ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-08 22:48:38    
ດາ​ລາ​ໂອ​ລິ​ມ​ປິກ​ຈີນ​ຜູ່​​ໂອບ​ອ້ອມ​ອາ​ລີ

cri Author: hua ling
ເວ​ລາ 11 ​ໂມງ​ເຊົ້າ​ວັນ​ທີ 7 ກັນຍາ, ​ຖັນ​ແຖວ​ດາ​ລາ​​ກິລາ​ທ່ີ​ປະ​ກອບ​ດ້ວຍ​ນັກ​ກິ​ລາ​ຈີນ​ຜູ່​ໄດ້​ຫຼຽນ​ຄຳ​ງານ​ກິ​ລາ​ໂອ​ລິ​ມ​ປິກ​​ແລະ​ຄ​ູ​ເຝິກ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຍ່າງ​ມາ​ສູ່​ແທ່ນ​ທ່ຽວ​ຊົມ​ຂົວ​ຊິງ​ໝາ​ທ່ີ​ຮົງ​ກົງ. ​

ໄທ​​ເມືອງ​ຮົງ​ກົງ​ໄດ້​ແຂ່ງ​ແສງ​ແດດ​ທ່ີ​ຮ້ອນ​ເອົ້າ, ​ລໍຖ້າ​ມາ​ດົນ​ສົມ​ຄວນ​ແລ້ວ, ​ໃນ​ໝູ່​ພວກ​ເຂົສ​ເຈົ້າມີ​ຜູ່່​ເຖົ້າ​ຜູ່​​ແກ່​ທ່ີ​ຜົມ​ຫງອກ​ຈຸ່ນ​ພຸ່ນ​, ມີ​ຜົວ​ເມຍ​ໜຸ່ມ​ທ່ີ​ອຸ້ມ​ລູກ, ມີ​ນັກ​ສຶກ​ສາ, ຍັງ​ມີ​ນັກ​ຂ່າວ​ຜູ່​ຖື​ກ້ອງ​ຖ່າຍ​ຮູບ​ແລະ​ຕັ້ງ​ກ້ອງ​ຖ່າຍ​ວີ​ດີ​ໂອ. ບໍ່​ດົນ, ພວກ​ເຂົາ​ເຈົ້າ​ກໍ​ປະກົ​ດ​ເຫັນ​​ວ່າ, ​ບຸກ​ຄົນ​ທ່ີ​ມີ​ຊ່ື​ສຽງ​ໃນ​ເວທີ​ກິ​ລາ​ຂອງ​ໂລກ​ເຫຼົ່າ​ນີ້​ຈັ່ງ​ແມ່ນ​ໂອບ​ອ້ອມ​ອາ​ລີ​ທ່ີ​ສຸດ.

ນາງ​​ໂລ​ເສ​ຈ່ຽນ ນາງ​ຈ້າວ​ຢຸ້ຍໆ ທ້າວ​ມາ​ລິນ ທ້າວ​ເພິ​ງປໍ​ ​ທ່ານ​ເຊິ​ນ​ຈົງ​ເຮີ​ແລະ​ທ່ານ​ອ່ືນໆ, ​ເມ່ືອ​ເຫັນ​ຮູບ​ໂສມ​ຄຸ້ນ​ເຄີຍ​ເຫຼົ່າ​ນີ້​ແລ້ວ, ຝຸງ​ຄົນ​ທ່ີ​ລໍ​ຖ້າ​ຢູ່​ກໍ​ໄດ້​ໄຊ​ໂຍ​ໂຮ​ຮ້ອງ​ຂຶ້ນ​ຢ່າງ​ຟົດ​ຟຶ້ນ​ໃນ​ທັນ​ທີ.​ ພວກ​ເຂົາ​ເຈົ້າ​ໂບກ​ທຸງ​ຊາດ​ຈີນ, ​ພະ​ຍາ​ຍາມ​ປຸ້ມ​ລຸມ​ຫຸ້ມ​ຫໍ່​ໄປ​ທາງ​ໜ້າ, ​ຍາດ​ກັນ​ເບ່ິງ​ໂສມ​ໜ້າ​ຂອງ​ດາລາ​​ກິລາ.

