ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-08 15:54:08    
"ນີ້​ຍັງແມ່ນ​ຄຸນ​ງາມ​ຄວາມ​ດີ​ຂອງ​ທ່ານ​ເຕິ້ງສຽວ​ຜິ​ງ"----ສຳພາດ​ທ່ານ​​​ໂຮ້ອ່ິງ​ໂຕ່ງ ຜູ່​ສະໜັບສະ​ໜູນ​ການກິລາ​ຂອງ​ຈີນ

cri Author: huang
ແຕ່​ນັກ​ກິ​ລາ​ຈີນ​ເຂົ້າ​ສູ່​ການ​ກິລາ​ໂອ​ລິມ​ປິກ​ສະ​​ໄໝ​ປະ​ຈຸ​ບັນ, ມາ​ຮອດ​ເມືອງ​ປັກ​ກ່ິງ​ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ຢ່າງ​ສຳ​ເລັດ​ຜົນ, ຕະ​ຫຼອດ​ຄະ​ນະ​ນັກ​ກິລາ​​ຈີນ​ມ້າງ​​ໂຄງ​ປະ​ກອບ​ກິລາ​​​ແຂ່ງ​ຂັນ​ໂລກ, ​​ເປັນ​ທີ​ສອງ​​ໃນ​ຕາ​ລາ​ຫຼຽນ​ຄຳ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ນັ້ນ​ພຽງ​ແຕ່ 20 ປີ​ອັນ​ສັ້ນໆ. ​ແມ່ນ​ກຳລັງ​ຫຍັງ​ຈ່ຶງ​ເຮັດ​ໃຫ້​ກິ​ລາ​ແຂ່ງ​ຂັນ​ຂອງ​ຈີນ​ບິນ​ພຸ່ງ​ຂຶ້ນ​ໄວປານ​ລູກ​ສອນ​​​​ໄຟ​ຂຶ້ນ​ສູ່​ທ້ອງ​ຟ້າ.

ມີ​ຂໍ້​ໜ່ຶງ​ທ່ີ​ສາມາດ​ເຊື່ອ​ໄດ້​ວ່າ, ​ຖ້າ​ບໍ່​ມີ​ຊາວ​ຈີນ​ເປັນ​ລ້ານ​ເປັນ​​ໂກດພ້ອມ​ຈິດ​ພ້ອມ​ໃຈ, ຖ້າ​ບໍ່​ມີ​ຄົນ​ກິ​ລາ​ຫຼາຍ​ເຊັ່ນ​ຄົນ​ຮ່ວມ​​ໃຈ​ຮ່ວມ​ແຮງ​ກັນ, ຖ້າ​ບໍ່​ມີ​ຜູ່ຄົນ​ທ່ີ​ອອກ​ແຮງ​ສະ​ໜັບ​ສະ​ໜູນ​ການ​ກິ​ລາ​ຈີນ​ນັ້ນ​ແລ້ວ, ​ເດັດ​ດ່ຽວ​ບໍ່​ຫ່ອນ​ຊິ​ມີ​ຄວາມ​ຈະ​ເລ່ີນ​ຮຸ່ງ​ເຮືອງ​ຂອງ​ການ​ກິ​ລາ​ຈີນ​ໃນ​ປະ​ຈຸ​ບັນ. ສະ​ນັ້ນ, ​ໃນ​ເວ​ລາ​ທ່ີ​ຄົນ​ທັງ​ຫຼາຍ​ມອບ​ດອກ​ໄມ້​ສົດ​ແລະ​ສຽງ​ຕົບມື​ໃຫ້​ແກ່​ນັກ​ກິ​ລາ​​ຈີນ​, ພວກ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢຽມ​ທ່ານ​ໂຮ້​ອ່ິງ​ໂຕ່ງ ຮອງ​ປະທານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ​ເຊ່ິງ​ທ່ານ​ເປັນ​ຜູ່​ແທນ​ທ່ີດີ​ເດັ່ນ​ຜູ່​ໜ່ຶງ​ໃນ​ຜູ່​ສະ​ໜັບ​ສະ​ໜູນ​ການ​ກິລາ​ຈີນ​ຫຼວງ​ຫຼາຍ ​ແລະ​ທ່ານ​ເປັນ​ຜູ່​ມີ​ອາ​ຍະ​ສູງ​ຢູ່​ຮົງ​ກົງ​ພັດ​ສະ​ໜັບ​ສະ​ໜູນ​ການ​ກິລາ​ຈີນ​ຫຼາຍ​ສິບ​ປີ​ມາ​ແລ້ວ.

