ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-31 14:43:55    
​ໄປ​ຢາມ​​ບ້ານ​ເກີດ​ທ່າ​ນ​ເຕ້ິງ​ສຽວ​ຜີ​ງ

cri
ທ່ານ​ຜູ່​ຟັງ​ທ່ີ​ເຄົາລົບ,ວັນ​ທີ 22 ສິງຫາ​ປີ 1904,ທ່ານ​ເຕ້ິງ​ສຽວ​ຜີ​ງ​​ໄດ້​ກຳ​ເນີ​ດ​ຢູ່​ບ້ານ​ຜາຍ​ຝາງ​ເມືອງ​ເສ​ຊິງ​ທ່ີ​ຫ່າງ​ຈາກ​ເມືອງ​ກວາງ​ອານ​ແຂວງ​ເສ​ສວນ 7 ກິ​ໂລ​ແມັດ.​ໃນ​ຄາວ​ອາຍຸ 15 ປີ,ທ່ານ​ເຕ້ິງ​ສຽວ​ຜີ​ງ​ໄດ້​​ພາກ​ຈາກ​ບ້ານ​ເກີດ​ເມືອງ​ນອນ,ຕໍ່​ມາ​ໄດ້​ໄປ​ຮຽນ​ຕໍ່​ຢູ່​ຝຣ່ັງ,​ແລະ​ເຂົ້າ​ເປັນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ຢູ່​ແຫ່ງ​ນັ້ນ.ມາ​ຮອດ​ທ່ານ​ເຕ້ິງ​ສຽວ​ຜີ​ງ​ເຖິງ​ແກ່​ມໍລະນະ​ກຳ​ເມ່ືອ​ປີ 1997,ຍ້ອນ​ຂຸ້ນ​ນຳ​ແຕ່ວຽກ​​ແຕ່​ການຫລາຍ,ທ່ານ​ບໍ່​​ມີ​ເວລາ​ກັບ​ເມືອ​ຢາມ​ບ້ານ​ເກີດ​ເມືອງ​ນອນຈັກ​ເທ່ືອ.ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວcri​ໄດ້​ໄປ​ເອົາ​ຂ່າວ​ຢູ່​ເມືອງ​ກວາງ​ອານ.​

ທ່ານ​ເຕ້ິງ​ສຽວ​ຜີ​ງ​ໄດ້​ເຖິງ​ແກ່​ກຳ​​ໄປ 7 ປີກ​ວ່າ​ແລ້ວ,ບ່ອນ​​ເກີດ​ຂອງ​ທ່ານ​ຍັງ​ຄົງ​ຮັກສາ​ໄວ້​​ເປັນ​ຢ່າງ​ດີ.​ເຮືອນ​ເກົ່າ​ຂອງ​ທ່ານ​ເຕ້ິງ​ສຽວ​ຜີ​ງ​ແມ່ນ​ເຮືອນ​ 3 ດ້ານ ປຸກ​ແບບ​ຊາວ​ນາ,ປະຕູ​ບ້ານ​ຫັນ​ສູ່​ທິດຕາ​ເວັນ​ຕົກ,ກິນ​ເນື້ອ​ທີ່ 800 ກວ່າ​ຕາລາງ​ແມັດ,ມີ​ 17 ຫ້ອງ.ຝາ​ເຮືອນ​ທາ​ສີຂາວ ​ມຸງ​ດິນຂໍ​ສີດຳ,ປູ​ພື້ນດ້ວຍ​ຫີນ​ສີຂຽວ,ຫລັງ​ບ້ານ​ມີປ່າ​ໄຜ່ທ່ີ​ຕຶບໜາ.ຊາວບ້ານ​ຢູ່​ແຫ່ງ​ນັ້ນ​ເອີ້ນ​ເຮືອນ​ຂອງ​ທ່ານ​ເຕ້ິງ​ສຽວ​ຜີ​ງ​ເປັນ"​ເຮືອນ​ເກົ່າ​ຕະກຸນ​ເຕ້ິງ".ທ່ານ​ເຕ້ິງ​ສຽວ​ຜີ​ງ​ໄດ້​ຜ່ານ​ຊີວິດ​ໄວ​ເດັກ​ແລະ​​ໄວ​ເຍົາ​ຢູ່​ແຫ່ງ​ນີ້.

