ໃນສະໄໝລາຊະວົງຈິ້ນ, ມີຄົນຜູ່ໜ່ຶງຊ່ືວ່າຈູທີ້ ແມ່ນຄົນໃຈກວ້າງ ມີອຸດົມການສູງສ່ົງ. ແຕ່ໃນຍາມຍັງນ້ອຍ ຈູທີ້ພັດແມ່ນເດັກທ່ີຂີ້ດື້ບໍ່ມັກຮຽນໜັງສື. ເມ່ືອເຕີບໃຫຍ່ເປັນບ່າວ, ຈູທີ້ໄດ້ຮູ້ສຶກຕົວວ່າຕົນເອງບໍ່ມີຄວາມຮູ້, ຖ້າບໍ່ຮຽນໜັງສືກໍບໍ່ສາມາດຮັບໃຊ້ປະເທດຊາດໄດ້. ສະນັ້ນ ຈູທີ້ຈ່ຶງດຸໝ່ັນຮ່ຳຮຽນ, ຊອກອ່ານໜັງສືທຸກປະເພດ, ຕັ້ງໜ້າຄົ້ນຄວ້າປະຫວັດສາດ, ແລ້ວໄດ້ຄວາມຮູ້ອຸດົມສົມບູນ, ກ້າວໜ້າໄວຫຼາຍ. ທ່ານເຄີຍເຂົ້າອອກລາຊະທານີລໍ້ຢາງຫຼາຍເທ່ືອ, ຜູ່ທ່ີສຳຜັດກັບທ່ານນັ້ນຜູ່ໃດກໍເວົ້າວ່າ ຈູທີ້ແມ່ນຄົນເກັ່ງທ່ີປັນຍາເຕັມປູມ ສາມາດຊົດຊ່ອຍພະເຈົ້າແຜ່ນດິນ ປົກຄອງປະເທດຊາດບ້ານເມືອງ. ເມ່ືອຈູທີ້ອາຍຸ 24 ປີ, ມີຄົນໄດ້ສະເໜີໃຫ້ທ່ານໄປຮັບລາຊະການ, ແຕ່ຈູທີ້ບໍ່ເຫັນດີ, ຫາກພະຍາຍາມຮ່ຳຮຽນຕໍ່ໄປຢ່າງບໍ່ລົດລະ.
ພາຍຫຼັງມາ, ຈູທີ້ກັບລິວຄຸນ ເພ່ືອນສະໜິດມິດສະໜົມມາແຕ່ຍາມຍັງນ້ອຍໄດ້ພ້ອມກັນໄປລາຊະການ. ຈູທີ້ກັບລິວຄຸນຮັກແພງກັນຫຼາຍ, ແລະມີອຸດົມການຍາວໄກ, ຄື ຈະສ້າງຄຸນງາມຄວາມດີ, ສ້າງສາເມືອງຈິ້ນໃຫ້ຈະເລີນຮຸ່ງເຮືອງ, ກາຍເປັນຂ່ືຂາງບ້ານເມືອງ.
ມີເທ່ືອໜ່ຶງ, ຈູທີ້ໄດ້ຍິນສຽງໄກ່ຂັນໃນຍາມກາງຄືນຈົນສະເດີດຕ່ືນ, ທ່ານຊຸກລິວຄຸນໃຫ້ຕ່ືນແລະເວົ້າວ່າ: "ຜູ່ອື່ນໃຜກໍຖືວ່າໄດ້ຍິນສຽງໄກ່ຂັນໃນຍາມກາງຄືນຈະເປັນເລ່ືອງອັບມຸງຄຸນ, ຂ້ອຍບໍ່ຖືແນວນີ້, ຕໍ່ໄປພາຍໜ້າ ເມ່ືອໄດ້ຍິນໄກ່ຂັນ, ພວກເຮົາຄວນລຸກຂຶ້ນຝຶກດາບໂຕຄຶດວ່າຈ່ັງໃດ?" ລິວຄຸນຟັງແລ້ວກໍເຫັນດີໂລດ. ພາຍຫຼັງມາ ສອງຄົນເມ່ືອໄດ້ຍິນໄກ່ຂັນ, ກໍລຸກຂຶ້ນຝຶກດາບສູ່ມື້. ສອງຄົນພ້ອມກັນຝຶກຝົນຢ່າງຕັ້ງອົກຕັ້ງໃຈ, ບໍ່ວ່າຍາມຮ້ອນຍາມໜາວ, ສອງຄົນຝຶກດາບບໍ່ມີວັນເວັ້ນ. ຜ່ານການຝຶກແອບຢ່າງລຳບາກມາຫຼາຍຟັງຫຼາຍປີ, ໃນທ່ີສຸດສອງຄົນເຂົາເຈົ້າກໍສ້າງຕົນເອງໃຫ້ກາຍເປັນຜູ່ມີຄວາມຮູ້ຄວາມສາມາດເກ່ັງຮອບດ້ານ, ຂຽນບົດຄວາມກໍເກ່ັງ ຍົກທັບໄປຕີຂ້າເສິກເອົາຊະນະເລື້ອຍໆ.
ພາຍຫຼັງມາ, ຈູທີ້ຖືກແຕ່ງຕັ້ງເປັນນາຍພົນປາບຂ້າເສິກພາກຕາເວັນຕົກ, ຄວາມມຸ່ງມາດປາຖະໜາຂອງຕົນທ່ີໝາຍຈະຮັບໃຊ້ປະເທດຊາດ; ລິວຄຸນກໍຖືກແຕ່ງຕັ້ງເປັນນາຍທະຫານຊັ້ນສູງ, ທັງຄຸ້ມຄອງວຽກງານຝ່າຍການທະຫານຂອງສາມແຂວງ, ທ່ານກໍໄດ້ເສີມຂະຫຍາຍປີຊາສາມາດຂອງຕົນຢ່າງເຕັມສ່ວນ.
ນີ້ກໍແມ່ນຄວາມເປັນມາຂອງຄຳສຸພາສິດທ່ີຊ່ືວ່າ "ຍິນສຽງໄກ່ຂັນກໍລຸກຝຶກດາບ". ດຽວນີ້ ພວກເຮົາມັກໃຊ້ຄຳສຸພາສິດນີ້ມາອຸປະມາບຸກຄົນທ່ີມີອຸດົມການຮູ້ຮ່ຳຮຽນບາກບ່ັນສູ້ຊົນ, ສ້າງຕົນເອງໃຫ້ມີຄວາມສາມາດ.
|