ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-31 17:46:34    
ວາ​ລະ​ສານ​ຊິວ​ຊຶ້​ຂອງ​ຈີນ​ພິມ​ບົດ​ນຳ​​ໂດຍ​ຊີ້​ອອກ​ວ່າ,​ການ​ປະ​ກອບ​ສ່ວນ​​ໃຫຍ່​ກວ່າ​ໝູ່​ຂອງ​ທ່ານ​ເຕິ້ງ​ສຽວ​ຜິງ​ແມ່ນ​ທິດ​ສະ​ດີ​ອັນ​ສະ​ຫງ່າ​ລາ​ສີ​ຂອງ​ທ່ານ

cri
​ວາລະສານ​ຊິວ​ຊຶ້​ເຊິ່ງ​ເປັນ​ວາລະສານ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນສະບັບ​ທີ17​ທີ່​ຈະ​ພິມ​ຈຳໜ່າຍ​ໃນ​​ໄວໆ​ນີ້,​ພິມ​ບົດ​ນຳ​ກ່າວ​ວ່າ, ການ​ປະກອບສ່ວນ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ທ່ານ​ເຕິ້ງ​ສຽວ​ຜິງ​ທີ່​ມີຕໍ່​ພັກ ຕໍ່​ປະຊາຊົນ​ແລະ​ຕໍ່​ລັດທິ​ມາກ​ແລະ​ມໍລະດົກ​ທີ່​ລ້ຳຄ່າ​ກວ່າ​ໝູ່​ທີ່​ທ່ານ​ໄວ້​ໃຫ້​ພວກ​ເຮົາ,​ແມ່ນ​ທິດ​ສະ​ດີ​ອັນ​ສະຫງ່າ​ລາສີ​ຂອງ​​ທ່ານ.

ບົດ​ນຳ​ຂອງ​ວາລະສານ​ຊິວ​ຊຶ້ພາດ​ຫົວ​ເລື່ອງ​ວ່າ 《ຊູ​ທຸງອັນ​ຍິ່ງ​ໃຫຍ່​ຂອງ​ທິດ​ສະ​ດີ​ເຕິ້ງ​ສຽວ​ຜິງ​ແລະ​ແນວ​ຄິດ​ສຳຄັນ​ສາມ​ຕົວ​ແທນ​ກ້າວ​ໄປ​ໜ້າ​ຢ່າງມີ​ໄຊ​--ລະ​ລຶກວັນ​ຄ້າຍ​ວັນ​​ເກີດ​ຂອງ​ທ່ານ​ເຕິ້ງສຽວ​ຜິ​ງຄົບຮອບ100​ປີ》.ບົດ​ນຳ​ສະບັບ​ນີ້ຊີ້​ອອກ​ວ່າ,ການ​ລະ​ລຶກທ່ານ​ເຕິ້ງ​ສຽວ​ຜິງ​ດີ​ກ​ວ່າ​ໝູ່ແມ່ນ​ຍຶດໝັ້ນ​ປະກອບ​ອາວຸດ​ທົ່ວ​ພັກ​ແລະ​ສຶກສາ​ປະຊາຊົນດ້ວຍທິດ​ສະ​ດີ​​ເຕິ້ງສຽວ​ຜິ​ງ​,ຜັນ​ຂະຫຍາຍ​ທິດ​ສະ​ດີ​ພື້ນຖານ ທິດ​ທາງ​ພື້ນຖານ ​ໂຄງ​ການ​ພື້ນຖານ​ແລະ​ບົດ​ຮຽນ​ພື້ນ​ຖານ​ຂອງ​ພັກ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ,ສືບ​ຕໍ່​​ສ້າງ​ສະຖານະ​ພາບ​ໃໝ່​ແຫ່ງ​ການ​ພັດທະນາ​ພາລະກິດ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃນ​ຂະ​ບວນວິວັດ​ອັນ​ຍິ່ງ​ໃຫຍ່​ທີ່​ສ້າງສາ​ສັງຄົມ​ພໍ​ຢູ່​ພໍ​ກິນ​ແລະ​ມີ​ສ່ວນ​ເຫຼືອຢ່າງຮອບດ້ານ.

