ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-08 18:58:40    
ລີ້​ຈ່ຽງ ເມືອງ​ບູ​ຮານ​(ສຽງ)

cri Author: zs

​​​​ລີ້​ຈ່ຽງ ເມືອງ​ບູຮານທີ່​ຕັ້ງຢູ່​ແຂວງ​ຢຸນນານ​ຂອງ​ຈີນ,​​ໃນເວລາ​ຫາ​ກໍ່ສ້າງ​ຕັ້ງຂຶ້ນ,​ແຫ່ງ​ນີ້ກໍ​ຕ່າງ​ກັບເມືອງອ່ືນໆສ່ວນ​ຫຼາຍຂອງ​ຈີນ​ແລ້ວ.​ເມືອງ​ນີ້​ບໍ່​ມີ​ກຳ​ແພງ​ແລະ​ປະຕູ​ທີ່​ສູງ​ໃຫຍ່,​ແລະກໍ​ບໍ່​ມີ​ຖະໜົນ​ຫົນທາງທີ່​ຈັດ​ວາງ​ຢ່າງ​ເປັນ​ລະບຽບ.ທິວ​ທັດ​ເມືອງ​ພູ​ທີ່​ເກົ່າ​ແກ່​ແລະ​ທຳ​ມະ​ຊາດ​ພ້ອມ​ດ້ວຍ​ວັດທະນະທຳ​​ແລະ​ຮີດຄອງປະ​ເພນີ​ຊົນ​ເຜ່ົາ​ອັນ​ພິ​ເສດຂອງ​ແຫ່ງ​ນີ້​ກໍ​ແມ່ນເຫດຜົນ​ທີ່​ດີທີ່​ສຸດທີ່​​ເມືອງ​ລີ້​ຈ່ຽງຖືກ​ຈັດ​​ເຂົ້າເປັນມໍລະດົກ​ວັດທະນະທຳ​ຂອງໂລກ.ຕໍ່​ໄປ​ເຊີນ​ຟັງ​ບົດ​ແນະນຳ​ເມືອງ​ລີ້​ຈ່ຽງ​ເມືອງ​ບູຮານ.

​ເມືອງ​ລີ້​ຈ່ຽງຕັ້ງຂຶ້ນ​ເມື່ອທ້າຍ​ສະຕະວັດ​ທີ12,ຢູ່​ດິນພຽງ​​ແຫ່ງໜ່ຶງ​​ເທິງພູ​ພຽງທີ່​ສູງ​ກວ່າ​ໜ້າ ນ້ຳທະ​ເລ2400​ແມັດ,​ເນື້ອ​ທີ່​ທັງ​ໝົດ​ກວ້າງ​ປະມານ4​ຕາຕະລາງ​ກິ​ໂລ​ແມັດ.​ມີ10​ກວ່າ​ຊົນ​ເຜ່ົາ​ຕັ້ງພູມລຳ​ເນົາ​ຢູ່​ແຫ່ງ​ນີ້,​ເຊັ່ນ​ເຜ່ົາ​ນ້າ​ຊີ່ ​ເຜ່ົາ​ລີ້ຊູ້ ​ເຜ່ົາ​ຮ້ານ ​ເຜົ່າ​ຜູ​ມີ ​ເຜ່ົາ​ປາຍ​ ​ເຜ່ົາ​ອີ​ແລະ​ເຜົ່າ​ຕິ​ເບ​ດ​ເປັນຕົ້ນ.​ໃນ​ນັ້ນ,​ປະຊາກອນ​ເຜ່ົາ​ນ້າ​ຊີ່​ກວມປະມານ70%.