​ເມ່ືອ​ສອງ​ປີ​ກ່ອນ,ອົງການ​ປົກຄອງ​ທ້ອງ​ຖ່ິນ​ໄດ້​ສ້າງ​ເຂດ​ອະນຸລັກ​ຢູ່​​ບໍລິ​ເວນ​ກ້ວາງ 30 ກິ​ໂລ​ແມັດ​ມົນທົນ​ອ້ອມ​ເຮືອນ​ເກົ່າ​ຂອງທ່ານ​ເຕ້ິງ​ສຽວ​ຜີ​ງ,​ໄດ້​ສ້ອມ​ແປງ​ແລະ​ຟື້ນ​ຟູ​ເຮືອນ​ຫລາຍ​ບ່ອນ​ທ່ີ​ທ່ານ​ເຕ້ິງ​ສຽວ​ຜີ​ງ​ເຄີຍ​ດຳລົງ​ຊີວິດ​ແລະ​ຮຳ່ຮຽນ​ເຊ່ັນ​ເຮືອນ​ເກົ່າ​ແລະ​ຫໍ​ວັດທະນະທຳ​ເປັນຕົ້ນ,​ໄດ້​ສ້າງ​ຫໍ​ວາງ​ສະ​ແດງ​ຢູ່​ເຮືອນ​ເກົ່າ​ທ່ານ​ເຕ້ິງ​ສຽວ​ຜີ​ງ,​ໄດ້​ຫລໍ່​ຮູບ​ຂອງທ່ານ​ເຕ້ິງ​ສຽວ​ຜີ​ງ,​ແລະ​ປູກ​ພືນ​ຊະນິດ​ຕ່າງໆ. ຄຽງ​ຄູ່​ກັບ​ເສັ້ນທາງ​ໄປ​ສູ່​ເຮືອນ​ເກົ່າ​ແລະ​ພາຫະນະ​ຄົມມະນາຄົມ​ດີ​​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,ຄົນ​ຈີນ​ຢູ່​ແຫ່ງ​ຕ່າງໆ​ທ່ົວ​ປະ​ເທດ​ແລະ​ຊາວ​ຕ່າງປະ​ເທດ​​ໄດ້ພາກັນ​ມາ​ຢາມ​ເຮືອນ​ເກົ່າຂອງ​ທ່ານ​ເຕ້ິງ​ສຽວ​ຜີ​ງຢ່າງ​ຕໍ່​ເນ່ືອງ​ກັນ,ຫວນ​ຄຶດ​ເຖິງ​ຄຸນງາມຄວາມດີ​ຂອງ​ບູລຸດຜູ່​ຍ່ິງ​ໃຫຍ່.ທ່ານ​ນາງ​ເສີນ​ກຸ້ຍ​ເຊ່ຍທ່ີ​ຕັ້ງ​ເດີນທາງ​ຈາກ​ແຂວງ​ຊານ​ຊ່ີ ພາກ​ເໜືອ​ຂອງ​ຈີນ​​ໄປຢາມ​ເຮືອນ​ເກົ່າ​ຂອງ​ທ່ານ​ເຕ້ິງ​ສຽວ​ຜີ​ງ​ເວົ້າ​ວ່າ,​"ຕັ້ງ​ແຕ່​ເຂົ້າຮ່ວມ​ການ​ຕໍ່​ສູ້​ປະຕິວັດ​ຮອດ​ເຂົ້າຮ່ວມການ​ສ້າງສາ​ປະ​ເທດ​ຊາດ,​ໃນ​ຕະຫລອດ​ຊີວິດ​ຂອງ​ທ່ານ​ເຕ້ິງ​ສຽວ​ຜີ​ງ​ໄດ້ມີ​ປະສົບ​ການ​ອັນ​ລະ​ອິດ​ລະ​ອ້ຽວ​ຕ່າງໆ​ນາໆ,ບໍ່​ແມ່ນ​ງ່າຍ.ປະຈຸ​ບັນ,ທ່ານ​ກໍ່​ໄດ້​ນຳພາ​ພວກ​ເຮົາ​ເດີນ​ໄປ​ຕາມ​ເສັ້ນທາງ​ສ້າງສາ​​​ໃໝ່​ແຫ່ງ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ,​ພາ​ພວກ​ເຮົາ​ສ້າງຮ່ັງຄູນມີ​ຢ່າງ​ບໍ່​ຢຸດ​ຢັ້ງ,ພວກ​ເຮົາ​ຄິດ​ຮອດ​​ເພ່ິນ​ທ່ີ​ສຸດ."

