ທ່ີນີ້ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ່ຟັງທ່ີໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການນັດພົບໃນວັນອາທິດ, ໃນລາຍການພາກນີ້ ຂ້າພະເຈົ້່າຈະແນະນຳທ່ານລິວສາງຟູ ນັກດົນຕີຈີນທ່ີມີຜົນງານດີເດ່ັນໃນດ້ານການສຶກສາດົນຕີພື້ນເມືອງ ການເສບແລະການແຕ່ງດົນຕີ, ພ້ອມດ້ວຍດົນຕີທ່ີທ່ານບັນເລງ.
ທ່ີທ່ານພວມຟັງຢູ່ນີ້ແມ່ນດົນຕີເສບດ້ວຍຊໍທ່ີຊ່ືວ່າ "ຊາວລ້ຽງສັດຮຸ້ນໃໝ່ຢູ່ທ່ົງຫຍ້າ" ເຊ່ິງແມ່ນທ່ານລິວສາງຟູເປັນຜູ່ແຕ່ງແລະເສບ. ດົນຕີນີ້ໄດ້ສະແດງເຖິງຊາວລ້ຽງສັດຮຸ້ນໜຸ່ມນ້ອຍຮັກຫອມທ່ົງຫຍ້າ ຮັກຫອມບ້ານເກີດ, ແລະມີຄວາມໝາຍໝັ້ນຈະສ້າງສາເຂດຊາຍແດນຂອງປະເທດຊາດ.
ທ່ານລິວສາງຟູແມ່ນນັກສີຊໍອູ້ທ່ີໄດ້ຮັບປະລິນຍາໂທຜູ່ທຳອິດຂອງຈີນ. ທ່ານເກີດໃນຄອບຄົວກຳມະກອນ, ມັກດົນຕີແລະສິລະປະແຕ້ມຮູບມາແຕ່ນ້ອຍ. ເມ່ືອອາຍຸ 12 ປີ, ທ່ານລິວສາງຟູໄດ້ເສັງເຂົ້າໂຮງຮຽນມັດທະຍົມສັງກັດມະຫາວິທະຍາໄລດົນຕີສູນກາງຈີນ, ເລ່ີມຮຽນສີຊໍອູ້. ພາຍຫຼັງຮຽນຈົບແລ້ວ ທ່ານໄດ້ເປັນຄູສອນຢູ່ໂຮງຮຽນສິລະປະມົງໂກໃນພາກເໜືອຂອງຈີນ. ເມ່ືອຊຸມປີ 70 ສະຕະວັດທ່ີແລ້ວ, ທ່ານລິວສງຟູໄດ້ເສັງເຂົ້າມະຫາວິທະຍາໄລດົນຕີສູນກາງຈີນ. ປະຈຸບັນ ທ່ານລິວສາງຟູແມ່ນສາສະດາຈານຂະແໜງວິຊາດົນຕີພື້ນເມືອງມະຫາວິທະຍາໄລດົນຕີສູນກາງຈີນ, ພ້ອມກັນນັ້ນ ທ່ານຍັງໄດ້ເປັນຮອງປະທານສະມາຄົມຊໍອູ້ສັງກັດສະມາຄົມນັກດົນຕີຈີນ.
ທ່ານລິວສາງຟູດຳລົງຊີວິດໄວຄະນອງອັນດີງາມທ່ີສຸດຢູ່ເຂດມົງໂກໃນ. ດົນຕີພື້ນເມືອງທ່ີມີຫຼາຍສີຫຼາຍສັນຂອງເຜ່ົາມົງໂກນ ໄດ້ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ເພ່ິນໃນການແຕ່ງແລະເສບດົນຕີ. ນອກຈາກດົນຕີ "ຊາວລ້ຽງສັດຮຸ້ນໃໝ່ຢູ່ທ່ົງຫຍ້າ" ທ່ີທ່ານໄດ້ຟັງມາເມ່ືອກີ້ນີ້ແລ້ວ, ທ່ານລິວສາງຟູຍັງໄດ້ແຕ່ງດົນຕີທ່ີສ່ອງແສງຊີວິດທ່ົງຫຍ້າຫຼາຍບົດ ເຊ່ັນ "ຄວາມຮັກເຂດນອກກຳແພງຍາວ" ແລະ "ທ່ົງຫຍ້າທ່ີມ່ວນຊື່ນ" ເປັນຕົ້ນ, ສະແດງເຖິງຄວາມຮັກຫອມມົງໂກໃນ ບ້ານເກີດແຫ່ງທີສອງຂອງທ່ານ.
