ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-30 13:55:12    
ທ່ານ​ເຕິ້ງ​ສຽວ​ຜິງ​ກັບ​ການ​​ໂປ​ໂລ​ຂຶ້ນ​ຂອງ​​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້

cri Author: sayvanny

ໃນ​ທ່າມ​ກາງ​ສຽງ​ຄຳ​ຂວັນ​ຂອງ​ກອງ​ທັບ​ລິວ​​ເຕິ້ງ​ທ່ີ​ວ່າ​ປັກ​ທຸງ​ແດງ​ໃສ່​ທົ່ວ​ເຂດ​​ຕາ​ເວັນ​ຕົກ​ໃນ​ພິ​ທີ​ສ້າງ​ທາງ​ລົດ​ໄຟ​ແຕ່​ເສິງ​ຕູ​ຫາ​ຈຸ່ງ​ກິ່ງ​ທ່ີ​ຄຶກ​ຄຶ້ນ​ນັ້ນ, ທ່ານ​ເຕິ້ງ​ສຽວ​ຜິງ​ເຄີຍ​ປະກາດ​ດ້ວຍ​ຄວາມ​ຫມັ້ນ​ໃຈ​ອັນ​ເຕັມ​ປ່ຽມ​ວ່າ:"​​ໃນ​ເວ ລາ​ພວກ​ເຮົາຍົກ​ທັບ​ເຂົ້າ​ເຂດ​ຕາ​ເວັນ​ຕົກ​ສຽ​ງ​ໃຕ້,ກໍ່​ໄດ້​ຕົກລົງ​ວ່າ​ຈະ​ສ້າງ​ເຂດ​​ຕາ​ເວັນ​ຕົກ​ສຽງ​ໃຕ້​​ໃຫ້​ດີ."ຄວາມ​ເວົ້າຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງທ່ີ​ກ່າວ​ໃນ​ເມື່ອ​​ເຄິ່ງ​ສະ​ຕະ​ວັດ​ກ່ອນ​ນັ້ນ​ຍັງ​ຄົງ​ດັງ​ຢູ່​ຂ້າງ​ຫູ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທ່ີ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ເລື້ອຍໆ,ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ເມື່ອ​ກ່ອນ​ນັ້ນກໍ່​ເຫມືອນ​ເກີດ​ຂຶ້ນ​ໃນ​ຫວ່າງ​ແລ້ວ​ນີ້.

ໂດຍ​ອີງ​ຕາມ​ການ​ຈັດ​ວາງ​ຍຸດ​ທະ​ສາດ​ຂອງ​ສູນ​ກາງ​ພັກ​ແລະ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ພັກ​ແລະ​ທ່ານ​ມາວ​ເຈີ​ຕົງ,​ເມື່ອ​ກະ​ກຽມ​ຫລາຍ​ເດືອນ​ແລ້ວ,ຕົ້ນ​ເດືອນ​ພະ​ຈິກ​ປີ 1949, ທ່ານ​ເຕິ້ງ​ສຽວ​ຜິງ ທ່ານ​ລິວ​ໂປ​ເສິງ​ແລະ​ທ່ານ​​ເຮີ້​ໂລງ​​​ໄດ້​ບັນ​ຊາ​ກອງ​ທັບ​ເຄື່ອນ​ທັບ​ເຂົ້າ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້,​ເປີດ​ບັ້ນ​ລົບ​ປົດ​ປ່ອຍ​​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້,ອັນ​ໄດ້​ປົດ​ປ່ອຍ​ເຂດ​ພາກ​ຕ​າ​ເວັນ​ຕົກ​ສຽງ​ໃຕ້​ອັນ​ກວ້າງ​ຂວາງ​ຄື ​ແຂວງ​ຢຸນ​ນານ ​ແຂວງ​ກຸ້ຍ​ໂຈ່​ວ ​ແຂວງ​ເຊ​ສວນ​ແລະ​ເຂດ​ຊີ​ຄາງ​ເປັນ​ຕົ້ນ,​ເຮັດ​ໃຫ້​ສົງຄາມ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ທ່ີ​​ໃຫຍ່​​ໂຕ​ສະຫງ່າ​ນັ້ນ​ໄດ້​ສຳ​ເລັດ​ລົງ​ຢ່າງ​ຈົບ​ງາມ.