ບົດ​ນຳຂຽນ​ວ່າ,​​ເນື່ອງ​ໃນ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ​ຂອງທ່ານ​ເຕິ້ງສຽວ​ຜິ​ງຄົບຮອບ100​ປີ, ຢູ່ປັກ​ກິ່ງ​ໄດ້​​ໄຂ​ກອງ​ປະຊຸມ​ລະ​ລຶກອັນ​ຄຶກຄື້ນ,ທ່ານ​ຫູ​ຈິນທ່າວ​ໄດ້​ກ່າວ​ຄຳ​ປາ​ໄສ​ອັນ​ສຳຄັນ. ​ໃນຄຳ​ປາ​ໄສ,ທ່ານ​ຫູ​ຈິນທ່າວ​ໄດ້​ເຈາະ​ຈົງ​ເນັ້ນໜັກ​ທິດ​ສະ​ດີ​ເຕິ້ງສຽວ​ຜິ​ງ​ແລະ​ແນວ​ຄິດ​ສຳ ຄັນ​ສາມ​ຕົວ​ແທນ​ແມ່ນ​ຜືນ​ທຸງອັນ​ຍິ່ງ​ໃຫຍ່​ທີ່​ຊີ້​ນຳ​ພວກ​ເຮົາກ້າວ​ໄປ​ໜ້າ​ຢ່າງ​ມີໄຊ,​ຮຽກ​ຮ້ອງ​ທົ່ວ​ພັກ​ຊຸກຍູ້​ການ​ຫັນລັດທິ​ມາກ​ເປັນ​ແບບ​ຈີນ​ຢ່າງ​ບໍ່​ຢຸດຢັ້ງ,ຊຸກຍູ້​ພາລະກິດອັນ​ຍິ່ງ​ໃຫຍ່​ຂອງ​ສັງຄົມ​ນິຍົມທີ່​ມີ​ສີສັນພິ​ເສດ​ຂອງ​ຈີນ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ,ຊຸກຍູ້​ກິດ​ຈະ​ການ​ອັນ​ໃໝ່​ແຫ່ງ​ການ​ສ້າງສາ​ພັກ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດຢັ້ງ.

ບົດ​ນຳ​ຊີ້​ອອກ​ວ່າ,​​ກ້າວ​ໄປ​ໜ້າ​ໃຕ້​ທິດ​ສະ​ດີ​ເຕິ້ງສຽວ​ຜິ​ງ,ກໍ​ຕ້ອງ​ຍຶດໝັ້ນຜັນ​ຂະຫຍາຍ​ແນວ​ຄິດ​​ອັນ​ສຳຄັນສາມ​ຕົວ​ແທນ​ຢ່າງ​ເດັດດ່ຽວ ​ເປັນ​ເຈົ້າການ​ແລະ​ຮອບດ້ານ;ຕ້ອງ​ຍຶດໝັ້ນທິດ​ທາງ​ພື້ນຖານ​ຂອງ​ພັກ​​ໃນສັງຄົມ​ນິຍົມ​ໄລຍະ​ຕົ້ນ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ;ຕ້ອງ​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ບັນລຸ​ເປົ້າໝາຍ​ອັນ​ຍິ່ງ​ໃຫຍ່​ທີ່ສ້າງສາ​ສັງຄົມ​ພໍ​ຢູ່​ພໍ​ກິນ​ແລະ​ມີ​ສ່ວນ​​ເຫຼືອຢ່າງຮອບ ດ້ານ;ຕ້ອງສ້າງຕັ້ງ​​ແລະ​ຈັດຕັ້ງ​ປະຕິບັດ​ພັດ​ທະນະ​ທັດ​ວິ​ທະຍາ​ສາດຢ່າງໝັ້ນຄົງ​ແລະ​ເອົາ​ຈິງ​ເອົາ​ຈັງ;ຕ້ອງ​ເພີ່ມ​ທະວີ​ແລະ​ປົວ​ແປງ​ການ​ສ້າງສາ​ຂອງ​ພັກ​ຢ່າ​ງ​ແທ້​ຈິງ,ຊຸກຍູ້​ກິດຈະ ການ​​ໃໝ່​ອັນ​ຍິ່ງ​​ໃຫຍ່​ແຫ່ງ​ການ​ສ້າງສາ​ຂອງ​ພັກ​ຢ່າງຮອບດ້ານ.

​ໃນຕອນ​ທ້າຍ,ບົດ​ນຳ​ຊີ້​ອອກ​ວ່າ,ພວກ​​ເຮົາເຊື່ອ​ໝັ້ນວ່າ,ຄຽງ​ຄູ່​ກັບ​ການ​ບັນລຸເປົ້າໝາຍ​ທີ່​ສ້າງສາ​ສັງຄົມ​​ພໍ​ຢູ່​ພໍ​ກິນ​ແລະ​ມີ​ສ່ວນ​ເຫຼືອຢ່າງຮອບດ້ານ​,ປະ​ເທດ​ຊາດ​ຂອງ​ພວກ​​ເຮົາຍ່ອມ​ຈະ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ເຂັ້ມ​ແຂງ​ກວ່າ​ເກົ່າ,ຊີວິດ​ການ​​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ຍ່ອມ​ຈະ​ມີ​ຄວາມຜາ​ສຸກ​ແລະ​ສວຍ​ງາມ​ກວ່າ​ເກົ່າ,ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ຈະ​ສະ​ແດງ​ທ່າ​ແຮງ​ອັນ​ມະຫາສານຕື່ມ​ອີກ.ຄວາມ​ມຸ່ງ​ມາດ​ປາ​ຖະໜາຂອງ​ທ່ານ​ເຕິ້ງສຽວ​ຜິ​ງຍ່ອມ​ຈະ​ບັນລຸ​ຜົນເປັນ​ຈິງ.