ຢູ່​ບ້ານ​ຜາຍ​ຝາງ ເຮືອນ​ເກົ່າຂອງ​ທ່ານ​ເຕ້ິງ​ສຽວ​ຜີ​ງ,ນັກ​ຂ່າວ​ໄດ້​ເຫັນ​ວ່າ,ຢູ່​ຫ້ອງຮັບ​ແຂກ​ຂອງ​ຄອບຄົວ​ໃດ​ກໍ່ລ້ວນ​ແຕ່​ແຂວນ​ຮູບ​ທ່ານ​ເຕ້ິງ​ສຽວ​ຜີ​ງ,ຢູ່​ສອງ​ຂ້າງ​ຮູບ​ໄດ້​ຂຽນຄຳ​ຂວັນ​ໃສ່​ວ່າ"​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ​ບໍ່​ລືມ​ພັກ​ກອມ​ມູນິດ,ຮັ່ງມີ​ຂຶ້ນ​ແລ້ວຍ່ິງຄິດ​ເຖິງ​ທ່ານ​ເຕ້ິງ​ສຽວຜີ​ງ",ຢູ່​ທາ​ງລຸ່ມຂອງຮູບ​ຍັງ​ຂຽນ​ຄຳ​ທ່ີ​ທ່ານ​ເຕ້ິງ​ສຽວ​ຜີ​ງມັກ​ເວົ້າຕໍ່​ຊາວບ້ານ​​ໃນ​ເວລາ​ເພ່ິນ​ຍັງ​ມີ​ຊີວິດ​ຢູ່ວ່າ---ຕ້ອງ​ສ້າງ​ເມືອງ​ກວາງ​ອານ​ໃຫ້​ດີ."

​ໃນ​ຂະນະ​ທ່ີ​ອະນຸລັກ​ແລະ​ສ້ອມ​ແປງ​ເຮືອນ​ເກົ່າ​ຂອງ​ທ່ານ​ເຕ້ິງ​ສຽວ​ຜີ​ງນັ້ນ,ອົງການປົກ​ຄອງທ້ອງຖ່ິນ​ກໍ່​ໄດ້​ເບີກ​ເງິນ​ຈຳນວນ​ຫລາຍ​ສົມຄວນ,ຈັດ​ວາງ​ໄທບ້ານ​ທັງຫຼາຍ​ໃຫ້ຄືນ​ໄປຢູ່ອ້ອມຂ້າງ​ເຮືອນ​ເກົ່າທ່ານ​ເຕ້ິງ​ສຽວ​ຜີ​ງຄືນ​ໃໝ່,​ໄດ້​ປຸກ​ເຮືອນ​ໃໝ່​ທ່ີ​ເປັນ​ແບບ​ດຽວ​ກັນ,​ແລ້ວຂາຍ​ໃຫ້​ໄທບ້ານ​ໃນ​ລາຄາ​ຕ່ຳ.​ເນື້ອ​ທ່ີ​ກໍ່ສ້າງ​ຂອງ​ແຕ່​ລະ​ຄອບຄົວ​ມີ 80 ຕາລາງ​ແມັດ​ຮອດ 220 ຕາລາງ​ແມັດ,ມີນ້ຳປະປາ ມີ​ໄຟຟ້າ ອາຍ​ແກັສ ມີ​ທາງ​ເນ່ັງ​ໄປ​ຮອດ ມີ​​ໂທລະສັບ​ມີ​ສາຍ ມີ​ໂທລະສັບ​ແລະ​ເຄືອ​ຂ່າຍ​ສາຍ​ກ້ວາງ,ສະພາບ​ແວດ​ລ້ອມ​ເຮືອນ​ຢູ່​ຂອງ​ໄທບ້ານ​ທັງຫລາຍ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນຢ່າງ​ຫລວງຫລາຍ.