"ຕົວ​ເມືອງ​ກັບ​ນ້ຳໜອງ​ຕ່າງ​ອາ​ໄສ​ກັນ"​ແມ່ນ​ສີສັນ​ພິ​ເສດ​ອັນ​ໜ່ຶງ​ຂອງ​ເມືອງ​ບູຮານ​ລີ້​ຈ່ຽງ. ໜອງ​ເຮ່​ລົງ​ທີ່​ຕັ້ງຢູ່​​ເບື້ອງ​ເໜືອຂອງເມືອງ​ແມ່ນ​ແຫຼ່ງນ້ຳຕົ້ນຕໍ​ຂອງ​ເມືອງ​ນີ້.ນຳ້​​ໃນໜອງ​ໄຫຼ​ແຕ່​ເໜືອ​ລົງ​ໃຕ້,​ເມື່ອ​ໄຫຼເຂົ້າ​ເມືອງ​ແລ້ວ​ກໍ​ແບ່ງ​ອອກເປັນຫຼາຍກິ່ງ​ງ່າ​ສາຂາ​ຈົນນັບ​ບໍ່​ຖ້ວນ, ບາງ​ສາຍ​ໄຫຼ​ເຂົ້າ​ເດີ່ນ​ບ້ານ,ບາງ​ສາຍ​ໄຫຼຜ່ານ​ຖະໜົນ​ຫົນທາງ,ຈົນກາຍເປັນ​ທິວ​ທັດ​ທີ່ຖະ ໜົນ​ຫົນທາງ​ກັບຄອງນ້ຳລຳ​ເຊສັບ​ໄຂວ່​ກັນ,​ແລະ​ບາງ​ບ່ອນ​ປຸກເຮືອນ​ຢູ່ເທິງ​ນ້ຳກໍ​ມີ.ຢູ່​ເທິງ​ຕາໜ່າງນ້ຳຫ້ວຍ​ຫ່ອງ,ມີ​ຂົວ​ຫີນ ຂົວ​ໄມ້​​ແບບ​ຕ່າງໆ354​ແຫ່ງ,​​ຄວາມ​ຖີ່​ລະຫວ່າງຂົວ​​ໃນ​ເມືອງ​ລີ້​ຈ່ຽງ​ແມ່ນ​​ເປັນ​ທີ​ໜ່ຶງ​ໃນ​ເມືອງ​ບູຮານຂອງ​ຈີນ.

​ຕັ້ງແຕ່​ຍາມ​ດຶກ​ດຳ​ບັນ,​ເຜ່ົາ​ນ້າ​ຊີ່​ກໍ​ມີ​ວັດທະນະທຳ​ຊົນ​ເຜ່ົາ​ອັນ​ພິ​ເສດ​ຂອງ​ຕົນ,ຍ້ອນ​ວ່າ​ມັນຕົ້ນ ຕໍ​ຮັກສາ​ໄວ້​ຢູ່​ສາສະໜາ​ຕົ່ງ​ປ່າ ສາສະໜາ​ຂອງ​ເຜ່ົາ​ນ້າ​ຊີ່​,ຈຶ່ງ​ຖືກ​ເອີ້ນ​ເປັນ​ວັດທະນະທຳ​ຕົ່ງ​ປ່າ.ວັດທະນະທຳ​ຕ່ົງ​ປ່າຕົ້ນຕໍ​ລວມທັງ​ຕົວ​ໜັງສື​ຕົ່ງ​ປ່າ ຄຳ​ພີ​ຕົ່ງ​ປ່າ ຮູບ​ແຕ້ມ​ຕົ່ງ​ປ່າ ດົນຕີ​ຕົ່ງ​ປ່າ ການ​ຟ້ອນ​ລຳ​ຕົ່ງ​ປ່າ​ແລະ​ພິທີ​ບູຊາ​ໄຫວ້​ພະ​ຊະນິດ​ຕ່າງໆ​ເປັນຕົ້ນ.

ຕົວ​ໜັງສືຕົ່ງ​ປ່າ​ຂຶ້ນກັບ​ຕົວ​ໜັງສືພາບ,ລວມມີ​ຕົວອັກສອນ1400​ຕົວ,ຈົນ​ຮອດ​ປະຈຸ​ບັນ​ນີ້​ຍັງ​ມີ​ຄົນ​ໃຊ້​ຢູ່,​ເພິ່ນ​ຈຶ່ງ​ເອີ້ນ​ເປັນ​ຕົວ​ໜັງສື​ພາບ​ທີ່​ຍັງ​ມີ​ຊີວິດ​ພຽງ​ໜ່ຶງ​ດຽວ​ໃນ​ໂລກ​ໃນ​ປະຈຸ​ບັນ​ນີ້,ຖືກ​ຖື​ເປັນ​ມໍລະດົກ​ວັດທະນະທຳ​ອັນ​ລ້ຳຄ່າ​ຂອງ​ມວນ​ມະນຸດ.ມັນ​ໄດ້​ດຶງ​ດູດ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ວົງ​ການ​ວິຊາ​ສາກົນ​ແຕ່​ຊຸມ​ປີ70​ສະຕະວັດ​ທີ19,ຈົນ​ຮອດ​ປະຈຸ​ບັນ​ນີ້​ຍັງ​ມີ​ຄົນຈຳນວນ​ຫຼວງຫຼາຍຄົ້ນຄວ້າ​ວັດທະນະທຳ​ຕົ່ງ​ປ່າ​ຢູ່.

