|
|
(GMT+08:00)
2004-09-07 20:36:23
|
|
ຄວາຟູ່ໄລ່ດວງຕາ
cri
Author: huang
ທຸກໆມື້,ພໍດວງຕາເວັນໂຜ່ຂຶ້ນຈາກທິດຕາເວັນອອກຫມູນໄປຫາທິດຕາເວັນຕົກ,ສ້າງຄວາມສຸກໃຫ້ແກ່ມວນມະມຸດດ້ວຍຄວາມດຸຫມ່ັນ,ແຕ່ຕາມເລ່ົາລືກັນວ່າ,ໃນສະໄຫມດຶກດຳບັນ,ດວງຕາເວັນແມ່ນບໍ່ເມດຕາປານີຕໍ່ມວນມະ ນຸດຄືດຽວນີ້ດອກ,ໃນສະໄຫມນັ້ນ,ມັນແຜດເຜົາຄືກັບກອງໄຟ,ຄືວ່າຈະເຜົາທຸກສ່ິງທຸກຢ່າງເທິງທໍລະນີໃຫ້ເປັນເທ່ົາຖ່ານທັງຫມົດ,ດ່ັງນັ້ນ,ໃນບັນພະບູລຸດທີ່ເປັນຫນ້າພູມໃຈຂອງພວກເຮົາ,ມີຜູ່ທະນົງອົງອາດຜູ່ຫນ່ຶງຊື່ວ່າຄວາຟູຄຶດຢາກໄປປາບດວງຕາເວັນໃຫ້ຍອມ,ຕໍ່ໄປ,ຂ້າພະເຈົ້າຈະເລ່ົາເລື່ອງຄວາຟູໄລ່ຕາມດວງຕາເວັນສູ່ທ່ານຟັງ. ຕາມເລ່ົາລືກັນວ່າ,ໃນເວລານັ້ນ,ດວງຕາເວັນທີ່ຫາກໍກຳເນີດຂຶ້ນໃຫມ່ໆຍັງບໍ່ຮູ້ວ່າໃຊ້ລິດກຳລັງອັນຍ່ິງໃຫຍ່ຂອງຕົນແນວໃດເທື່ອ,ເລີຍສາດສ່ອງຄວາມຮ້ອນຂອງຕົນໃສ່ຫນ່ວຍໂລກປານກະແສນ້ຳນອງດ້ວຍຄວາມມ່ວນຊື່ນ,ສັດສາວາສ່ິງເທິງຫນ່ວຍໂລກຍ້ອນຖືກຄວາມຮ້ອນອັນແຜດເຜົາຄ່ອຍໆຫ່ຽວແຫ້ງຕາຍໄປ,ໃນຂະນະນີ້,ທ່ານຄວາຟູໄດ້ປະກົດຕົວ,ເພ່ີນຮູບຮ່າງສູງໃຫຍ່,ເງີຍຫນ້າເປີດເອີກເງືອດກ່ຳປັ້ນ,ຕັດສິນໃຈຈະໄລ່ໃຫ້ທັນດວງຕາເວັນເພື່ອປາບມັນໃຫ້ຍອມ,ຄວາຟູເລ່ີມເດີນ ທາງອັນລຳບາກ,ສັກໄມ້ຄ້ອນເທົ້າ,ຂຶ້ນພູປີນຜາ,ຂ້າມຫ້ວຍຂ້າມຮ່ອງ,ຍ່າງໄປບໍ່ຈັກວ່າທໍ່ໃດເວັນຄືນ,ເກີບເຟືອງຂາດໄປບໍ່ຈັກວ່າທໍ່ໃດຄູ່,ໃນທີ່ສຸດກໍ່ໄປເຖິງບ່ອນທ່ີດວງຕາເວັນພັກຜ່ອນ. ໃນຂະນະນີ້,ຄວາຟູ ຮູ້ສຶກອິດເມື່ອຍຫຼາຍ,ຫິວນ້ຳຈົນຄໍຈະໄຫມ້,ເພ່ີນຍ່າງໄປຫາແຄມແມ່ນ້ຳເຫຼືອງ,ກົ້ມກິນນ້ຳເອົາອຶກໆຢ່າງສົມອົກສົມໃຈ,ບໍ່ພໍບຶດແມ່ນ້ຳເຫຼືອງຈົນບົກແຫ້ງ,ຄວາຟູກໍ່ຫັນໄປຫາແມ່ນ້ຳອຸ້ຍ,ກິນນ້ຳອຸ້ຍ,ຈົນບົກແຫ້ງອີກ,ແຕ່ປານນັ້ນ,ຄວາຟູກໍ່ຍັງບໍ່ຫາຍຫິວນ້ຳເທື່ອ. ຢູ່ໃສຍັງມີນ້ຳອີກ?