ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-03 14:33:10    
ວິທີ​ປົວ​ເດັກນ້ອຍ​ເລືອດດັງອອກ​​ແລະ​ວິທີ​ຮັກສາ​ບາດ​ແຜ​ໄຟ​ໄຫມ້​ແລະ​ນ້ຳ​ຮ້ອນ​ລວກ(ສຽງ)

cri

ບາດ​ເຈັບ​ທາງ​ນອກ​ແມ່ນ​ສາ​ເຫດ​ທ່ົວ​ໄປທ່ີ​ພາ​ໃຫ້​ເລືອດດັງອອກ. ນອກ​ນີ້,​ໄຂ້​ຮ້ອນ​ສູງ​ພາ​ໃຫ​ເຈັບ​ເມືອກ​ໃນດັງ​ແຫ້ງ​ແລະ​ເສັ້ນ​ເລືອດ​ຝອຍຕຶງ​ອອກ​ກໍ່​ພາ​ໃຫ້​ເລືອດ​ດັງອອກ​ໄດ້​ຄື​ກັນ.ມີຂອງ​ເຂົ້າ​ໃນ​ຮູດັງ​ແລະ​ພະຍາດຫມົດ​ຕົວ​ເຊ່ນ​ພະຍາດ​ຕິດ​ແປດ​ຮຸນ​ແຮງ ພະຍາດ​ເລືອດ ຂາດ​ວິຕາມິນ​​ເຊ​ແລະ​ກາ​ເປັນຕົ້ນລ້ວນ​ແຕ່​ພາ​ໃຫ້​ເລືອດດັງອອກ​ໄດ້,​ຖ້າເດັກນ້ອຍ​ເລືອດດັງອອກ​ຈະ​ເຮັດ​ແນວ​ໃດ?ີ​ມີ​ສອງ​ວິທີ ຄື​ຫນ່ຶງ


ເອົາ​ນີ້ວມື​ບີບ​ດັງ​ໄວ້ເພ່ືອຕຸ​ດ​ເລືອດ:ຖ້າ​ເລືອດ​ບໍ່​ຫຼາຍ,​ໃຫ້​ເດັກນ້ອຍ​ນັ່ງ​ລົງ,​ແລ້ວ​ເອົາ​ນີ້ວ​ໂປ້​ແລະ​ນີ້ວ​ຊີ້​ກົດ​ດັງສອງ​ຂ້າງ​ຂອງ​ເດັກນ້ອຍ​​ໄວ້້​ແຫນ້ນໆຄື​ໃຫ້​ກົດ​ສ່ວນ​ກາງຂອງ​ດັງ,​ໃຫ້​ເດັກນ້ອຍ​ຫາຍ​ໃຈ​ທາງ​ປາກ.ພ້ອມ​ກັນນັ້ນ,​ເອົາ​ຜ້າ​ຂົນ​ໜູຈຸ່ມ​ນ້ຳ​ເປັນ​ເຢັນ​ປັ້ນ​ແຫ້ງ​ແລ້ວ​ພອກ​ໃສ່​ໜ້າຜາກ​ຂອງ​ເດັກນ້ອຍ​.ທຳ​ມະ​ດາ​ແລ້​ວ,ປະມານ 5 ຮອດ 10 ນາທີ,ກໍ່​ຫ້າມ​ເລືອດ​​​ໄວ້້​​ໄດ້​.


ອີກ​ວິທີ​ຫນ່ຶງ​ແມ່ນເອົາ​ສຳລີ​ຢັດ​ໃສ່​ຮູດັງ:ຖ້າ​ເລືອດ​ອອກ​ຫລາຍ,ຫລື​ໃຊ້​ວິທີ​ກົດ​ຫນີບຂ້າງ​ເທີ​ງນີ້​ຫ້າມ​ເລືອດບໍ່​ໄດ້,ກໍ່​​ໃຫ້ໃຊ້​ວິທີ​ເອົາ​ສຳລີ​ມາ​ຍັດ​ໃສ່.ຄື​ໃຫ້ເອົາ​ສຳລີ​ມ້ວນ​ເປັນ​ອໍ້​ລໍ້​ທໍ່​ຮູດັງ,​ແລ້ວຍັດ​​ເຂົ້າ​ໄປ​ໃນຮູດັງ,​ໃຫ້ແຫນ້ນ,ເພາະວ່າຖ້າ ຢັດໃສ່ ຫລວມໂພດຈະຫ້າມເລືອດ ບໍ່ໄດ້.