"ນີ້​ຍັງ​ແມ່ນ​ຄຸນ​ງາມ​ຄວາມ​ດີ​ຂອງ​ທ່ານ​ເຕິ້ງ​ສຽວ​ຜິ​ງ!" ບໍ່​ຄຶດ​ບໍ່​ຝັນ​ວ່າ, ທ່ານ​ໂຮ້ອ່ິງ​ໂຕງ​ອາ​ທິ​ປາຍ​ຄວາມ​ຈະ​ເລ່ີນ​ຮຸ່ງ​ເຮ່ືອງ​ຂອງ​ການ​ກິລາ​ຈີນ​ໃນ​ຊູ່​ມື້​ນີ້, ທ່ານ​ເວົ້າວ່າ, "ຄັນ​ບໍ່​ມີ​ທ່ານ​ເຕິ້ງ​ສຽວ​ຜິ​ງ, ​ເສດ​ຖະ​ກິດ​ຈີນ​ກໍ​ບໍ່ຫ່ອນ​ຊິ​ພັດ​ທະ​ນາ​ໄວ​ຄື​ຊູ່​ມື້​ນີ້. ຄັນບໍ່​ມີ​ເສດ​ຖະ​ກິດ​ທ່ີ​ໄດ້​ພັດທະນາ, ກິລາ​ຈີນ​ກໍ​ບໍ່​ຫ່ອນ​ມີ​ຜົນ​ງາມຄື​ຊູ່​ມື້​ນີ້."

ທ່ານ​ໂຮ້ອ່ິງ​ໂຕ່ງ​ມີ​ທັດ​ສະ​ນະ​ສັດ​ຈະ​ວິ​ພາກ​ຕໍ່​ເສດ​ຖະ​ກິດ​ກັບ​ກິ​ລາ. ທ່ານ​ເຊ່ືອ​ໝັ້ນ​ວ່າ, ​ເມ່ືອ​ເສດ​ຖະ​ກິດ​ໄດ້​ພັດ​ທະ​ນາ​ແລ້ວ​ຈ່ຶງ​ຊັກ​ຈູງ​ກິລາ​ກ້າວ​ໜ້າ​ໄດ້. ພ້ອມ​ກັນນັ້ນ, ທ່ານ​ກໍ່​ກ່າວ​ເນັ້ນວ່າ, "​​ປະ​ເທດ​ເຂັ້ມ​ແຂງຂຶ້ນ​ນັ້ນ​ຕ້ອງ​ເລ່ີ​ມ​ແຕ່​​ຮ່າງ​ກາຍ​​ເຂັ້ມ​ແຂງ​ຂຶ້ນ." ທ່ານ​ເວົ້າວ່າ, "ລະດັບ​ກິ​ລາ​ກໍ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນຄວາມ​ຈະ​ເລີ​ນ​ເຂັ້ມ​ແຂງ​ແຫ່ງ​ຊາດ. ກິລາ​ໃນ​ໄລຍະ​ສັນ​ຕິ​ພາບ​ແມ່ນ​ອິດ​ທິ​ພົນ​ທ່ີ​ປັດ​ໃຈ​ທາງ​ການ​ເມືອງ​ ​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະທຳ​ຈະ​ເຂົ້າ​​ແທນບໍ່​ໄດ້. ຜົນ​ງາມ​ທ່ີ​ພວກ​ຂ້າ​ພະ​ເຈົ້າ​ຍາດ​ມາ​ໄດ້​ໃນງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ນີ້​ແມ່ນ​ເລ່ືອງ​ອັດ​ສະ​ຈັນ. ສະ​ນັ້ນ, ຊາວ​ຈີນ​ຜູ່​ໃດ​ກໍ​ເປີກ​ບານ​ມ່ວນ​ຊ່ືນ, ຊາວ​ຕ່າງ​ປະ​ເທດ​ກໍ​ຮູ້​ສຶກ​ຕ່ືນ​ຕົກ​ໃຈ​ຫຼາຍ. ນີ້​ກໍ​ແມ່ນ​ກຳລັງ​ແຫ່ງ​ກິລາ."