ເພ່ິນໄດ້ໄປທາງພາກເຫນືອ,ຍ່າງລາກແຂ່ງຂາທີ່ອິດເມື່ອຍໂຮຍແຮງ,ຮູ້ສຶກອ່ອນເພຍຫາອັນປຽບບໍ່ໄດ,ຍ່າງໄປຍ່າງໄປ,ໃນທີ່ສຸດກໍ່ຍ່າງບໍ່ໄຫວອີກແລ້ວ,ເລີຍລົ້ມຟຸບເທິງແຜ່ນດິນທີ່ແຕກເຫີບ. ລົມຮ້ອນພັດມາວູ່ໆຈົນຄວາຟູວິນຫົວເມົາເກົ້າ,ເພ່ີນອົດສາມືນຕາຂຶ້ນຫຼຽວເບ່ິງໄປທາງໄກທີ່ມົວຫມອງ,ເພ່ີນຢາກບືນລຸກຂຶ້ນດ້ວຍເຫື່ອແຮງທີ່ຍັງເຫຼືອຢູ່ຫນ້ອຍດຽວ,ແຕ່ເປັນໄປບໍ່ໄດ້,ເພ່ີນຍົກມືຂຶ້ນຊີ້ໄປທາງຫນ້າ,ແລ້ວກໍ່ສິ້ນລົມຫາຍໃຈ. ຫລັງຈາກຄວາຟູເຖິງແກ່ກຳແລ້ວ,ຮ່າງກາຍຂອງເພ່ິນໄດ້ກາຍເປັນສາຍພູສູງສະ ຫງ່າ,ໄມ້ຄ້ອນເທົ້າຂອງເພ່ິນໄດ້ກາຍເປັນປ່າຕົ້ນຫມາກຄາຍທີ່ດົກຫນາ,ດວງຕາເວັນກໍ່ກະຕຸ້ນໃຈຍ້ອນຈິດໃຈອຸດທິດຕົນຂອງຄວາຟູ,ແຕ່ນັ້ນມາ,ດວງຕາເວັນຈ່ິງເລີຍລະງັບຄວາມຮ້ອນຂອງຕົນໄວ້,ເພື່ອໃຫ້ມວນມະນຸດມີຄວາມສຸກແລະຄວາມສຳລານ. ທ່ານຜູ່ຟັງທີ່ຮັກແພງ,ທີ່ຟັງມານັ້ນແມ່ນນິທານເລື່ອງຄວາຟູໄລ່ຕາມຕາເວັນ.ດຽວນີ້,ຄົນທັງຫຼາຍມັກໃຊ້ຄຳສຸພາສິດນີ້ມາຍ້ອງຍໍຜູ່ທີ່ບໍ່ຢ້ານຄວາມຫຍຸ້ງຍາກລຳບາກແລະອາຫານຊານໄຊ,ບໍ່ໄດ້ຕາມຄວາມຄາດຫມາຍກໍ່ບໍຍອມ. ປະຈຸບັນ,ຢູ່ໃນໂລກໂດຍສະເພາະແມ່ນຢູ່ຈີນ,ຢູ່ປັກກ່ິງ,ພະຍາດຊາສ໌ພວມຂ່ົມຂູ່ສຸຂາພາບຂອງຄົນທັງຫຼາຍ,ມີຜົນກະທົບຕໍ່ຊີວິດການເປັນຢູ່ອັນປົກກະຕິຂອງພວກເຮົາ,ແຕ່ພະນັກງານແພດແລະຜູ່ພະຍາບານເປັນຈຳນວນຫຼວງຫຼາຍພັດບໍ່ຢ້ານກົວ, ບໍ່ຫົວຊານຳຄວາມເປັນຄວາມຕາຍຂອງຕົນເອງ,ຕໍ່ສູ້ຢູ່ແນວທີ່ຫນ່ຶງແຫ່ງການຕ້ານ ພະຍາດຊາສ໌,ສ່ວນຄົນຍ່ິງຫຼາຍກໍໄດ້ພ້ອມກັນສ້າງແນວຕ້ານພະຍາດຊາສ໌ດ້ວຍ ຄວາມຮັກແພງແລະການເຄືອນໄຫວຂອງຕົນ,ອາດຈະເວົ້າໄດ້ວ່າ,ພວກເຂົາເຈົ້າ ລ້ວນແຕ່ແມ່ນຄວາຟູຜູ່ກ້າຫານໃນສົງຄາມທີ່ບໍ່ມີຄວັນລະເບີດບັ້ນນີ້.
|
|
|