ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-31 11:27:04    
ທ່ານ​ເຕິ້ງ​ສຽວ​ຜິ​ງ​ເປັນນັກ​ສຶກສານ​ອກຈີນ​ທ່ີ​ກັບ​ຈາກ​ຕ່າງປະ​ເທດ​ດີ​ເດັ່ນ​ກວ່າ​ຫມູ່

cri

ຊີວິດ​ການ​ສຶກ​ສາ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງຢູ່​ຕ່າງປະ​ເທດ​ບໍ່​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ຫນ່ວຍ,ຢູ່​ຝຣັ່ງ ​ເພິ່ນ​ມີ​ແຕ່​ທຳ​ມາ​ຫາ​ກິນ​ຫາກ​ບໍ່​ມີ​ໂອ​ກາດ​ຮັບ​ການ​ສຶກສາ,​ແຕ່​ຊ້ຳພັດ​ໄດ້​ບ່ົມ​ເພາະ​ເພິ່ນ​ເປັນ​ນັກ​ປະຕິວັດ​ແລະ​ນັກ​ປະ​ຕິ​ຮູບ​ຜູ່​ຍິ່ງ​ໃຫຍ່​ຂອງ​ຈີນ​ໃນ​ພາຍ​ຫລັງ​ມາ,ກໍ່​ຍ້ອນ​ນັກ​ສຶກ​ສາ​ນອກ​ທ່ີ​ບໍ່​ສຳ​ເລັດ​ຜົນ​ຜູ່​ນີ້,​ໄດ້​ຊ່ອຍ​ຊາວ​ຈີນ​ເປີດ​ຕາ​ເບິ່ງ​ໂລກ ​ເຊິ່ງ​ເປັນ​ຄວາມ​ຝັນ​ໃນ​ຮ້ອຍ​ປີ​ມາ​ນີ້.

ສິ່ງ​ທ່ີ​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ,ພາ​ລະ​ກິດ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ທ່ີ​ທ່ານ​ເຕິ້ງ​ສຽວ​ຜິ​ງລິ​ເລີ່​ມນັ້ນ​ເຮັດ​ໃຫ້​ນັກ​ສຶກສາ​ຈີນ​ທ່ີ​ຮຽນ​ຢູ່​ຕ່າງປະ​ເທດ​ທ່ີ​​ເລືອກ​ເອົາ​ການ​ກັບ​ມາ​ຮັບ​ໃຊ້​ປະ​ເທດ​ຊາດ​​ເປັນ​ຄັ້ງ​ທຳ​ອິດ​ໃນ 150 ປີ​ມາ​ນີ້​ເພື່ອ​ຫາບ​ແບກ​ອັນ​ຫນັກ​ຫນາ​ທ່ີ​ສ້າງ​ຊາດ​ໃຫ້​ຈະ​ເລີນ.