ກ່ຽວ​ກັບ​ເສດ​ຖະກິດ​ກັບ​ການ​ກິລາ, ຜູ່​ຊົງ​ຄຸນ​ວຸທິດ​ໃນວົງ​ການ​ການ​ຄ້າ​ຮົງ​ກົງ​ເວົ້າ​ວ່າ, ງານ​ກິລາ​ໂອ​ລິມ​ປິກ​ປັກ​ກ່ິງ​ມີ​ໂອກາດ​ການ​ຄ້າ​ຫຼາຍ. ທ່ານ​ເວົ້າວ່າ, "ຫຼັງ​ຈາກ​ງານ​ກິລາ​ໂອ​ລິມ​ປິກ​ປີ 1964​ແລ້ວ, ​ເສດ​ຖະ​ກິດ​ຂອງ​ຍ່ີ​ປຸ່ນ​ໄດ້ບິນ​ພຸ່ງ​ຂຶ້ນ; ຫຼັງ​ຈາ​ກງານ​ກິລາ​ໂອ​ລິ​ມປິກ​ເຊ​ອຸນ​ປີ 1988 ​ແລ້ວ, ​ເສດ​ຖະ​ກິດ​ຂອງ​ສ.​ເກົາ​ຫຼີ​ກໍ​ບິນ​ພຸ່ງ​ຂຶ້ນ. ຂ້າ​ພະ​ເຈົ້າຫວັງ​ວ່າ, ງານ​ກິລາ​ໂອ​ລິ​ມປິກ​ປັກ​ກ່ິງ​ກໍ​ສາມາດນຳ​ເອົາ​ພະລັງແມ່​ແຮງ​ຫຼວງ​ຫຼາຍ​ແກ່​ເສດ​ຖະກິດ​ຈີນ."

ນັກ​ກິ​ລາ​ຈີນ​ໄປ​ຢ້ຽມຢາມ​ຮົງກົງ​ໄດ້​ເຮັດ​ໃຫ້​ທ່ານ​ໂຮ້ອ່ິງ​ໂຕ່ງທ່ີ​ມັກ​ກິ​ລາ​ນັ້ນ​ດີ​ໃຈຫຼາຍ. ພໍ​ເວົ້າ​ເຖິງ​ທ້າວ​ລິວ​ສຽງ ຜູ່​ຊະ​ນະ​ເລີດໃນ​ການ​ແຂ່ງຂັນ​​ຂ້າມ​ຮົ້ວ 110 ​ແມດ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​, ທ່ານ​ກໍ​ເວົ້າ​ວ່າ, ທ້າວ​ລິວ​ສຽງ​ແມ່ນ​ຜູ່​ສ້າງ​ອັດ​ສະ​ຈັນ​​ໃຫ້​ແກ່​ກິລາ​ຈີນ. ລາວ​ໄດ້​ທັບ​ມ້າງ​ທິດ​ສະ​ດີ​ກ່ຽວ​ເຊື້ອ​ຊາດ​ໃນ​ສະ​ໜາມ​ການ​ແຂ່ງ​ຂັນ​ແລ່ນ​ແລະ​ລານ​. ນອກ​ຈາກ​ນີ້, ທ່ານ​ໂຮ້ອ່ິງ​ໂຕ່ງ​ທ່ີ​ມັກ​ຫຼິ້ນ​ເທັນ​ນິສ​ຍັງ​ເວົ້າ​ເຖິງ​ຫຼຽນ​ຄຳ​ຂອງ​ການ​​ແຂ່ງ​ຂັນ​ເທັນ​ນິສຕີ​ຄູ່​ເພດ​ຍິງນັ້ນ​ໂດຍ​ສະ​ເພາະ. ​ເພ່ິນ​ທັງ​​ແກວ່ງ​ຫົວ​ທັງ​ຍິ້ມ​​ວ່າ, " ຫຼຽນ​ຄຳ​ຫຼຽນນີ້​ຈັ່ງ​ແມ່ນ​ຄຶດ​ນຶກ​ບໍ່​ໄດ້, ຄົນ​ຈີນ​ພວກ​ເຮົາ​ກໍ​ຮັບ​ຫຼຽນຄ​ຳ​ເທັນ​ນິສຕີ​​ໃນງານ​ກິລາ​ໂອ​ລິ​ມປິກ​ໄດ້." ຄວາມ​​ເອກອ້າງທະ​ນົງ​ໃຈ​ໄດ້​ສະ​ແດງ​ອອກ​ຢ່າງ​ເຕັມ​ທ່ີ​ໃນ​ຄວາມ​ເວົ້າ​ຂອງ​ເພ່ິນ.

