຕາມ, ​ແຕ່​ທ່ານ​ບໍ່​ເຄີຍ​ຢ້ານ​ຖືກ​ຈັບ​"ເປຍຜົມ"​ຈັກ​ເທື່ອ, ສິ່ງ​ທ່ີ​ຄວນ​ຍຶດ​ຫມັ້ນ​ນັ້ນ​ຍັງ​ຄົງ​ຍຶດ​ຫມັ້ນ​ຢູ່​ຄື​ເກົ່າ.​ສະ​ນັ້ນ ​ໂດຍ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ອັນ​ສັບ​ສົນ​ຍ້ອນ​ມະ​ຫາ​ການ​ປະ​ຕິ​ບັດ​ວັດ​ທະ​ນະ​ທຳ,ທ່ານ​ເວົ້າວ່າ"​ຕ້ອງ​ກ້າ​ເຮັດ",ອອກ​ແຮງ​ຊຸກ​ຍູ້ການ​ປັບປຸງ, ​ໃນິງ​ແມ່ນ​ໄດ້​ເລີ່​ມຕົ້ນ​ບວນການ​ປັບປຸງ​ຄວາມ​ວຸ້ນ​ວາຍ,ຟື້ນ​ຟູ​ຄວາມ​ເປັນ​ປົກກະຕິ​ຄືນ​ໃຫມ່.​ໃນ​ກອງ​ປະຊຸມ​ຄົບ​ຄະ​ນະ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 3 ສະ​ໄຫມ​ທີ 11, ທ່ານ​ກໍ່​ໄດ້​ຊຸກຍູ້​ພັກ​ແລະ​ລັດບັນລຸ​ການ​ຫັນປ່ຽນ​ຄັ້ງປະຫວັດສາດ​,​ແລ້ວ​ໄດ້​ເດີນ​ໄປ​ຕາມ​ເສັ້ນທາງ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ.

"ຂ້າພະ​ເຈົ້າ​ແມ່ນ​​ຝ່າຍ​ສະ​ແຫວ​ງຫາ​ສັດຈະທຳ​ຈາກ​ຄວາມ​ເປັນ​ຈິງ."ນີ້​ແມ່ນຄຳຕີ​ລາຄາ​ຕົນ​ເອງອີກ​ຄຳ​ຫນຶ່ງ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ.ສະ​ແຫວ​ງຫາ​ສັດຈະທຳ​ຈາກ​ຄວາມ​ເປັນ​ຈິງ​ແມ່ນ​ຫົວ​ກະ​ທຳ​ຂອງ​ແນວ​ຄິດ​​ເມົາ​ເຈີ​ຕົງ.ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ຍຶດ​ຫມັ້ນ​ຫົວ​ກະທິ​ນີ້, ພ້ອມ​ທັງ​ອອກ​ແຮງ​ສ່ົງ​ເສີມ​ການ​ປົດ​ປ່ອຍ​ແນວ​ຄິດ, ​ເອົາ​ການ​ປົດ​ປ່ອຍ​ແນວ​ຄິດ​ກັບ​ການ​ສະ​ແຫວ​ງຫາ​ສັດຈະທຳ​ຈາກ​ຄວາມ​ເປັນ​ຈິງ​ປະສານ​ສົມ​ທົບກັນ​ຢ່າງ​ມິ​ຊີວິດ​ອິນ​ຊີ,​ໄດ້​ກຳນົດ​ແນວ​ທາງ​​ແນວ​ຄິດ​ຂອງ​ພັກ​ກອມ​ມູນິດຈີນຄືນ​ໃຫມ່.​ໃນ​ເວລາ​ທ່ານ​ເຕິິ້ງສຽວ​ຜິ​ງ​ໄດ້​​ຟື້ນ​ຟູ​ຕຳ​ແຫນ່​ງ​ເທື່ອ​ທີ​ສາມ, ທ່ານ​ມີ​ອາຍຸ 73 ປີ​ແລ້ວ, ​ແຕ່​​ຄວາມ​ຄຶກ​ຄັກ​ດ້ານ​ແນວ​ຄິດ​ແລະ​ລະ​ດັບ​ການ​ປົດ​ປ່ອຍ​ແນວ​ຄິດ​ຂອງ​ທ່ານ​​ແມ່ນ​ຊາວ​ຫນຸ່ມ​ຈຳນວນ​ຫລວງຫລາຍ​ກໍ່​ສູ້​ກັບ​ທ່ານ​ບໍ່​ໄດ້.