![]( /mmsource/images/2004/04/21/laba.gif)
ທ່ີນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທ່ີໂຄລົບ, ລາຍການນັດພົບໃນວັນອາທິດໄດ້ວຽນມາພົບກັບທ່ານອີກຕາມເຄີຍ. ໃນລາຍການພາກນີ້, ຂ້າພະເຈົ້າຈະສະເໜີທ່ານພູຊູ ນັກຮ້ອງທ່ີມີຊ່ືສຽງຂອງແຜ່ນດິນໃຫຍ່ຈີນ, ແລະເຊີນຟັງເພງທ່ີທ່ານພູຊູແຕ່ງແລະຂັບຮ້ອງ.
ທ່ີທ່ານພວມຟັງຢູ່ນີ້ແມ່ນເພງ "ໄປຮວາລິນ" ແປວ່າ "ປ່າໄມ້ໄປຮວາ" ທ່ີຂັບຮ້ອງໂດຍທ່ານພູຊູ ນັກຮ້ອງທ່ີມີຊ່ືສຽງຂອງຈີນ. ເມ່ືອປີ 1999, ທ່ານພູຊູໄດ້ອັດຈຳໜ່າຍແຜ່ນສຽງແຜ່ນທຳອິດທ່ີໃຫ້ຊ່ືວ່າ "ຂ້າພະເຈົ້າໄປຫາປີ 2000", ເພງ "ປ່າໄມ້ໄປຮວາ" ກໍ່ແມ່ນເພງໜ່ຶງໃນປະມວນເພງດ່ັງກ່າວ. ທ່ານພູຊູທ່ີປະກົດຕົວບົນເວທີເພງຄັ້ງທຳອິດໄດ້ຮ້ອງເພງຮັກທ່ີສີເສົ້າໆ, ເຮັດໃຫ້ແຟນເພງທັງຫຼາຍຕິດອົກຕິດໃຈ, ຈົນດັງຂຶ້ນບາດດຽວ. ໃນຄາວນັ້ນ ເພງ "ປ່າໄມ້ໄປຮວາ" ນີ້ນິຍົມກັນໃນທ່ົວປະເທດ.
ທ່ານພູຊູເກີດຢູ່ເມືອງໜານກ່ິງເມ່ືອປີ 1973, ແລະເຕີບໂຕຢູ່ນະຄອນປັກກ່ິງ. ໃນຍາມຍັງນ້ອຍ ທ່ານກໍມັກດົນຕີທ່ີສຸດ, ເວລາຮຽນມັດທະຍົມ ທ່ານກໍດີດກິດຕາເກ່ັງຈົນມີຊ່ືສຽງໃນໂຮງຮຽນ. ຍ້ອນມັກດົນຕີຫຼາຍ, ປີ 1994, ທ່ານໄດ້ປະການຮຽນຢູ່ມະຫາວິທະຍາໄລສ້າງຄູນະຄອນຫຼວງປັກກ່ິງ, ເລ່ີມກ້າວເຂົ້າສູ່ຊີວິດແຕ່ງເພງຢ່າງແທ້ຈິງ.
ຕໍ່ໄປເຊີນຟັງເພງ "ນ້າເຊ່ຮວາເອີ" ແປວ່າ "ດອກໄມ້ເຫຼ່ົານັ້ນ" ອີກເພງໜ່ຶງໃນແຜ່ນສຽງແຜ່ນທຳອິດຂອງທ່ານພູຊູ.
ໃນເພງມີເນື້ອຮ້ອງວ່າ: ສຽງຫົວເຮັດໃຫ້ຂ້ອຍຄິດເຖິງດອກໄມ້ເຫຼ່ົານັ້ນ ເບ່ັງບານຢູ່ທຸກມຸມແຈໃນຊີວິດຂອງຂ້ອຍ. ຂ້ອຍເຄີຍນຶກວ່າ ຂ້ອຍຈະຢູ່ຄຽງຂ້າງເຈົ້າຊ່ົວນິລັນດອນ, ແຕ່ຊູ່ມື້ນີ້ພວກເຮົາໄດ້ພາກຈາກໄປໃນມະຫາສະມຸດແຫ່ງເມືອງມະນຸດ…
ຄວາມຮັກແມ່ນເນື້ອຮ້ອງອະມະຕະ, ຮ້ອງບໍ່ສຸດຈັກເທ່ືອ; ຄວາມຮັກສຸດທ່ີສວຍງາມ, ມີຄົນສັນລະເສີນຢູ່ຕະຫຼອດ. ໃນແຜ່ນສຽງແຜ່ນທຳອິດ, ອາດຈະມີຄວາມກະຕືລືລົ້ນໜ້ອຍແດ່, ແຕ່ໄດ້ປ່ຽມລົ້ນໄປດ້ວຍຄວາມຮັກອັນສຸດເຊ່ິງ, ບວກກັບສຽງເສົ້າໆຂອງທ່ານ, ຈ່ຶງເຮັດໃຫ້ແຟນເພງທ່ີມັກຄິດຮອດອະດີດຕະການຕິດອົກຕິດໃຈ.