ນັກ​ກິ​ລາ​ຜູ່​ໄດ້​ຫຼຽນ​ຄຳ​​ໄດ​້​ຈົກ​ເອົາ​​ຮູ​ບ​ໂຄ​ສະ​ນາ​ຂະ​ໜາດ​ໃຫຍ່​ທ​່​ີ​ໄດ້​ພິມ​ຮູບ​ຖ່າຍ​ຂອງ​ພວກ​ເຂົາ​ເຈົ້າ​ແລະ​ຂຽນ​ຕົວ​ໜັງ​ສື​ຈີນ 3 ​ໂຕ ຄື, ​ຈົ​ງ​ກົວ​ຮຸ່ນ ​ແປ​ວ່າ ມິ່ງ​ຂວັນ​ຂອງ​ຈີນ, ​ແຈກ​ໃຫ້​​ໄທ​ເມືອງ​ຮົງ​ກົງ​ຢູ່​ທ່ີ​ຫັ້ນ. ​ໄທ​ເມືອງ​ຮົງ​ກົງ​ກໍ່​ສວຍ​ໂອ​ກາດ​ນີ້, ພາກັນ​ຈັບ​ມື​ກັບ​ດາລາ, ​ຖ່າຍ​ຮູ​ບ​ກັບ​ດາ​ລາ, ​ແລະ​ຂໍ​ເອົາ​​ລາຍ​ເຊັນ. ​ຢູ່​ເທິງ​ຮູບ​​ໂຄ​ສະ​ນາ ວາ​ລະ​ສານ​ຮູບ​ພາບ​ຂອງ​ຄະ​ນະ​ຜູ່​ແທນ​ຂອງ​ນັກ​ກິ​ລາ​ຜູ່​​ໄດ້ຫຼຽນຄຳ​ອາ​ແຕນ​ເກ​ມ​ຫຼື​ປຶ້ມ​ລົງ​ນາມ ໝວກ​ແກັບ​ແລະ​ຮົ່ມ​ກັນ​ແດດ, ​ລ້ວນ​ແຕ່​ໄດ້​ຈ່ົງ​​ໄວ້​ລາຍ​​ເຊັນ​ຂອງ​ນັກ​ກິ​ລາ​ທັງ​ຫຼາຍ.

ຫຼັງ​ຈາກ​​ເຊັນ​ລາຍ​ເຊັນ​ແລ້ວ, ​ດາລາ​ກິລາ​ໄດ້​ເຂົ້າ​ຊົມ​ສູນ​ຮັບ​ແຂກ, ​ຊອກ​ຮູ້​ຂໍ້​ມູນ​ເບຶ້ອງ​ຫຼັງ​ຂອງ​ຂົວ​ຊີງ​ໝາ ​ເຊ່ິງ​ເປັນ​ຂົວສາຍ​ໂສ້​ທາງ​ຫຼວງ​ແລະ​ທາງ​ລົດ​​ໄຟທ່ີ​ໃຫຍ່​ທ່ີ​ກວ່າ​ໝູ່​ໃນ​ໂລກ.

ຫຼັງ​ຈາກ 20 ນາ​ທິ​ແລ້ວ, ​ພວກ​ເຂົາ​ເຈົ້າ​ຍ່າງ​ອອກ​ຈາກ​ສູນ​ຮັບ​ແຂກ, ໄທ​ເມືອງ​ຮົງ​ກົງ​ຍັງ​ມີ​ຄວາມ​ຈູບ​ຈ້າວ​ຫ້າວ​ຫັນ​ຢູ່​ຄື​ເກົ່າ, ​ສືບ​ຕໍ່​ໄລ່​ຕາມ​ນັກ​ກິ​ລາ​ຂໍ​ລາຍ​ເຊັນ. ​ໃນ​ແທ່ນ​ຊົມ​ເທິງ​ຂົວ, ​ໄທ​ເມືອງ​ອີກ​ງວດ​ໜ່ຶງ​ທ່ີ​ລໍ​ຖ້າ​ຢູ່​ຫັ້ນ​ກໍ​ໄດ້​ຮັບ​ໂອບ​ອ້ອມ​ອາ​ລີ​ຈາກ​ດາ​ລາ​ກິ​ລາ​ທັງ​ຫຼາຍ​ເຊັ່ນ​ດຽວ​ກັນ, ​ມີ​ນັກ​ສຶກ​ສາ​ຍິງ​ຫຼາຍ​ຄົນ​ຍັງ​ໄດ້​ຖ່າຍ​ຮູບ​ນຳ​ກັນ​ກັບ​ນາງ​ຈ​້າວ​ຢຸ້ຍ​ຢຸ້ຍ​ຢ່າງ​ມີ​​ກຽດ.

