ໃນຍາມຮ້ອນປີໜ່ຶງໃນສະໄໝສາມກົກຂອງຈີນ, ໂຈໂສຍົກທັບໄປຕີຈາງຊິ້ວ. ເວລານັ້ນ ພວມແດດຮ້ອນແຜດເຜົາ, ທ້ອງຟ້າບໍ່ມີເມກພໍກ້ອນ, ກອງທະຫານເດີນທັບຕາມທາງພູທ່ີຄົດໆລ້ຽວໆ, ປ່າໄມ້ອັນຕຶບໜາແລະກ້ອນຫີນຢູ່ສອງຟາກທາງທ່ີ່ຖືກແດດເຜົາເຮັດໃຫ້ຄົນອຶດອັດຈົນຫາຍໃຈບໍ່ຮອດທ້ອງ. ຮອດຕອນທ່ຽງ, ພວກທະຫານເຫ່ືອໄຫຼອາບໂຕຈົນສົ້ງເສື້ອປຽກໄປໝົດ, ການເຄ່ືອນທັບກໍຊ້າລົງ, ທະຫານຫຼາຍຄົນທ່ີຮ່າງກາຍອ່ອນໂຊຈົນລົ້ມສະຫຼົບຢູ່ຂ້າງທາງ.
ໂຈໂສໄດ້ເຫັນການເດີນທັບຊ້າລົງຊັກໄຊ້, ເປັນຫ່ວງຈະພາດໂອກາດໂຈມຕີສັດຕູ, ຈ່ຶງຮ້ອນຮົນທ່ີສຸດ. ແຕ່ໃນຂະນະນີ້ກອງທະຫານຫຼາຍໝ່ືນຄົນແລະມ້າກະຫາຍນ້ຳແຕ່ບໍ່ມີນ້ຳກິນພໍຢອດ, ຈະເດີນທັບໄດ້ໄວແນວໃດ? ໂຈໂສເອີ້ນເອົາຜູ່ພາທາງມາຊິ່ມຖາມເບ່ິງວ່າ: "ຢູ່ບໍລິເວນໃກ້ໆນີ້ມີີນ້ຳບໍ່?" ຜູ່ພາທາງແກວ່ງຫົວແລະເວົ້າວ່າ: " ບໍ່ນ້ຳຢູ່ຮ່ອມພູເບື້ອງນ້ຳພຸ້ນ, ຈະຍ່າງລ້ຽວໄປທາງນັ້ນຍັງຕ້ອງໄກເຕີບ." ໂຈໂສຄິດຢູ່ຄາວໜ່ຶງແລ້ວເວົ້າວ່າ: "ບໍ່ໄດ້, ບໍ່ທັນແລ້ວ." ເຂົາຫຼຽວເຫັນປ່າໄມ້ຢູ່ຕໍ່ໜ້າ ຄິດບຶດໜ່ຶງແລ້ວບອກຜູ່ພາທາງວ່າ: "ເຈົ້າບໍ່ຕ້ອງເວົ້າຫຍັງ, ຂ້ອຍຈະຊອກວິທີແກ້ໄຂເອງ".
ໂຈໂສຮູ້ດີວ່າ ໃນເວລານີ້ເຖິງຂ້ຽວໃຫ້ກອງທະຫານຍ່າງໄວເຂົ້າກໍບໍ່ໄດ້ຜົນຫຍັງ. ໃນທັນໃດນັ້ນໂຈໂສໄດ້ຄິດອອກວິທີໜ່ຶງ, ແລ້ວຂີ່ມ້າແລ່ນຂຶ້ນໜ້າກອງທະຫານ, ຮີດແສ້ບາດໜ່ຶງແລ້ວຊີ້ໄປທາງໜ້າວ່າ: "ທະຫານທັງຫຼາຍ ຂ້າພະເຈົ້າຮູ້ວ່າຢູ່ຕໍ່ໜ້າມີຕົ້ນໝາກສົ້ມເປັນປ່າກວ້າງໃຫຍ່, ໝາກສົ້ມທັງໃຫຍ່ທັງແຊບ, ພວກເຮົາຮີບຂ້ຽວຍ່າງໄວໆ, ລ້ຽວໄປຕາມທາງພູທາງນີ້ກໍຈະຮອດປ່າໝາກສົ້ມໂລດ!"ພວກທະຫານທັງຫຼາຍພໍໄດ້ຍິນປ່າໝາກສົ້ມ, ກໍເຂັດແຂ້ວໄວ້ຖ້າຈົນນ້ຳລາຍຍ້າມອອກ,ປານວ່າໄດ້ກິນໝາກສົ້ມເຕັມປາກ, ແລ້ວພາກັນມີແຮງຈ້າວຂຶ້ນ, ກໍເລີຍຍ່າງໄວເຂົ້າວັບໆຢ່າງບໍ່ຮູ້ສຶກຕົວ.
ວິທີຂອງໂຈໂສສະຫຼາດບໍ່, ດຽວນີ້ ພວກເຮົາມັກໃຊ້ສຸພາສິດຄຳວ່າ "ຄຶດຫາໝາກສົ້ມແກ້ຄໍແຫ້ງ" ນີ້ອຸປະມາການໃຊ້ວິທີເພີ້ຝັນມາປະໂລມໃຈຕົນເອງຫຼືຜູ່ອື່ນ.
|