ຄຳ​ພີ​ຕົ່ງ​ປ່າ​ແມ່ນ​ຄຳ​ພີ​ທີ່​ຂຽນ​ດ້ວຍ​ຕົວ​ໜັງສື​ຕົ່ງ​ປ່າ.ປະຈຸ​ບັນ​ນີ້​ຍັງຮັກສາ​ໄວ້4​ໝື່ນ​ກວ່າ​ເຫຼັ້ມ.ນອກຈາກ​ຈີນ​ແລ້ວ,ຢູ່​ຫຼາຍປະ​ເທດ ​ເຊ່ັນ ອາ​ເມ​ລິ​ກາ ອັງກິດ​ແລະຝຣ່ັງ​ເປັນຕົ້ນກໍ​​ໄດ້​ຮັກສາ​ໄວ້​ຄຳ​ພີ​ຕ່ົງ​ປ່າ.

ຄຳ​ພີ​ຕົ່ງ​ປ່າ​ມີ​ເນື້ອ​ໃນ​ອຸດົມ​ສົມບູນ,​ແມ່ນ​ຂໍ້​ມູນ​ເອກະສານ​ອັນ​ລ້ຳຄ່າທີ່​ຄົ້ນຄວ້າ​ແນວ​ຄິດ​ປັດ​ຊະ​ຍາ​​ໃນ​ສະ​ໄໝ​ບູຮານ​ຂອງ​ເຜົ່ານ້າ​ຊີ່ ສາສະໜາ​ຮີດຄອງ​ປະ​ເພນີ ປະ​ຫວັດ​ສາດ​ສັງຄົມ ຈະລິ​ຍະ​ທຳ​ສິນ​ທຳ ການ​ພົວພັນ​ລະຫວ່າ​ງບັນດາ​ຊົນ​​ເຜ່ົາ ສິລະ​ປະ​ວັນນະຄະດີ​ພ້ອມ​ດ້ວຍ​ການ​ປາກ​ເວົ້າ​ແລະ​ຕົວ​ອັກສອນ​ເປັນ​ຕົ້ນ.

ຮູບ​ແຕ້ມ​ຕ່ົງ​ປ່າ​ແບ່ງ​ເປັນ​ສາມ​ປະ​ເພດ ​ເຊັ່ນ​ຮູບ​ແຕ້​ມທີ່​ແຕ້ມ​ເທິງ​ບ້າຍ​ໄມ້ ຮູບ​ແຕ້ມ​ທີ່​ແຕ້ມ​ເທິງ​ບ້າຍ​ເຈ້​ຍ​ແລະ​ຮູບ​ແຕ້ມ​ທີ່​ມ້ວນ​ໄວ້​ເປັນ​ມ້ວນ,​ໃນ​ນັ້ນ,ຮູບ​ແຕ້ມ​ທີ່​ມ້ວນ​ໄວ້​ເປັນ​ມ້ວນມີຊື່​ສຽງ​ດົ່ງ​ດັງ​ກວ່າ​ໝູ່.ຮູບ​ແຕ້ມທາງ​​ເທວະ​ດາ​ແມ່ນ​ຕົວ​ແທນ​ຂອງ​ຮູບ​ແຕ້ມ​ຕົ່ງ​ປ່າ,ຮູບ​ແຕ້ມ ແຜ່ນ​ນີ້​ຍາວ14​ແມັດ,​ເນື້ອ​ໃນ​ແບ່ງ​ເປັນ​ສາມ​ພາກ,ຕ່າງ​ໄດ້​ສະ​ແດງ​ສະຫວັນ ​ເມືອງ​ມະນຸດ​ແລະ​ນາຮົກ​.ໃນ​ຮູບ​ແຕ້ມ​ແຜ່ນ​ນີ້ລວ​ມ​ໄດ້​ແຕ້ມ400ກວ່າຮູບຊົງ​ຂອງຄົນ ​ເທວະ​ດາ ພະພຸດ ທະ​ເຈົ້າ​ແລະ​ສັດ.ຮູບຊົງ​ໃນ​ຮູບ​ແຕ້ມ​ແຜ່ນ​ນີ້ຮຽບໆ,ຄື​ໂຕ​ຢົ້ງໆ,ບໍ່​ໄດ້​ໃຊ້​ສີສົດ.