ທ່ານ​ໂຮ້​ອິ່ງ​ໂຕ່ງ​ມີ​ອາ​ຍຸ 82 ປ​ີ​ແລ້ວ​ສີ​ໜ້າ​ແດງ​ຮຸນໆ, ຈິ​ດ​ໃຈ​ຊ່ື​ນບານ. ສ່ິງ​ທ່ີ​ເຮັດ​ໃຫ້​ນັກ​ຂ່າວ​ຮູ້​ສຶກ​ບໍ່​ນຶກ​ບໍ່​ຝັນ​ນັ້ນ​ແມ່ນ​ຜູ່​​ເຖົ້າ​ຜູ່​ນີ້​ເຄີ​ຍເປັນ​ມະ​ເຮັງ​ລິມ​ຟາ​ຕິກ​​ໃນປີ 1983 . ດຽວ​ນີ້, ​ເພ່ິນ​ຍັງ​ນິ້ີ້​ຍືດ​ໝັ້ນ​ຫຼິ້ນ​ເທັນ​ນິສ​ຕີ​ຊົ່ວ​ໜ່ຶງ​ໃນ​ທຸກ​ໆ​ມື້. ​ເພ່ິນ​ເວົ້າ​ວ່າ, ນີ້​ແມ່ນ​ຍ້ອນ​ຫັດ​ກາຍ. ​ເພ່ິນ​ເວົ້າ​ດ້ວຍ​ຄວາມ​ໂອບ​ອ້ອມ​ອາລີ​ຕໍ່​ນັກ​ຂ່າວ​ວ່າ, " ​ແຕ່​ກ່ອນ, ຊາວ​ຈີນ​ກິນ​ບໍ່​ອ່ີມ, ນຸ່ງ​ບອຸ່ນ, ດຽງນີ້, ​ເສດ​ຖະ​ກິດ​ພັດ​ທະ​ນາ​ດີ​ຂຶ້ນ​ແລ​້ວ, ​ກິ​ລາ​ກໍ່​ກ້າວ​ໜ້າ​ແລ້ວ, ຕໍ່​ໄປ, ຄວນ​ເຜີ​ຍ​ແຜ່​ກິ​ລາ​ໃຫ​ທົ່ວ​ເຖິງ​ກັນ. ​ເວົ້າ​ສຳ​ລັບ​ທ່ົວ​ທັງ​ຊາດ​ແລ້ວ, ຫຼຽນ​ຄຳ​ແມ່ນ​ສຳ​ຄັນ​ຫຼາຍ, ​ແຕ່​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ກໍ​​ສຳ​ຄັນ​ທ່ີ​ສຸດ​ເຊັນ​ດຽວ​ກັນ."