ນາງ​ລາວ​ຢຸ້ນ​ເຟີ​ຍ ​ໄທ​ເມືອງຮົງກົງ​​ເວົ້າວ່າ, ​ໃນ​ສະໜາມ​ແຂ່ງຂັນ, ນັກ​ກິລາຜູ່່​ໄດ້​ຫລຽນ​ຄຳ​​ພະຍາຍາມເຮັດ​​ໄດ້ດີ​ທີ່​ສຸດ, ​ແລະ​ຊິງ​ໄດ້​ແຊມ​ປຽນ, ຈິດ​ໃຈ​ບາກ​ບ່ັນ​ສູ້​ຊົນ​ຂອງ​ພວກ​ເຂົາ​ເຈົ້າ​ເປັນ​ໜ້າ​ຮ່ຳຮຽນ. ນາງ​ເວົ້າວ່າ, ​ໃນ​ເວລາ​ອອກຈາກ​ບ້ານ, ຕົນ​ເອງ​ມີ​ແຕ່​ຄິດຢາກເອົາ​ກ້ອງ​ຖ່າຍຮູບ​ມາລອງ​ເບິ່ງ, ​ແຕ່​ບໍ່​ນິກບໍ່​ຝັນ​ເລີຍ​ວ່າ, ນັກ​ກິລາ​​​​ໃກ້ຊິດ​ກັບ​ໄທ​ເມືອງປານ​ນີ້, ນາງ​ກໍ​ໄດ້​ຖ່າຍ​ເອົາຮູບ​ງາມ​ບໍ່​ໜ້ອຍ.

ນາງ​ຮວງ​ຊຸ້ຍທິງ ທີ່​ຫາ​ກໍ່​ເຂົ້າຮຽນປ.5​ ກໍ​ດີ​ໃຈ​ທີ່​ສຸດ, ຍ້ອນ​ວ່າ​ນາງບໍ່​ພຽງ​ແຕ່​ໄດ້​ຮັບ​ຮູບ​ໂຄສະນາ​ທໍ່​ນັ້ນ, ຫາກ​ຍັງ​ໄດ້​ລາຍ​ເຊັນ​ຂອງ​ທ້າວ​ເພິ​ງປ​ໍອີກ​ດ້ວຍ. ໝູ່​ຮຽນ​ທີ່​ຢູ່​ອ້ອມ​ຂ້າງ​ນາງກໍ່​ຕື່ນ​ເຕັ້ນດີ​ໃຈ​ຄື​ກັນ, ​ໃນ​ໝູ່​ພວກ​ເຂົາ​ເຈົ້າ, ບາງ​ຄົນ​​ຈົນ​ໄດ້ລາຍ​ເຊັນ​ຂອງ​ນັກ​ກິລາ 3 ຄົນ​ທີ່​ໄດ້​ຫລຽນ​ຄຳອີກ​ຊ້ຳ.

ທ້າວ​ເພິ​ງ​ປ​ໍເຖິງ​ຈະ​ເມື່ອຍ​ຫລາຍ, ​ໃນຍາມກິນ​ເຂົ້າ​ແລງ​​ໃນ​ມື້ວານ​ນີ້, ເກືອບ​ນອນ​ຫຼັບກໍ​ຕາມ, ​ແຕ່​ດຽວ​ນີ້​ກໍ​ຍັງ​ທັງ​ເຊັດນ້ຳ​ເຫື່ອທັງລົງ​ລາຍ​ເຊັນ​ໃຫ້​ໄທ​ເມືອງ​. ລາວ​ຍັງ​ໄດ້​ຮັບ​ການ​ສຳ​ພາດ​ຂອງ​ສື່​ມວນ​ຊົນ​ນຳ​ອີກ. ລາວ​ກ່າວ​ວ່າ, ລາວ​ມັກ​ໄທ​ເມືອງ​ຮົງ​ກົງ​ຫລາຍ, ຫວັງ​ວ່າ, ​ໃນ​ອະນາຄົດ​ຈະ​ໄດ້​ມາ​ທ່ຽວ​ຮົງ​ກົງ​ອີກ​ໃນ​ຖານ​ເປັນ​ຄົນ​ທຳ​ມະ​ດາສາມັນ.