​ເດືອນ​ຕຸລາ​ປີ 1920 ​ທ່ານ​ເຕິ້ງ​ສຽວ​ຜິ​ງທ່ີ​ອາຍຸ 16 ປີ​ໄດ້​ເດີນທາງ​ໄກ​ແສນ​ໄກ​ໄປ​ຮອດ​ຝຣ່ັງ​ໂດຍ​ມີ​ຄວາມ​ຝັນ​ວ່າ​ກູ້​ຊາດ​ດ້ວຍ​ອຸດສາຫະກຳ,​​ແລ້ວ​ເລີ່​ມຮຽນ​ຢູ່​ໂຮງຮຽນ​ມັດທະຍົມ​ປາ​ເຢທ່ີ​ເຂດ​ນອກ​ມັງ​ດີ;​ແຕ່​ບໍ່​ຮອດ​ເຄີ່ງ​ປີ ທ່ານ​ກໍ່​ຈຳ​ເປັນ​ຕ້ອງ​ອອກ​ຈາກ​ໂຮງຮຽນ​ຍ້ອນ​ບໍ່​ມີ​ເງິນ​ຈ່າຍ​ຄ່າ​ຮຽນ​ຕ່າງໆ​​ໃຫ້​ທາງ​ໂຮງ​ຮຽນ.ຈາກ​ນັ້ນ 4 ປີ, ທ່ານ​ເຕິ້ງ​ສຽວ​ຜິງກໍ່​ຊອກ​ຫາ​ວຽກ​ເຮັດ​ຢູ່​ໂຮງ​ງານ​ເຫລັກ​ກ້າ ​ແລະ​ໂຮງ​ງານ​ຢາງ​ຕາງ​ຕິ້ວ​ເປັນ​ຕົ້ນ,​ແຕ່​ລະ​ມື້​ໄດ້​ແຕ່ 10 ​ຝຣ່ັງ​ທໍ່​ນັ້ນ.​ເດືອນ​ເມສາ​ປີ 1984 ​ໃນ​ເວລາ​ພົບ​ປະ​ຄະນະ​ຜູ່​ແທນ​ກຳ​ມະ​ບານ​ກຳ​ມະ​ກອນ​ລົດຍົນ​ປະສົມ​ອາ​ເມ​ລິ​ກາ​ແລະ​ຄະນະ​ຜູ່​ແທນ​ຜູ່​ນຳ​ກຳ​ມະ​ບານ​ອາ​ເມ​ລິ​ກາ, ທ່ານ​ເຕິ້ງ​ສຽວ​ຜິ​ງ​ເວົ້າວ່າ:"ຂ້າພະ​ເຈົ້າກໍ່​ແມ່ນ​ກຳ​ມະ​ກອນ​ຜູ່​ຫນຶ່ງ, ປີ 1920 ​ເປັນ​ກຳ​ມະ​ກອນ​ຢູ່​ຝຣ່ັງ, ຕອນ​ນັ້ນ​ອາ​ຍຸ​ພຽງ​ 16 ປີ.​ໃນຄາວ​ນັ້ນ​ແມ່ນ​ອອກ​ແຮງ​ງານ​ເພື່ອ​ເຂົ້າ​ຮຽນ, ຢາກ​ຫາ​ເງິນ​ເຂົ້າ​ຮຽນ​ຫນັງ​ສື.​ແຕ່​ເປົ້າ​ຫມາຍ​ນີ້​ຫາກ​ບໍ່​ໄດ້​ບັນ​ລຸ​ຜົນ​​ເປັນ​ຈິງ."

​ເຖິງ​ວ່າຊີວິດ​ການ​ສຶກສາ​ຢູ່​ຕ່າງປະ​ເທດ​ຂອງ​ຕົນ​​ບໍ່​ສຳ​ເລັດ​ຜົນ​ປານ​ໃດ,​ແຕ່​ນັກ​ການ​ເມືອງ​ທ່ີ​ສະຫລາດ​ສ່ອງ​ໃສ​ຜູ່​ນີ້​ພັດ​ໄດ້​ຮູ້​​ໄດ​້ເຫັນ​​ຄວາມ​ສຳຄັນ​ຂອງ​ນັກ​ສຶກ​ສາ​ທ່ີ​ຮຽນ​ຢູ່​ຕ່າງ​ປະ​ເທດ​ທ່ີ​ມີ​ຕໍ່​ການ​ສ້າງ​ສາ​ທັນ​ສະ​ໄຫມ​ຂອງ​ຈີນ​ເດືອນ​ມິ​ຖຸ​ນາ​ປີ 1978 ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ກ່າວ​ຄຳ​ປາ​ໃສ​ວ່າ​ຕ້ອງ​ສ່ົງ​ນັກ​ສຶກ​ສາ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ໃຫ້​ຫລາຍ,ຕ້ອງ​ເພິ່ມຈຳນວນ​ໃຫ້​ຫລາຍ.​ທ່ານ​ເວົ້າວ່າ, ຕ້ອງ​ສ່ົງ​ໄປ​ສຶກສາ​ເປັນ​ພັນ​ເປັນ​ຫມື່ນ,ຢ່າ​ສົ່ງ​ພຽງ 10 ຄົນ 20 ຄົນ​ທໍ່​ນັ້ນ.ທ່ານ​ລີ​ຈ້ຽນ ນັກ​ຄົ້ນ​ຄວ້າ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຊຽງ​ໄຮ​ເວົ້າວ່າ:"ການ​ຕົກ​ລົງ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ​ໄດ້​ປ່ຽນ​ແປງ​ສະ​ພາບ​ນັກ​ສຶກສາ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ".ຊຸມ​ປີ 80 ສະ​ຕະ​ວັດ​ແລ້ວ​ນີ້, ທ່ານ​ລີ​ຈ້ຽນ ທ່ີ​ຫາ​ກໍ່​ຮຽນ​ຈົບ​ຈາກ​ຂະ​ແຫນງ​ເສດ​ຖະ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕານ​​ຊຽງ​ໄຮ​ໄດ້​ຖືກ​ຄັດ​ເລືອກ​ເປັນ​ນັກ​ສຶກສາງວດ​ທຳ​ອິດ​ໄປ​ຮຽນ​ຕໍ່​ປະ​ລີ​ຍາ​ເອກ​ຢູ່​ເຢຍລະ​ມັນ​, ພາຍຫລັງມາ ທ່ານ​ໄດ້​ກາຍ​ເປັນ​ຜູ່​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ພັນ​ທະ​ບັດ​ການ​ທະນາຄານ.