ຄຽງ​ຄູ່​ກັບ​ຈຳນວນ​ຄົນ​ທ່ີ​ໄປ​ຢ້ຽມຢາມ​ເຮືອນ​ເກ່ົາ​ຂອງ​ທ່ານ​ເຕ້ິງ​ສຽວ​ຜີ​ງ​ໃນ​ຫລາຍ​ປີ​ມາ​ນີ້​ເພ່ີມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,​ໄທບ້ານ​ຜາຍ​ຝາງ​ທ່ີ​ມີ​ເຮືອນ​ກ້ວາງກໍ່​ພາກັນ​ເຮັດ​​ເປັນບ້ານ​ພັກ,​ເປີດ​ຮ້ານ​ອາຫານຊາວນາ​,ຊາວ​ນາ​ທ່ີ​ເຮັດ​ໄຮ່​ເຮັດ​ນາ​ໃນ​ແຕ່​ກ່ອນ​ໄດ້​ປ່ຽນ​ມາເຮັດ​ການ​ຮັບ​ຕ້ອນ​ນັກ​ທ່ອງ​ທ່ຽວ.ທ່ານ​ວາງ​ລຽງ ​ໄທບ້ານ​ບ້ານຜາຍ​ຝາງ​ທ່ີ​ປີ​ນີ້​ອາຍຸ 38 ປີກໍ່​ໄດ້​ເປີດ​​ຫ້ອງພັກ​ຢູ່​ເຮືອນ​ໃຫຍ່​ຂອງ​ເພ່ິນ​ທ່ີ​ກ້ວາງ 180 ຕາລາງ​ແມັດ​ເມ່ືອ 9 ​ເດືອນ​ກ່ອນ,ທ່ານ​ເວົ້າ​ວ່າ,​"ພວກ​ເຮົາ​ເອງ​ຢູ່​ຊັ້ນລຸ່ມ,ຊັ້ນ​ ເທີ​ງ​ເປັນ​ຫ້ອງພັກ​ໃຫ້​ແຂກ​ຢູ່.ດຽວ​ນີ້​ມີ​ນະ​ໂຍບາຍ​ດີ​ແລ້ວ,ຢູ່​ເຮືອນ​ກໍ່​ຫາ​ເງິນ​ໄດ້​ແລ້ວ,ດີກ​ວ່າ​ໄປ​ເຮັດ​ໄຮ່​​ເຮັດ​ນາໃນ​ເມ່ືອກ່ອນ​ຫລາຍ."

