ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-09 15:08:21    
ເສດຖະກິດ​ອາຊຽນ​ຫັນ​ເປັນ​ເອກະ​ພົບ​ດຽວ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່

cri Author: huang
10 ປະ​ເທດ​ອາ​ຊຽນ​ໄດ້​ຕົກລົງ​ຈຸດ​ໝາຍ​ອັນ​ໃຫຍ່​ໂຕມະ​ໂຫລານ​ທີ່​​​ເຮັດໃຫ້​ເຂດ​ແຄ້ວ​ນຫັນເປັນ​ເອກະ​ພົບ​ດຽວ​ໃນ​ປີ 2020, ຈະ​ຜັນ​ຂະຫຍາຍ​ແລະປະຕິບັດ​ແຜນການ​ດຳ​ເນິນງານ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ແນວ​ໃດ, ​ໄດ້​ກາຍ​ເປັນ​ບັນຫາ​ທີ່​ພາກ​ພື້ນ​ອາ​ຊີ​ກໍ​ຄື​ທົ່ວ​​ໂລກ​ສົນ​ໃຈ​ນຳ​ທີ່​ສຸດ. ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ເສດຖະກິດ​ອາ​ຊຽນຄັ້ງທີ 36 ທີ່​ພວມ​ຈັດ​ຂຶ້ນ​ຢູ່​ຢາ​ກາກ​ຕາ​ໄດ້​ປະກາດ​ເປັນ​ທາງ​ການ​ວ່າ, ອາ​ຊຽນ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມຮັບ​ຮູ້​ຄື​ກັນ​ກ່ຽວ​ກັບບາດກ້າວ​​ໄຂປະຕູ​ 10 ຂົງ​ເຂດ​ບູລິດ​ມະ​ສິດແລະ​ຍົກ​ເລີກ​ພາສີ​ອາກອນ​, ​ແລະ​ໄດ້​ເຊັນ​ສັນຍາ​ໂຄງ​ຮ່າງ​ສະບັບ​ໜຶ່ງ, ນີ້​ໝາຍ​ຄວາມ​ວ່າ, ອາ​ຊຽນ​ໄດ້​ຂຶ້ນ​ຂັ້ນ​ໃດ​ຂັ້ນ​ໃໝ່​ໃນ​ດ້ານ​ຊຸກຍ​ູ້ການ​ຮ່ວມ​ມື​ແລະ​ຫັນ​ການ​ຄ້າ​ຂອງ​ພາກ​ພື້ນ​ເປັນ​​ແບບ​ເສລີ.

ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ເສດຖະກິດ​ອາ​ຊຽນ​ເທື່ອ​ນີ້​ໄດ້​ເຈາະຈົງຄົ້ນຄວ້າບາດກ້າວ​​ໄຂ​ປະຕູ 11 ຂົງ​ເຂດ​ບູລິດ​ມະ​ສິດແລະ​ຍົກ​ເລີກ​ພາສີ​ອາກອນ​. 11 ຂົງ​ເຂດ​ບູລິດ​ມະ​ສິດ​ນີ້ແມ່ນ​ກະສິກຳ, ການ​ປະ​ມົງ, ​ເຄື່ອງ​ຈັກ​ລົດ​ຍົນ, ຜະລິດ​ຕະພັນ​ໄມ້, ຜະລິດ​ຕະພັນ​​ຢາງ​ພາລາ, ສິ່ງປັ່ນ​ທໍ​ແລະ​ເສື້ອ​ຜ້າ​ສຳ​ເລັດ​ຮູບ, ຜະ​ລິດ​ຕະພັນ​ເອ​ເລັກ​ໂຕຼນິກ, ການ​ຂົນ​ສ່ົງ​ທາງ​ການ​ບິນ, ການທ່ອງທ່ຽວ, ການ​ຄ້າ​ເອ​ເລັກ​ໂຕຼນິກ, ​ສາທາລະນະ​ສຸກ​ແລະ​ສຸຂາພິບານ, ຜະລິດ​ຕະພັນທີ່​ກວມ​ທັງ​ນັ້ນ​ມີ​ໝື່ນ​ກວ່າ​ຊະນິດ. ​ໃນ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຊັ້ນສູງຂອງ 10 ປະ​ເທດ​ທີ່​ຈັດ​ຂຶ້ນ​ກ່ອນ​ໜ້າ​ນີ້, ຝ່າຍ​ຕ່າງໆ​​ເຄີຍ​ມີ​ຄວາມ​ເຫັນ​ຂັດ​ກັນຕໍ່ 4 ຂົງ​ເຂດ​ໃນ 11 ຂົງ​ເຂດ​ດັ່ງກ່າວ​ຄື​ກະສິກຳ ການ​ປະມົງ ຜະລິດ​ຕະພັນ​ໄມ້​ແລະ​ການ​ຂົນ​ສ່ົງ​ທາງ​ການບິນ​ຈະ​ກວມ​ຢູ່​ໃນບັນຊີ​ລາຍ​ຊື່​ໄຂ​ປະຕູ​ຫລື​ບໍ່​. ​ແຕ່​ຜ່ານ​ຄວາມ​ພະຍາຍາມ​ຂອງ​ຝ່າຍ​ຕ່າງໆ, ​ໃນ​ທີ່ສຸດ, ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​​ໃຫ້​ໄຂ 10 ຂົງ​ເຂດ​ອື່ນ​ນອກຈາກ​ຂົງ​ເຂດ​ການ​ຂົນ​ສ່ົງທາງ​ການບິນ, ບັນຫາ​ຂົນ​ສ່ົງ​ທາງ​ການ​ບິນ​ຈະ​ມອບ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ຄົມມະນາຄົມ​ແລະ​ການ​ຂົນ​ສ່ົງ​ທີ່​ຈະ​ຈັດ​ຂຶ້ນ​ໃນ​​ເວລາ​ຫລ້າ​ແດ່​ໃນ​ປີ​ນີ້​ນຳ​​ໄປ​ຫາ​ລື​ກັນ​ຕື່ມ​ອີກ.

ອິງ​ຕາມ​ສັນຍາ​ໂຄງ​ຮ່າງ​ທີ່​​ເຊັນ​ໃນ​ກອງ​ປະຊຸມ, 6 ປະ​ເທດ​ລິ​ເລີ່​ມ​​ໃນ 10 ປະ​ເທດອາ​ຊຽນຄືບຼູ​​​ໄນ ອິນດູ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິ​ບປີນ ສິງກະ​ໂປ​ແລະ​ໄທ​ຈະ​ໄຂ​ຕະຫລາດ​ຢ່າງ​ເສລີ​ໃນ 10 ຂົງ​ເຂດ​ດັ່ງກ່າວ​ໃນ​ປີ 2007, ຫວຽດນາມ ກຳປູ​ເຈຍ ລາວ ​ແລະ​ມຽນມາ​ທີ່​ເຂົ້າຮ່ວມ​ອາ​ຊຽນ​ໃນ​ພາຍຫລັງຈະ​ໄຂ​ຕະຫລາດ​ໃນປີ 2012, ​​ເຮັດໃຫ້​ຂະ​ບວນວິວັດ​ຫັນ​ເສດຖະກິດ​ເປັນ​ເອກະ​ພົບ​ດຽວ​ກັນ​ຢູ່​ພາກ​ພື້ນ​ອາຊຽນບັນລຸຜົນ​ເປັນ​ຈິງ.