ພາຍ​ໃນ 25 ປີ​ຫລັງ​ທ່ານ​ເຕິ້ງ​ສຽວ​ຜິງ​ກ່າວ​ຄຳ​ເວົ້າ​ດັ່ງກ່າວ, ນັກ​ສຶກສາ​ຈີນ​ທ່ີ​ຮຽນ​ຢູ່​ຕ່າງ​ປະ​ເທດ​ລວມ​ທັງ​ຫມົດ​​ໄດ້​ມີ 5 ​ແສນ 8 ຫມື່ນ​ຄົນ,ຕ່າງ​ໄປ​ຮຽນ​ຢູ່ 100 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​.​ໃນ​ນັ້ນ ມີ 1 ​ແສນ 5 ຫມື່ນ​ຄົນ​ສຳ​ເລັດ​ການ​ຮຽນ​ແລ້ວ​ກັບ​ຄືນ​ປະ​ເທດ​ຊາດ, ​ກາຍ​ເປັນ​ຫລັກ​ແຫ​ລ່ງຂອງ​ການ​ສ້າງສາ​ສັງຄົມ​ຈີນ.ປະຈຸ​ບັນ ​ບັນດິດ​ສະພາ​ບັນດິດ​ວິ​ທະ​ຍາ​ສາດ​​ຈີນ​ມີ 81%​ແລະ ບັນ​ດິດ​ສະພາ​ບັນ​ດິດວິ​ສາວະ​ກອນ​ຈີນມີ 54% ​ລ້ວນ​ແຕ່​ເຄີຍ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ.