ນາງ​ໂລ​ເສ​ຈ່ຽນ​ກໍ​ໄດ້​ຮັບ​ສຳພາດ​ຢ່າງ​ກ້າຫານ. ນາງ​ເວົ້າວ່າ, ນີ້​ແມ່ນ​ນາງ​ມາ​ຮົງ​ກົງ​​ເປັນ​ເທື່ອທີ​ສອງ, ​ແຕ່​ເທື່ອ​ນີ້​​ໄດ້ມາ​ໃນ​ນາມ​ເປັນ​ເຈົ້າຫລຽນ​ຄຳ​ໂອ​ລິ​ມປິກ, ຈຶ່ງ​​ຮູ້ສຶກ​ຕ່າງ​ກັນ​ຫລາຍ.

ນັກ​ຂ່າວ​ຮົງ​ກົງ​ໄດ້ສວຍ​ໂອກາດ​ທ່ານ​ເສີນ​ຈູ່ງ​ເຮີ​ນ່ັງສູບຢາຢູ່​ທາງ​ຂ້າງ, ​ເລີ​ໄປ​​​ລົມ​ທິມບານ​ສົ່ງ​ເພດ​ຍິງ​ກັບ​ທ່ານ. ທ່ານ​ເສີນ​ຈູ່ງ​ເຮີ​ເຜີຍ​ໃຫ້​ຮູ້​ວ່າ, ​​ເດືອນ​ໜ້າ​, ທ່ານ​ຈະ​ເລີ່​ມຄັດ​ເລືອກ​ນັກ​ກິລາ​ທີ່​ສູງໃຫຍ່​ເຂົ້າທິມຊາດ, ​ເພື່ອ​ກະກຽມງານ​ກິລາ​ໂອ​ລິ​ມປິກ​ປີ 2008. ຂ່າວ​ດັ່ງກ່າວ​ໄດ້​ເຮັດ​​ໃຫ້​​ນັກ​ຂ່າວທັງຫລາຍ​ຄື​ໄດ​້ຂອງ​ອັນ​ລ້ຳຄ່າ.​

ໃນ​ເວລານັກ​ກິລາ​ທີ່​ໄດ້ຫລຽນຄຳ​ໂອ​ລິ​ມປິກ 10 ກວ່າ​ຄົນຖ່ານ​ຮູບເປັນ​ທີ່​ລະ​ລຶກ​ໂດຍ​ຖືຂົວ​ຊີງ​ມາ​ເປັນ​ຫລັງ​ສາກ​ນັ້ນ, ນັກ​ຂ່າວ​ຖ່າຍຮູບ​ຈຳນວນ​ໜຶ່ງ​ທີ່​ຖືກ​ລັດ​ຢູ່​ເຂດ​ນັກ​ຂ່າວ​ນັ້ນປະກົດ​ເຫັນ​ວ່າ, ​ເລນກ້ອງຖ່າຍ​ຂອງພວກ​ເຂົາ​ເຈົ້າຍາວບໍ່ພໍ, ​ເລີຍ​ຮ້ອງ​ດ້ວຍ​ສຽງ​ດັງໆ​ວ່າ, ຍ່າງ​​​ເຂົ້າມາ​ໃກ້​ແດ່, ຍ່າງ​​ເຂົ້າມາ​ໃກ້​ອີກ​ແດ່. ​ນັກ​ກິລາທັງຫລາຍ​ເລີຍ້​ຍ່າງ​ໄປ​ຮອດ​ບ່ອນ​ຕາມ​ຄວາມ​ຮ້ອງ​ຂໍ​, ຊ່າງ​ຖ່າຍຮູບ​ທັງຫລາຍ​ກໍ​ຟ້າວກົດຊັດ​ເຕີ, ​​ເບິ່ງຊົງ​ຄື​ວ່າ​ພໍ​ໃຈ​ຫລາຍ.