ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-31 16:42:04    
ການ​ປະຕິ​ຮູບ​ຊົນ​ນະ​ບົດ​ໄດ້​ປ່ຽນ​ແປງ​ຊະ​ຕາ​ກຳ​ຂອງ​ຊາວ​ກະ​ສິ​ກອນ​ຈີນ

cri

​ເວລາ​ທ່ານ​ລິວ​ຢົງ​ຮາວ ຊາວ​ກະສິກອນ​ແຂວງ​ເຊ​ສວນ​ຖືກ​ສ່ື​ມວນ​ຊົນ​ກະ​ແສຫຼັກ​ຝ່າຍ​ຕາ​ເວັນ​ຕົກ​ປະ​ກວດ​ເປັນ "ມະຫາ​ເສດຖີຈີນ", ຊາວ​ຕ່າງປະ​ເທດຫຼາຍສົມຄວນ​ບໍ່​ເຂົ້າ​ໃຈ​ຊາວ​ກະສິກອນ​ຈີນ​ທ່ີ​ນຸ່ງ​ຊຸດ​ສາກົນ​ຜູ່​ນີ້. ​ແຕ່ຄົນ​ທັງຫຼາຍ​ໄດ້​ເຫັນ​ຊົນນະບົດ​ທ່ີ​ມີ​​ໂສມ​ໜ້າໃໝ່​ອ່ຽມຂອງ​ຈີນ.

​ເມ່ືອ​ໄດ້​ເບ່ິງ​ສະພາບ​ຊົນນະບົດ​ອັນ​ກວ້າງ​ໄຫ​ຍ່​ໄພສານ​ຂອງ​ຈີນ​ເຊິ​່ງ​ເປັນປະ​ເທດ​ບູຮານ​ບົວລະພາ​ນີ້​ແລ້ວ, ຄວາມ​ຊຸດ​ໂຊມ ​ເປົ່າ​ປ່ຽວ​ແລະ​ອຶດຫິວ​ທ່ີ​ປະສົບ​ພົບ​ພໍ້ເລື້ອຍໆ​ໃນ​ປະຫວັດສາດ​ນັ້ນ​ໄດ້​​ສູນ​ເສຍ​ໄປ​ແລ້ວ. ຕົວ​ເລກ​ທ່ີ​ລັດຖະບານ​ຈີນປະກາດ​ກ່າວ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​, ​ເມ່ືອ​ປີ 1978, ຢູ່ຊົນນະບົດ​ຈີນ​ຍັງ​ມີ​ 250 ລ້ານ​ຄົນຍັງ​ບໍ່​ທັນ​ໄດ້​ແກ້​ໄຂ​ການ​ກິນ​ອ່ີມ​ນຸ່ງ​ອຸ່ນ, ​ແຕ່ມາ​ຮອດ​ປະຈຸ​ບັນ​ໄດ້ຫຼຸດລົງ​ຍັງ​ເຫຼືອພຽງ 29 ລ້ານ​ຄົນ​ແລ້ວ. ​ໃນ "ຜູ່​ຮ່ັງມີ​ຂຶ້ນກ່ອນ​ໝູ່" ງວດ​ໜ່ຶງ​ແລະ​ໃນນັກທຸລະກິດ​ທ່ີ​ມີ​ຊ່ື​ສຽງ, ມີ​ຊາວ​ກະສິກອນ​ຫຼາຍຄົນ​ເປັນ​ຜູ່​ສະຫຼາດຫຼັກ​ແຫຼມ, ຕົວຢ່າງ​ຄື ທ່ານ​ລູກ​ວນສິວ "​ເຈົ້າພະຍາກະປຸກ​ຕໍ່​ເພົາ​ລົດ​​ຈີນ" ສ່ີ​ພີ່ນ້ອງ​ສະກຸນ​ລິວ "​ເຈົ້າພະຍາຫົວ​ອາຫານ​ສັດຈີນ", ຊັບ​ສິນ​ຂອງ​ພວກ​ເຂົາ​ເຈົ້ານັບ​ເປັນຫຼາຍ​ຮ້ອຍ​ລ້ານຢວນ.