​ເມື່ອ​ເວົ້າຈາກ​ຄວາມ​ຈິງ​ໃຈ​ແລ້ວ, ທ່ານ​ເຕິ້ງ​ສຽວ​ຜິ​ງທ່ີ​ຮັກຫອມ​ປະ​ເທດ​ຊາດ​ແລະ​ປະຊາຊົນ​ຢ່າງ​ເລິກ​ເຊິ່ງນັ້ນຫວັງ​ໃຫ້​ນັກ​ສຶກສາ​ຈີນ​ທ່ີ​ຮຽນ​ຢູ່​ຕ່າງປະ​ເທດ​​ກັບມາ​ຮັບ​ໃຊ້​ປະ​ເທດຫມົດ​ທຸກ​ຄົນ.ປີ 1992 ​ໃນ​ເວລາ​ທ່ານ​ໄປ​ສຳ​ຫລວດ​ວຽກ​ງານ​ຢູ່​ພາກ​ໃຕ້​ຂອງ​ຈີນ, ທ່ານ​ໄດ້​ຝາກ​ຄວາມ​ຫວັງ​ຕໍ່​ບັນດາ​ນັກ​ສຶກສາ​ທ່ີ​ຮຽນ​ຢູ່​ຕ່າງປະ​ເທດວ່າ:"ຕ້ອງ​ຮັກຫອມ​ປະ​ເທດ​ຊາດຂອງ​ພວກ​ເຮົາ, ​ສ້າງ​ປະ​ເທດ​ຊາດ​ຂອງພວກ​ເຮົາ​ຈະ​ເລີ​ນຂຶ້ນ","ຖ້າ​ຢາກ​ມີ​ການ​ອຸທິດ,ຍັງ​​ແມ່ນກັບມາ​ປະ​ເທດ​ຊາດ​ດີກ​ວ່າ."​ແຕ່​ທ່ານ​ກໍ່​ບໍ່​ບັງຄັບ​ໃຫ້​ນັກ​ສຶກສາ​ກັບ​ຄືນ​ປະ​ເທດ, ຫາກ​ໄດ້​ພ້ອມ​ກັບ​ຜູ່​ນຳ​ລັດ​​ຈີນ​ໃນ​ຄາວ​ນັ້ນພ້ອມ​ກັນ​ວາງ​ທິດ​ທາງ​ສະຫນັບສະ ຫນູນ​ການ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ ສ່ົງ​ເສີມ​ໃຫ້​ຜູ່​ໄປ​ຮຽນ​ຢູ່​ຕ່າງປະ​ເທດ​ນັ້ນກັບ​ຄືນ​ປະ​ເທດ ​ໄປມາ​ເສລີ.​ແລະ​ສົ່ງ​ເສີມ​ນັກ​ສຶກສາ​ທ່ີ​ຮຽນ​ຢູ່​ຕ່າງປະ​ເທດ​ຮັບ​ໃຊ້​ປະ​ເທດ​ຊາດ​ດ້ວຍ​ຮູບ​ການ​ຕ່າງໆ,ພ້ອມ​ກັນນັ້ນຮຽກຮ້ອງ​ໃຫ້​ພາກສ່ວນ​ຕ່າງໆ​ຢູ່ພາຍ​ໃນ​ປະ​ເທດ​ຕ້ອງ​ປົວ​ແປງ​ສະພາບ​ແວດ​ລ້ອມ​​ເຮັດ​ວຽກ​ແລະ​ດຳລົງ​ຊີວິດ​ຂອງ​ຜູ່​ສຳ​ເລັດ​ການ​ຮຽນ​ຢູ່​ຕ່າງປະ​ເທດ​ແລ້ວ​ກັບ​ຄືນ​ປະ​ເທດ​ຊາດ.

ນະ​ໂຍບາຍ​ຂອງ​ທ່ານ​ເຕິ້ງສຽວ​ຜິ​ງ​ໄດ້​ຮັບ​ຜົນ​ສັກສິດ​ອັນເດັ່ນ​ຊັດ.ນັບ​ມາ​ຮອດ​ປະຈຸ​ບັນ ຈີນ​ໄດ້​ຕັ້ງສວນ​ວິ​ສາ​ຫະກິດ​ທ່ີ​ມີ​ນະ​ໂຍບາຍ​ພິ​ເສດ​ສຳລັບ​ຜູ່​ກັບ​ຈາກ​ການ​ຮຽນ​ຢູ່​ຕ່າງປະ​ເທດ​ນັ້ນ 110 ​ແຫ່ງ, ​ຢູ່​ໃນ​ສວນ​ເຫລົ່າ​ນີ້​ມີ​ວິສາະຫິດ 6000 ກວ່າ​ຫລັງ,ປີ 2003 ລາຍ​ໄດ້​ດ້ານ​ວິທະຍາສາດ​ເຕັກນິກ ອຸດສາຫະກຳ​ແລະ​ການ​ຄ້ານັ້ນລື່ນ​ກາຍ 32,7 ຕື້​ຢວນ.