ລະວັງ:ໃນເວລາບີບດັງເພ່ືອຫ້າມເລືອດນັ້ນ,ຕ້ອງອອຍ​​ໃຫ້​ເດັກນ້ອຍ​ຢ່າ​ໃຫ້,​ໃຫ້ຫາ​ຍໃຈທາງ​ປາກ,​ຢ່າ​​ແຫງ​ນຫນ​້າຫລາຍ,​ເພ່ືອ​ບໍ່​ໃຫ້​ເລືອດ​ໄຫລ​ລົງ​ຄໍ.​ເມ່ືອ​​ເຮັດ ຕາມ​ວິທີ​ທ່ີ​ບອກ​ມາ​ແລ້ວ,ທຳ​ມະ​ດາ​ກໍ​ຈະ​ຫ້ານ,​ເລືອດ​ໄວ້​ໄດ,ຖ້າ​ເຮັດ​ແນວ​ນີ້​ເລືອດ​ຍັງ​ໄຫລບໍ່​ເຊົາ​ຢູ່​ກໍ່​ຕ້ອງ​ສ່ົງ​ໄປ​ໂຮງໝໍທັນທີ.ຢູ່​ໂຮງ​ໝໍ,ນອກຈາກ​ຫ້າມ​ເລືອດ​ຕໍ່​ໄປແລ້ວ,ຍັງ​ຕ້ອງ​ກວດ​ເບ່ິງ​ວ່າ,​ເລືອດ​ອອກ​​ຍ້ອນຫຍັງ.


ວິທີ​ຮັກ​ສາ​ບາດ​ແຜ​ໄຟ​ໄໝ້​​ຫລື​ນ້ຳຮ້ອນ​ລວກ​


ຜູ່​ຖືກ​ໄຟ​ໄໝ້​ຫລື​ນ້ຳຮ້ອນ​ລວກ​ຫລາຍໆ​ຄົນ​ຍ້ອນ​ວິທີ​ຮັກສາ​ເບື້ອງຕົ້ນບໍ່​ຖືກຕ້ອງ,ອາດ​ຈະພາ​ໃຫ​້ບາດ​ແຜ​ຮ້າຍ​ແຮງ​ເຂົ້າ,ຈົນກະທັ້ງຕ້ອງ​ຜ່າຕັດ ​ປູກ​ໜັງ​ໃໝ່​ຈ່ິງຟື້ນ​ຟູ​ເຖິງ​ສະພາບ​ເດີມ​ໄດ້.ທ່ີ​ຈິງ​ແລ້ວ,ພາຍ​ໃນ​ເວລາ​ບໍ່​ເທ່ົາ​ໃດ​ນາທີ​ຫລັງ​ຈາກ ຖືກ​ໄຟ​ໄໝ້​ຫລື​ນ້ຳຮ້ອນ​ລວກ,ຖ້າ​ວິທີ​ຮັກສາຊຳລະ​ຖືກຕ້ອງ,ກໍ່​ຈະ​​ເຮັດ​ໃຫ້ອາການ​ເຈັບ​ທຸ​ເລົາລົງ​ໄດ້ຢ່າງ​ເດ່ັນ​ຊັດ,ຈົນກະທັ້ງບໍ່​ຕ້ອງນຜ່າຕັດກໍ​ໄດ້​.