​ໃນ​ເວລາ​ວິຈານ​ການ​ປ່ຽນ​ແປງ​ທ່ີ​ປະຈັກ​ຕາຄົນເຫຼ່ົາ​ນີ້, ນັກ​ປະ​ຫວັດ​ສາດ ນັກ​ເສດ​ຖະສາດ​ກ່າວ​ວ່າ: ຫົວ​ກະທິ​ໃນ​ທິດ​ສະ​ດີ​ເຕິ້ງ​ສຽວ​ຜິ​ງ​ແມ່ນ ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ຊີ້ນຳຊາວກະສິ​ກອນ​ປ່ຽນ​ແປງ​ຊະ​ຕາ​ກຳ​ຂອງ​ຕົນ, ປ່ຽນ​ແປງ​ປະ​ຫວັດ​ສາດ.

​ເມື່ືອ​ເດືອນ​ທັນວາ​ປີ 1978, ຊາວ​ກະສິກອນ 18 ຄົນ​ຢູ່​ບ້ານ​ສຽວ​ກາງ​ເມືອງ​ເຟິງຢາງ​ແຂວງ​ອານ​ຮຸຍ​ໄດ້​ໃຊ້​ຮູບ​ແບບ​ແປະ​ໂປ້​ຕາມ​ປະ​ເພນີ​ພື້ນ​ເມືອງ, ຕົກລົງ​​ໂດຍ​ທັງ​ລັບ​ວ່າເອົາ​ດິນ​ປູກຝັງ​ຂອງ​ຮວມໝູ່​ໃຫ້​ຄອບຄົວ​ຮັບ​ເໝົາ​ຜະລິດຜົນ, ​ເມ່ືອ​ມອບ​ພັນທະ​​ໃຫ້​ລັດ​ແລະ​ຮວມໝູ່​ຕາມ​ອັດຕາແລ້ວ, ຜູ່​ໃດ​ອອກ​ແຮງ​ງານຫຼາຍ​ຜູ່​ນັ້ນກໍ​ຈະໄດ້ຮັບຜົນຫຼາຍ. ​ເວລາ​ຜ່ານ​ມາ​ບໍ່​ດົນ, ການ​ກະທຳ​ຂອງ​ພວກ​ເຂົາ​ເຈົ້າຮັບ​ຄວາມ​ຢືນຢັນ​ຈາກ​ທ່ານ​ເຕິ້ງ​ສຽວ​ຜິ​ງ "ນາຍ​ຊ່າງ​ໃຫຍ່​ອອກ​ແບບ​ການ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ". ທ່ານ​ເຕິ້ງ​ສຽວ​ຜິ​ງ​ເວົ້າວ່າ: "ພາຍຫຼັງປະຕິບັດ​ນະ​ໂຍບາຍ​ຊົນນະບົດ​ທ່ີ​ບໍ່​ຈຳກັດ​ແລ້ວ, ຢູ່​ບາງ​ແຫ່ງ​ທ່ີ​ເໝາະ​ສົມ​​ໃຫ້​ຄອບຄົວ​ຮັບ​ເໝົາການ​ປູກຝັງ, ​ໄດ້​ຮັບ​ຜົນ​ອັນ​ດີງາມ, ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ…ຢູ່​ເມືອງ​ເຟິງຢາງ​ສ່ວນຫຼາຍ​ໄດ້​ປະຕິບັດ​ນະ​ໂຍບາຍ​ຮັບ​ເໝົາດິນ​ປູກຝັງ, ​​ແລ້ວ​ກໍ​ໄດ້​ປ່ຽນ​ແປງ​ໂສມ​ໜ້າ​ພາຍ​ໃນ​ປີ​ໜ່ຶງ, ​ບາງ​ສະຫາຍ​ເປັນ​ຫ່ວງ​ວ່າ ​ເຮັດ​ຈ່ັງ​ຊີ້​ຈະ​ມີ​ຜົນ​ສະທ້ອນ​ຕໍ່​ໝູ່​ຄະນະຫຼືບໍ່, ຂ້າພະ​ເຈົ້າ​ເຫັນ​ວ່າຄວາມ​ເປັນ​ຫ່ວງ​ນີ້​ບໍ່​ມີ​ຄວາມ​ຈຳ​ເປັນ."