ທ່ານ​ເຕິ້ງ​ສຽວ​ຜິ​ງ​ເຄີຍ​ເວົ້າວ່າ:"ຂ້າ​ພະ​ເຈົ້າ​ແມ່ນ​ຄົນ​ທ່ີ​ອ່າວ​ຄຶກ​ຄັກ,​ແມ່ນ​ຄົນ​ທ່ີ​ບໍ່​ເດີນ​ຕາມ​ທາງ​ຕັນ.""ຢູ່​ຕ່າງປະ​ເທດ ມີຄົນ​ຈຳນວນຫນຶ່ງ​ຖື​ຂ້າພ​ະ​ເຈົ້າ​ເປັນ​ຝ່າຍ​ປະຕິ​ຮູບ,ຖື​ຜູ່​ອື່ນ​ເປັນ​ຝ່າຍ​ຮັກສາ​ຄອງ​ເກົ່າ.""​ແມ່ນ​ແລ້ວ​ຂ້າ​ພະ​ເຈົ້າ​ແມ່ນ​ຝ່າຍ​ປະຕິ​ຮູບ​,​ແຕ່​ຖ້າວ່າ​ການ​ຍຶດ​ຫມັ້ນ 4 ຫລັກ​ການ​ພື້ນຖານ​ກໍ່​​ແມ່ນ​ຝ່າຍ​ຮັກ​ສາ​ຄອງ​ເກົ່າ,ຄັນ​ຊັ້ນ ຂ້າພະ​ເຈົ້າກໍ່​​ແມ່ນ​ຝ່າຍ​ຮັກສາ​ຄອງ​ເກົ່າ.ສະນັ້ນ ​ເວົ້າຢ່າງອ່າວ​ຖືກຕ້ອງ​ວ່າ: ຂ້າພະ​ເຈົ້າ​ແມ​່ນ ຝ່າຍ​ສະ​ແຫວ​ງຫາ​ສັດຈະທຳ​ຈາກ​ຄວາມ​ເປັນ​ຈິງ."​ສະ​ແຫວງ​ຫາ​ສັດຈະທຳ​ຈາກ​ຄວາມ​ເປັນ​ຈິງ​,ທຸກ​ສິ່ງ​ທຸກ​ຕ້ອງ​ຖື​ສະ​ພາບ​ແຫ່ງ​ຊາດ​ອັນ​ພື້ນ​ຖານ​ເປັນ​ເດີມ​ພັນ, ທຸກ​ສິ່ງ​ທຸກ​ຢ່າງ​ສະ​ພາບ​ຕົວ​ຈິງ​ຂອງ​ສັງຄົມ​ນິຍົມ​ໄລຍະ​ຕົ້ນ​ເປັນ​ເດີມ​ພັນ, ທັງ​ຍຶດ​ຫມັ້ນ​ເດີນ​ຕາມ​ເສັ້ນ​ທາງ​ສ້າງຊາດ​ໃຫ້​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ທັງ​ຍຶດ​ຫມັ້ນ​ພື້ນ​ຖານ​ສ້າງ​ຊາດ, ຈີນ​ຈິ່ງ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທ່ີ​ປະຈັກ​ຕາ​ຊາວ​ໂລກ​ຢ່າງ​ບໍ່​ຢຸດຢັ້ງ.

ທ່ານ​ເຕິ້ງ​ສຽວ​ຜິງ​ຖື​ຕະ​ຫລອດ​ຊີ​ວິດ​ຂອງ​ຕົນເປັນ​ການ​ສອບ​ເສັງ​ຄັ້ງ​ຫນຶ່ງ;ຖືກ​ທຸກ​ສິ່ງ​ທຸກ​ຢ່າງ​ທ່ີ​ຕົນ​ເຮັດ​ນັ້ນ​ເປັນ​ຫນ້າ​ທ່ີ​ຮັບ​ຜິ​ຊອບ. ຖ້າວ່າ​​ຖື​ຕະ​ຫລອດ​ຊີວິດ​ຂອງ​ຄົນ​ເຮົາ​ເປັນ​ການ​ສອບ​ເສັງ​ຄັ້ງ​ຫນຶ່ງ, ຜົນ​ງານ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ຄວນ​ແມ່ນ​ດີ​ເດັ່ນ​ໂດຍ​ບໍ່​ຕ້ອງ​ສົງ​​ໄສ.​ແນ່ນອນ​ແລ້ວ, ທ່ານ​ກໍ່​ມີ​ສິ່ງ​ທ່ີ​ຫນ້າ​ເສຍ​ດາຍ, "ຕະ​ຫລອດ​ຊີວິດ​ຂອງ​ຂ້າພະ​ເຈົ້າຍັງ​ເຫລືອ​ແຕ່​ວຽກ​ດຽວ​ເຊິ່ງ​ກໍ່​ຄື ບັນຫາ​ໄຕ້​ຫວັນ,ຄິດ​ວ່າ​ຈະ​ບໍ່​ໄດ້​ເຫັນ​ຍາມ​ທ່ີ​ແກ້​ໄຂ​ບັນ​ຫາ​ດ່ັງ​ກ່າວ​ໃຫ້​ຕົກ​ແລ້ວ."