ໃນ​ຊີວິດ​ປະຈຳ​ວັນ,ການ​ຖືກ​ໄຟ​ໄໝ້​ແລະ​ນ້ຳຮ້ອນ​ລວກຫລື​ນ້ຳມັນ​​ລວກ​ນັ້ນມັກມີ​ເຫັນ​​ເລື້ອຍ​ໆປະຈຳ.​ເມ່ືອ​ຖືກ​ໄຟ​ໄຫມ້​ຫຼື​ຖືກ​ລວກ,ຄົນສ່ວນ​ຫລາຍມັກຈະ​ທານ້ຳມັນ​ງາ ນ້ຳສະອິວ ​ຢາຖູ​ແຂ້ວ​​ແລະ​ອ່ືນໆ​ໃສ່​ບາດແຜໂດຍ​ກົງ,​ແລ້ວ​​ຟ້າວ​ໄປໂຮງໝໍ​,​ແຕ່​ສ່ິງ​ທ່ີ​ທາ​ໃສ່​ເຫົ່ຼານ​ແມ່ນ​ປົວ​ບາດແຜບໍ່​ໄດ້​ຈັກ​ເມັດ,ບໍ່​ໜຳ​ຍັງ​​ຈະ​ເຮັດ​ໃຫ້​ໝໍ​ປົວ​ຍາກ​ຂຶ້ນ.ຖ້າ​ທາ​ຢາ​ເອ​ແຕກ​ສີ​ອິດ​ໃສ່,ຍ້ອນ​ສີ​ມັນ​ເຂັ້ມ,ລ້າງ​ອອກ​ຍາກ,​ໝໍ​​ເບ່ິງ​ບໍ່​ຄັກ ຈ່ຶງ​ວິນິ​ໄສ​ອາການ​​ຍາກ.


ວິທີປົວທ່ີ​ດີ​ທ່ີ​ສຸດ​ພາຍຫລັງ​ຖືກ​ໄຟ​ໄໝ້​ຫລື​ນ້ຳຮ້ອນ​ລວກ​​ແມ່ນ​ເຮັດ​ໃຫ້​ບາດ​ແຜ​ເຢັນ​ລົງ,ການ​ເອົາ​ນ້ຳ​ເຢັນ​ຊຸ​ລ້າງ​​ແມ່ນ​ວິທີ​ທ່ີ​​ເຮັດ​ງ່າຍ​ທ່ີ​ສຸດ​ແລະ​ໄດ້ຜົນ​ທ່ີ​ສຸດ.​ເວລາຊຸ​ລ້າງ​​ແມ່ນ​ໄວ​ທໍ່​ໃດ​ແຫ່ງ​ດີ,​ເຖິງ​ວ່າ​ໜັງ​ລອກ​ແລ້ວ​ກໍ່​ຄວນ​ເອົາ​ນ້ຳ​ເຢັນ​ຊຸ​ລ້າງ​ເຊັ່ນ​ດຽວ​ກັນ,ບໍ່​ຕ້ອງ​ຢ້ານ​ບາດ​ແຜ​ຈະ​ອັກ​​ເສບ​​ໃຫ້​ຊຸ​ລ້າງ.ຈົນປະມານ​ເຄິ່ງຊົ່ວ​ໂມງ​,​ແລະຕ້ອງ​ເບ່ິງ​ວ່າ,ຖ້າ​ບໍ່​ລ້າງ​ແລ້ວ,ຄວາມ​ເຈັບ​ປວດທຸ​ເລົາ​ລົງ​ຈ່ຶງ​​ເຊົາ​ໄດ້.