ຕໍ່ໄປເຊີນຟັງດົນຕີ "ໄຊວາຍຊິງຊື" "ຄວາມຮັກນອກກຳແພງຍາວ". ດົນຕີນີ້ວາດພາບທິວທັດແລະຮີດຄອງປະເພນີເຜ່ົາມົງໂກໃນ ພາກເໜືອຂອງຈີນ,ອາໄລຫາຊີວິດທ່ົງຫຍ້າແລະໄວຄະນອງທ່ີຜ່ານໄປ.
ທ່ານລິວສາງຟູມີຝີມືສີຊໍອູ້ຮອບດ້ານ ຊຳນານເສບດົນຕີທ່ີມີເອກະລັກຫຼາຍຢ່າງ, ແມ່ນນັກສີຊໍອູ້ທ່ີດີເດ່ັນຂອງຈີນ. ຕໍ່ໄປເຊີນຟັງດົນຕີ "ມູຢາງນີ" "ສາວລ້ຽງແກະ" ດົນຕີຊົນເຜ່ົາສ່ວນໜ້ອຍ. ດົນຕີນີ້ໄດ້ໃຊ້ທຳນອງເພງພື້ນເມືອງເຜ່ົາຕາຊິກ ເຂດພາກຕາເວັນຕົກຂອງຈີນ, ວາດພາບວິວທິວທັດທຳມະຊາດທ່ີສວຍສົດງົດງາມຂອງເຂດຊິນຈຽງແລະວາດຟ້ອນອັນປ່ຽມລົ້ນໄປດ້ວຍຄວາມກະຕືລືລົ້ນຂອງສາວເຜ່ົາຕາຊິກທ່ີສວຍງາມ.
ນອກຈາກຂຸ້ນນຳວຽກງານສິດສອນແລ້ວ, ໃນເວລານອກໂມງເຮັດວຽກ, ທ່ານລິວສາງຟູຍັງເຂົ້າຮ່ວມງານສະແດງຕ່າງໆເລື້ອຍໆ. ທ່ານເຄີຍໄປສະແດງຢູ່ສິງກະໂປ ຍ່ີປຸ່ນ ມາເລເຊຍແລະການາດາເປັນຕົ້ນ, ຊ່ອຍຊີ້ນຳແລະສິດສອນວິຊາຢູ່ແຫ່ງເຫຼ່ົານັ້ນ. ທ່ານລິວສາງຟູໄດ້ອັດຈຳໜ່າຍແຜ່ນ CD ຢ່າງຫຼວງຫຼາຍຢູ່ແຫ່ງຕ່າງໆໃນໂລກ, ໄດ້ຮັບຄວາມຍ້ອງຍໍໂດຍທ່ົວໄປ.
ທ່ານຜູ່ຟັງທ່ີໂຄລົບ, ມ້ວນທ້າຍລາຍການນີ້, ເຊີນຟັງດົນຕີ "ຮວາຮວນເລີ" "ເບີກບານມ່ວນຊື່ນ".
ທ່ານຜູ່ຟັງທ່ີຮັກແພງ, ລາຍການນັດພົດໃນວັນອາທິດພາກນີ້ຂ້ໍສ້ຽງສຸດລົງພຽງທໍ່ນີ້, ຂອບໃຈທ່ີທ່ານຮັບຟັງ, ພົບກັນໃໝ່ໃນລາຍການໜ້າ, ສະບາຍດີ.
|