ທ່ານ​ວາງ​ລຽງ​ເວົ້າວ່າ,​​ໄທ​ບ້ານ 300 ກວ່າ​ຄອບຄົວ​​ໃນໝົດ​ບ້ານ​ມີ​ເກືອບ​ໜ່ຶງ​ສ່ວນ​ສາມ​ໄດ້​ເປີດ​ຮ້ານ​ອາຫານ​ແລະ​ຫ້ອງພັກ.ທ່ານ​ເວົ້າວ່າ,ຕັ້ງ​ແຕ່​ເປີດ​ຮັບ​ແຂກ​ເປັນ​ທາງ​ການ​ເມ່ືອ​ທ້າຍ​ປີ 2003 ມາ​ນີ້,ມີນັກ​ທ່ອງ​ທ່ຽວ​ມາ​ພັກ​ເຊົາ​ຢູ່​​ເຮືອນຂອງ​ທ່ານ ຢ່າງ​ບໍ່​ຂາດ​ສາຍ,ລາຍ​​ໄດ້ຂອງ​ທ່ານກໍ່ດີ​ສົມຄວນ,ດຽວ​ນີ້​ຄິດ​ສະ​ເລ່ຍ​ແລ້ວ​​ໄດ້ມີ​ຮອດ 3 ພັນ​ຢວນຕໍ່​ເດືອນ.

ຢູ່​ເມືອງ​ເສ​ຊິງ​ທ່ີ​ຫ່າງ​ຈາກ​ບ້ານ​ຜາຍຝາງ​ບໍ່​ໄກ​ປານ​ໃດ​ມີ​ຖະໜົນ​ເກົ່າ​ເສັ້ນໜ່ຶງ​ຍາວ​ປະມານ 300 ​ແມັດ,​ແມ່ນ​ຕະຫລາ​ດນັດ​ຂອງ​​ໄທບ້ານ​ທັງຫລາຍ,​ໂຮງຮຽນ​ປະຖົມ​ເປີ​ຍຊານ​ທ່ີທ່ານ​ເຕ້ິງ​ສຽວ​ຜີ​ງ​ເຄີຍຮຽນ​ຢູ່​ນັ້ນກໍ່ຕັ້ງຢູ່​ແຫ່ງນີ້.ຢູ່​ໂຮງຮຽນ​ຫລັງ​ນີ້​ລວມ ມີ​ຫ້ອງ​ຮຽນສອງ​ຫ້ອງ​ທ່ີ​ມີ​ທ່ີ​ນ່ັງ 10 ກວ່າ​ຫາ 20 ກວ່າ​ບອ່ນ,​ໃນ​ຫ້ອງ​ຮຽນ​ຫ້ອງ​ໜ່ຶງ​ມີໂຕະ​ຕ່ັງ​ທ່ີ​ທ່ານ​ເຕ້ິງ​ສຽວ​ຜີ​ງ​ເຄີຍ​ໃຊ້​​ໃນ​ຄາວນັ້ນ,ທາງ​ພະ​ແນ​ກອະນຸລັກ​ວັດຖຸ ບູຮາ​ນຂອງ​ທ້ອງ​ຖ່ິນ​​ໄດ້ໝາຍ​ໄວ້​ເປັນ​ພິ​ເສດ,ນັກ​ທ່ອງ​ທ່ຽວ​ທ່ີ​ມາ​ຊົມຈະ​ໄດ້​ເຫັນ​ຫ້ອງ​ຮຽນ​​ທ່ີເກົ່າ​ແລ້ວ,ຄື​ເຫັນວາດຊົງ​ສະຫລາດ​ສະຫລຽວ​ຂອງ​ທ່ານ​ເຕິ້ງ​ສຽວ​ຜີ​ງ​ໃນ​ໄວ​ເດັກ​.