ຈາກ​ນັ້ນ​ມາ, ທ່ານ​ເຕິ້ງ​ສຽວ​ຜິງ​ໄດ້​ເຂົ້າ​ຮ່ວມ​ແລະ​ນຳ​ພາ​ວຽກ​ງານ​ຍົກ​ທັບ​ເຂົ້າ​ເຂດ​ຕີ​ເບ​ດ​ແລະ​ປົດ​ປ່ອຍ​ຕິ​ເບດ​ໂດຍ​ສັນ​ຕິ,​ໄດ້​ສຳ​ເລັດ​ພາ​ລະ​ກິດ​ໂຮມ​​ແຜ່ນ​ດິນ​ໃຫຍ່​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ, ​ເຮັດ​ໃຫ້​ຄວາມ​ປາ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ຈີນ​ບັນ​ດາ​ເຜົ່າ​ບັນ​ລຸ​ຜົນ​ເປັນ​ຈິງ, ປະ​ຊາ​ຊົນ​ຕ​ິ​ເບດ​ໄດ້​ກ້າວ​ຂຶ້ນ​ເສັ້ນ​ທາງ​ຮຸ່ງ​ເຮືອງ​ທ່ີ​ສາ​ມັກ​ຄີ ກ້າວ​ຫນ້າ​ແລະ​ພັດ​ທະ​ນາ.

​ວັນ​ທີ 23 ພະ​ຈິກ​ປີ 1949 ທ່ານ​ເຕິ້ງ​ສຽວ​ເປັນ​ເປັນ​ເລຂາ​ທິ​ຫນຶ່ງ​ຂອງ​ກົມ​ຕາ​ເວັນ​ຕົກ​ສຽງ​ໃຕ້​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ.

ທ່ານ​ເຕິ້ງ​ຈື້ລີ້ ອະ​ດີດ​ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​​ແຂວງ​ເຊ​ສວນ ພະ​ນັກ​ງານ​ຜູ່​ອາວຸໂສ​ທ່ີ​ອອກ​ກິນ​ເບ້ຍ​ບຳ​ນານ​ຫວນ​ຄືນ​ວ່າ:​ໃນ​ຄາວ​ນັ້ນ ເສດ​ຖະ​ກິດ​ຂອງ​​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຫລ້າ​ຫລັງ​ທ່ີ​ສຸດ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທຸກ​ຈົນ, ດັ່ງ​ນັ້ນ​ການ​ກໍ່ສ້າງ​​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ລຳ​ບາກ​​ເປັນ​ພິ​ເສດ.

​ໃນ​ເວ​ລາ​ຍົກ​ທັບ​ເຂົ້າ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້, ທ່ານ​ເຕິ້ງ​ສຽວ​ຜິ​ງກໍ່​ໄດ້​ເລືອກ​ເອົາ​ພະ​ນັກ​ງານ​ທ່ີ​ມີ​ບົດຮຽນ​ທາງ​ດ້ານ​ວຽກ​ງານ​ທ້ອງ​ຖີ່​ນ​ແລະ​ວຽກ​ງານ​ພະ​ລາ​ທີ​ການ​ທ່ີ​ອຸ​ດົມ​ສົມ​ບູນ​​ປະກອບ​ເປັນ​ຄະນະ​ນຳພາ​ວຽກ​ງານ​ການ​ເງິນ​ຂອງ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້.