ດົນຕີ​ຕົ່ງ​ປ່າ​ຖືກ​ເອີ້ນ​ເປັນ​ດົນຕີ​ຄຳ​ພີ​ຖ້ຳລີ້​ຈ່ຽງ,​ແຕ່​ເດີ່ມ​ແມ່ນ​ດົນຕີ​ຄຳ​ພີ​ຖ້ຳສາສະໜາ​ເຕົາ​ຂອງ​ເຜ່ົາ​ຮ້ານ,​ໃນກາງ​ສະຕະວັດ​ທີ15​,ຫົວ​ໜ້າ​​ເຊື້ອ​ຕະກຸນ​ມູ້ນຳມັນ​ເຂົ້າລີ້​ຈ່ຽງ​ແລະ​​ສືບ ທອດ​ກັນ​ມາ​ຈົນ​ຮອດ​ປະຈຸ​ບັນ​,​ໄດ​້ກາຍ​ເປັນ​ດົນຕີ​ບູຮານ​ທີ່​ປະສານ​ດົນຕີ​ຄຳ​ພີ​ຖ້ຳສາສະໜາ​ເຕົາ​ເຜ່ົາ​ຮ້ານ ດົນຕີສຳນັກ​ປັດ​ຊະ​ຍາຍ​ຂົງຈື​ແລະ​ດົນຕີ​ບັນພະ​ບູລຸດ​ເຜ່ົາ​ນ້າ​ຊີ່​ເປັນ​ເອກະ​ພົບ​ດຽວ,​ແມ່ນ​ດົນຕີ​ອັດສະຈັນ​ທີ່​ບໍ່​ມີ​ອັນ​ທີ​ສອງ​ໃນ​ໂລກ,ຖືກ​ວົງ​ການ​ດົນຕີເອີ້ນ​ເປັນ​ຊາກ​ຫີນ​ດົນຕີ​ທີ່​ຍັງ​ມີ​ຊີວິດຢູ່.
ພິທີ​ບູຊາ​ໄຫວ້ພະ​ຂອງ​ສາສະໜາ​ຕົ່ງ​ປ່າ​ມີ50​ກວ່າ​ຊະນິດ.​ໃນ​ນັ້ນພິທີ​ທີ່​ມີ​ຂະໜາດຂ້ອນ​ຂ້າງ​ໃຫຍ່​ແມ່ນ​ພິທີ​ໄຫວ້​ເທວະ​ດາ​ເຈົ້າຟ້າ ພິທີ​ໄຫວ້​ເທວະ​ດາ​ເຈົ້າລົມ​ແລະ​ພິທີ​ສະ​ແຫວ​ງຫາ​ອາຍຸ​ໝັ້ນຂວັນ​ຍືນ​ເປັນຕົ້ນ.