ຫ່າງ​ຈາກ​ໂຮງຮຽນ​ປະຖົມ​ເປີ​ຍຊານ​ບໍ່​ໄກ​ປານ​ໃດ​ແມ່ນ​ຮ້ານ​ອາຫານ"​ໂດ​ຊາລົດ​"ທ່ີ​ຄອບ​ຄົວ​​ເຕ້ິງ​ເຄີຍ​ເປີດ.ປະຈຸ​ບັນ,ປ້າຍ​ຂອງ​ຮ້ານ​ອາຫານ​ດັ່ງກ່າວ​ຍັງ​​ໄດ້​ຮັກສາໄວ້ຢູ່,​ພຽງ​ແຕ່​ວ່າ​ເຈົ້າຂອງ​ໄດ້​ປ່ຽນ​ເປັນທ່ານ​ວາງ​ເຢິນຫລີ​ທ່ີ​ມຊ່ືີ​ສຽງ​ຢູ່​ທ້ອງ​ຖິ່ນນີ້​ຍ້ອນ​ຂາຍ​ເຕົ້າຮູ້​ແຫ້ງ.

ທ່ານ​ວາງ​ເຢິນຫລີ​ປີ​ນີ້​ອາ​ຍຸ 52 ​ປີ,ມີ​ຊ່ື​ຫລິ້ນວ່າ"ວາງໂກວເອີ",ລະດູໃບໄມ້ປົ່ງປີນີ້, ລາວ​ໄດ້ຍ້າຍ​ໄປ​ຢູ່​ຖະໜົນ​ເກົ່າ,ຈ່າຍສອງໝ່ືນກວ່າຢວນ,ຊື້ເອົາຮ້ານ​ອາຫານເກົ່າທ່ີຄອບຄົວ​ຕະກຸນເຕ້ິງເຄີຍເປີດຢູ່ແຫ່ງນີ້ນຳອົງການປົກຄອງເມືອງ,ຫາກໍ່​ເປີດ​ຮ້ານບໍ່ເທ່ົາ​ໃດເດືອນ,ກໍ່ຄ້າໄດ້ຂາຍໝານ,ເຮັດໃຫ້ລາວ​ດີ​ໃຈ ຫົວຈົນຫຸບປາກບໍ່ເປັນ, ທ່ານເວົ້າວ່າ,​"ຂ້ອຍມາຢູ່​ນີ້ສາມເດືອນກວ່າແລ້ວ,​ເປີດ​ຮ້ານ​ແຕ່ 6 ໂມງ​ເຊົ້າຮອດ10ໂມງຄ່ຳ​ຈ່ິງ​ປິດ,ມື້ໜ່ຶງຂາຍ​ໄດ້ຫລາຍພັນຢວນ.ການປ່ຽນແປງຂອງຂ້ອຍແມ່ນ ​ເພ່ິງ​ບາ​ລະ​ມີ​ຂອງ​ລຸງເຕ້ິງສຽວຜີງ."

ທ່ານ​ວາງ​ເຢິນຫລີ​ເຫັນ​ວ່າ,ຮ້ານ​ອາຫານ​​ໂອຊາ​ລົດຂອງ​ເພ່ິນ​ຂາຍ​ດິບ​ຂາຍ​ດີ​ນັ້ນ​ແມ່ນ​ຍ້ອນວ່າ​​ເປັນ​ຮ້ານ​ເກົ່າຂອງ​ຕະກຸນ​ເຕ້ິງ,ຍິ່ງ​ແມ່ນ​ຍ້ອນ​ພາລະກິດການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ທ່ີ​ທ່ານ​ເຕ້ິງ​ສຽວ​ຜີ​ງ​ເປັນ​ຜູ່​ລິ​ເລ່ີ​ມ,​ໃນ​ນາມ​ເປັນ​ຜູ່​ລິ​ເລ່ີ​ມການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ,​ໃນ​ຂະນະ​ທ່ີ​ທ່ານ​ເຕ້ິງ​ສຽວ​ຜີ​ງປ່ຽນ​ແປງ​ຊາຕາກຳ​ຂອງ​ທ່ົວ​ປະ​ເທດ​ຈີນ​ນັ້ນ,​ກໍ່​ໄດ້​ປ່ຽນ​ແປງ​ຊາຕາກຳ​ຂອງ​ບ້ານ​ເກີດ​ຂອງ​ເພ່ິນ.