ສ່ວນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ທ່ີ​ທ່ານ​ເຕິ້ງ​ສຽວຜິ​ງລິ​ເລີ່​ມສ້າງ​ນັ້ນຍິ່ງ​ໄດ້​ສ້າງ​ຄວາມ​ອັດສະຈັນ​ທ່ີ​ໃຫ້​ຈີນ​ໂປ​ໂລ​ຂຶ້ນ​ໃນ 20 ກວ່າ​ປີຜ່ານມາ,ນີ້​ໄດ້​ກາຍ​ເປັນ​ກຳລັງ​ແຮງ​ທ່ີ​ດຶງ​ດູດ​ນັກ​ສຶກສາ​ຈີນ​ທ່ີ​ຮຽນ​ຢູ່​ຕ່າງປະ​ເທດ​ນັ້ນກັບ​ຄືນ​ປະ​ເທດ.ນາງ​ຈ່າງ​ຮຸ້ຍ ທ່ີ​​ໄດ້​ປະລິຍາ MBA ຢູ່​ອັງກິດ​ເມື່ອ​ສຳ​ເລັດ​ການ​ຮຽນ​ແລ້ວ​ກໍ່ລົງທຶນ​ຕັ້ງ​ບໍລິສັດ​ຢູ່​ຊຽງ​ໄຮ,ນາງ​ເວົ້າວ່າ:"ສະຖານະ​ການ​ຢູ່​ດຽວນີ້​​ແຈ້ງ​ຫລາຍ​ແລ້ວ,ຢູ່​ຕ່າງປະ​ເທດ​ເຈົ້າສາມາດ​ມີ​ຕຳ​ແຫນ່​ງຫນຶ່ງ​ທໍ່​ນັ້ນ,​ແຕ່ມີ​ແຕ່​ຢູ່ປະ​ເທ​ດຊາດ​ຈິ່ງ​ຈະ​ມີ​ພາລະກິດ​ຂອງ​ຕົນ​ເອງ​ໄດ້."

"​ແຕ່​ກ່ອນ ​ເມື່ອ​ເວົ້າ​ເຖິງ​ການ​ສຳ​ເລັດ​ການ​ຮຽນ​ຢູ່​ຕ່າງປະ​ເທດ​ແລ້ວ​ກັບ​ຄືນ​ປະ​ເທດ​ນັ້ນ, ມັກ​ຈະ​ເວົ້າວ່າ​ໄດ້​ປະລະ​ເງື່ອນ​ໄຂ​ດຳ​ລົງ​ຊີວິດ​ອັນ​ສະ​ຫນຸກ ສະບາຍຢູ່​ຕ່າງປະ​ເທດ,"ທ່ານ​ຊິວ​ຟູ້ຊິງ ຜູ່​ຊ່ຽວ​ຊານ​ປະ​ຫວັດ​ສາດ​ການ​​ແລກ​ປ່ຽນ​ລະ​ຫວ່າງ​ຈີນ​ກັບ​ຕ່າ​ງປະ​ເທດ​ເວົ້າວ່າ,"ທ່ານ​ເຕິ້ງ​ສຽວ​ຜິ​ງ​ເປັນ​ຜູ່​ຍິ່ງ​ໃຫຍ່​ແມ່ນ​ຍ້ອນ​ທ່ານ​ໄດ້​ເຮັດ​ໃຫ້​ນັກ​ສຶກສາ​ຈີນ​ທ່ີ​ຮຽນ​ຢູ່​ຕ່າງປະ​ເທດ​ວາງ​ຄວາມ​ຫາບ​ແບກ​ທາງ​ປະຫວັດສາດ​ອັນ​ຫນັກ​ຫນາ​ໃນ 100 ກວ່າ​ປີ​ມາ​ນີ້​ລົງ,​​ເຮັດ​ໃຫ້​ເປົ້າຫມາຍ​ທ່ີ​ສ້າງ​ຊາດ​ໃຫ້​ຈະ​ເລີ​ນກັບ​ການ​ພັດ​ທະ​ນາ​ຂອງ​ສ່ວນ​ບຸກຄົນ​ເປັນ​ເອກະ​ພາບ​ກັນ."

"​ເມື່ອ​ເວົ້າຈາກ​ດ້ານ​ນີ້​ແລ້ວ, ທ່ານ​ແມ່ນ​ນັກ​ສຶກສາ​ທ່ີ​ສຳ​ເລັດ​ການ​ຮຽນ​ແລ້ວ​ກັບ​ຄືນ​ປະ​ເທດ​ຜູ່​ດີ​ເດັ່ນ​ກວ່າ​ຫມູ່."