ຊີວິດ​ການ​ເປັນ​ຢູ່​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ແມ່ນ​ດ້ານ​ສຳຄັນ​ດ້ານ​ຫນຶ່ງ​ທ່ີ​ຄົນ​ທັງຫລາຍ​ສົນ​ໃຈ​ນຳ.​ທ່ານ​ເຕິ້ງ​ສຽວ​ຜິ​ງ​ເອງກໍ່​ມີ​ຄຳ​ບັນ​ຍາຍ​ທ່ີ​ມ່ວນໆ​ຢ່າງ​ຫລວງ​ຫລາຍ.ການ​ລອຍ​ນ້ຳ​ກັບ​ການ​ຫລິ້ນ​ໄພ້​ແມ່ນ​ຄວາມ​ມັກ​ສອງ​ຢ່າງ​ທ່ີ​ທ່ານມັກ​ກວ່າ​ຫມູ່. ຈຸດ​ພິ​ເສດ​ຂອງ​ການຫລິ້ນ​ໄພ້​ແມ່ນ​ຕ້ານ​ຢັນ​ກັນ, ການ​ລອຍ​ນ້ຳ​ຢູ່​ທະ​ເລ​ແມ່ນ​ການ​ທ້າ​ທາຍ.ຄວາມ​ມັກ​ສອງ​ຢ່າງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ນິດ​​ໄສ​ໃຈ​ຄໍ​ຂອງ​ທ່ານ.​ຫມູ່​ເພື່ອນ​ຂອງ​ທ່ານ​ຢູ່​ພາຍ​ໃນ​ແລະ​ຕ່າງປະ​ເທດ​ຫລາຍ​ໆຄົນມັກ​ຖາມ​​ເຄັດ​ລັບ​ຂອງ​ທ່ານ​ໃນ​ການ​ຮັກ​ສາ​ສຸ​ຂະ​ພາບ​,ຄຳ​ຕອບ​ຂອງ​ທ່ານ​ກໍ່​ແມ່ນ​"ລັດທິ​ສຸກ​ນິ​ຍົມ."ຖ້າ​ບໍ່​ມີ​ແນວ​ຄິດ​ທ່ີ​ເຊື່ອ​ວ່າ​ອຸດົມ​ການ​ຂອງ​ຕົນ​ເອງ​ຈະ​ປະກົດ​ເປັນ​ຈິງ​ໄດ້​ຢ່າງ​ແນ່ນອນ​ນັ້ນ,ກໍ່​ບໍ່​ສາມາດ​ມີ​ຊີວິດ​ຈົນຮອດ​ມື້​ນີ້​."

​ໃນ​ເວລາ​ຂຽນ​ຄຳ​ນຳ​ໃຫ້​ຊຸມນຸມ​ບົດ​ປະ​ພັນ​ເລືອກ​ເຟັ້ນຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງສະບັບ​ພາສາ​ອັງ​ກິດ​ທ່ີ​ພິມ​ໂດຍ​ບໍ​ລິ​ສັດ​ເບ​ເກີ​ແມນ​ຂອງ​ອັງ​ກິດ,ທ່ານ​ເຕິ້ງ​ສຽວ​ຜິງ​ໄດ້​ຂຽນ​ຄຳ​ຫນຶ່ງ​ວ່າ:"ຂ້າ​ພະ​ເຈົ້າ​ແມ່ນ​ລູກ​ຫລານ​ຂອງ​ປະຊາຊົນ​ຈີນ,ຂ້າ​ພະ​ເຈົ້າ​ຮັກ​ຫອມ​ປະ​ເທດ​ຊາດ​ແລະ​ປະ​ຊາ​ຊົນ​ຂອງ​ຂ້າພະ​ເຈົ້າ​ຢ່າງ​ເລິກ​ເຊິ່ງ."