ຈົນ​ຮອດ​ປະຈຸ​ບັນ, ລູງຢວນຈຸ້ນຊາງ​​ແມ່ນ​ໜ່ຶງ​ໃນຜູ່​ນຳ​ໜ້າ​​ຮັບ​ເໝົາ​ການ​ປູກ​ໜ່ຶງ​ໃນ​ຄາວ​ນັ້ນ, ລູງ​​ອຸທານ​ເລື້ອຍໆ​ວ່າ: "ຖ້າ​ບໍ່​ມີ​ທ່ານ​ເຕິ້ງ​ສຽວ​ຜິ​ງ, ພວກ​ເຮົາ​ກໍ​ບໍ່​ມີ​ຊີວິດ​ແລ້ວ, ຢ່າ​ສູ່​ເວົ້າການ​ປະຕິ​ຮູບ, ກໍ​ບໍ່​ມີ​ວັນ​ຮ່ັງມີ​ຄື​ມື້​ນີ້." ລູງ​ກ່າວ​ວ່າ, ລາຍ​ຮັບ​ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຊາວ​ກະສິກອນ​ໃນ​ບ້ານ​ສຽວ​ກາງ​ມີ​ພຽງ 22 ຢວນ​, ໃນ​ປີ​ທີ​ສອງຫຼັກຈາກ "ໃຫ້​ຄອບ​ຄົວ​ຮັບ​ເໝົາການປູກຝັງ"​ ໄດ້​ເພ່ີມ​ຂຶ້ນຮອດ 400 ຢວນ, ຜົນ​ຜະລິດ​ທັນ​ຍາ​ຫານ​ໃນ​ໝົດ​ປີ​ຂອງ​ທ່ົວບ້ານ​ໄດ້​ເທ່ົາ​ກັບ​ຍອດ​ປະລິມານການ​ຜະລິດ​ຂອງ 5 ປີ​​ໃນ​ເມ່ືອກ່ອນ.

ການ​ສ່ຽງ​ໄພ​ຂອງ​ຊາວບ້ານ​ສຽວ​ກາງ​ໄດ້​ເປີດ​ສາກ​ການ​ປະຕິ​ຮູບຢູ່​ຊົນນະບົດ​ຈີນ. "ຂ້ໍ​ຜູກ​ພັນ​​ລັບ" ທ່ີ​ແປະ​ໂປ້​ 18 ນິ້ວມື​ສີ​ແດງ​ສະບັບ​ນັ້ນ ຊູ່​ມື້​ນີ້​ໄດ້​ກາຍ​ເປັນ​ວັດຖຸ​ບູຮານ​ອັນ​ລ້ຳຄ່າ ​ເກັບ​ມ້ຽນ​ຮັກສາ​ໄວ້​ໃນ​ຫໍພິພິດທະພັນ​ແຫ່ງ​ຊາດ​ທ່ີ​ປັກ​ກ່ິງ. ມາຮອດ​ທ້າຍ​ປີ 1984, ​ຢູ່​​​ຊົນນະບົດ​ຂອງ​ຈີນ​​ເກືອບ​ທຸກ​ບ້ານໄດ້​ປະຕິບັດ​ລະບອບ​ຄອບຄົວ​ຮັບ​ເໝົາ​ການ​ຜະລິດ​. ການ​ປະຕິ​ຮູ​ບ​ເທ່ືອ​ນີ້​ໄດ້​ເຮັດ​ໃຫ້​ຊົນນະບົດ​ຈີນ​ມີ​ການ​ປ່ຽນ​ແປງ​ທ່ີ​ທ່ົວ​ໂລກ​ຮັບຮອງ: ​ໃນ 20 ກວ່າ​ປີ​ມາ​ນີ້, ຍອດ​ຜົນ​ຜະລິດ​ທັນ​ຍາ​ຫານ​ຂອງ​ຈີນ​ໄດ້​ເພ່ີມ​ຂຶ້ນ 200 ກວ່າ​ລ້ານ​ໂຕນ, ລາຍ​ຮັບ​ສຸດທິ​ຂອງ​ຊາວ​ກະສິກ​ອນ​ໄດ້​ເພ່ີມ​ຂຶ້ນ 10 ​ກວ່າ​ເທ່ົາ, ​ໄດ້​ເຮັດ​ໃຫ້ປະຫວັດ​ທ່ີ​ຂາດ​ເຂີນ​ຜະລິດ​ຕະພັນ​ກະສິກຳ​ໃນ​ໄລຍະ​ຍາວ​ນານ​ນັ້ນສິ້ນ​ສຸດ​ລົງ, ​ແນວ​ຄິດ​ ທັດສະນະ​ແລະ​ໂສມ​ໜ້າດ້ານຈິດ​ໃຈຂອງຊາວ​ກະສິກອນ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊ່ິງ.