ປີ 2003, ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 9 ທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາຫຼີ​ແຫ່ງ​ອິນ​ດູ​ເນ​ເຊຍ, ປະ​ເທດ​ອາ​ຊຽນ​ເປັນ​ເອກະສັນ​ກັນ​ເຫັນ​ດີ​​ນຳແຜນການ​ອັນ​ໃຫຍ່​ໂຕ​ມະ​ໂຫລານທີ່​ສ້າງຕັ້ງປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2020. ຮອດ​ເວລາ​ນັ້ນ, ອາ​ຊຽນຈະ​ກາຍ​ເປັນ​ຕະຫລາດ​​ໃຫຍ່​ທີ່​ເປັນ​ເອກະ​ພາບ​ກັນ​​ເຊິ່ງມີ​ຜູ່​ບໍລິ​ໂພ​ກ 520 ລ້ານ​ຄົນທີ່ປະກອບ​ດ້ວຍ​ສາມ​ເສົາຄ້ຳ​ໃຫຍ່​ຄື​ປະຊາ​ຄົມ​ເສດຖະກິດ ປະຊາ​ຄົມ​ຄວາມ​ປອດ​ໄພ ​ແລະ​ປະຊາ​ຄົມ​ສັງຄົມ​ແລະ​ວັດທະນະທຳ,. ​ເພື່ອ​ບັນລຸ​ເປົ້າໝາຍ​ດັ່ງກ່າວ, ປະ​ເທດ​ອາຊຽນ​ໄດ້​ຮັບ​ເອົາ​ຫລັກການປຶກສາ​ຫາລື​ເປັນ​ເອກະ​ກັນ​ກັນ, ຫລຸດ​ທຳນຽມ​ແລະ​ລະບຽບ​ການ​ທີ່​ມະ​ຍິບ​ມະ​ຍ່ອຍ​ໃນ​ດ້ານ​ການ​ຄ້າ​ແລ​ະການ​ລົງທຶນ​ໃຫ້​ໜ້ອຍ​ລົງ, ​ເພື່ອ​ໃຫ້ການ​ຈໍ​ລະ​ຈອນ​ສິນຄ້າ​ແລະ​ການ​ລົງທຶນ​ໃນ​ເຂດ​ແຄ້ວ​ນບໍ່​ມີ​ສິ່ງ​ກີດຂວາງ. ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ເສດ​ຖະກິດ​ເທື່ອ​ນີ້​ໄດ້​ປະກອບສ່ວນອັນ​ພົ້ນ​ເດັ່ນ​ຕໍ່​ເລື່ອງ​ນີ້.

ປະ​ເທດ​ອາ​ຊຽນກໍ​ໄດ້​ຮັບ​ຜົນ​ດີ​ໃນ​ດ້ານ​ຊຸກ​ຍູ້​ການ​ຄ້າ​ເສລີ​ໃນ​ເຂດ​ແຄ້ວ​ນ. ​ແຕ່​ປີ 2003 ​ເປັນຕົ້ນມາ, ປະ​ເທດ​ອາ​ຊຽນ​ໄດ້​ຫລຸດ​ພາສີ​ຂອງສິນຄ້າ​ສ່ວນຫລາຍ​ລົງ​ຮອດ 5% ລົງ​ລຸ່ມ. ບໍລິ​ມາດ​ຂາ​ອອກ​ລະຫວ່າງ​ປະ​ເທດ​ອາ​ຊຽນ​ໃນ​ປີ 2003 ​ບັນລຸ​ເຖິງ 94 ຕື້ 700 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າປີ​ກ່ອນ​ 15,4%. ​ໃນ​ໄລຍະ​ນີ້, ຍອດ​ບໍລິ​ມາດ​ຂາ​ອອກ​ຂອງ​ປະ​ເທດ​ອາ​ຊຽນ​ໄດ້​ບັນລຸ​ເຖິງ 430 ຕື້ 390 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ​ກ່ອນ 12%. ​ໃນ​ພິທີ​ໄຂກອງ​ປະຊຸມດັ່ງກ່າວ, ທ່ານນາງ​ເມ​ກາ​ວາ​ຕີ ປະທານ​າທິບໍດີ​ອິນ​ໂດເນ​ເຊຍ​ກ່າວ​ວ່າ, ​ເພື່ອ​ຊຸກ​ຍູ້​ໃຫ້​ເສດຖະກິດ​ເປັນ​ເອກະ​ພົບ​ດຽວ​ແລະ​ການ​ຄ້າ​ຢ່າງເສລີຢູ່​ປະ​ເທດ​ອາຊຽນ, ອາ​ຊຽນບໍ່​ຄວນ​ປິດ​ປະຕູ, ຕ້ອງ​ປະຕິບັດ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ, ຍັງ​ຕ້ອງ​ສືບ​ຕໍ່​ປົວ​​ແປງ​ການ​ພົວພັນ​ການ​ຄ້າ​ແລະ​ເສດຖະກິດ​ກັບອິນ​ເດຍ ຈີນ ຍີ່​ປຸ່ນ ສ.​ເກົາຫລີ ອົສຕຼາລີ​ແລະ​ນູ​ແວນ​ເຊ​ລັງ​ເປັນຕົ້ນ​ເຊິ່ງ​ເປັນ​ໝູ່​ຄູ່​ການ​ຄ້າ​ຕົ້ນຕໍ​ຂອງ​ອາຊຽນ.