ທ້າຍປີ 2003, ທ່ານພູຊູໄດ້ອັດຈຳໜ່າຍແຜ່ນສຽງແຜ່ນທີສອງ. ແຜ່ນສຽງທ່ີໃຫ້ຊ່ືວ່າ "ເຊ່ິງຢູເຊຍຮວາ" ແປວ່າ "ດຸດດ່ັງມາລາຍາມຮ້ອນ" ໃນແຜ່ນສຽງແຜ່ນນີ້ມີເພງ 11 ເພງ, ໃນນັ້ນມີ 10 ເພງແມ່ນທ່ານພູຊູແຕ່ງເນື້ອຮ້ອງແລະທຳນອງເພງເອງ, ຂາຍດິບຂາຍດີໃນຕະຫຼາດ, ເຮັດໃຫ້ທ່ານພູຊູຍ່ິງມີຊ່ືສຽງຂຶ້ນອີກ.
ໃນແຜ່ນສຽງແຜ່ນທຳອິດ ເພງອັນສະຫຼັກຈິດສະຫຼັກໃຈຂອງທ່ານພູຊູຕົ້ນຕໍແມ່ນເພງຮັກທ່ີຕ້ອງແຍກກັນໄປຄົນລະທາງໃນທ່ີສຸດ, ແຕ່ໃນປະມວນເພງທີສອງ, ເນື້ອເພງທ່ີທ່ານພູຊູຂັບຮ້ອງໄດ້ມີການປ່ຽນແປງ. ຕໍ່ໄປເຊີນຟັງເພງ "ຈິນແຢເຕີຈື່ເວີ້ຍ" "ຄວາມຮູ້ສຶກໃນຄືນນີ້
ໃນເວລາລົມພັດໃບໄມ້, ຄືນນີ້ແສງຈັນໃສແຈ່ມ. ເຈົ້ານ່ັງເອື່ອຍຢູ່ຂ້າງຂ້ອຍ, ຊົມແສງໄຟຢູ່ໃກ້ແລະໄກ. ຈ່ົງຢູ່ຄຽງຂ້າງຂ້ອຍ, ຢ່າໃຫ້ຂ້ອຍລຸກຕ່ືນ…
ຈ່ັງແມ່ນເພງທ່ີຈັບໃຈຄົນແທ້ໆ, ມັນໄດ້ວາດພາບຄູ່ຮັກບ່າວສາວຄູ່ໜ່ຶງພວມເພີດເພີນຄວາມສວຍງາມລາຕີ, ສະເຫວີຍຄວາມສຸກສຳລານໃຈທ່ີສຸດໃນໂລກ…
ທ່ານພູຊູທ່ີໄດ້ຜົນສຳເລັດຢ່າງໃຫຍ່ຫຼວງບົນເວທີເພງຍັງມັກດົນຕີຢູ່ຄືເກ່ົາ. ທ່ານເວົ້າວ່າ: ເມ່ືອເຈົ້າຢືນຢູ່ເທິງຈອມພູເຈົ້າຈ່ຶງຈະເຫັນພູທ່ີສູງກວ່ານີ້, ຖ້າເຈົ້າຢາກໄປຫາພູໜ່ວຍນັ້ນ, ເຈົ້າຈະຕ້ອງລົງຈາກພູໜ່ວຍນີ້ກ່ອນ, ແລ້ວຈ່ຶງປິນຂຶ້ນພູໜ່ວຍອື່ນ. ບາງທີ ນີ້ອາດຈະແມ່ນການອະທິບາຍເລ່ືອງທ່ານປະກົດຕົວບົນເວທີເພງຄັ້ງທີສອງ.
ຕອນມ້ວນທ້າຍລາຍການພາກນີ້, ເຊີນຟັງເພງ "ດຸດດ່ັງມາລາຍາມຮ້ອນ" ເພງເອກໃນແຜ່ນສຽງແຜ່ນທີສອງຂອງທ່ານພູຊູ, ຂໍໃຫ້ພາລະກິດຂອງທ່ານພູຊູເຮືອງຮຸ່ງເໝືອນດ່ັງດອກໄມ້ໃນຍາມຮ້ອນ…
ທ່ານຜູ່ຟັງທ່ີໂຄລົບ, ລາຍການນັດພົບໃນວັນອາທິດພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ພົບກັນໃໝ່ໃນວັນອາທິດໜ້າ, ສະບາຍດີ.
|