ທ່ານ​ຢວນອີ​ຊານ ​ໄດ້​ທຸລະ​ກິດຢູ່​ຊຽງ​ໄຮ້ມາຫຼາຍປີ​ ຕົວ​ແທນ​ຮຸ້ນທີ​ສອງ​ຂອງ​ບ້ານ​ສຽວ​ກາງ ປະຈຸ​ບັນ​ເປັນຜູ່​ອຳນວຍ​ການ​ໃຫຍ່​ບໍລິສັດອຸດສາຫະກຳ​ການ​ຄ້າ​ຊາວ​ສຽວ​ກາງ​ຊຽງ​ໄຮ້​ຈຳກັດ​, ທ່ານເວົ້າວ່າ: "​ເມ່ືອ​ໄດ້​ເຝິກຝົນຫຼ່ໍຫຼອມ​ແລະ​ຜັນ​ແປ​ມາ​ເປັນ​ເວລາ 26 ປີ, ຜົນ​ສະທ້ອນອັນ​ໃຫຍ່ຫຼວງ​ແລະ​ຄວາມ​ໝາຍ​ອັນ​ເລິກ​ເຊ່ິງຂອງ "ການຮັບ​ເໝົາ​ການ​ປູກ​ຝັງ" ​ໄດ້​ລ່ືນ​ກາຍ​ການ​ຄາດ​ຄະ​ເນ​ຂອງ​ຜູ່​ລິ​​ເລ່ີ​ມ, ມັນ​ບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ການ​ປົດ​ປ່ອຍ​ກຳລັງ​ການ​ຜະລິດຢູ່​ຊົນນະບົດ​ຈີນ, ​ສ້າງ​ເສດຖະກິດ​ຊົນນະບົດ​ຈີນ​ໃຫ້​ຈະ​ເລີ​ນ, ຫາກ​ຍັງ​ໄດ້​ສ້າງ​ທ່ວງທ່າ​ການ​ປະຕິ​ຮູບ​ຂອງ​ຈີນໃນ​ຍຸກ​ປະຈຸ​ບັນ​".

ທ່ີ​ຈິງ​ແລ້ວ, ຊາວ​ກະສິກອນ​ຈີນ​ທ່ີ​ໄດ້​ແກ້​ໄຂ​ບັນຫາ​​ກິນ​ອ່ີມ​ນຸ່ງ​ອຸ່ນ​ແລ້ວນັ້ນ ບໍ່​ໄດ້​ເຊົາ​ບາດ​ກ້າວ​ປະຕິ​ຮູບ. ປີ 1992, ຫຼັກຈາກ​ທ່ານ​ເຕິ້ງ​ສຽວ​ຜິ​ງລົງ​ກວດກາ​ນ​ແລະ​ກ່າວ​ຄຳ​ປາ​ໄສຢູ່​ພາກ​ໃຕ້​ຂອງ​ຈີນ​ແລ້ວ, ຊາວ​ກະສິກອນ​ຈີນໄດ້​ເຂົ້າສູ່​ຕະຫຼາດດ້ວຍ​ຄວາມ​ກະຕືລື ລົ້ນທ່ີ​ບໍ່​ເຄີຍ​ມີ​ມາກ​່ອນ, ​ໂຮງ​ຊ່າງ​ຫັດ​ທະ​ກຳ​ຂະໜາດ​ນ້ອຍ​ທ່ີ​ສັງກັດ​ການ​ຜະລິດກະສິກຳ​ໃນ​ແຕ່​ກ່ອນ​ໄດ້​ປ່ຽນ​ມາ​ເປັນ​ວິ​ສາ​ຫະກິດ​ຊົນນະບົດ​ທ່ີ​ມີ​ຊີວິດ​ຊີວາ. ຕາມ​ຕົວ​ເລກ​ຂອງ​ກະຊວງ​ກະສິກຳຈີນ, ວິ​ສາ​ຫະກິດ​ຊົນນະບົດ​ຂອງຈີນ​ມີ 20 ກວ່າ​ລ້ານ​ແຫ່ງ, ​ໄດ້​ສ້າງ​ຊັບ​ສິນ​ກວມ GDP 30% ຂຶ້ນ​ໄປ, ​ໄດ້​ດູດ​ດຶງ​ເອົາ​ແຮງ​ງານ​ເສດ​ເຫຼືອ​ໃນ​ຊົນນະບົດ 130 ລ້ານ​ຄົນ.