ຖ້າ​​ເວລາ​ຖືກ​ລວກບໍ່​​ຢູ່ໃກ້​ນ້ຳ,ກໍ່​ເອົາ​ນ້ຳກ້ອນ​ຫລື​ໄອ​ສະຄຼິມຈົນກະທັ້ງຊັ້ນ​ໝູ​ທ່ີ​ແຊ່​ແຂງ​ໃນ​ຕູ້​ເຢັນ​ມາ​ພອກ​ໃສ່ກໍ່​ໄດ້.ຖ້າ​ໃຊ້​ວິທີ​​ນີ້​ໄດ້​ດີ​ກໍ່​ສາມາດ​ຜ່ອນຄາຍ​ບໍ່​ໃຫ້​ນ້ຳຢາງ​ເຫຼືອງ​ຊຶມ​ອອກ,ກອບ​ກູ້​ຈຸ​ລັງ​ເນື້ອ​ເຍ່ືອທ່ີບໍ່​ທັນ​ຖືກທຳລາຍ​ໝົດ,ຖ້າ​ຖືກ​ໄຟ​ໄຫມ້​ຫຼື​ຖືກ​ລວກ​ແລ້ວ,ບໍ່​ເຮັດ​ຫຍັງ,ບໍ່​ຮັກສາ​ຊຳ​ຊາ​​ເທ່ືອ,​ໄປ​ຮອດ​ໂຮງຫມໍ​ແລ້ວຈ່ິງ​ໃຊ້​ມາດ​ຕະການ​ເຫົ່ຼານີ້,​ໃນ​ກໍ​ລະ​ນີສ່ວນ​ຫລາຍ​ກໍ່​ຈະພາດ​​ໂອກາດ​ດີທ່ີ​ສຸດ​ໃນ​ການ​ປ່ິນ​ປົວ​


ຕໍ່​ບາດ​ແຜ​ທ່ີ​ຖືກ​ນ້ຳກົດ​ແລະ​ດ່າງ​​ໄຫມ້,ວິທີ​ຮັກສາ​ເບື້ອງ​ຕົ້ນດີ​ທ່ີ​ສຸດກໍ່​ແມ່ນ​ເອົາ​ນ້ຳ​ລ້າງ,​ແລະ​ຄວນ​ລ້າງ​ດ້ວຍ​ນ້ຳ​ໄຫລ​​ເຊັ່ນ:ນ້ຳ​ກ໌ອກຊຸ​ລ້າງຫລາຍໆ,​ແລະ​ບໍ່​ຈຳ​ເປັນ​​ໄປ​ຫານ້ຳຢາ​ລ້າງ​ວັດຖຸ​ເຄມີ.ຖ້າ​ໃຊ້​ນ້ຳຢາ​ລ້າງ​ວັດຖຸ​ເຄມີ​ໄວ​ເກີນ​ໄປ,ກໍ່​ຈະ​ເກີດ​ມີນ້ຳກົດ​ແລະ​ນ້ຳດ່ັງ​ສັງ​ເຄາະ​ກັນພາ​ໃຫ້​ເກີດ​​ຄວາມ​ຮ້ອນ​ແລ້ວ​ພາ​ໃຫ້​ບາດ​ແຜ​ໄຫມ້​ໜັກ​ເຂົ້າ.


ການ​ຖືກ​ໄຟຟ້າ​ດາດ​ໄຫມ້​ແບ່ງ​ອອກ​ເປັນ​ສອງ​ປະ​ເພດ,ປະ​ເພດ​ໜ່ຶງ​ແມ່ນ​ຖືກໄຟຟ້າ​​ເຫຼື​້ອມ​ໄຫມ້,ວິທີ​ຮັກສາ​ຊຳ​ຊາກໍ​ຄື​ກັນ​ກັບ​ວິທີ​ຮັກສາ​ໄຟ​ໄຫມ້ນ້ຳຮ້ອນລວກ;ອີກ​ປະ​ເພດ​ໜ່ຶງ​​ແມ່ນຍ້ອນຕົນ​ໂຕ​ຄົນສຳຜັດ​ກັບ​ກະ​ແສ​ໄຟຟ້າ,ພາ​ໃຫ້​ເປັນ​ບາດ​ເຈັບ,​ແລະ​ກໍ່​ແມ່ນ​ບາດ​ເຈັບ​ຍ້ອນ​ໄຟຟ້າ​​ໄຫມ້ແທ້​ຈິງ,ບາດ​ເຈັບ​ຊະນິດ​ນີ້ ​ອ່າວ​ໜັກໜ່ວງ,​ເມ່ືອ​ຫ່າງ​​ໄກອອກ​ຈາກ​ແຫ່​ລງ​ໄຟຟ້າ​ແລ້ວ​ຕ້ອງ​ສ່ົງ​ໄປ​ໂຮງຫມໍ​ທັນທີ