ທ່ານ​ຮອງ​ສາດ​ສະ​ດາ​ຈານ​ອາຍ​ຊິນ​ຊວນ ຫົວ​ຫນ້າ​ຫ້ອງ​ຄົ້ນຄວ້າ​ປະ​ຫວັດ​ສາດ​ພັກ​ຂອງ​ຄະນະ​ພັກ​ນະ​ຄອນ​ຈຸ່ງ​ກິ່ງ​ເວົ້າວ່າ:"ທ່ານ​ເຕິ້ງ​ສຽວ​ຜິ​ງ​ເປັນ​ຜູ່​ຊຳນານ​ທ່ີ​ເຮັດ​ວຽກ​ຟື້ນ​ຟູ​ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ.​​ໃນ​ວຽກ​ງານ​ຂົນ​ຂວາຍ​ປັບ​ປຸງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ຢ່າງ​ສົມ​ເຫດ​ສົມ​ຜົນ,ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ເຮັດ​ວຽກ​ງານ​ນັກທຸລະກິດ​ທ່ີ​ມີ​ອິດ​ທິພົນ​ຈຳນວນ​ຫນຶ່ງ​ໂດຍ​ຕົນ​ເອງ,ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າຫານ​ແລະ​ຄວາມ​ປະດິດ​ສ້າງ​ທ່ີ​ບໍ່​ທຳ​ມະ​ດາ."​ໃນ​​ເມື່ອ​ທ່ານ​ຫູ​ຈື່​ອາງ​ ຮອງ​ເຈົ້າ​ຄອງ​ນະຄອນ​ຈຸ່ງ​ກິ່ງ ບຸກຄົນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຜູ່​ມີ​ຊື່​ສຽງ​ຂອງ​ເມືອງ​ຈຸ​່ງກິ່ງ​ຢາກ​ມອບ​ວິ​ສາຫາະກິດ​ແລະ​ຫຸ້ນ​ສ່ວນ​ທັງ​ຫມົດ​ຂອງ​ຕົນ​ໃຫ້​ລັດ​ນັ້ນ, ທ່ານ​ເຕິ້ງ​ສຽວຜິ​ງ​ໄດ້​ກຶກ​ກອງ​ຫລາຍ​ເທື່ອ,​ແລ້ວ​ກ່າວ​ວ່າ,​ໃນທົ່ວ​ປະ​ເທດ​ຍັງ​ບໍ່​ມີ​ແບບຢ່າງ​ນີ້​ຈັກ​ເທື່ອ, ພວກ​ເຮົາ​ກໍ່​ໃຫ້​ທ່ານ​ຫູ​ຈື່​ອາງ​ເປັນ​ແບບ​ຢ່າງ​ນີ້​ສາ.ກຸ່ມ​ປາວ​ຢວນທົງ​ທ່ີ​ມີ​ອິດ​ທິພົນ​ຢູ່​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ນັ້ນ​​ເມື່ອ​ປົດ​ປ່ອຍ​ແລ້ວ​ກໍ່​ຮຽກ​ຮ້ອງ​ໃຫ້​ຫັນ​ເປັນ​ລັດ​ວິ​ສາ​ຫະກິດ​ແລະ​ຮ້ອງ​ຂໍ​ຕໍ່ຄະນະ​ກຳ​ມະ​ການ​ການ​ເງິນ​ສູນ​ກາງ​ໂດຍ​ກົງ.​ເມື່ອ​ສຳ​ນຶກ​ກຶກ​ກອງ​ຢ່າງ​ລະ​ອຽດ​ແລ້ວ, ທ່ານ​ເຕິ້ງ​ສຽວຜິງ​ກໍ​ອະ​ນຸ​ຍາດ​ໃຫ້​ກຸ່ມ​ປາວ​ຢວນ​ທົງ​ຫັນ​ເປັນ​ລັດ​ວິ​ສາ​ຫະ​ກິດ.

ພາຍ​ຫລັງ​ປົດ​ປ່ອຍ​ນະຄອນ​ຈຸ່ງ​ກິ່ງ​ພຽງ​ອາທິດ​ຫນຶ່ງ, ທ່ານ​ເຕິ້ງ​ສຽວ​ຜິ​ງກໍ່​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ກົມ​ຕາ​ເວັນ​ຕົກ​ສຽງ​ໃຕ້,​​ຕົກ​ລົງ​ສ້າງ​ທາງ​ລົດ​ໄຟ​ແຕ່​ເສິງ​ຕູ​ຫາ​ຈຸ່ງ​ກິ່ງ.ວັນ​ທີ 1 ກໍລະກົດ​ປີ 1952, ​ໄດ້​ສ້າງ​ທາງ​ລົດ​ໄຟ​ແຕ່​ເສິງ​ຕູ​ຫາ​ຈຸ່ງ​ກິ່ງ​​ສຳ​ເລັດ​ຕະ​ຫລອດ​ສາຍ.ນີ້​ແມ່ນ​ທາງ​ລົດ​ໄຟ​ສາຍ​ທຳ​ອິດ​ສ້າງ​ສຳ​ເລັດ​ພາຍ​ຫລັງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນກຳ​ເນີດ​ເກີດ​ໃຫມ່​ ​ເຊິ່ງ​ແມ່ນ​ຄົນ​ຈີນ​ເປັນ​ຜູ່​ອອກ​ແບບ ກໍ່ສ້າງ​ດ້ວຍ​ເຫລັກ​ກ້າ​ແລະ​ຫມອນ​ທ່ີ​ຜະລິດ​ໂດຍ​ຕົນ​ເອງ.