ໃຕ້​ການ​ຊີ້​ນຳ​ຂອງ​ທິດ​ສະ​ດີ​ເຕິ້ງ​ສຽວ​ຜິ​ງ, ການ​ປະຕິ​ຮູບ​ອີກ​ເທ່ືອ​ໜ່ຶງຢູ່​ຊົນນະບົດ​ຈີນ​ໄດ້​ເຮັດ​ໃຫ້​ຊາວ​ກະສິກອນ​ຈີນ​ຈາກ​ການ​ກິນ​ອີ່ມ​ນຸ່ງ​ອຸ່ນ​ກ້າວ​ໄປ​ສູ່​ຄວາມ​ຮ່ັງມີ, ​ເສດຖີທ່ີ​ມີ​ຊັບ​ສິນສິບລ້ານຢວນ ​ເສດຖີທ່ີ​ມີ​ຊັບ​ສິນຮ້ອຍ​ລ້ານຢວນ​ໄດ້​ປະກົດ​ຕົວ​ໃນ​ຊາວ​ກະສິກອນ​ຜູ່ທຳ​ມະ​ດາທ່ີ​ສຸດ, ຜູ່​ຕາງໜ້າ​ຂອງ​ພວກ​ເຂົາ​ເຈົ້າຍັງ​ໄດ້​​ເຂົ້າຢູ່​ໃນຕາລາງ​ມະຫາ​ເສດຖີຂອງ​ຈີນ​ເລື້ອຍໆ.

ປີ 1994, ບ້ານ​ສຽວ​ກາງກັບ​ບໍລິສັດ​ວາງ​ຊິງ​ຕາ​ຮົງ​ກົງ​ສາຂາ​ຈີນ​ຈຳກັດຮ່ວມ​ກັນ​ລົງທຶນ 1 ລ້ານ 8 ​ແສນ​ໂດ​ລາ​ສະຫະລັດ, ຕັ້ງບໍລິສັດ​ອຸປະກອນ​ໂທລະ​ຄົມ​ວາງ​ຊິງ​ຕາ​ອານ​ຮຸຍ​ຈຳ​ກັດ, ຜະລິດ​ຕະພັນ​ສ່ວນຫຼາຍ​ແມ່ນ​ສ່ົງ​ອອກ​​ຕ່າງປະ​ເທດ, ​ແຕ່ລະ​ປີ ທ່ົວ​ບ້ານ​ຈະ​ແບ່ງປັນ​ໄດ້​ກຳ​ໄລ 2 ລ້ານ​ຢວນ.

ຊູ່ມື້​ນີ້ ຢູ່​ຫ້ອງ​ວາງ​ສະ​ແດງ "ໝາກຜົນ​ຮັບ​ເໝົາ​ການ​ປູກຝັງ" ຂອງບ້ານ​ສຽວ​ກາງ, ຕົວ​ເລກ​ສະຖິຕິ​ຂອງ​ຊາວບ້ານ​ໄດ້​ກະຕຸກ​ໃຈ​ຄົນທ່ີ​ສຸດ: ​ໃນ 25 ປີຜ່ານມາ, ຜົນ​ຜະລິດ​ທັນ​ຍາ​ຫານ​ໄດ້​ເພ່ີມ​ຂຶ້ນ 39 ​ເທ່ົາ; ລາຍ​ຮັບ​ຂອງ​ຊາວ​ກະສິກອນ​ສະ​ເລ່ຍ​ແລ້ວໄດ້​ເພ່ີມ​ຂຶ້ນ 90 ​ເທ່ົາ. ບ້ານ​ສຽວ​ກາງ​ໄດ້​ກາຍ​ເປັນ​ພາບ​ຫຍ້ໍ​ຂອງ​ຊາວ​ກະສິກອນ​ຈີນ​ຈາກ​ຫົວ​ໄຮ່​ແຄມ​ນາ​ກ້າວ​ໄປ​ສູ່​ຕະຫຼາດສາກົນ.