​ເມືອງ​ບູຮານ​ລີ້​ຈ່ຽງ​ໄດ້​ຈະ​ເລີ​ນຮຸ່ງ​ເຮືອງ​ມາ800ກ​ວ່າ​ປີ​ແລ້ວ,ຕາໜ່າງຫົນທາງ​ທີ່​ບໍ່​ເປັນ​ລະ ບຽບ,​ແລະ​ສິ່ງ​ກໍ່ສ້າງ​ທີ່​ຕັ້ງ​ແຈກ​ຢາຍ​ຢູ່​ຕາມ​ພູຜາ​ແມ່ນ້ຳ,​ເຮັດ​ໃຫ້​​ເມືອງ​ບູຮານ​ແຫ່ງ​ນີ້​​ເຕັມ​ໄປ​ດ້ວຍ​ກຳລັງ​ຊີວິດ​ແລະ​ມີ​ສະ​ເໜ.ນີ້​ແມ່ນ​ເຫັນ​ໜ້ອຍ​ທີ່​ສຸດ​ໃນບັນດາ​ເມືອງ​ເກົ່າ​ແກ່​ທີ່​ຮັກສາ​ໄວ້​ຈົນ​ຮອດ​ປະຈຸ​ບັນ​ຂອງ​ຈີນ.​ເຜ່ົາ​ນ້າ​ຊີ່​ກັບເຜ່ົາ​ອື່ນໆ​ທີ່​ຕັ້ງພູມລຳ​ເນົາ​ຢູ່​ແຫ່ງ​ນີ້​ໄດ້​ພ້ອມ​ກັນ​ປະດິດ​ສ້າງ​ວັດທະນະທຳ​ຊົນ​ເຜ່ົາ​ອັນ​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ.ບໍ່​ວ່າຖະໜົນ​ຫົນທາງ ປະຕູ​ໂຂງ ສະໜາມ​ຫຼວງ ລະບົບ​ນ້ຳ ຂົວ​ຫຼືວ່າ​ສິ່ງ​ເອ້ຍ້ອງ​ເຮືອນ​ຢູ່​ໃນ​ເມືອງ​ບູຮານ​ລີ້​ຈ່ຽງ, ​ເລື່ອງ​ໃດ​ເລ່ືອງ​ໜຶ່ງ​ກໍ​ຊຶມ​ເຂົ້າທັດສະນະ​ດ້ານ​ວັດທະນະທຳ​ແລະ​ວິຈິດ​ຕະກຳ​ຂອງ​ຊາວ​ເຜ່ົາ​ນ້າ​ຊີ່, ສ່ອງ​​ແສງ​ໃຫ້​ເຫັນ​ເນື້ອ​ໃນ​ວັດທະນະທຳຂອງ​ຊົນ​ເຜ່ົາ​ທ້ອງ​ຖິ່ນ​​ໃນ​ຫຼາຍດ້ານ ​ເຊັ່ນ ສາ ສະ ໜາ ສຸນທອນ​ວິທະຍາ​​ແລະ​ວັນນະຄະດີ​ເປັນນຕົ້ນ,​ໄດ້ວາງສະ​ແດງ​ເນື້ອ​ໃນ​ປະ​ຫວັດສາດ ວັດທະນະທຳ​ອັນ​ດຶບໜາ​ແລະ​ອຸດ​ົມສົມບູນ.

ປີ1997,​ເມືອງ​ລີ້​ຈ່ຽງ​ໄດ້ຖືກ​ຈັດ​ເປັນ​ມໍລະດົກ​ວັດທະນະທຳ​ຂອງ​ໂລກ.ຜູ່​ຊ່ຽວຊານ​ຂອງ​ຄະນະ​ກຳມະການ​ຄັດ​ເລືອກ​ປະ​ເມີນມໍລະດົກ​ໂລກ​ຕີ​ລາຄາ​ວ່າ,​ເມືອງ​ລີ້​ຈ່ຽງ​​ເມືອງບູຮານ ແມ່ນ​ເຂດ​ຊົນ​ເຜ່ົາ​ສ່ວນ​ໜ້ອຍ​ຕັ້ງພູມລຳ​ເນົາ​ຢູ່​​ທີ່​ມີ​ຄວາມ​ໝາຍ​ສຳຄັນ,​ເຂດ​ດັ່ງກ່າວ​ຊົງ​ຕົວ​ຢູ່​ຈົນ​ຮອດ​ປະຈຸ​ບັນ​ໄດ້​ສະໜອງ​ຂໍ້​ມູນ​ເອກະສານ​ອັນ​ລ້ຳຄ່າ​ສຳລັບ​ການຄົ້ນຄວ້າ​ປະຫວັດ ການ​ກໍ່ສ້າງ​ຕົວ​ເມື​ອງຂອງ​ມະນຸດ​ແລະ​ປະຫວັດການ​ຂະຫຍາຍຕົວ​ຂອງ​ຊົນ​ເຜົ່າ,​ແມ່ນ​ມໍລະດົກ​ວັດ ທະນະ​ທຳ​ອັນ​ເລີດ​ລ້ຳ,​ແມ່ນສ່ິງປະ​ເສີດ​ຂອງ​ຈີນ​ກໍ​ຄື​ຂອງ​ໂລກ.