ພາຍ​ຫລັງ​ທ່ານ​ເຕິ້ງ​ສຽວ​ຜິງຍ້າຍ​ວຽກຈາກ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ແລ້ວ,ຍັງ​ສົນ​ໃຈ​ນຳ​ການ​ກໍ່ສ້າງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ໂດຍ​ຕະ​ຫລອດ,​ເລີ່ມ​ແຕ່​ທ້າຍ​ຊຸມ​ປີ 50 ສະ​ຕະວັດ​ແລ້ວ​ນີ້​ເປັນຕົ້ນ​ມາ, ທ່ານ​​ເຄີຍ​ໄປ​ສຳ​ຫລວດ​ແລະ​ຊີ້​ນຳ​ວຽກ​ງານ​ການ​ກໍ່ສ້າງ​ຢູ່​ບັນດາ​ເຂດ​ແຂວງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຫລາຍ​ເທື່ອ.​ເຂດ​​ຕາ​ເວັນ​ຕົກ​ສຽງ​ໃຕ້​ກໍ່​ບໍ່​ໄດ້​ເຮັດ​ໃຫ້​ທ່ານ​ເຕິ້ງ​ສຽວ​ຜິ​ງຜິດ​ຫວັງ, ພວມ ຄ່ອຍໆ​ເກີດ​ມີ​ການ​ປ່ຽນ​ແປງ​ຄັ້ງ​ປະ​ຫວັດ​ສາດ:ຈາກ​ຊຸມ​ຄົມ​ມະ​ນາ​ຄົມ​ທ່ີ​ແລ່ນ​ໄປ​ຮອດ​ທຸກ​ມູມ​ທຸກ​ແຈ​ຂອງ​ເຂດ​ຕ​າ​ເວັນ​ຕົກ​ສຽງ​ໃຕ້ ຮອດ​ເມືອງ​ວິະທຍາ​ສາດ​ທ່ີ​ສ້າງ​​ໃຫມ່;ຈາກ​ປ່າ​ໄມ້​ໄພ່​​ໃນ​ວັດ​ທ່ີ​ນອກ​ເມືອງ​ຈິ່ງ​ກວນ​ຮອດ​ຫມາກ​ແຕງ​ຫອມ​ຫວານ​ທ່ີ​ຢູ່​ເມືອງ​ຊິງ​ເສິງ;ການ​ອະ​ນຸ​ລັກ​​​ແລະ​ການ​ກໍ່​ສ້າງ​ສິ່ງ​ແວດ​ລ້ອມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່​ມທະວີ,ສະຖິຕິ​​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ກໍ່​ປ່ຽນ​ໃຫມ່​ຊູ່​ປີ.​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ທ່ີ​ອັດ​ສະ​ຈັນ​ໄດ້​ປະ​ກົດ​ມີ​ສະ​ພາບ​ທ່ີ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ​​.ລູກ​ຫລານ​ບັນດາ​ເຜົ່າ​ຢູ່​ເຂດ​ຕ​າ​ເວັນ​ຕົກ​ສຽງ​​ໃຕ້​ສາ​ມາດ​ບອກ​ທ່ານ​ສຽວ​ຜິ​ງຢ່າງ​ທະ​ນົງ​ໃຈ​ວ່າ: ​ເຂດ​ຕ​າ​ເວັນ​ຕົກ​ສຽງ​ບໍ່​ໄດ້​ໃຫ້​ເຮັດ​ໃຫ້​ທ່ານ​ຜິດ​ຫວັງ.